ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຢ່າງໜ້ອຍ 12 ຄົນ ເສຍຊີວິດ ຍ້ອນແຜ່ນດິນໄຫວ ຢູ່ມຽນມາ


ຂົວເນັ່ງຂ້າມແມ່ນໍ້າອີຣາວະດີ ກໍ້າຕາເວັນອອກຂອງເມືອງ Shwebo ທີ່ກໍາລັງມີການກໍ່ສ້າງຢູ່ ພັງລົງເປັນບາງສ່ວນ ຍ້ອນແຜ່ນດິນໄຫວ ທີ່ມີຄວາມແຮງສູງ ໃນເຊົ້າວັນອາທິດ ທີ 11 ພະຈິກ 2012. (Weekly Eleven News)
ຂົວເນັ່ງຂ້າມແມ່ນໍ້າອີຣາວະດີ ກໍ້າຕາເວັນອອກຂອງເມືອງ Shwebo ທີ່ກໍາລັງມີການກໍ່ສ້າງຢູ່ ພັງລົງເປັນບາງສ່ວນ ຍ້ອນແຜ່ນດິນໄຫວ ທີ່ມີຄວາມແຮງສູງ ໃນເຊົ້າວັນອາທິດ ທີ 11 ພະຈິກ 2012. (Weekly Eleven News)
ເຈົ້າໜ້າທີ່ທ້ອງຖິ່ນຂອງມຽນມາກ່າວວ່າ ຢ້ານວ່າຢ່າງໜ້ອຍມີ
12 ຄົນ ເສຍຊີວິດ ຫຼັງຈາກເກີດແຜ່ນດິນໄຫວແຮງສູງ ຢູ່ພາກ ເໜືອຂອງມຽນມາໃນວັນອາທິດມື້ນີ້ ທີ່ໄດ້ເຮັດໃຫ້ພວກຊາວ ບ້ານຊາວເມືອງໃນເຂດດັ່ງກ່າວ ຢ້ານກົວ ແລະພາກັນແລ່ນ
ໜີຈາກຕຶກອາຄານ ທີ່ກວາຍໄປກວາຍມາຄືຈະພັງລົງນັ້ນ.

ກົມສໍາຫຼວດທໍລະນີວິທະຍາສະຫະລັດ ເວົ້າວ່າ ແຜ່ນດິນໄຫວ
ທີ່ມີຄວາມແຮງ 6.8 ຣິກເຕີ ໄດ້ປະທະໃນເວລາ 8 ໂມງເຊົ້າ
ຕາມເວລາທ້ອງຖິ່ນຂອງ ມຽນມາ ຢູ່ທາງທິດເໜືອຂອງເມືອງ
ມັນດາເລ ໄກອອກໄປ 117 ກິໂລແມັດ ໃນຄວາມເລິກພຽງ 10
ກິໂລແມັດ. ແຜ່ນດິນໄຫວທີ່ບໍ່ເລິກປານໃດຄັ້ງນີ້ ແມ່ນສັ່ນສະ
ເທືອນໄປຮອດບາງກອກ ເມືອງຫຼວງຂອງໄທ ປະເທດເພື່ອນ
ບ້ານທາງທິດໃຕ້ຂອງມຽນມາ ແລະຕິດຕາມດ້ວຍແຜ່ນດິນ
ໄຫວນ້ອຍໆຫລາຍຄັ້ງ.

ຂົງເຂດອ້ອມແອ້ມຈຸດໃຈກາງຂອງແຜ່ນດິນໄຫວແມ່ນເປັນເຂດທີ່ບໍ່ມີການພັດທະນາແລະ
ບໍ່ສູ້ມີຄົນຢູ່ ແລະລາຍງານທີ່ມີມາຈາກຫຼາຍເຂດກໍບໍ່ກົງກັນ ແລະມີມາເປັນລະຍະໆໄປ.

ເທົ່າເຖິງດຽວນີ້ ຄວາມເສຍຫາຍທີ່ຮ້າຍແຮງຕາມທີ່ມີລາຍງານມາ ຄືຂົວແຫ່ງນຶ່ງ ທີ່ກໍາລັງ ຢູ່ພາຍໃຕ້ການກໍ່ສ້າງ ໄດ້ພັງລົງເປັນບາງສ່ວນ. ລາຍງານເວົ້າວ່າ ພວກຄົນງານກໍ່ສ້າງ ທີ່ ເຮັດວຽກຢູ່ເທິງຂົວແຫ່ງນັ້ນ ທີ່ສ້າງຂ້າມແມ່ນໍ້າເອຣາວະດີ ກໍ້າຕາເວັນອອກຂອງເມືອງ Shwebo ນັ້ນ ຫາຍສາບສູນຫລາຍຄົນ ແລະຢ້ານວ່າເສຍຊີວິດໄປແລ້ວ. ນອກນີ້ ພະ ທາດ ແລະສິ່ງກໍ່ສ້າງຕ່າງໆກໍໄດ້ຮັບຄວາມເສຍຫາຍເລັກນ້ອຍຢູ່ໃນຂົງເຂດ ທີ່ເກີດເຫດ ດັ່ງກ່າວ.

ແຜ່ນດິນໄຫວຄັ້ງນີ້ແມ່ນເກີດຂຶ້ນພຽງນຶ່ງອາທິດ ກ່ອນກໍານົດການເດີນທາງໄປຢ້ຽມຢາມ ມຽນມາຂອງທ່ານບາຣັກ ໂອບາມາ ຊຶ່ງທ່ານຈະເປັນປະທາ ນາທິບໍດີສະຫະລັດ ຄົນທໍາ ອິດ ທີ່ຈະໄປຢ້ຽມຢາມຽນມາ ຊຶ່ງຄັ້ງນຶ່ງເປັນປະເທດທີ່ຢູ່ຢ່າງໂດດດ່ຽວ ທີ່ກໍາລັງໂຜ່ໂຕຂຶ້ນ ມາຈາກການປົກຄອງແບບຜະເດັດການ ເປັນເວລາຫຼາຍສິບປີຂອງຝ່າຍທະຫານນັ້ນ.
XS
SM
MD
LG