ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມຽນມາກ່າວຫາພັກຝ່າຍຄ້ານວ່າ ຂັດຂວາງ ການເລືອກຕັ້ງ


ມຽນມາກ່າວຫາພັກຝ່າຍຄ້ານວ່າ ຂັດຂວາງ ການເລືອກຕັ້ງ
ມຽນມາກ່າວຫາພັກຝ່າຍຄ້ານວ່າ ຂັດຂວາງ ການເລືອກຕັ້ງ

ລັດຖະບານທະຫານມຽນມາໄດ້ກ່າວຫາພັກການເມືອງຝ່າຍ ຄ້ານຂອງທ່ານນາງອອງຊານ ຊູຈີ ທີ່ຖືກກັກບໍລິເວນຢູ່​ນັ້ນ ວ່າພະຍາຍາມຈະຂັດຂວາງທັບມ້າງການເລືອກຕັ້ງ ທີ່ຈະມາ ເຖິງນີ້ ​ໂດຍ​ການຮຽກຮ້ອງໃຫ້ພວກຄົນທີ່ຈະໄປປ່ອນບັດ ນັ້ນ ຂວ້າມບາດການເລືອກຕັ້ງ.

ຢູ່​ໃນ​ບົດ​ວິຈານ​ໃນໜັງສືພິມ New Light of Myanmar ຂອງລັດ ສະບັບວັນເສົາວານນີ້ ນັກວິຈານຂອງລັດຖະບານ ຄົນນຶ່ງຂຽນວ່າ ພັກການເມືອງຝ່າຍຄ້ານ ພະຍາຍາມທີ່​ຈະ ​ເຮັດ​ໃຫ້ປະຊາຊົນເຂົ້າໃຈຜິດ ​ ໂດຍການຮຽກຮ້ອງໃຫ້ພວກ ເຂົາເຈົ້າ ລວມຕົວບໍ່ພາກັນໄປປ່ອນບັດໃນ​ການເລືອກຕັ້ງຄັ້ງ ວັນທີ່ 7 ເດືອນພະຈິກ ທີ່ຈະເຖິງນີ້. ບົດ​ວິຈານດັ່ງກ່າວ ຂົ່ມຂູ່ທີ່ຈະຈໍາຄຸກບຸກຄົນໃດກໍຕາມ ທີ່ຖືກຈັບໄດ້ວ່າພະຍາ ຍາມຊັກຊວນປະຊາຊົນ ​ບໍ່​ໃຫ້​ໄປ ປ່ອນບັດ.

ລາຍງານບໍ່ໄດ້ກ່າວຢ່າງເຈາະຈົງ ​ເຖິງທ່ານນາງອອງຊານ ຊູຈີ ຫລື ພັກສັນນິບາດແຫ່ງ​ຊາດເພື່ອປະຊທິປະໄຕ ​ຫລື NLD ຂອງທ່ານນາງ. ແຕ່ພັກ ການເມືອງນີ້ໄດ້ເວົ້າວ່າ ຕົນຈະຂວ້າມບາດການເລືອກຕັ້ງ. ນອກນັ້ນແລ້ວ ພັກດັ່ງກ່າວຍັງມີ ແຜນການຈະຟ້ອງລັດຖະບານທີ່ໄດ້ສັ່ງ​ຍຸບຕົນ ໃນຖານບໍ່ໄປລົງທະບຽນທັນກັບກໍານົດເວລາ ເພື່ອເຂົ້າແຂ່ງຂັນໃນການເລືອກຕັ້ງນັ້ນ. ພັກການເມືອງ ອີກເກົ້າພັກ ກໍຖືກຍຸບເຊັ່ນດຽວກັນ.

ການເລືອກຕັ້ງຄັ້ງນີ້ຈະເປັນການເລືອກຕັ້ງເທື່ອທໍາອິດໃນຮອບ 20 ປີຂອງມຽນມາ ແຕ່ພວກ ນັກວິຈານ ທີ່ນິຍົມປະຊາທິປະໄຕທັງຫລາຍ ກ່າວວ່າ ການປ່ອນບັດຄັ້ງ​ນີ້ເປັນການເລືອກ​ຕັ້ງ ແບບຈອມປອມ ພຽງເພື່ອຮັບປະກັນ​ໃຫ້ຝ່າຍທະຫານໄດ້ສືບຕໍ່ຄຸມອໍານາດຕໍ່​ໄປ. ທ່ານນາງ ອອງ ຊານ ຊູຈີ ໄດ້ສະ​ເໜີແນະ​ໃຫ້ພວກປະຊາຊົນທີ່ຢາກຈະປ່ອນເອົາພັກຂອງທ່ານນາງນັ້ນ ບໍ່​ໃຫ້​ອອກໄປປ່ອນບັດເລີຍ.

XS
SM
MD
LG