ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງອອງຊານຊູຈີຮຽກຮ້ອງຕໍ່ ພວກສະໜັບສະໜູນ


Sebuah galaksi kecil yang disebut 'Kabut Magellan' adalah tetangga terdekat galaksi Bima Sakti. Meskipun kabut magellan adalah galaksi kecil, namun tampak begitu cerah sehingga dapat diihat dengan mata telanjang dari belahan bumi selatan dan dekat khatulistiwa.
Sebuah galaksi kecil yang disebut 'Kabut Magellan' adalah tetangga terdekat galaksi Bima Sakti. Meskipun kabut magellan adalah galaksi kecil, namun tampak begitu cerah sehingga dapat diihat dengan mata telanjang dari belahan bumi selatan dan dekat khatulistiwa.

ທ່ານນາງອອງຊານ ຊູຈີ ຜູ້ນຳປະຊາທິປະໄຕຂອງມຽນມາທີ່ຖືກກັກບໍລິເວນຢູ່ໃນເວລານີ້ ຮຽກຮ້ອງໃຫ້ພວກສະໜັບສະໜຸນທ່ານນາງ ຕິດຕາມ​ສັງ​ເກດ​ການເບິ່ງການເລືອກຕັ້ງຂອງ ປະເທດ ຊຶ່ງຈະມີຂຶ້ນໃນວັນທີ 7 ພະຈິກ ແລະໃຫ້ລາຍງານກ່ຽວກັບການກະທຳທີ່ບໍ່ຖືກ ບໍ່ຕ້ອງ.

ທ່ານນາງອອງຊານຊູຈີ ​ໄດ້​ອອກ​ຄໍາຖະແຫຼງ ຜ່ານທ່ານ Nyan Win ທະນາຍຄວາມ ຂອງທ່ານນາງວ່າ ສະມາຊິກພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຂອງທ່ານນາງ ຊຶ່ງໃນເວລານີ້ ໄດ້ແຕກກະຈັດກະຈາຍກັນແລ້ວນັ້ນ ຈະເມີນເສີຍຢູ່ບໍ່ໄດ້ ເຖິງແມ່ນພັກຂອງ ທ່ານນາງ ໄດ້ປະກາດບໍ່ຍອມເຂົ້າຮ່ວມກໍຈິງ. ທ່ານ Nyan Win ໄດ້ຖະແຫຼງຕໍ່ພວກນັກ ຂ່າວ ໃນມື້ວັນພຸດວານນີ້ ນຶ່ງມື້ລຸນຫຼັງທີ່ໄດ້ພົບປະກັບທ່ານນາງ ອອງຊານຊູຈີ.

ທ່ານໄດ້ອ້າງຄຳເວົ້າຂອງທ່ານນາງອອງຊານຊູຈີ ຜູ້ທີ່ເຄີຍໄດ້ຮັບລາງວັນໂນແບລຂະແໜງ ສັນຕິພາບ ທີ່ກ່າວວ່າ ການເລືອກຕັ້ງຈະບໍ່ສາມາດມີອິດສະຫຼະເສລີ ແລະຄວາມຍຸຕິທຳໄດ້ ຖ້າ​ບໍ່ມີອິດສະຫຼະພາບໃນການປາກເວົ້າແລະສະແດງອອກ ຊຶ່ງຄວາມຄິດຄວາມເຫັນ. ທ່ານ ເວົ້າວ່າທ່ານນາງໄດ້ສະເໜີແນະໃຫ້ປະຊາຊົນ ຜູ້ທີ່ຢາກຈະປ່ອນບັດເອົາພັກຂອງທ່ານນາງນັ້ນ ບໍ່​ໃຫ້ໄປປ່ອນບັດເລີຍ.

ການເລືອກຕັ້ງທີ່ວ່ານີ້ ຈະມີຂຶ້ນໂດຍທີ່ບໍ່ມີບຸກຄົນສຳຄັນໆທາງການເມືອງເຂົ້າ ຮ່ວມນຳ ແລະໄດ້ຖືກຕຳໜິຕິຕຽນຢ່າງກວ້າງຂວາງວ່າ ເປັນແຜນການຫຼອກລວງ ທີ່ແນໃສ່ເພື່ອເຮັດ ໃຫ້ການປົກຄອງຂອງພວກທະຫານມີໂສມໜ້າທີ່ເປັນພົນລະເຮືອນ.

ນອກນັ້ນແລ້ວ ໃນມື້ວັນພຸດວານນີ້ ຜູ້ນຳພັກຝ່າຍຄ້ານຂອງມຽນມາທ່ານ Khin Maung Swe ກ່າວວ່າ ທ່ານຈະຖອນໂຕອອກຈາກການແຂ່ງຂັນໃນການເລືອກຕັ້ງເດືອນພະຈິກນັ້ນ.

XS
SM
MD
LG