ລິ້ງ ສຳຫລັບເຂົ້າຫາ

ເສດຖະກິດ ຂອງມຽນມາ


ທ່ານນາງ ອອງ ຊານ ຊູຈີ ກ່າວຄໍາປາໃສ ຕໍ່ພວກສະໜັບສະໜູນທ່ານນາງ ຫລັງຈາກຖືກປ່ອຍຈາກການຖືກກັກບໍລິເວນ ໃນເດືອນພະຈິກ.

ມຽນມາ ຊຶ່ງ​ເປັນ​ນຶ່ງ​ໃນ​ບັນດາເປັນປະເທດທີ່ທຸກຈົນທີ່ສຸດ ໃນຂົງເຂດເອເຊຍຕາເວັນອອກ ອາດກໍາລັງກ້າວເຂົ້າສູ່ບັ້ນຕອນໃໝ່ຂອງການພັດທະນາ ຫລັງຈາກການເລືອກຕັ້ງທົ່ວປະ ເທດ ທີ່ຜ່ານພົ້ນໄປເມື່ອໝໍ່ໆມານີ້ ແລະພ້ອມດ້ວຍການປ່ອຍໂຕທ່ານນາງອອງຊານ ຊູຈີ ຜູ້ໄດ້ຮັບລາງວັນໂນແບລ ອອກຈາກການກັກບໍລິເວນ. ​ແຕ່ຜູ້ສື່ຂ່າວວີໂອເອ Ron Corben ລາຍງານຈາກບາງກອກວ່າ ພວກນັກວິຈານການເມືອງໃນຂົງເຂດ ຢ້ານວ່າ ຈະບໍ່ມີການປ່ຽນ ແປງຫຍັງຫລາຍ ສໍາລັບ​ປະຊາຊົນສ່ວນ​ໃຫຍ່ຢູ່ໃນມຽນມານັ້ນ.

ໃນ​ການ​ຖະ​ແຫລ​ງຕໍ່ທະນາຄານ​ໂລກເມື່ອ​ບໍ່ນານມາ​ນີ້ ຜູ້​ວ່າ
ການ​ທະນາຄານ​ກາງຂອງ​ມຽນມາ ໄດ້ວາດ​ພາບຢ່າງມີ​ສີສັນ
ງົດ​ງາມ​ກ່ຽວ​ກັບ​ເສດຖະກິດ​ຂອງ​ປະ​ເທດ​ຂອງ​ທ່ານ ໂດຍ
ກ່າວ​ວ່າ​ເສດຖະກິດ​ມຽນມາ​ຈະ​ເຕີບ​ໂຕຂຶ້ນ​ປະມານ 12 ​ເປີ​
ເຊັນ​ໃນ​ປີ​ນີ້ ຈາກ​ການ​ຂັບ​ດັນ​ໂດຍກາ​ນສົ່ງ​ອອກ​ແກ​ສທໍາ
ມະ​ຊາດ ​ແລະ​ຜະລິດຕະຜົນຟາ​ມ ຫລືການກະເສດ.

ແຕ່​ ທະ​ນາຄາ​ນພັດທະນາ​ເອ​ເຊຍ ກັບທໍານາຍ​ວ່າ ການ​
ຂະຫຍາຍຕົວ​ຂອງ​ເສດຖະກິດມຽນມາ ​ໃນ​ປີ 2010 ນີ້ ຈະ​ມີ​ອັດຕາ​ຈໍາກັດກ່ວາ​ນັ້ນ ຄື​ພຽງ​ແຕ່ 5 ​ເປີ​ເຊັນ.

ຢ່າງໃດ​ກໍ​ຕາມ ພວກ​ຊ່ຽວຊານ​ກ່ຽວ​ກັບ​ມຽນມາ ກ່າວ​ວ່າ
ການ​ຕີ​ລາຄາທັງ​ສອງ​ຢ່າງ​ນັ້ນ ຈະ​ບໍ່​ຊ່ວຍ​ຫຍັງ​ຫລາຍ​ເລີຍ
ໃນ​ການປັບປຸງຊີວິດ​ ຄວາມ​ເປັນຢູ່​ຂອງ​ຊາວ​ມຽນມາ​ສ່ວນ
ຫລາຍ​ໃຫ້​ດີ​ຂຶ້ນ​. ​ນາງ Alison Vicary ນັກ​ເສດຖະສາດ​
ຈາກ​ມະຫາ​ວິ​ທະຍາ​ໄລ Macquarie ຂອງ​ອອສ​ເຕຣ​ເລຍກ່າວ​ວ່າ ​ເວລາ​ນີ້​ ມຽນມາ​ແມ່ນ ​ປະ​ເຊີນກັບ​ຄວາມ​ຫຍຸ້ງຍາກ ​ຢ່າງ​ກວ້າງ​ຂວາງ:

ໂອ້! ​ຂ້ອຍ​ວ່າ​ສະພາບ​ການມັນ​ສັບສົນ​ຫລາຍ. ບົດ​ລາຍ​ງານຕ່າງໆໃນ ທໍານອງ​ທີ່ຂຽນຕິດຕໍ່​ກັນມາ ທີ່​ພວກ​ເຮົາ​ໄດ້​ຮັບ​ນັ້ນ ​ແມ່ນ​ເວົ້າເຖິງ​ຄວາມ​ຫຍຸ້ງຍາກ ຂອງ​ປະຊາຊົນໃນການ​ຫາ​ຢູ່ຫາ​ກິນ ແມ່ນ​ແຕ່​ຈະ​ຫາ​ອາຫານ ມາ​ໃສ່ແລງ ​ໃສ່​ງາຍ​ແຕ່​ລະມື້ ກໍ​ຍັງ​ຍາກ. ຂ້ອຍຄິດ​ວ່າ ລາຍ​ງານເຫລົ່າ​ນັ້ນແມ່ນ​ໄດ້​ຈັບຈຸດສະຖານະການໄດ້ຢ່າງ​ຖືກຕ້ອງ​ທີ່​ສຸດ. ໃນ​ດ້ານ​ນຶ່ງ ຂ້ອຍ​ກໍ​ຢາກເວົ້າ​ວ່າ ສະພາບ​ຕ່າງໆນັ້ນ ທີ່​ຈິງ​ແລ້ວ ​ແມ່ນນັບ​ມື້ນັບຄ່ອຍໆເລວຮ້າຍລົງ ​ແລະເລວຮ້າຍລົງ ສຳລັບ​ຄົນ​ທຳ​ມະ​ດາ​ສາມັນ.”

ມຽນມາ​ເປັນ​ປະ​ເທດນຶ່ງ​ໃນບັນດາປະ​ເທດ​ທີ່​ທຸກ​ຈົນ​ທີ່​ສຸດ​ໃນ​ຂົງ​ເຂດ​ເອ​ເຊຍ ​ແລະ​ມີການ​ປະ​ເມີນ​ກັນ​ວ່າ​ ເກືອບ​ ນຶ່ງສ່ວນສາມ​ ຂອງ​ຈໍານວນ​ປະຊາກອນ​ທັງ​ໝົດ​ຂອງມຽນມາ​ນັ້ນ​ ມີ​ຄວາມ​ເປັນ​ຢູ່​ທີ່​ລໍາ​ບາກ​ຍາກ​ແຄ້ນ​ທີ່​ສຸດ.

ການ​ສຶກສາ​ຄົ້ນຄວ້າ​ບັ້ນ​ນຶ່ງ​ຂອງ​ມະຫາ​ວິທະຍາ​ໄລ Macquarie ພົບ​ວ່າ ລະບົບ​ການ​ເກັບ​ພາສີ​ຂອງ​ມຽນມາ​ແມ່ນ ຮຸນ​ແຮງ​ໜັກໜ່ວງ​ຫລາຍ​ທີ່​ສຸດ ​ຊຶ່ງ​ມີ​ຢູ່​ເລື້ອຍໆ ທີ່​ປະຊາຊົນຖືກ​ບັງຄັບ​ໃຊ້​ແຮງ​ງານ ຖືກບັງ​ຄັບໃຫ້​ຊື້​ສິນຄ້າ ​ແລະ​ຖືກຍຶດ​ເອົາທີ່​ດິນ. ນອກ​ນີ້​ແລ້ວ ຖະໜົນ​ຫົນທາງ ແລະ​ໂຄງ​ລ່າງ​ພື້ນຖານ​ຂອງ​ທ່າ​ເຮືອ​ຫລື​ທ່າ​ດ່ານ ທີ່​ຂີ້ຮ້າຍ​ ບໍ່​ໄດ້ມາດຕະຖານ ຍັງເປັນ​ຕົວ​ຖ່ວງ​ດຶງ​ການ​ພັດທະນາ​ນໍາ​ອີກ.

ໄດ້ເກີດ​ມີຄວາມ​ຫວັງ​ສູງ​ຂຶ້ນ ​ໃນໝູ່​ພວກ​ນັກເສດຖະສາດ ​ແລະ​ພວກ​ນັກວິ​ໄຈຂອງ​ຂົງ​ເຂດ​ວ່າ ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ່ 7 ​ເດືອນ​ພະຈິກ​ນີ້ ຊຶ່ງ​ເປັນ​ການ​ເລືອກ​ຕັ້ງ​ຄັ້ງ​ທໍາ​ອິດ​ໃນ​ຮອບ 20 ປີນັ້ນ ອາດ​ນໍາພາໄປ​ສູ່​ການເປີດກວ້າງ​ຫລາຍ​ຂຶ້ນ ທາງ​ດ້ານ​ເສດຖະກິດ​ຂອງ​ປະ​ເທດ​ ຊຶ່ງ​ຄອບງໍາ​ໂດຍ​ລັດຖະບານ​ທະຫານ​ນັ້ນ​.

ແຕ່​ນາງ Debbie Stothard ​ໂຄສົກ​ຍິງ ສໍາລັບ​ກຸ່ມ​ສົ່ງ​ເສີມສິດທິທີ່​ຊື່ວ່າ ​ເຄືອ​ຂ່າ​ຍທາງ
ເລືອກ​ອາ​ຊ່ຽນ ຫລື Alternative ASEAN Network ນັ້ນ ຄາດ​ວ່າ​ຈະ​ມີການ​ປ່ຽນ
ແປງໜ້ອຍຫລາຍ ຊຶ່ງ​ນາງກ່າວ​ຕໍ່​ໄປ​ວ່າ:

“ມັນ​ເປັນ​ສະຖານະ​ການ​ຂັ້ນ​ວິ​ກິດ ຢູ່​ໃນ​ຫລາຍໆ​ເຂດຊົນນະບົດຂອງ ມຽນມານັ້ນ ບ່ອນ​ທີ່​ຜູ້​ຄົນ ທີ່​ຈິງ​ແລ້ວ​ ບໍ່ສາມາດແມ່ນ​ແຕ່ຈະ​ປູກ​ເຂົ້າ​ເພື່ອລ້ຽງຕົນ​ເອງຊໍ້າ ​ເພາະ​ທີ່​ດິນ​ຖືກ​ຢຶດ​ໄປ ​ເພາະ​ການ​ເກັບ​ພາສີ ​ໂດຍ​ພວກ​ເຈົ້າໜ້າທີ່ ຫລາຍເກີນ​ໄປ​ໂພດ ​ແລະ ເວົ້າງ່າຍໆກໍ​ຄື ຍ້ອນຂາດ​ໂອ​ກາດ​ໃນ​ຫລາຍໆດ້ານ. ຜູ້ຄົນສ່ວນ​ຫລາຍມີ​ຄວາມ​ຮູ້ສຶກເຍາະ​ເຍີ້​ຍຊີວິດ ​ແລະ ກໍ​ບໍ່ພໍໃຈນໍາການ​ເລືອກ​ຕັ້ງຂອງ​ມຽນມາ​ ທີ່​ຫາກໍຜ່ານ​ໄປ​ນັ້ນ ​ເພາະການເລືອກຕັ້ງດັ່ງກ່າວ ເຮັດ​ໃຫ້​ມີ​ການ​ເກັບ​ພາສີ​ເພີ່ມຂຶ້ນ.”

ລັດຖະບານ​ທະຫານ​ມຽນມານັ້ນ ​ຖືກ​ມອງ​ເຫັນ​ວ່າ​ເປັນ​ລັດຖະບານ​ທີ່​ມີ​ການ​ສໍ້​ລາດບັງ​ຫລວງ​ໃນ​ລະດັບສູງ​ຫລາຍ ​ແລະ​ມີ​ຫລາຍໆ​ລັດຖະບານ ຊຶ່ງ​ໂຮມທັງ​ສະຫະລັດ ​ທີ່ໄດ້​ນໍາ​ໃຊ້​ການ​ລົງ​ໂທດ​ດ້ານ​ເສດຖະກິດ​ຕໍ່​ລັດຖະບານ​ທະ ຫານມຽນມາ​ ຍ້ອນ​ການ​ລະ​ເມີດ​ສິດທິ​ມະນຸດ​ຂອງ​ຕົນ​ນັ້ນ.

ແຕ່​ສະພາບ​ການ​ດັ່ງກ່າວ​ນີ້​ກໍ​ບໍ່​ໄດ້​ຢຸດ​ພວກ​ລົງທຶນ​ຕ່າງປະ​ເທດ​ບາງ​ລາຍ​ແຕ່ຢ່າງໃດ ​ໂຕ​ຢ່າງ​ໄທທີ່​ເປັນ​ປະ​ເທດ​ລົງທຶນ​ລະດັບ​ນໍາ​ໜ້າ​ຢູ່​ໃນມຽນມາ ​ໂດຍ​ສະ​ເພາະໃນ​ດ້ານ​ແກ​ສທໍາ​ມະ​ຊາດ​ແລະ​ນໍ້າມັນ​. ຈີນ​ກໍ​ເປັນ​ຜູ້​ລົງ​ທຶນ​ ແລະ​ເປັນ​ພາຄີ​ການຄ້າລາຍ​ໃຫຍ່ຂອງ​ມຽນມາ​ເຊ່ນ​ກັນ ໂດຍສະ​ເພາະ​ໃນ​ພາກສ່ວນພະລັງງານ.

ສິນຄ້າ​ສົ່ງ​ອອກ​ສໍາຄັນ​ອື່ນໆ​ອີກຂອງ​ມຽນມາ​ ກໍໄດ້​ແກ່​ ໄມ້ ​ແລະ​ແກ້ວ​ນິນ​ຈິນດາ ທີ່ໄດ້​ດຶງ​ດູດ​ພວກ​ນັກ​ລົງທຶນ​ຈາກ​ຮ່ອງ​ກົງ ​ເກົາ​ຫລີ​ໃຕ້ ສິງ​ຄະ​ໂປ ​ແລະ​ອິນເດຍ.

ນາຍ Bertil Lintner ນັກ​ຂຽນ​ຜູ້​ນຶ່ງ​ທີ່ໄດ້ຂຽນ​ເລຶ່ອງລາວ​ກ່ຽວ​ກັບ​ມຽນມາ ຢ່າງ​ກວ້າງຂວາງ ກ່າວ​ວ່າ ​ເຖິງ​ແມ່ນ​ຈະ​ມີ​ການ​ລົງທຶນ​ຢ່າງ​ທີ່​ກ່າວ​ມາ​ນັ້ນກໍ​ຕາມ ​ແຕ່​ສະພາວະ​ເສ​ດຖະກິດ​ຂອງ​ມຽມມາ​ກໍ​ຍັງ​ຄົງ​ອ່ອນ​ແອ​ຢູ່ ​ຍ້ອນ​ການ ບໍລິຫານ​ຄຸ້ມ​ຄອງ​ທີ່​ບໍ່​ຖືກ​ບໍ່​ຕ້ອງ​ຂອງ​ລັດຖະບານ. ນາຍ​ລິນ​ເນີ​ເວົ້າວ່າ

“ຄວາມ​ຈິງ​ແລ້ວ ເກືອບ​ວ່າບໍ່​ມີ​ການ​ເອົາ​ເງິນ​ມາລົງທຶນ​ ຢູ່ໃນ​ປະ​ເທດ​ເລີຍ ບໍ່​ມີ​ການ​ລົງທຶນ​ໃນ​ວົງ​ການ​ຜະລິດ ຫລື​ສິ່ງ​ໃດ​ກໍ​ໄດ້​ທີ່​ອາດ​ສາມາດສ້າງ​ການ​ເຕີບ​ໂຕ​ທາງ​ເສດ​ຖະກິດ​ຢ່າງ​ຫລວງຫລາຍ​ໄດ້ຢ່າງ​ແທ້​ຈິງ​ນັ້ນ.”

ຕະຫລອດໄລຍະ​ປີທີ່ຜ່ານມາ​ນີ້ ລັດຖະບານ​ທະຫານ​ມຽນມາ​ໄດ້​ຂາຍ​ຊັບ​ສິນຫລາຍ​ຢ່າງ​ ​ຄິດ
ເປັນ​ມູນ​ຄ່າ​ຫລາຍ​ລ້ານ​ໂດ​ລາ​ ​ໂຮ​ມທັງ​ທ່າເຮືອ​ຫລາຍແຫ່ງ​ ແລະ​ລະບົບ​ການ​ຂົນ​ສົ່ງ ​ໃຫ້​ແກ່​
ວົງ​ການ​ທຸລະ​ກິດ​ແລະ​ພວກນາຍ​ທະຫານ​ ທີ່​ໄກ້​ຊິດ​ກັບ​ພວກ​ຜູ້​ນໍາ​ລະດັບ​ສູງ​ຂອງ​ມຽນມາ​ນັ້ນ.

ນາງ Stothard ປະ​ຈໍາ​ເຄື​ອຂ່າຍ​ທາງ​ເລືອ​ກ​ອາ​ຊ່ຽນກ່າວ​ວ່າ ​ເປັນ​ໄປ​ໄດ້​ວ່າ ການ​ກະທໍາ​ດັ່ງນັ້ນໄດ້​ເພີ່ມ​ພາລະ​ແບກ​ຫາບໃຫ້​ປະຊາຊົນ​ຫລາຍຂຶ້ນ ຊຶ່ງນາງອະທິບາຍ​ວ່າ:

ທີ່​ຈິງ​ແລ້ວ ການ​ເຮັດ​ແນວ​ນັ້ນ ​ແມ່ນເປັນ​ການ​ເອົາ​ກຳມະສິດ​ໃນ​ໂອກາດ ສໍາ
ຄັນໆທາງເສດຖະກິດຂອງ​ປະ​ເທດ​ ​ໄປ​ສຸມ​ຢູ່​ນໍາພວກຄົນ​ກຸ່ມ​ນ້ອຍ. ສະນັ້ນ ມັນ
ກໍຈະ​ໝາຍຄວາມວ່າ ລາຄາ​ສິນຄ້າຈະ​ເພີ້ມຂຶ້ນສຳລັບ​ຄົນ​ສ່ວນ​ຫລາຍ​ໃນ​ມຽນ
ມາ ​ແລະ ​ໂອກາດ​ທີ່​ຈະຊື້ຂາຍ​ໄດ້​ກຳ​ໄລ​ຂອງ​ພວກ​ເຂົາ​ເຈົ້າ ຈະ​ຫລຸດ​ລົງ.”

ແຕ່​ພວກ​ນັກ​ຊ່ຽວຊານ​ກ່ຽວ​ກັບ​ມຽນມາ​ບາງ​ຄົນ​ກ່າວ​ວ່າ ການ​ຂາຍຊັບ​ສິນ​ທີ່​ວ່າ​ນັ້ນ ອາດ​ສາ
ມາດເຮັດໃຫ້​ອໍານາດ​ເສດຖະກິດ​ຂອງ​ທະຫານ​ອ່ອນ​ຕົວ​ລົງ​ໄປ ແລະ​ຊ່ວຍ​ສ້າງໃຫ້ມີຊົນ​ຊັ້ນ
ວິ​ສາ​ຫະກິດ​ເກີດ​ຂຶ້ນໄດ້.

ທ່ານນາງ ອອງ ຊານ ຊູຈີ ໂບກມື ໃຫ້ພວກສະໜັບສະໜູນທ່ານນາງ ຂະນະທີ່ອອກຈາກສໍານັກງານຂອງ ພັກສັນນິບາດແຫ່ງຊາດ ເພື່ອປະຊາ ທິປະໄຕ ລຸນຫລັງການສະຫລອງ ວັນຊາດຄົບຮອບ 90 ປີ ທີ່ຢ່າງກຸ້ງ, ວັນພຸດມື້ນີ້ ທີ 1 ທັນວາ 2010.
ທ່ານນາງ ອອງ ຊານ ຊູຈີ ໂບກມື ໃຫ້ພວກສະໜັບສະໜູນທ່ານນາງ ຂະນະທີ່ອອກຈາກສໍານັກງານຂອງ ພັກສັນນິບາດແຫ່ງຊາດ ເພື່ອປະຊາ ທິປະໄຕ ລຸນຫລັງການສະຫລອງ ວັນຊາດຄົບຮອບ 90 ປີ ທີ່ຢ່າງກຸ້ງ, ວັນພຸດມື້ນີ້ ທີ 1 ທັນວາ 2010.

ການ​ຕັດສິນ​ໃຈ​ຂອງ​ລັດຖະບານ ໃນ​ການປ່ອຍ​ທ່ານ​ນາງ​ອອງຊານ​ຊູ​ຈີ​ໃຫ້​ເປັນ​ອິສະລະຈາກ​ການ​ກັກ​ບໍລິ​ເວນ​ເປັນ​ເວລາ​ຫລາຍ​ປີ​ໃນ​ເດືອນ​ນີ້ ໄດ້​ເປີດ​ໃຫ້​ມີກາ​ນສົນທະນາຫາລື​ກັນ​ ກ່ຽວ​ກັບ​ວ່າຄວນ​ຜ່ອນຜັນການ​ລົງ​ໂທດ​ດ້ານ​ເສດຖະກິດ​ຕໍ່​ມຽນມານັ້ນລົງ​ຫລື​ບໍ່? ທ່ານ​ນາງ​ອອງ ຊານ​ຊູ​ຈີ​ເອງ ກໍ​ໄດ້​ໃຫ້ຮ່ອງຮອຍວ່າ​ ທ່ານ​ນາງ​ກໍ​ກໍ​າລັງ​ພິຈາລະ​ນາ​ໃນ​ຄວາມ​ຄິດ​ນີ້ຢູ່ ຫລັງ​ຈາກ​ທີ່​ໄດ້ໃຫ້ການສະໜັບສະໜູນ​ຕໍ່ການ​ລົງ​ໂທດ​ນັ້ນ ​ມາເປັນ​ເວລາຫລາຍ​ປີ​ແລ້ວ​.

ພວກ​ບໍ່​ເຫັນ​ພ້ອມ​ນໍາ​ການ​ລົງ​ໂທດກ່າວ​ວ່າ ຕາບ​ໃດ​ທີ່​ພວກປະ​ເທດ ​ເຊັ່ນຈີນ ​ແລະ​ອິນ​ເດຍ ​ເມີນ​ເສີຍ​ຕໍ່​ການ​ລົງ​ໂທດ​ນັ້ນ ມັນ​ກໍ​ມີແຕ່​ຈະ​ສ້າງ​ຄວາມທຸກ​ຈົນຂັດ​ສົນໃຫ້​ແກ່​ປະຊາຊົນ ​ແລະ​ຄູນ​ຮັ່ງ​ຄູນ​ມີ​ພວກ​ຜູ້​ນໍາ​ເທົ່າ​ນັ້ນ. ແຕ່​ນັກ​ຂຽນ Lintner ກ່າວ​ວ່າ ການ​ລົງ​ໂທດ​ຄວນ​ຈະ​ນໍາ​ໃຊ້​ຢູ່​ຕໍ່​ໄປ ຈົນ​ກວ່າຝ່າຍ​ທະຫານ​ຈະ​ທໍາ​ການ​ປະຕິ​ຮູບ​ເພີ່ມ​ຂຶ້ນ. ນັກ​ຂຽນ Lintner ​ເວົ້າ​ວ່າ

“ການ​ລົງ​ໂທດ​ນັ້ນ​ຈະ​ຖອນ​ບໍ່​ໄດ້​ ໂດຍ​ປາ​ສະ​ຈາກ​ການ​ສົມຍອມ​ປະການ​ໃດປະ
ການ ​ນຶ່ງ​ໃນ​ສ່ວນ​ຂອງລັດຖະບານ ຊຶ່ງ​ເປັນ​ວັດຖຸ​ປະສົງ​ທັງ​ໝົດ​ຂອງ​ການ​ນໍາ​
ໃຊ້​ການ​ລົງ​ໂທດ​ມາ​ແຕ່​ແລກ​ເລີ່​ມຢູ່​ແລ້ວ. ​ຂ້າພະ​ເຈົ້າ​ມອງ​ບໍ່ເຫັນ​ວ່າ​ ທ່ານ​
ນາງ​ອອງ ຊານ​ຊູ​ຈີ​ ຈະ​ສະໜັບສະໜຸນການ​ຖອນ​ການ​ລົງ​ໂທດນັ້ນ ເວັ້ນ​ເສຍ
ແຕ່​ວ່າ​ມີ​ການ​ປ່ຽນ​ແປງ ທີ່​ສໍາຄັນໆບາງ​ຢ່າງ​ໃນ​ນະ​ໂຍບາຍ​ປັດຈຸບັນຂອງ​ລັດ
ຖະບານ​ທະຫານ​ມຽນມາ. ​ໄດ້​ມີ​ການນໍາ​ໃຊ້​ການ​ລົງ​ໂທດ​ ກໍ​ເພາະວ່າ​ມີວັດຖຸ​
ປະສົງ​ ຊຶ່ງກໍ​ຄື​ຈຸດ​ກົດດັນ​ດ້ານ​ການ​ເມືອງ.”

ເນຶ່ອງຈາກ​ຄວາມ​ບໍ່​ແນ່ນອນ​ກ່ຽວ​ກັບ​ວ່າ​ລັດຖະບານຊຸດ​ທີ່​ຖືກ​ເລືອກ​ຕັ້ງ​ຂຶ້ນມາ​ໃໝ່ໆ​ນີ້​ ຈະ​ດໍາ​ເນີນ​ການແນວ​ໃດກັບ​ເສດຖະກິດ ​ແລະ​ຍ້ອນ​ການ​ລົງ​ໂທດ​ນັ້ນ ຈຶ່ງ​ຄາດ​ພວກ​ທີ່​ຢາກ​ຈະ​ມາ​ລົງ​ ກໍ​ຄົງ​ຈະ​ຍັງມີ​ຄວາມລະມັດລະວັງ​ຢູ່​ຄື​ເກົ່າ ກ່ຽວ​ກັບ​ມຽນມາ​ນັ້ນ. ​ແລະ​ພວກ​ນັກ​ຊ່ຽນ​ຊານ​ກ່ຽວ​ກັບ​ມຽນ​ມາ​ຕ່າງ​ກໍ​ພາກັນ​ເວົ້າ​ວ່າ ມຽນມາ​ຍັງ​ຈະສືບ​ຕໍ່​ລ້າ​ຫລັງໝູ່​ຢູ່ຕໍ່​ໄປ ຢູ່​ໃນ​ຂົງ​ເຂດ​ທີ່ໄດ້ ກ້າວໜ້າ​ໄປ​ໄກ​ແລ້ວ ​ໃນ​ດ້ານ​ເສດຖະກິດນັ້ນ​.

XS
SM
MD
LG