ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມຽນມາຈະຈັດການເລືອກຕັ້ງຂຶ້ນ ໃນວັນທີ 7 ພະຈິກ


ມຽນມາຈະຈັດການເລືອກຕັ້ງຂຶ້ນ ໃນວັນທີ 7 ພະຈິກ
ມຽນມາຈະຈັດການເລືອກຕັ້ງຂຶ້ນ ໃນວັນທີ 7 ພະຈິກ

ລັດຖະບານທະຫານມຽນມາ ໄດ້ກໍານົດເອົາວັນທີ 7 ເດືອນພະຈິກປີນີ້ ເປັນວັນເລືອກຕັ້ງ ທົ່ວປະເທດ​ ເພື່ອ​ປ່ອນ​ບັດເອົາສະພາແຫ່ງ​ຊາດ ຊຶ່ງເປັນການເລືອກຕັ້ງເທື່ອທຳອິດໃນຮອບ 20 ປີ ແຕ່ວ່າບັນດາກຸ່ມທີ່ນິຍົມປະຊາທິປະໄຕ ແລະພວກວິ​ເຄາະການເມືອງ ມີຄວາມ ລະແວງສົງໃສ ກ່ຽວກັບຄວາມຖືກຕ້ອງຕາມກົດໝາຍຂອງການ​ເລືອກ​ຕັ້ງ ທີ່​ຈະ​ມີ​ຂຶ້ນ​ນີ້.

ການເລືອກຕັ້ງທົ່ວປະເທດຂອງມຽນມາ ໃນເດືອນພະຈິກຈະມາເຖິງນີ້ ຈະແມ່ນການປ່ອນ ບັດ​ເອົາ​ພົນລະ​ເຮືອນ 330 ຄົນ​ເຂົ້ານັ່ງໃນສະພາຜູ້ແທນລັດຖະດອນ ທີ່​ມີ​ບ່ອນ​ນັ່ງຈຳນວນ 440 ບ່ອນ. ພາຍໃຕ້ລັດຖະທໍາມະນູນສະບັບໃໝ່ ທີ່ຖືກ​ຮັບ​ຜ່ານ​ເອົາເພື່ອປີຜ່ານມານີ້ ພວກ ທະຫານຈະຖືກແຕ່ງຕັ້ງ​ໃຫ້​ເຂົ້າ​ນັ່ງ ໃນບ່ອນ​ນັ່ງທີ່ຍັງເຫລືອນັ້ນ. ສ່ວນຢູ່ໃນສະພາ​ຊົນ​ຊາດ ທີ່​ມີ​ບ່ອນນັ່ງ 224 ບ່ອນນັ້ນ 168 ຄົນ ແມ່ນຈະມາຈາກການເລືອກຕັ້ງ ສ່ວນອີກ 56 ບ່ອນ ນັ່ງ ຈະຕົກເປັນຂອງຝ່າຍທະຫານ.

ມີພັກການເມືອງຫລາຍພັກ ຈະບໍ່ເຂົ້າຮ່ວມໃນການເລືອກຕັ້ງຄັ້ງນີ້. ພັກສຳຄັນທີ່​ສຸດໃນນັ້ນ ກໍຄືພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ທີ່ໄດ້ຮັບ​ໄຊຊະນະ​ໃນການເລືອກຕັ້ງຄັ້ງສຸດ ທ້າຍ ​ເມື່ອປີ 1990 ນັ້ນ. ຝ່າຍທະຫານບໍ່ຍອມປ່ອຍໃຫ້ພັກດັ່ງກ່າວ ເຂົ້າບໍລິຫານປະເທດ ຫລືກໍາອຳນາດແຕ່ຢ່າງໃດ ແລະຍັງໄດ້ກັກບໍລິເວນ ທ່ານນາງອອງ ຊານ ຊູຈີ ຫົວໜ້າ​ພັກ ເປັນເວລາສ່ວນ​ໃຫຍ່ ນັບແຕ່ນັ້ນມາ.

ການກັກບໍລິເວນທ່ານນາງອອງ ຊານ ຊູຈີ ໄລຍະປັດຈຸບັນນີ້ ຈະສິ້ນສຸດລົງໃນທ້າຍເດືອນ ພະຈິກປີນີ້. ນາງເດບບີ້ ສຕອດດາດ ກັບກຸ່ມສິດທິມະນຸດ ທີ່​ຊື່ວ່າ Alternative ASEAN Network ຫລືເຄືອຂ່າຍທາງ​ເລືອກ​ອາ​ຊ່ຽນ ກ່າວວ່າ ເວລາແຫ່ງການເລືອກຕັ້ງນັ້ນ ບໍ່ແມ່ນ ເລຶ່ອງບັງເອີນ​ແຕ່​ຢ່າງ​ໃດ​ເລີຍ ຊຶ່ງນາງກ່າວຕໍ່ໄປວ່າ:

“ການກໍາໜົດເວລາຂອງການເລືອກຕັ້ງນັ້ນ ​ເບິ່ງ​ຄື​ວ່າ​ໄດ້​ເພ່ງ​ເລັງໃສ່ ວັນປ່ອຍຕົວ ທ່ານນາງ ອອງ ຊານ ຊູຈີ. ເພາະສະນັ້ນ ພວກລັດຖະບານທະຫານມຽນມາ ຈຶ່ງໄດ້ຈັດໃຫ້ມີການເລືອກຕັ້ງຂຶ້ນ ປະມານນຶ່ງອາທິດ ກ່ອນທີ່ທ່ານນາງຈະໄດ້ຮັບ ອິສະລະພາບ ​ແລະ​ມີເສລີພາບທີ່​ຈະ​ເຂົ້າປະກອບສ່ວນ​ໄດ້. ​ແລະມັນເປັນທີ່ແຈ້ງ ຂາວຫລາຍ​ສົມຄວນ​ວ່າ ປະຊາຊົນສ່ວນໃຫຍ່ໃນມຽນມາ ແລະ ໃນຕ່າງປະເທດ ຕ່າງກໍຄາດໝາຍ​ໄວ້​ແລ້ວວ່າ ການເລືອກຕັ້ງຄັ້ງນີ້ ຈະມີຜົນທີ່​ໄດ້​ກໍານົດ ໄວ້ແລ້ວ.”

ກົດເລືອກຕັ້ງໃໝ່ ກໍານົດໃຫ້ພັກການເມືອງຕ່າງໆ ຂັບ​ໄລ່ສະມາຊິກຄົນໃດຂອງຕົນ ທີ່ຖືກ ຈຳຄຸກຢູ່ນັ້ນ ອອກຈາກ​ພັກ. ແຕ່ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຫລືພັກ NLD ບໍ່ຍອມ​ໄລ່ທ່ານນາງອອງ ຊານ ຊູຈີ ແລະພວກສະມາຊິກອື່ນໆ ທີ່ຖືກຈຳຄຸກຍ້ອນ ກິດຈະກໍາທາງການເມືອງຂອງ​ເຂົາ​ເຈົ້າ​ນັ້ນອອກ. ດັ່ງນັ້ນ ພັກ NLD ຈຶ່ງບໍ່ສາມາດເຂົ້າ ປະກອບສ່ວນໃນການ​ເລືອກ​ຕັ້ງຄັ້ງ​ນີ້.

ທ່ານ ນຽງ ອອງ ເລຂາທິການໃຫຍ່ຂອງ​ກຸ່ມ ​ເວທີເພື່ອປະຊາທິປະໄຕໃນມຽນມາ ກ່າວວ່າ ຄວາມວະແວງສົງໃສຈະຍັງມີຢູ່ ກ່ຽວກັບຄວາມຖືກຕ້ອງຕາມກົດໝາຍຂອງການເລືອກຕັ້ງ ນັ້ນ ເນຶ່ອງຈາກວ່າຝ່າຍທະຫານ ຈະກໍາບ່ອນນັ່ງຫລາຍ​ບ່ອນ​ໂພດຢູ່ໃນສະພາ ຊຶ່ງທ່ານ ກ່າວວ່າ:

ຄໍາປະກາດອັນນີ້ ສະແດງໃຫ້ເຫັນເຖິງທ່າ​ທີ ທີ່ບໍ່ມີຄວາມປານີປານອມກັນ ຂອງລັດຖະ ບານທະຫານມຽນມາ ແລະການຫລີກລ່ຽງການແກ້ໄຂບັນຫາ ​ແບບທີ່ຈະໃຫ້ມີການສົນທະນາໂອ້ລົມກັນທາງການເມືອງ ສໍາລັບການເລືອກຕັ້ງ ໃນເດືອນພິຈິກນັ້ນ. ທຸກໆປະເທດໃນປະຊາຄົມໂລກ ຕ່າງກໍຮູ້ດີວ່າ ການເລືອກ ຕັ້ງຂອງມຽນມາຄັ້ງນີ້ ຈະບໍ່ເສລີ ບໍ່ຍຸຕິທໍາ ຫລືວ່າໜ້າເຊື່ອຖືໄດ້ເລີຍ.”

ຢ່າງໃດກໍຕາມ ມຽນມາອາດ​ຈະ​ຍັງຖືກກົດດັນຈາກປະຊາຄົມນາໆຊາດຢູ່​ຕໍ່​ໄປ. ​ເມື່ອເດືອນ ກໍລະກົດຜ່ານມານີ້ ​ໃນການເຄຶ່ອນໄຫວທີ່ບໍ່ຄ່ອຍປາກົດເຫັນ ຄະນະລັດຖະມົນຕີຕ່າງປະ ເທດຂອງ​ສະມາຄົມ​ອາ​ຊ່ຽນໄດ້ພາກັນຮຽກຮ້ອງໃຫ້ ລັດຖະບານທະຫານມຽນມາ ຮັບປະ ກັນໃຫ້ການເລືອກຕັ້ງຄັ້ງນີ້ ດຳເນີນໄປຢ່າງເສລີ ແລະຍຸຕິທໍາ.

ພັກການເມືອງທີ່ຈົດທະບຽນເຂົ້າ​ແຂ່ງຂັນເລືອກຕັ້ງບາງພັກ ໄດ້ຈົ່ມວ່າກ່ຽວກັບການນາບຂູ່ ຮາວີໂດຍກຳລັງຮັກສາຄວາມປອດໄພຂອງລັດຖະບານ. ພວກລົງສະມັກເລືອກຕັ້ງທັງ ຫລາຍ ກ່າວວ່າ ພວກເຂົາເຈົ້າປະເຊີນກັບຂໍ້ຈຳກັດຮັດແຄບຕ່າງໆໃນການໂຄສະນາຫາສຽງ ແລະວ່າຄະນະກໍາມະການເລືອກຕັ້ງ ແມ່ນສະໜັບສະໜູນ ພັກ​ເອກ​ກະພາບ​ຂອງ​ສະຫະ ພາບ ແລະພັກການພັດທະນາ ທີ່ນິຍົມຝ່າຍທະຫານນັ້ນ.

ຝ່າຍທະຫານໄດ້ຢືນ​ຢັດມາເປັນເວລາດົນນານແລ້ວ ວ່າ​ພວກ​ຕົນ​ຕ້ອງ​ຄອບ​ງໍາ​ເວທີ​ການ ​ເມືອງ​ຂອງ​ມຽນມາ​ຢູ່​ຕໍ່​ໄປ ເພື່ອຄວບຄຸມການເຄຶ່ອນໄຫວ ເພື່ອແບ່ງແຍກດິນແດນໂດຍ ບັນດາກຸ່ມຊົນເຜົ່ານ້ອຍນັ້ນ ແຕ່ຫລາຍໆລັດຖະບານ ໂຮມທັງສະຫະລັດອາເມຣິກາແລະ ຫລາຍປະເທດ ໃນຢຸໂຣບ ​ໄດ້​ນໍາ​ໃຊ້​ມາດຕະການລົງໂທດຫລາຍໆຊຸດ ຕໍ່ລັດຖະບານ ທະຫານມຽນມາ ຍ້ອນການຝ່າຝືນສິດທິມະນຸດ ແລະການປາບປາມດ້ານການເມືອງ ຂອງຕົນນັ້ນ.

XS
SM
MD
LG