ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບໍ​ລິ​ສັດ​ຮູບ​ເງົາ​ 20th Century Fox ຂອງສະຫະລັດ ຈະນໍາຮູບເງົາເລຶ່ອງທໍາອິດ ເຂົ້າໄປສາຍໃນມຽນມາ



ບໍ​ລິ​ສັດ​ສ້າງ​ຮູບ​ເງົາ​ຢັກ​ໃຫຍ່​ຂອງ​ຮອລລີ​ວູດ 20th Century Fox ຂອງ​ສະຫະລັດ ​ໄດ້​ປະກາດ​ຊື່ຮູບ​ເງົາ​ເລື່ອງ​ທໍາ​ອິດ​ທີ່​ຕົນຈະ​ນໍາ​ສະ​ເໜີ​ຢ່າງ​ເປັນ​ທາງ​ການຢູ່​ໃນ​ມຽນມາ ​ນັບ​ຕັ້ງ​ແຕ່​ໄດ້​ຖອນ​ຕົວ​ອອກ​ຈາກ​ປະ​ເທດ​ນັ້ນ​ມາໃນ​ຊຸມ​ປີ 1960. 20th Century Fox ​ເປັນ​ນຶ່ງ​ໃນ​ຈໍານວນ​ຫລາຍໆບໍລິສັດ ​ລ່າ​ສຸດ​ຂອງ​ສະຫະລັດ ທີ່​ກັບ​ຄືນ​ເຂົ້າພົວພັນ​ຄືນ​ໃໝ່​ຢູ່​ໃນ​ມຽນມາ ຫຼັງ​ຈາກ​ສະຫະລັດ​ໄດ້ໂຍະຍານ​ການ​ລົງ​ໂທດຂອງ​ຕົນ. ​ເລື່ອງ​ນີ້​ຈະມີ​ຄວາມ​ໝາຍ​ ​ສໍາລັບ​ພວກ​ຜູ້​ຊົມຮູບ​ເງົາ​ທັງ​ຫຼາຍ ​ແລະວົງ​ການ​ອຸດ​ສາ​ຫະກໍາ​ຮູບ​ເງົາ​ທ້ອງ​ຖິ່ນ ຢ່າງ​ໃດນັ້ນ ຜູ້​ສື່​ຂ່າວ​ວີ​ໂອ​ເອ ​ແດ​ນິ​ເອິລ ​ເບີນ​ສະຕີ​ນ ມີ​ລາຍ​ງານ​ມາ ຈາກ​ບາງກອກ ຊຶ່ງທອງ​ປານຈະ​ນໍາ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ປະສົບ​ປະການ​ດ້ານ​ການ​ເບິ່ງ​ຮູບ​ເງົາ​ ຫຼືຊິ​ເນ ​ແມ່ນ​ເປັນ​ນຶ່ງໃນ​ຫຼາຍໆ​ສິ່ງ ​ທີ່​ກໍາລັງມີ​ການປ່ຽນ​ແປງ​ໄປ​ຢູ່​ໃນ​ມຽນມາ. ​ຄື ບໍລິສັດ​ສ້າງ​ຊິ​ເນ​ມາຍັກ​ໃຫຍ່ຂອງຮອລລີ​ວູດ 20th Century Fox ​ໄດ້​ອະນຸມັດ​ຢ່າງ​ເປັນ​ທາງ​ການ​ ​ໃຫ້ນໍາ​ອອກ​ສາຍ​ຢູ່​ໃນ​ມຽນມາ​ເປັນ​ເທື່ອ​ທໍາ​ອິດ ຮູບ​ເງົາ​ເລຶ່ອງນຶ່ງ​ໃນ​ຫຼາຍໆ​ເລຶ່ອງຂອງ​ຕົນ ​ຄື​ເລຶ່ອງ​ເຮືອ Titanic ລະ​ບົບ 3 ມິ​ຕິ ຊຶ່ງ​ຜູ້​ໄດ້​ຮັບ​ການ​ອະນຸມັດ​ນີ້ ໄດ້​ແກ່ ບໍລິສັດ Mingalar ຊຶ່ງ​ເປັນ​ບໍລິສັດສາຍຮູບ​ເງົາ​ເອກ​ກະ​ຊົນທີ່​ໃຫຍ່​ທີ່​ສຸດ​ຂອງ​ມຽນມາ ທີ່​ຄວບ​ຄຸມ​ຕະຫຼາດ​ຮູ​ບ​ເງົາ​ພາຍ​ໃນປະ​ເທດ​ເຖິງ 80% ​ໂດຍ​ມີໂຮງສາຍຮູບ​ເງົາ​ ແປ​ດ​ແຫ່ງ.

ທ່ານ Sunder Kimatrai ຮອງ​ປະທານ​ອາວຸ​ໂສ​ຂອງ​ບໍລິສັດ 20th Century Fox International ກ່າວ​ວ່າ ບໍລິສັດຟ໊ອກຊ໌ໄດ້​ຖອນ​ອອກ​ຈາ​ກ ມຽນມາ​ ຫຼັງ​ຈາກ​ການ​ກໍ່ລັດຖະປະມານ​ໃນປີ 1962​.

​ໃນ​ໄລຍະຫຼາຍ​ໆປີຕໍ່ມາ​ນັ້ນ ​ແມ່ນ​ໄດ້​ມີ​ການ​ລັກລອບ​ນໍາ​ເອົາຮູບ​ເງົາ​ຫຼາຍໆ​ເລຶ່ອງຂອງ​ຮອລລີ​ວູດ ​ເຂົ້າໄປ​ຍັງ​ມຽນມາ​ຢູ່​ເລື້​ອຍໆ​ຈາກ​ປະ​ເທດ​ໄທ ​ແລະ ກໍ​ນໍາ​ອອກ​ສາຍ​ຢູ່​ຕາມ​ໂຮງ​ຊິ​ເນ​ທົ່ວ​ໄປ ​ໂຮມ​ທັງ​ໂຮງ​ຊິເນ​ຂອງບໍລິສັດ Mingalar ​ນໍາ. ​ທ່ານ Kimatrail ກ່າວ​ວ່າ ທາງບໍລິສັດ​ຫວັງ​ວ່າ ຈະ​ຕ່າວ ປິ້ນທ່າ​ອຽງ​ນັ້ນ​.

ທ່ານ Kimatrail ​ເວົ້າ​ວ່າ “ພວກ​ເຮົາ​ມີ​ຜົນ​ປະ​ໂຫຍດ​ໃນ​ການ​ພິທັກ​ປົ​ກປ້ອງ​ຊັບ​ສິນ​ທາງ​ປັນຍາ​ຂອງ​ເຮົາເ​ອົາ​ໄວ້ ​ເພາະວ່າ​ມັນ​ເປັນ​ຊັບ​ສິນ​ທີ່​ມີຄ່າ​ທີ່​ສຸດ​ຂອງ​ພວກ​ເຮົາ. ກໍ​ຄືກັນກັບຢູ່ແຫ່ງ​ອື່ນໆ​ຫັ້ນ​ແຫລະ ພວກ​ເຮົາແມ່ນ​ເຮັດ​ທຸກ​ສິ່ງທີ່​ສາມາດເຮັດ​ໄດ້ ​ເພື່ອບັງຄັບ​ໃຫ້​ມີ​ການ​ເຄົາລົບ​ນັບຖື​ສິດທິ​ທາງ​ຊັບ​ສິນ​ຂອງ​ພວກ​ເຮົາ ​ແລະ​ກໍ​ແນ່ນອນ​ວ່າ ​ໃນ​ໄລຍະ​ຕໍ່​ໄປ ນັ້ນ​ແມ່ນ​ສິ່ງ​ທີ່​ພວກ​ເຮົາ​ຈະ​ຕ້ອງ​ພິດ​ຈາລະ​ນາເຮັດ​ຢູ່​ໃນ​ມຽນມາ. ການ​ສາຍຮູບ​ເງົາ​ທີ່​ບໍ່​ໄດ້​ຮັບ​ອະນຸ ຍາດ​ຢູ່​ຕາມ​ອິນ​ເທີ​ເນັດ ຫຼື​ຢູ່​ຕາມໂຮງ​ຊິ​ເນນັ້ນ ນັບ​ວ່າ​ເປັນ​ບັນຫາ​ນຶ່ງ​ທີ່​ພວກ​ເຮົາ​ປະ​ເຊີນ​ຢູ່​ໃນ​ທົ່ວ​ໂລກ​ໃນ​ຂະນະ​ນີ້ ​ແລະ​ໃນ​ມຽນມາ​ກໍ​ເຊັ່ນ​ດຽວ​ກັນ ບໍ່​ມີຂໍ້​ຍົກ​ເວັ້ນເລີຍ.”

​ເມື່ອ​ບໍ່​ດົນມາ​ນີ້ ບໍລິສັດ​ຟ໊ອກຊ໌​ໄດ້​ເຂົ້າ​ໄປ​ຕີ​ຕະຫຼາດຮູບ​ເງົາ​ໃໝ່​ຫຼາຍ​ແຫ່ງ ​ເຊັ່ນໃນ​ຫວຽດນາມ ກໍາປູ​ເຈຍ ​ແລະ​ປາ​ປົວ ນີວກິ​ນີ. ທ່ານ Kimatrai ກ່າວ​ອີກວ່າ ການ​ຜ່ອນຜັນ​ການ​ລົງ​ໂທດ​ຕ່າງໆໃນ​ມຽນມາ​ ​ເຮັດ​ໃຫ້​ເບີ່​ງຄືວ່າ​ມັນ​ເປັນຊ່ວງ​ເວລາ​ອັນ​ດີທີ່ຄວນ​ຈະ​ສວຍ​ໂອກາດ​ຕອນ​ທີ່​ມີ​ການ​ປ່ຽນ​ແປງ​ໃນ​ມຽນມານີ້. ປີ້​ເຂົ້າ​ເບິ່ງ​ຊິ​ເນ​ຈະ​ຂາຍ​ໃນ​ລາຄາ​ສູງ​ເຖິງສາມ​ໂດ​ລາ​ເຄິ່ງ ຫຼື​ປະມານ ສາມ​ພັນ​ກ໊ຽດ ​ເງິນຕາຂອງ​ມຽນມາ ຊຶ່ງ​ແມ່ນ​ສູງ​ກວ່າລາຄາ​ປົກກະ ຕິ​ເຖິງ​ຫົກ​ເທົ່າ​ຕົວ​ ​ແຕ່​ທ່ານ Kimatrai ​ກ່າວ​ວ່າ ທ່ານ​ເຊື່ອ​ວ່າ​ພວກ​ໄປເບິ່ງ ​ຊິ​ເນ​ທັງຫຼາຍ​ຈະ​ເຕັມ​ໃຈ​ຈ່າຍ​ຄ່າ​ປີ້​ແພງ ຂໍ​ໃຫ້​ແຕ່​ໄດ້​ເບິ່ງ​ຊິ​ເນ​ເລຶ່ອງດີ​ມີຄຸນ​ນະພາ​ບກໍ​ພໍ.

​ເມື່ອ​ບໍ່​ດົນ​ມາ​ນີ້​ເຊັ່ນ​ກັນ ບໍລິສັດ Mingalar ກໍ​ໄດ້​ລົງທຶນ​ຕື່ມ​ອີກ 300,000 ​ໂດ​ລາ ​ເພື່ອຊື້ເຄຶ່ອງອຸບປະກອນ​ສາຍ​ຊິ​ເນ​ລຸ້ນ​ໃໝ່​ລະບົບ​ດິຈິເຕິລ ຊຶ່ງ​ທ່ານ Kamatrai ກ່າວ​ວ່າ ມັນ​ເປັນ​ການ​ງ່າຍ​ຂຶ້ນຫຼາຍ​ເພື່ອ​ຄວບ​ຄຸມ​ຄວາມ​ໝັ້ນຄົງ ຂອງ​ວັດຖຸ​ທີ່​ໄດ້​ສະ​ຫງວນລິຂະ​ສິດ​ແລ້ວ.

ການ​ປັບປຸງອຸບປະກອນ​ສາຍ​ຊິ​ເນ​ເກົ່າໆ​ ຢູ່​ຕາມ​ໂຮງ​ສາຍ​ຊິ​ເນ​ຂອງ​ມຽນມາ ​ໃຫ້​ທັນ​ສະ​ໄໝ​ຂຶ້ນນັ້ນ ອາດ​ສາມາດ​ມີ​ຜົນ​ກະທົບ​ຢ່າງສໍາຄັນ​ຕໍ່​ວົງ​ການ​ອຸດສາ ຫະກໍາ​ດັ່ງກ່າວ​. ທ່ານ William Bowling ​ແຫ່ງ​ເຄືອ​ຂ່າຍ​ກໍາ​ມະ​ທິການ​ສ້າງ​ຮູບ​ເງົາເອ​ເຊຍ ກ່າວ​ວ່າ ຄັ້ງ​ນຶ່ງ​ມຽນມາເຄີຍມີ​ອຸດສາ​ຫະກໍາ​ສ້າງ​ຮູບ​ເງົາ ທີ່ແຂງ​ແຮງ​ທີ່​ສຸດ​ຢູ່​ໃນ​ຂົງ​ເຂດ ​ແຕ່​ບັນດາ​ຜູ້​ສ້າງ​ຮູບ​ເງົາ​ລະດັບ​ທ້ອງ​ຖິ່ນໄດ້​ຖືກປ່ອຍ​ປະ​ໃຫ້​ລ່າ​ຫຼັງ​ຢູ່ ​ໃນ​ດ້ານເທັ​ກ​ໂນ​ໂລ​ຈີ.
ທາດ Shwe Dagon ອັນລືຊື່ຂອງມຽນມາ ໃນນະຄອນຢາງກຸ້ງ
ທາດ Shwe Dagon ອັນລືຊື່ຂອງມຽນມາ ໃນນະຄອນຢາງກຸ້ງ


ທ່ານ Bowling ກ່າວ​ວ່າ “ພວກ​ເຂົາ​ເຈົ້າກະຫາຍຢາກ​ຮໍ່າຮຽນ ຫຼາຍ​ທີ່​ສຸດ​ເພື່ອ​ສ້າງ​ອຸດສາຫະກໍາ​ໃໝ່​ຂຶ້ນມາ. ຄື​ພວກ​ເຂົາ​ເຈົ້າເບິ່ງ​ເຫັນ​ຕົນ​ເອງ​ວ່າ ກໍາລັງ​ກ້າວ​ອອກ​ມາ​ຈາກ​ຍຸກ​ແຫ່ງ​ຄວາມ​ມືດ​ມົນ ​ແລະ​ພວກ​ເຂົາ​ຕ້ອງການ​ການ​ຊ່ວຍ​ເຫຼືອ​ຫຼາຍ​ທີ່​ສຸດ. ​ແນ່ນອນ​ວ່າ​ ​ມີ​ຜູ້​ສົ​ນ​ໃຈ​ຈະ​ເຮັດ​ໃນ​ສິ່ງ​ນີ້. ​ແທ້ໆ​ແລ້ວ ​ຮູບ​ເງົາ​ຂອງ​ເຂົາ​ເຈົ້າເປັນຮູບ​ເງົາ​ທີ່​ຂ້ອນ​ຂ້າງ​ຈະ​ໃຊ້​ງົບປະມານ​ຕໍ່າ ແຕ່​ວ່າ ​ພວກ​ເຂົາ​ເຈົ້າສາມາດ​ທີ່​ຈະ​ເພິ່ມ​ຄຸນຄ່າທາງການ​ຜະລິດ​ຮູບ​ເງົາ​ໃຫ້​ດີຂຶ້ນກ​ວ່າເກົ່າ​ໄດ້​ຫຼາຍ ຖ້າ​ຫາກ​ວ່າ​ພວກ​ເຂົາ​ເຈົ້າ​ຫັນ​ມາ​ໃຊ້​ລະບົບ​ດິຈິ​ເຕິລ ​ຊຶ່ງ​ພວກ​ເຂົາ​ເຈົ້າຍັງ​ບໍ່​ໄດ້​ລົງມື​ເຮັດ​ເລີ​ຍ.”

​ໃນ​ອະດີດ​ຜ່ານ​ມາ ມຽນມາ​ເຄີຍ​ສ້າງ​ຮູບ​ເງົາ​ຫຼາຍ​ກວ່າ 100 ​ເລຶ່ອງຕໍ່​ປີ. ງົບປະມານສະ​ເລ່ຍ​ໃນ​ການ​ສ້າງ​ຮູບ​ເງົາ​ເລື່ອງ​ນຶ່ງ​ໃນ​ມຽນມາ​ ​ຕົກ​ຢູ່​ປະມານ ນຶ່ງ​ແສນໂດ​ລາ ​ແລະ​ກໍ​ສ້າງ​ສໍາ​ເລັດລົງ​ພາຍ​ໃນ​ບໍ່​ເທົ່າ​ໃດ​ອາທິດ ຫລື​ຮອດ ​ບໍ່​ເທົ່າ​ໃດ​ມື້​ຊໍ້າ. ທ່ານ Bowling ກ່າວ​ຕໍ່​ໄປ​ວ່າ ຄຸນ​ນະພາ​ບຂອງ​ຮູບ​ເງົາ​ປາກົດວ່າ​ດີ​ຂຶ້ນຫຼາຍດຽວ​ນີ້ ດັ່ງ​ທີ່​ມີ​ຫຼັກ​ຖານ​ໃຫ້​ເຫັນຈາກ​ໂຄງການ​ສ້າງ​ຮູບ​ເງົາ​ທີ່​ກໍາລັງ​ດໍາ​ເນີນໄປ​ຢູ່​ໃນ​ຂະນະ​ນີ້​ ທີ່​ມີ​ຄົນລໍຖ້າເບິ່ງ​ຫຼາຍ​ເປັນ​ພິ​ເສດນັ້ນ ກໍຄື​ຮູບ​ເງົາ​ເລຶ່ອງຊີວະ​ປະວັດຂອງ​ມື້​ລາງ​ນາຍ​ພົນ​ອອງຊານ ບິດາ​ຂອງ​ທ່ານ​ນາງ​ ອອງ ຊານ ຊູ​ຈີ.

​ໃນ​ຍ່ານ​ກາງ​ເມືອງຢ່າງ​ກຸ້ງ ຊຶ່ງ​ເປັນ​ຄຸ້ມ​ທີ່​ມີ​ໂຮງ​ຊິ​ເນ​ຕັ້ງຢູ່ຫຼາຍ​ທີ່​ສຸດ​ຂອງ​ປະ​ເທດນັ້ນ ຍັງ​ມີ​ໂຮງສາຍ​ຮູບ​ເງົາ​ຕັ້ງຢູ່ລຽນກັນ​ເປັນ​ແຖວ. ບາງ​ໂຮງ​ກໍສ້າງ​ຕັ້ງ​ແຕ່​ຊຸມ​ປີ 1920 ​ແຕ່ Phillip Jablon ຜູ້​ຂຽນຄວາມ​ເຫັນລົງ​ທາງ​ອິນ​ເຕີ​ແນັທ ​ກ່ຽວ​ກັບຮູບ​ເງົາ​ຢູ່​ໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ກ່າວ​ວ່າ ໂຮງສາຍ​ຮູບ​ເງົາທີ່​ມີເອກລັກສະນະພິ​ເສດ​ເຫລົ່າ​ນັ້ນ​ ບັດ​ນີ້​ແມ່ນ​ໄດ້​ຖືກ​ຂົ່ມ​ຂູ່ ໂດຍ​ໂຮງສາຍ​ຮູບ​ເງົາ​ທັນ​ສະ​ໄໝທີ່​ມີ​ຫລາຍ​ຈໍ​ຫລາຍ​ຫ້ອງ​ໃຫ້​ເລືອກ​ຊື້​ເບິ່ງ​ໄດ້ ຢູ່​ໃນ​ໂ​ຮງດຽວ​ນັ້ນ ໃນ​ສູນ​ການ​ຄ້າແຫ່ງໃໝ່ໆຂອງ​ປະ​ເທດ.

ທ່ານ Phillip Jablon ກ່າວວ່າ “ພວກ​ເຮົາ​ກໍາລັງ​ສູນ​ເສຍ​ວັດທະນະ​ທໍາ​ທ້ອງ​ຖະໜົນ​ທີ່​ເຄີຍ​ມີນັ້ນ​ໄປ ຄືຕະຫຼອດ​ໄລຍະ​ສັດຕະວັດ​ທີ່ 20 ນັ້ນ ມັນ​ເປັນ​ບ່ອນ​ທີ່ຜູ້ຄົນມັກອອກ​ໄປ​ໃຊ້​ເວລາ​ພັກ​ຜ່ອຍ​ຍ່ອນ​ໃຈ ​ແລະ​ພວກ​ເຂົາ​ເຈົ້າກໍ​ດໍາລົງ​ຊີວິດ​ໃນ​ລະດັບ​ທ້ອງ​ຖະໜົນ ບ່ອນ​ທີ່​ມີ​ປະຊາ​ຄົມ ທີ່​ຜູ້​ຄົນ​ສາມາດ​ເຂົ້າ​ຫາເຂົ້າ​ເຖິງ​ໄດ້ ບໍ່​ຄື​ບາງ​ກອກ​ໃນ​ປັດຈຸບັນ​ນີ້ ຕົວຢ່າງ ຈະ​ມີແຕ່​ໂຮງສາຍ​ຮູບ​ເງົາປະ​ເພດ multiplexes ທີ່​ມີ​ຫຼາຍຫ້ອງ​ສາຍຮູບ​ເງົາໄດ້ ຫຼາຍ​ເລຶ່ອງພ້ອມ​ກັນ ຕັ້ງ​ເດຍລະດາດ​ຢູ່ໃນສູນ​ການ​ຄ້າທົ່ວ​ໄປ.

ທ່ານ Jablon ກ່າວ​ວ່າ ​ໃນ​ສະໄໝ​ທີ່ຮຸ່ງ​ເຮືອງ​ຂອງ​ເຂົາ​ເຈົ້ານັ້ນ ບັນດາ​ໂຮງມະຫໍລະສົບ
ທັງຫຼາຍ​ໃນ​ຍ່ານ​ກາງ​ເມືອງ​ຢ່າງ​ກຸ້ງ​ໃນ​ເວລາ​ນັ້ນ ຖື​ວ່າ​ຢູ່​ໃນ​ຂັ້ນລະດັບ​ໂລກ​ກໍ​ວ່າ​ໄດ້ ​ແລະຈະ​ສາຍຮູບ​ເງົາ​ລະດັບ​ນາໆ​ຊາດ​ຈາກ​ທົ່ວ​ໂລກ ພ້ອມ​ທັງ​ມີການສະ​ແດງສົດ​ຕ່າງໆ​ອີກ ​ແຕ່​ເວລາ​ນີ້ ມີ​ແຜນການ​ທີ່ຈະ​ທັ ມ້າງໂຮງ​ມະຫໍ​ລະ​ສົບ​ເຫຼົ່າ​ນັ້ນ ສ່ວນ​ຫຼາຍຖິ້ມ​ແລ້ວ.
XS
SM
MD
LG