ລິ້ງ ສຳຫລັບເຂົ້າຫາ

ມຽນມາຍັງຂາດເຂີນຫລາຍ ໃນດ້ານການສຶກສາ ລະດັບມະຫາວິທະຍາໄລ (ວີດິໂອລາວ/ອັງກິດ)


ນັກສຶກສາຍິງ ຊາວມຽນມາຄົນນຶ່ງ ໃຫ້ທັດສະນະກ່ຽວກັບ ລະບົບການສຶກສາ ຂອງມຽນມາໃນປັດຈຸບັນ
ຄັ້ງນຶ່ງ ມຽນມາເຄີຍຖືກຖືວ່າ ເປັນປະເທດທີ່ມີມະຫາວິທະຍາໄລ
ທີ່ດີທີ່ສຸດ ຢູ່ໃນຂົງເຂດເອເຊຍຕາເວັນອອກ. ແຕ່ການບໍລິຫານ
ປະເທດຢ່າງບໍ່ຖືກຕ້ອງ​ເປັນ​ເວລາຫຼາຍຟ້າຫຼາຍປີ ​ແລະການຍຶດ​
ເອົາ​ທຸກ​ຢ່າງ​ໄປ​ເປັນ​ຂອງຊາດ ທີ່​ໄດ້ສ້າງຄວາມຫາຍະນະນັ້ນ ໄດ້ເຮັດໃຫ້ລະບົບການສຶກສາໃນມຽນມາ ຕົກຢູ່​ໃນ​ສະ​ພາບຊຸດ
ໂຊມຢ່າງໜັກ ຈົນເຖິງຂັ້ນທີ່ພວກນັກຮຽນທີ່ມີພາຫາ​ນະຕ້ອງໄດ້ ພາກັນໜີໄປຮຽນຕໍ່ຢູ່ຕ່າງປະເທດ. ທ່ານນາງ ອອງຊານ ຊູຈີ
ຫົວໜ້າພັກຝ່າຍຄ້ານ ໄດ້ຍົກເອົາບັນຫານີ້ຂຶ້ນ​ມາເປັນບຸລິມະສິດ
ອັນ​ນຶ່ງນັບຕັ້ງແຕ່ທ່ານນາງເປັນສະມາຊິກສະພາ ເພື່ອປັບປຸງໂຮງ
ຮຽນຕ່າງໆກັຍຄືນ​ມາສູ່ສະພາບຮຸ່ງເຮືອງຄືແຕ່ກ່ອນ. ວີ​ໂອ​ເອມີ
ລາຍງານຈາກນະຄອນຢ່າງກຸ້ງ ກ່ຽວກັບວ່າ ທ່າທີໃໝ່ໄປສູ່ການ
ສຶກສາຮໍ່າຮຽນ ​ໄດ້ໂຜ່ໂຕຂຶ້ນມາ ໃນກຸ່ມສະມາຊິກສະພານັ້ນ
ຢ່າງໃດ ຊຶ່ງທອງປານມີລາຍ​ລະອຽດມາສະເໜີທ່ານ.

ເບິ່ງວີດິໂອ ພາສາລາວ:


ເມື່ອອາທິດຜ່ານມານີ້ ນັກສຶກສາມຽນມາໄດ້ພາກັນໄປຮ່ວມງານເທດສະການມະຫາວິທະ
ຍາໄລສະຫະລັດ ຢູ່ໃນນະຄອນຢ່າງກຸ້ງ ໃນຄວາມຫວັງວ່າຈະມີໂອກາດໄດ້ເຂົ້າມາສຶກສາ
ຢູ່ທີ່ສະຫະລັດ. ການປະຕິຮູບຕ່າງໆທາງການເມືອງເມື່ອບໍ່ດົນມານີ້ ​ໄດ້​ສົ່ງຜົນໃຫ້ມີການ
ຍົກເລີກການລົງໂທດຕໍ່ມຽນມາ ຈຶ່ງໄດ້ເຮັດໃຫ້ງານ​ແບບນີ້ເກີດຂຶ້ນໄດ້ ເປັນເທື່ອທໍາອິດ.

ທ່ານ Derek Mitchell ເອກອັກຄະລັດຖະທູດສະຫະລັດປະຈໍາມຽນມາເວົ້າວ່າ ທ່ານຫວັງ
ວ່າ ນັກສຶກສາມຽນມາຈະສາມາດເດີ​ນທາງໄປຮັບການສຶກສາທີ່ດີໆ ຢູ່ໃນສະຫະລັດ​ໄດ້ ແຕ່
ໃນຂະນະດຽວກັນ ກໍຈໍາເປັນຕ້ອງໄດ້ປັບປຸງລະບົບການສຶກສາຢູ່​ພາຍ​ໃນ​ປະເທດໃຫ້ດີຂຶ້ນ
ໄປນໍາ. ທ່ານທູດ Mitchell ເວົ້າວາ:

“ທີ່ສໍາຄັນທີ່ສຸດນັ້ນ ມັນ​ກໍ​ຕ້ອງ​ມີ​ການ​ປັບປຸງ ​ໃນ​ຂັ້ນ​ພື້ນ​ເມືອງ​ພາຍໃນ​ປະ​ເທດກ່ອນ. ​
ແມ່​ນຢູ່
ພວກເຮົາເວົ້າເລື້ອງມະຫາວິທະຍາໄລກັນ ແຕ່ມັນກໍ​ມີຫຼາຍສິ່ງຫຼາຍຢ່າງເກີດ
ຂຶ້ນມາກ່ອນ
ກ່ອນຈະກ້າວໄປເຖິງຂັ້ນມະຫາວິທະຍາໄລ ຊຶ່ງນັ້ນກໍຄື ໂຮງຮຽນປະຖົມ ໂຮງຮຽນມັດທະຍົມ ອຸດົມ ເປັນຕົ້ນ ທີ່ຕ້ອງເກີດຂຶ້ນຢູ່ທີ່ນີ້ກ່ອນ.”

ເວລາມະຫາວິທະຍາໄລຂອງມຽນມາຕົກຢູ່ພາຍໃຕ້ການຄວບຄຸມຂອງຊາດ ໃນປີ 1964 ລັດຖະບານ​ແມ່ນຄວບຄຸມຫຼັກສູດການສອນທັງໝົດ ຊຶ່ງໝາຍຄວາມວ່າ ວິຊາຕ່າງໆ ເຊັ່ນ
ວິຊາປະວັດສາດແລະວິທະຍາສາດການເມືອງ ​ໄດ້ຖືກສັ່ງຫ້າມບໍ່ໃຫ້ສອນ. ນັບຕັ້ງແຕ່ເລີ່ມ
ມີການປະຕິຮູບເປັນຕົ້ນມາ ກໍໄດ້ມີການ​ດໍາ​ເນີນຄວາມພະຍາຍາມ​ເພື່ອນໍາ​ເອົາ​ກັບ​ຄືນ​ມາ
ພວກວິຊາຮຽນທີ່​ເວົ້າ​ເຖິງ ເລຶ່ອງບັນຫາຕ່າງໆ ທີ່ຫລໍ່​ແຫລມຕໍ່ຄວາມຮູ້ສຶກ ເຊັ່ນເລື້ອງປະ
ຫວັດ ສາດຂອງຂໍ້ຂັດແຍ້ງດ້ານຊົນເຜົ່າ ຢູ່ໃນມຽນມານັ້ນ.

May Nyein Chan ກໍາລັງຮຽນວິຊາປະຫວັດສາດດັ່ງກ່າວ​ນີ້ ທີ່ສອນຢູ່ຫ້ອງຮຽນຂອງ ສູນກາງອະເມຣິກັນ ທີ່ບໍລິຫານໂດຍສະຖານທູດສະຫະລັດ. ນາງ​ເມ ນີອິນ ຈັນ ເວົ້າວ່າ:

“ແຕ່ກ່ອນ ຂ້ອຍບໍ່ຄິດວ່າຈະໄດ້ຮຽນວິຊານີ້ ເພາະວ່າມັນຜິດກົດໝາຍ ແລະ
ຂ້ອຍບໍ່ເຄີຍມີໂອກາດໄດ້ ໄປທັດສະນະສຶກສາ ຄື
ແບບນີ້ມາກ່ອນ​ເລີຍ.”

ມະຫາວິທະຍາໄລຕ່າງໆແມ່ນເປັນສູນກາງ ຂອງການລຸກຮືຂອງພວກນັກສຶກສາທີ່ເກີດ
ຂຶ້ນ​ເປັນບາງຄັ້ງບາງຄາວ ຕະຫຼອດໄລຍະຫ້າສິບປີຜ່ານມາ. ລັດຖະບານໄດ້ປິດມະຫາ ວິທະຍາໄລໝົດທຸກແຫ່ງ ເພື່ອບໍ່ໃຫ້ນັກສຶກສາໃຊ້ ເປັນບ່ອນກໍ່ຄວາມວຸ້ນວາຍ ​ທີ່​ເປັນ
ອັນຕະລາຍຕໍ່​ຕົນໄດ້.

Thein Lwin ນັກສຶກສາລະດັບ​ປະລິນຍາໂທ​ທີ່ມະຫາວິທະຍາໄລຢ່າງກຸ້ງ ຫຼື Rangoon
University ໄດ້ຈັດຕັ້ງຄະນະກໍາມະການຊຸດນຶ່ງຂຶ້ນມາ ທີ່ຈະຮ່າງຄໍາແນະນໍາ​ຕ່າງໆ ສົ່ງໄປ
ຍັງສະພາແຫ່ງຊາດກ່ຽວກັບນະໂຍບາຍການສຶກສາຊຸດໃໝ່. ທ້າວ Lwin ເວົ້າວ່າ ລັດຖະ
ບານ ຕ້ອງ​ໄດ້ທໍາການປ່ຽນແປງ​ຂັ້ນພື້ນຖານ​ໃນທ່າທີຂອງຕົນ ກ່ຽວ​ກັບ​ເລື້ອງໂຮງຮຽນ
ແລະການສຶກສານັ້ນ ແຕ່ລາວເວົ້າຕື່ມວ່າ ມັນຈະຕ້ອງໃຊ້ເວລາດົນ ພໍສົມຄວນທີ່​ຈະປົວ
ແປງ ຫລືຕ່າວ​ປີ້​ນຄວາມເສຍຫາຍ ທີ່ລັດຖະບານຊຸດກ່ອນ​ໆ​ໄດ້​ສ້າງ​ຂຶ້ນ​ນັ້ນ. ທ້າວ Lwin ​
ເວົ້າ​ວ່າ:

“ນັກ​ສຶກສາ​ຄວນ​ໄດ້​ຮັບ​ອະນຸຍາດ​ໃຫ້​ຈັດ​ຕັ້ງສະຫະພັນ​ນັກ​ສຶກສາ​ໄດ້​ຢ່າງເສລີ.
ຜູ້​ຕາງໜ້າ​ນັກ​ສຶກສາ​ກໍຄວນ​​ໄດ້ເຂົ້າປະກອບສ່ວນ​ ຢູ່​ໃນ​ອົງ​ກອນ​ປົກຄອງ​ມະ
ຫາວິທະ​ຍາ​ໄລ ​ແລະ​ມະຫາວິ​ທະນາ​ໄລ​ຄວນຈະ​ເປັນ​ບ່ອນ​ຕໍາ​ໜິຕິຕຽນ​
ລັດ
ຖະບານ​ໄດ້.”


​ແຕ່ກ່ອນ​ຈະ​ໄປ​ຮອດ​ຂັ້ນ​ນັ້ນ ​ໃນ​ລະຫວ່າງ​ນີ້ ບັນດາ​ນັກ​ສຶກສາ​ມຽນມາ ທີ່​ຫວັງ​ຢາກ​ຈະ
ຮຽນ​ຕໍ່​ສູງໆ​ນັ້ນ ກໍ​ຍັງຢາກຈະ​ອອກໄປ​ຮຽນ​ຕໍ່ ໃນ​ຕ່າງປະ​ເທດ​ນັ້ນ​ຢູ່.

ເບິ່ງວີດິໂອ ພາສາອັງກິດ:

ຄວາມເຫັນຂອງທ່ານ

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG