ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລົ້ມບ້າໝູທໍາລາຍບ້ານເຮືອນ ຫລາຍຫລັງທີ່ມຽນມາ


ພວກອົບພະຍົບຈາກລົມບ້າໝູ cyclone ທີ່ມຽນມາ
ວັນທີ 25 ຕຸລາ
ພວກອົບພະຍົບຈາກລົມບ້າໝູ cyclone ທີ່ມຽນມາ ວັນທີ 25 ຕຸລາ

ລົມບ້າໝູ cyclone ທີ່ປະທະມຽນມາ ທໍາລາຍບ້ານເຮືອນຫລາຍຫລັງ ແລະປະຊາຊົນ ຫລາຍພັນຄົນ ຕ້ອງຍົກຍ້າອຍ ອອກຈາກບ້ານເຮືອນ.

ພວກ​ຊາວ​ເມືອງ​ແລະ​ບັນດາ​ອົງການ​ຊ່ອຍ​ເຫລືອ​ມຽນມາ
ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ລົມ​ບ້າໝູ​ຫລືລົມ cyclone ທີ່​ປະ
ທະ​ຝັ່ງ​ຕາ​ເວັນ​ຕົກ​ຂອງມຽນມາ​ໃນ​ຕອນ​ທ້າຍ​ສັບປະດາ
ຜ່ານ​ມາ​ນີ້ ​ໄດ້​ເຮັດ​ໃຫ້​ເຮືອນ​ຊານ​ຫລາຍ​ຮ້ອຍ​ຫລັງ​ເສຍ
ຫາຍ​ແລະ​ຊາວ​ເມືອງ​ຫລາຍ​ພັນ​ຄົນ​ຕ້ອງ​ຍົກຍ້າຍ​ອອກ​ຈາກ ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ.

ພວກ​ປະຊາຊົນ​ໃນ​ທ້ອງ​ຖິ່ນ​ກ່າວ​ວ່າ ມີ​ຄວາມ​ຮຽກຮ້ອງ​ຕ້ອງການຢ່າງ​ຮີບດ່ວນ​ ເຂົ້າປາ​ອາຫານ ນໍ້າ​ດື່ມ​ນໍ້າ​ໃຊ້​ແລະ​ບ່ອນ​ພັກ​ພາ​ອາ​ໄສ ​ຫລັງ​ຈາກທີ່ລົມລູກ​ນີ້​ທໍາລາຍ​ບ້ານ​ເຮືອນ​ຫລາຍ​ຮ້ອຍ​ຫລັງ​ ແລະໂກ່ນ​ຕົ້ນ​ໄມ້​ ທັງເຮັດ​ໃຫ້​ສາຍ​ໄຟຟ້າ​ຂາດ​ໄປ.

ລົ້ມ​ບ້າໝູ Giri ​ໄດ້​ພັດ​ເຂົ້າ​ມາ​ຈາ​ກ່ອາວ Bengal ​ໃນ​ແລງ​ວັນ​ສຸກ​ຜ່ານມາ​ໃກ້ໆ​ກັບ​ເມືອງ Kyaukphyu ​ໃນ​ລັດ Rakhine ​ໂດຍ​ມີຝົນ​ຕົກ​ໜັກ​ແລະ​ລົມ​ພັດ​ແຮງ​ຫລາຍ​ກວ່າ 150 ຫລັກ​ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ.

ສະພາກາ​ແດງ​ມຽນມາ ​ໄດ້​ຈັດ​ຕັ້ງ​ຄ້າຍ​ອົບ​ພະຍົບຊົ່ວຄາວຂຶ້ນ ໃນ​ເມືອງKyaukphyu ສໍາລັບ​ປະຊາຊົນ​ຈໍານວນ​ຫລາຍ​ກວ່າ 5 ພັນ​ຄົນ.

ໜັງສືພິມ New Light of Myanmar ທີ່ລັດ​ເປັນ​ຜູ້​ຄວບ​ຄຸມ​ບໍ່​ໄດ້​ລາຍ​ງານ​ໃຫ້​ຊາບ​ກ່ຽວ​
ກັບຜູ້​ບາດ​ເຈັບ​ລົ້ມ​ຕາຍ​ແລະ​ຄວາມ​ເສຍ​ຫາຍ ​ແຕ່ເວົ້າວ່າ ​ໄດ້​ມີ​ການ​ສົ່ງ​ພວກ​ເຈົ້າ​ໜ້າ​ທີ່​ໄປ
ຍັງ​ຂົງ​ເຂດ​ດັ່ງກ່າວ​ແລ້ວ​ ເພື່ອ​ໄປກວດກາ​ເບິ່ງ​ຄວາມ​ເສຍ​ຫາຍ​ແລະ​ແຈກ​ຢາຍ​ເຄື່ອງ​ບັນ​ເທົາ​ ທຸກ.

XS
SM
MD
LG