ລິ້ງ ສຳຫລັບເຂົ້າຫາ

ການປະຕິຮູບແລະການຢຸດຍິງ ໃນມຽນມາ ພາໃຫ້ມີຄວາມຫວັງ ກ່ຽວກັບ ການກໍາຈັດການປູກຝິ່ນ

  • ທອງປານ ເທບວົງສາ

ເຈົ້າໜ້າທີ່ປາບປາມຢາເສບຕິດມຽນມາ ກໍາລັງຈູດເຜົາຝິ່ນທີ່ຈັບໄດ້

ການ​ປະຕິ​ຮູບ​ຕ່າງໆທາງ​ດ້ານ​ການ​ເມືອງຂອງ​ມຽນມາ ​ແລະ​ສັນຍາ​ຢຸດ​ຍິງ​ທີ່​ຫາ​ກໍ​ເຊັນ​ກັນ ໃໝ່ໆ​ ກັບພວກກຸ່ມ​ປະກອບ​ອາວຸດ​ຊົນ​ເຜົ່າ ​ແມ່ນ​ກໍ່​ໃຫ້​ເກີດ​ມີ​ຄວາມ​ຫວັງ​ວ່າ​ ມຽນມາຈະ​ສາມາດ​ລົດ​ຜ່ອນ​ການ​ປູກ​ຝິ່ນ​ທີ່​ຜິດ​ກົດໝາຍນັ້ນ​ລົງ​ໄດ້. ຜູ້​ສື່​ຂ່າວ​ວີ​ໂອ​ເອ ຣອນ ຄໍ​ເບິນ ສົ່ງ​ລາຍ​ງານ​ມາ​ຈາກ​ບາງກອກ ຊຶ່ງ ທອງປານຈະ​ນໍາ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ

ເມື່ອ​ເດືອນ​ຜ່ານ​ມາ​ນີ້ ລັດຖະບານ​ມຽນມາ​ໄດ້​ເຊັນ​ສັນຍາ​ສັນຕິພາບ​ອີກ​ສະບັບ​ນຶ່ງ ​ກັບ​
ກອງທັບ​ປະກອບ​ອາວຸດ​ຊົນ​ເຜົ່າ ຄືພວກ​ຜູ້​ນໍາ​ມຽນ​ມາໄດ້​ບັນລຸ​ຂໍ້​ຕົກລົງ​ກັບ​ກອງທັບ​ລັດ
ສານ ຊຶ່ງ​ເປັນ​ກຸ່ມ​ທະຫານບ້ານ​ທີ່​ມີ​ຖານ​ປະຕິບັດ​ການ ຢູ່​ໃນລັດ​ສານ​ທາງ​ພາກ​ເໜືອ​ຂອງ​
ປະ​ເທດ ບ່ອນ​ທີ່​ມີ​ການ​ປູກ​ຝິ່ນ​ສ່ວນ​ໃຫຍ່ຂອງ​ປະ​ເທດ​ນັ້ນ ມຽນມາ​ເປັນ​ຜູ້​ຜະລິດ​ຝິ່ນ
ລາຍ​ໃຫຍ່ອັນ​ດັບ​ສອງ​ຂອງ​ໂລກ ລອງ​ຈາກອັຟກາ​ນີສຖານ ທີ່​ຜະລິດ​ຝິ່ນຫລາຍ​ເຖິງ 90
ເປີ​ເຊັນ ​ຂອງ​ປະລິມານ​ຝິ່ນ​ທັງ​ໝົດ​ຂອງໂລກ.

ຫ້ອງການ​ຢາ​ເສບ​ຕິດ​ແລະ​ອາ​ຊະ​ຍາ​ກໍາ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ຫລື UNODC
ກ່າວ​ວ່າ ມີ​ການ​ປູກ​ຝິ່ນໃນພື້ນ​ທີ່ 43,000 ​ເຮັກ​ຕ້າ​ ​ຢູ່ໃນ​ມຽນມາ​ໃນ​ປີ 2011 ຊຶ່ງ​ໄດ້​ເພີ່ມ
ຜົນ​ຜະລິດ​ຝິ່ນຂຶ້ນ​ເປັນ​ສອງ​ເທົ່າ​ຕົວໃນ​ໄລຍະ​ຫ້າ​ປີ. ນອກ​ນີ້​ແລ້ວ​ ມຽນມາ ຊຶ່ງ​ແຕ່​ກ່ອນ
ເອີ້ນ​ວ່າ ພະມ້າ​ນັ້ນ ຍັງ​ເປັນ​ແຫ​ລ່ງຜະລິດ​ຢາ​ກະ​ຕຸ້ນ​ປະສາດ ປະ​ເພດແອ​ມເຟຕາ​ມີນ ທີ່
ສໍາຄັນ ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ຜະລິດ​ຢູ່​ໃນ​ລັດ​ສານ.

ຫ້ອງການ UNODC ກ່າວ​ວ່າ ຄວາມທຸກ​ຈົນ​ຍາກ​ໄຮ້ ​ແລະ​ຂໍ້​ຂັດ​ແຍ້​ງພາຍໃນຢູ່​ໃນ​ຂົງ​ເຂດ​
ພວກ​ຊົນ​ເຜົ່າ​ທີ່​ບໍ່​ສະຫງົບ​ສຸກ​ນັ້ນ ​ແມ່ນ​ເປັນ​ຕົວ​ການ​ເຮັດ​ໃຫ້​ການຜະລິດ​ຝິ່ນເພີ່ມ​ຂຶ້ນເປັນ
ສອງ​ເທົ່າ​ຕົວ. ຝິ່ນ​ເປັນ​ວັດຖຸ​ດິບ​ສໍາລັບ​ກັ່ນ​ເປັນ​ຜົງ​ເຮ​ໂຣອີນ. ນອກນີ້​ແລ້ວ ພວກ​ກຸ່ມ​ປະ​
ກອບ​ອາວຸດ​ຊົນ​ເຜົ່າຍັງ​ຂັດ​ຂືນຕໍ່ຄໍາ ຮຽກຮ້ອງ​ຂອງລັດຖະບານ ທີ່​ຢາກໃຫ້​ພວກ​ເຂົາ​ເຈົ້າ
ປະຕິບັດ​ໜ້າ​ທີ່​ເປັນ ໜ່ວຍ​ລາດຕະ​ເວນ​ຊາຍ​ແດນນັ້ນ.

ມາບັດ​ນີ້ ​ໃນ​ຂະນະ​ທີ່​ທ່ານ ​ເທ​ນ ​ເຊ​ນ ປະທານາທິບໍດີ​ມຽນມາ ດໍາ​ເນີນ​ການໄປຕາມ​ແຜນ
ການ​ປະຕິ​ຮູບ​ການ​ເມືອງ​ແລະ​ເສດຖະກິດ ພ້ອມ​ທັງ​ເຮັດຂໍ້​ຕົກລົງ​ຢຸດຍິງ​ຫລາ​ຍໆ​ຊຸດ​ ກັບ​
ພວກ​ທະຫານ​ບ້ານຊົນ​ເຜົ່າ​ນັ້ນ ​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ນອກ​ນີ້​ແລ້ວ ປະທານາ
ທິບໍດີ​ເທ​ນ ​ເຊ​ນ ຍັງ​ກໍາລັງ​ພິຈາລະນາ​ຫາ​ທາງ​ແກ້​ໄຂ​ບັນຫາ​ການຜະລິດ​ຢາ​ເສບ​ຕິດ​ນັ້ນ​ນໍາ.

ທ່ານ Gary Lewis ຜູ້ຕາງໜ້າ​ຫ້ອງການ UNODC ​ແຫ່ງ​ຂົງ​ເຂດ​ເອ​ເຊຍ ຕາ​ເວັນ​ອອກ
ແລະ​ປາຊີ​ຟິກ ກ່າວ​ວ່າ:

ທ່ານ Gary Lewis ໂຕແທນຫ້ອງການ UNODC ປະຈໍາຂົງເຂດເອເຊຍຕາເວັນອອກ ແລະປາຊີຟິກ, ວັນທີ 19 ມັງກອນ 2012.
ທ່ານ Gary Lewis ໂຕແທນຫ້ອງການ UNODC ປະຈໍາຂົງເຂດເອເຊຍຕາເວັນອອກ ແລະປາຊີຟິກ, ວັນທີ 19 ມັງກອນ 2012.

“ພວກ​ເຮົາ​ເຫັນລັດຖະບານ​ມຽນມາ​
ກໍາລັງ​ວາງ​ແຜນ​ຍຸດ​ທະ​ສາດ​ທາ​ງ
ເລືອກ ສໍາ​ລັບ​ກາ​ນພັດທະນາໄລຍະ​
ສາມ​ປີ ​ແລະເຂົ້າພົວ​ພັນໃນ​ການ​
ເຮັດສັນ​ຍາ​ຢຸດ​ຍິງກັບ​ກຸ່ມ​ກະບົດ​
ຕ່າງໆ ​ແລະ​ພວກ​ເຮົ​າກໍ​ເຊື່ອ​ວ່າ​
ມັນຈະ​ໃຫ້ໂອກາດ​ພວກ​ເຮົາ​ເກ້​ຍ
ກ່ອມ​ພວກ​ທີ່ຢູ່​ໃນ​ປະຊາ​ຄົມ​ໂລກ
ທີ່​ປາດ​ຖະໜາ​ຈະ​ເປັນ​ພາຄີ​ກັບ​
ມຽນມາ ​ແລະ​ປະຊາ​ຄົມ​ຕ່າງໆ
ຢູ່​ໃນ​ພື້ນ​ທີ່ ເພື່ອຊອກ​ຫາ​ທາງ​
ເລືອກອື່ນ​ທົດ​ແທນ​ການ​ປູກ​ຝິ່ນ​ນັ້ນ.”

ໂຄງການ​ຕ່າງໆ​ຂອງຫ້ອງການ UNODC ​ແມ່ນ​ກ່ຽວຂ້ອງ​ກັບ​ໂຄງການ​ສະ​ໜັບສະ​ໜຸນ
ພວກ​ຊາວສວນ​ປູກ​ຝິ່ນ​ໃນ​ລັດ​ສານ​ພາກ​ໃຕ້ ທີ່​ຊຸກຍູ້​ສົ່ງ​ເສີມທາງ​ເລືອກ​ອື່ນ​ສໍາລັບການ​ພັດ
ທະນາ​ ​ໂດຍປູກ​ພືດ​ຜົນ​ຢ່າງ​ອື່ນ.

ການ​ຊ່ວຍ​ເຫລືອ​ຈາກ​ຕ່າງປະ​ເທດ​ແກ່​ມຽນມາ​ ແມ່ນໄດ້ມີ​ຢ່າງ​ຈໍາກັດ​ ຍ້ອນ ການ​ກ່າວ​ຫາ
ຕ່າງໆ​ກ່ຽວ​ກັບ​ປະວັດ​ຝ່າຝືນ​ສິດທິ​ມະນຸດ​ໃນ​ອະດີດ​ຜ່ານ​ມາ​ ຂອງ​ລັດຖະບານ​ທະຫານ​
ມຽນມາ ​ແລະການຈໍາກັດ​ຮັດ​ແຄບພວກ​ໃຫ້ການ​ບໍລິຈາກ​ນານາ​ຊາດ ບໍ່​ໃຫ້ເຂົ້າ​ໄປ​ຮອດ
ໄປເຖິງ​ພື້ນ​ທີ່​ທີ່ໄດ້​ຮັບ​ການ​ຊ່ວຍ​ເຫລືອນັ້ນ. ແຕ່​ພວກ​ນັກວິ​ເຄາະ​ກ່າວ​ວ່າ ການ​ປະຕິ​ຮູບ​
ທີ່ເຫັນໆ​ກັນ ຊຶ່ງ​ໂຮມ​ທັງການ​ປ່ອຍ​ຕົວ​ພວກ​ນັກ​ໂທດ​ການ​ເມືອງນັ້ນ ​ແມ່ນເປັນ​ການ​ເປີດ
ທາງໃຫ້ແກ່​ເງິນ​ທຶນ​ຊ່ວຍ​ເຫລືອຈາກ​ຕ່າງປະ​ເທດ.

ແຕ່ທ່ານ Lewis ປະ​ຈໍາ​ຫ້ອງການ UNODC ກ່າວ​ວ່າ ມຽນມາ​ຍັງ​ຈະ​ມີ​ຄວາມ​ຕ້ອງການ
ການ​ຊ່ວຍ​ເຫຼືອຂອງ​ນານາ​ຊາດ​ ເພື່ອ​ກໍາຈັດ​ການ​ປູກ​ຝິ່ນ​ແລະ​ໂຄງການປູກ​ພືດ​ຜົນ​ທາງ
ຢ່າງ​ອື່ນ​ທົດ​ແທນນັ້ນ​ຢູ່. ທ່ານ Lewis ກ່າວ​ວ່າ

“ພວກ​ເຮົາ​ແມ່ນ​ຈໍາ​ເປັນ​ຕ້ອງ​ໄດ້ປະຕິບັດ​ການ​ເພີ່ມ​ຂຶ້ນ ດັ່ງ​ເຊັນ​ຢູ່​ໃນ​ລັດ​ສານ
ຂອງ​ມຽນມາ​ ທີ່​ປະຊາ​ຄົມນາ​ນາຊາດ​ເຂົ້າ​ໄປພົວພັນ ​ແລະ​ສະໜອງການ​ສະໜັບ
ສະໜຸນ​ທາງດ້ານ​ການ​ເງິນທີ່​ພວກ​ເຮົາ​ຕ້ອງການ​ໃນ​ຂັ້ນ​ນີ້ ​ໃນ​ເມື່ອ​ວ່າ​ບັດ​ນີ້ ລັດ
ຖະບານມຽນມາ​ກໍ​ຍິນ​ດີ​ຕ້ອນຮັບ​ການ​ພົວພັນ​ຂອງ​ນານາ​ຊາດ​ຫລາຍ​ເພີ່ມ​ຂຶ້ນ
ຊຶ່ງ​ນັ້ນ​ຈະ​ເອື້​ອອໍານວຍ​ໃຫ້​ພວກ​ເຮົາ​ເຂົ້າ​ໄປ​ຮອດ​ໄປ​ເຖິງ"

ຂົງ​ເຂດ​ຕ່າງໆ ບ່ອນ​ທີ່​ບາດ​ແລ້ວ​ນັ້ນ​ ພວກ​ເຮົາ​ກໍ​ສາມາດ​ເຂົ້າພົວພັນ​ກັບ​ປະຊາ​ຄົມ​ທ້ອງ​
ຖິ່ນທັງຫຼາຍໄດ້.”

ທ່ານ Bertil Lintner ນັກ​ຂຽນ​ແລະ​ນັກວິ​ເຄາະ​ກ່ຽວ​ກັບ​ມຽນມາ ກ່າວ​ວ່າ ວິທີ​ການ​ແກ້​
ໄຂ​ບັນຫາ​ທາງ​ການ​ເມືອງ​ພຽງ​ຢ່າງ​ດຽວ​ເທົ່າ​ນັ້ນ ​ທີ່​ຈະ​ຄໍ້າປະກັນ​ການ​ຍຸດຕິ​ລົງຂອງ​ຄວາມ​
ບໍ່​ແນ່ນອນ​ຕ່າງໆ​ທາງດ້ານ​ເສດຖະກິດ​ແລະ​ສັງຄົ​ມຢູ່​ໃນມຽນມາ​ ທີ່​ນໍາ​ໄປ​ສູ່ການ​ຜະລິດ​ຢາ
ເສບ​ຕິດ​ນັ້ນ​ໄດ້.

ທ່ານ Lintner ກ່າ​ວວ່າ: “ຂ້າພະ​ເຈົ້າບໍ່​ສາມາດ​ມອງ​ເຫັນ​ໄດ້​ວ່າ​ ໂຄງການ​ກໍາຈັດ
ການປູກຝິ່ນໃດ​ໆກໍ​ຕາມ ທີ່​ພົວພັນ​ກັບ​ລັດຖະບານ​ຢູ່ໃນ​ຂົງ​ເຂດ​ບ່ອນ​ທີ່​ການ​ຂັດ
ແຍ້​ງກັນ​ກັບ​ພວກຊົນ​ເຜົ່າ ​ຍັງ​ບໍ່​ໄດ້ຮັບ​ການແກ້​ໄຂຫຍັງ​ເລີຍ​ນັ້ນ​ ຈະ​ສາມາດ​ບັນ
ລຸ​ສິ່ງ​ໃດ​ໄດ້. ​ເຮົາ​ຈະ​ຕ້ອງ​ໃຫ້​ມີ​ການ​ແກ້​ໄຂກັນ​ດ້ານ​ການ​ເມືອງ​ຕໍ່​ບັນຫາຕ່າງໆ​
ຂອງ​ພວກ​ຊົນ​ເຜົ່າ​ຂອງ​ມຽນມາ​ເສຍ​ກ່ອນ ​ແລະ​ນັ້ນ​ມັນ​ກໍ​ບໍ່​ແມ່ນ​ເລຶ່ອງງ່າຍໆ​ເລີ​ຍ.”

ທ່ານ​ນາງ Debbie Stothard ​ໂຄສົກ​ຂອງ​ເຄືອ​ຂ່າຍທາງ​ເລືອກອາຊ່ຽນ ຫລື Alterna
tive ASEAN Network ກ່າວ​ວ່າ ການ​ພິທັກ​ປົກ​ປ້ອງ​ສິດທິ​ມະ​ນຸດ ​ໂດຍ​ສະ​ເພາະ​ດ້ານ
ທີ່​ດິນ​ທໍາ​ມາ​ຫາ​ກິນ​ນັ້ນ ຈະ​ຕ້ອງ​ຖືກ​ຮັບ​ຮູ້​ກັນ​ເປັນ​ກິດ​ຈະລັກສະນະ​ເສຍ​ກ່ອນ ກ່າວ​ຄືໂຄງ
ການຕ່າງໆ​ຂອງ​ທາງ​ການ​ໃນ​ອະ​ດີດ​ຜ່ານ​ມານັ້ນ ມັກ​ຈະ​ນໍາ​ພາ​ໄປ​ສູ່​ການ​ຍຶດ​ເອົາທີ່​ດິນ​ທໍາ
ມາ​ຫາ​ກິນໄປຈາກ​ປະ ຊາ​ຄົມທ້ອງ​ຖິ່ນ. ທ່ານ​ນາງ Stothard ກ່າວ​ວ່າ

“ແນ່ນອນ​ທີ່​ສຸດ​ນັ້ນ​ແມ່ນ​ຈະ​ຕ້ອງ​ໃຫ້​ມີ​ການ​ຄໍ້າປະກັນ​ສັນຕິພາບ​ຢູ່​ໃນ​ຂົງ​ເຂດ
ພວກ​ຊົນ​ເຜົ່າ​ໃຫ້​ໄດ້​ເສຍ​ກ່ອນ ​ແຕ່​ນອກຈາກ​ນັ້ນ​ແລ້ວກໍ​ຕ້ອງ​ໃຫ້​ມີ​ການ​ປົກຄອງ
ທີ່​ດີ​ເປັນ​ລະບຽບ ​ແລະ​ມັນ​ມີອັນຕະລາຍ​ທີ່​ວ່າ​ໂຄງການ​ຕ່າງໆ​ຂອງ​ນາໆ​ຊາດ​ທີ່​
ໃຊ້ເພື່ອ​ການ​ກໍາຈັດ​ຢາ​ເສບ​ຕິດ​ນັ້ນ ​ແມ່ນ​ຈະຖືກ​ນໍາ​ໄປ​ໃຊ້ໂດຍ​ລັດຖະບານ
ເພື່ອຂັບ​ໄລ່​ພວກ​ປະຊາຊົນ​ທ້ອງ​ຖິ່ນ​ອອກ​ຈາກ​ດິນ​ດອນ​ທໍາ​ມາ​ຫາ​ກິນ​ຂອງ​ພວກ
ເຂົາ​ເຈົ້າ.”

ທ່ານ​ນາງ Stothard ກ່າວ​ອີກ​ວ່າ ການຖອນທະຫານອອກ​ໄປ​ຈະ​ຕ້ອງ​ໃຫ້​ມີ​ຂຶ້ນ ​ເນື່ອງ​
ຈາກ​ພວກ​ກອງທັບ​ຂອງ​ລັດຖະບານ​ເຄີຍ​ໄດ້​ຖືກ​ກ່າວ​ຫາ​ວ່າ​ ຍັກ​ຍອກເອົາ​ເງິນ​ທຶນ​ໄປຈາກ
ປະຊາຄົມ​ຕ່າງໆ ຊຶ່ງ​ທ່ານ​ນາງ​ກ່າວ​ຕໍ່​ໄປ​ວ່າ ​ເພື່ອ​ຈະ​ໃຫ້​ໂຄງການ​ກໍາຈັດ​ຢາ​ເສບ​ຕິດ​ປະສົບ
ຜົນ​ສໍາ​ເລັດ​ໄດ້ນັ້ນ ກໍ​ຈະ​ຕ້ອງ​ມີ​ການ​ຈັດ​ຕັ້ງ​ປະຕິບັດການ​ປະຕິ​ຮູບ​ຕ່າງໆທາງ​ດ້ານກົດໝາຍ
ແລະ​ສະ​ຖາ​ບັນ​ນໍາ.

XS
SM
MD
LG