ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການໂຄສະນາຫາສຽງ ໃນມຽນມາ ແມ່ນໂອກາດແຫ່ງ ຄວາມເບີກບານມ່ວນຊື່ນ (ເບິ່ງວີດີໂອລາວ/ອັງກິດ)


ການ​ເລືອກຕັ້ງ​ບັ້ນພິ​ເສດ​ຂອງ​ມຽນມາໃນ​ເດືອນ​ເມສາ​ ຄື​ເດືອນໜ້ານີ້ ​ແມ່ນ​ເປັນ​ການ​ເລືອກຕັ້ງ​ເອົາ​ບ່ອນ​ນັ່ງ​ສໍາລັບຜູ້​ແທນສຽງສ່ວນນ້ອຍ ​ຢູ່​ໃນສະພາ​ແຫ່ງ​ຊາດ​ແລະ​ສະພາຂົງ​ເຂດ ​ແຕ່​ມັນ ກໍ​ບໍ່​ໄດ້​ເຮັດ​ໃຫ້​ຄວາມ​ກະຕືລື​ລົ້ນ​ທີ່​ລົ້ນ ໄຫລ​ອອກ​ມາ​ ​ສໍາລັບ​ພວກ​ນັກການ​ເມືອງ​ທີ່​ມີ​ຊື່​ສຽງ​ທີ່​ສຸດ​ຂອງ​ປະ​ເທດ​ນັ້ນ ຫລຸດ​ນ້ອຍ​ລົງ​ໄປ​ແຕ່​ຢ່າງ​ໃດ. ຝຸງ​ຊົນກຸ່ມ​​ໃຫຍ່ໆ ​ແລະນັກຂ່າວຈໍານວນ​ ຫລວງຫລາຍ ​ແລະ​ແມ່ນ​ແຕ່​ພວກ​ນັກ​ທ່ອງ​ທ່ຽວ​ຕ່າງປ​ະເທດ​ ກໍພາກັນ​ຕິດຕາມ​ເບິ່ງ​ ທ່ານ​ນາງ​ ອອງ ຊານ ຊູ​ຈີ ​ແລະ​ພວກ​ສະ​ໜັກ​ທີ່​ມີ​ຊື່​ສຽງ​ໂດ່​ງດັງ​ຄົນອື່ນໆ​ອີກ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Danielle Bernstein ສົ່ງ​ລາຍ​ງານ​ມາ ຈາກ​ນະຄອນ​ຢາງ​ກຸ້ງ ຊຶ່ງທອງ​ປານຈະ​ນໍາມາສະ​ເໜີທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ

ເບິ່ງລາຍງານວີດີໂອພາສາລາວ:

ບັນດາຝຸງ​ຊົນທີ່​ຂຶ້ນອົກ​ຂຶ້ນ​ໃຈ​ທັງຫລາຍໄດ້​ໄປ​ເຕົ້າ​ໂຮມ​ກັນ​ ເປັນ​ຈໍານວນ​ຫລາ​ຍໝື່ນ​ຄົນ ຢູ່
ທົ່ວ​ມຽນມາ​ໃນ​ເດືອນ​ນີ້ ​ເພື່ອ​ເຊຍ​ໃຫ້​ກໍາລັງ​ໃຈ​ແກ່​ທ່ານ​ນາງ ​ອອງ ຊານ​ ຊູ​ຈີ ຜູ້​ທີ່​ພວກເຂົາ
ເຈົ້າພາກັນ​ເອີ້ນ​ຢ່າງ​ຮັກ​ແພງ​ແລະ​ນັບຖື ວ່າ ​ແມ່ ຊູ ນັ້ນ.

ພຽງ​ເມື່ອ​ນຶ່ງ​ປີກ​ວ່າໆ​ກ່ອນ​ໜ້ານີ້ ທ່ານ​ນາງ​ ອອງ ຊານ ຊູ​ຈີ ຍັງ​ຖືກ​ກັກ ​ບໍລິເວນ​ຢູ່ເລີຍ. ມາບັດ​ນີ້​ ການ​ມີໜ້າ​ຂອງ​ທ່ານ​ນາງ​ໃນ​ການ​ອອກ​ໂຄສະນາຫາ​ສຽງ​ເລືອກ​ຕັ້ງ ​ແມ່ນ​ເປັນ​ອີກຮ່ອງຮອຍນຶ່ງ​ຂອງ​ການ​ປ່ຽນ​ແປງ​ຢ່າງ​ວ່ອງ​ໄວ​ ຢູ່​ໃນປະ​ເທດ​ທີ່ເຄີຍຖືກ​ກົດ​ຂີ່​ໂດຍ​ການ​ປົກຄອງ​ຂອງ​ຝ່າຍ​ທະຫານ​ມາ​ເປັນ​ເວລາ​ຫລາຍ​ກວ່າ 60 ປີ​.

ການ​ຊຸມນຸມ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ​ນັ້ນ​ ຖືເປັນ​ໂອກາດ​ສະ​ເຫລີ​ມສະຫລອງ​ແລະ​ມ່ວນ​ຊື່ນ. ພັກ​ສັນ​ນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​ຂອງ​ທ່ານນາງ ​ອອງຊານ ຊູ​ຈີ ໄດ້​ສົ່ງ​ອະດີດນັກ​ໂທດ​ການ​ເມືອງ​ທີ່​ມີ​ຊື່​ສຽງ​ຫລາຍ​ຄົນເຂົ້າ​ແຂ່ງຂັນ ​ເຊັ່ນນາຍ Zeya Thaw ນັກ​ຮ້ອງ​ເພງ
ທໍານອງ ຮິບ​ຮອບ ຊື່ດັງ.

ບັນດາ​ນັກ​ຂ່າວ​ ພາກັນເອົາ​ຂ່າວ​ການ​ເລືອກ​ຕັ້ງ ດ້ວຍ​ຄວາມ​ກະຕືລື​ລົ້ນນໍາ ເສລີພາບ​ທີ່ໄດ້​ຮັບ​ໃໝ່ໆນັ້ນ. ນາງ ​ເມ ຫ​ເວ່ ນັກ​ຂ່າວ​ແລະ​ຊ່າງ​ພາບ​ວີ​ດີ​ໂອ​ທ້ອງ​ຖິ່ນ​ຄົນ​ນຶ່ງ​ກ່າວ​ວ່າ ການ​ໂຄສະນາ​ຫາສຽງ​ແບບນີ້ແມ່ນຄິດ​ບໍ່ເຖິງເລີຍ​ເມື່ອ 18 ​ເດືອນ​ກ່ອນ​. ນາງ​ກ່າວ​ວ່າ ຫລາຍໆ ຄົນ​ຖືກ​ດຶງ​ດູດ​ໃຫ້​ເຂົ້າ​ມາ​ຮ່ວມ ຍ້ອນພາບການ​ຊຸມນຸມ​ທີ່​ໜ້າ​ຕື່ນ​ເຕັ້ນ​ນັ້ນ. ນາງ​ເວົ້າ​ວ່າ:

“ຂ້ອຍ​ຄິດ​ວ່າ ໃນໝູ່ຝຸງ​ຊົນພວກ​ນີ້ ມີ​ບາງຄົນ​ທີ່​ບໍ່​ຮູ້​ຫຍັງ​ເລີຍ​ກ່ຽວ​ກັບ​ພັກ
ສັນ​ນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ ຫລື NLD ​ແລະ​ການ​ເມືອງ​ນັ້ນ.
ພວກ​ເຂົາ​ເຈົ້າພຽງ​ແຕ່​ຢາກ​ເຫັນ ດໍ​ຊູ ຫລື​ ​ແມ່ ຊູ​ ​ເທົ່າ​ນັ້ນ.”

ເຖິງ​ແມ່ນ​ຫລາຍ​ຄົນ​ຈະ​ຮູ້ສຶກ​ຕື່ນ​ເຕັ້ນ​ໃນ​ເລຶ່ອງນີ້​ກໍ​ຕາມ ​ແຕ່​ບາງ​ຄົນ​ກໍ​ຍັງ​ມີຄວາມ​ລະມັດ
ລະວັງ ​ທີ່​ຈະເວົ້າລົມ​ກັບ​ສື່​ມວນ​ຊົນ​ຈາກ​ຕ່າ​ງປະ​ເທດ​ນັ້ນ​ຢູ່ ດັ່ງ​ຊາຍ​ຄົນ​ນີ້ ທີ່​ກ່າວ​ວ່າ:

“ຂ້ອຍ​ມາ​ທີ່​ນີ້ ​ເພາະວ່າ​ຂ້ອຍ​ບໍ່​ເຄີຍ​ເຫັນ ​ແມ່​ຊູ ມາ​ກ່ອນ ​ແຕ່​ຂ້ອຍ​ກໍ​ບໍ່ມີ
ຫຍັງ​ຈະເວົ້າຕື່ມ​ອີກ.”

ທ່ານນາງ ອອງ ຊານ ຊູຈີ ໂຄສະນາຫາສຽງ ທີ່ເມືອງ Mawlamyine ໃນລັດມອນ, ວັນອາທິດ ທີ 11 ມີນາ 2012. (AP Photo/Khin Maung Win)
ທ່ານນາງ ອອງ ຊານ ຊູຈີ ໂຄສະນາຫາສຽງ ທີ່ເມືອງ Mawlamyine ໃນລັດມອນ, ວັນອາທິດ ທີ 11 ມີນາ 2012. (AP Photo/Khin Maung Win)

ຊື່​ສຽງ​ອັນໂດ່​ງດັງ​ຂອງ​ທ່ານ​ນາງ ​
ອອງ ຊານ ຊູ​ຈີ ​ໄດ້​ເຮັດ​ໃຫ້​ຕຶກ​
ສູນ​ກາງ​ພັກ​ຂອງທ່ານ​ນາງ ​ກາຍ
ເປັນ​ຈຸດໝາຍ​ທີ່ພວກ​ນັກ​ທ່ອງ​ທ່ຽວ
ນິຍົມ​ກັນ​ໄປເບິ່ງ​ແລະ​ຢ້ຽມຢາມ.

ພວກ​ມາ​ຢ້ຽມຢາມຫລາຍ​ຄົນ ​ເຊັ່ນ
ນາງ Francine ​ນັກ​ທ່ອງ​ທ່ຽວ
ຊາວ​ຝຣັ່ງ ກ່າວ​ວ່າ ​ພວກ​ເຂົາ​ເຈົ້າ
ຮູ້ສຶກປະ​ທັບ​ໃຈ​ຢ່າງ​ເລິກ​ຊຶ່ງ​ ນໍາ
ເລຶ່ອງລາວ​ຂອງ​ທ່ານ​ນາງ ອອງ
ຊານ ຊູ​ຈີ. ລາວ​ເວົ້າ​ວ່າ:

“ແນ່ນອນ​ ​ຂ້ອຍ​ຈະ​ຮູ້ສຶກ​ເປັນ​ກຽດ​ຢ່າງຍິ່ງ ຖ້າ​ຈະ​ໄດ້​ພົບ​ສະຕີ​ທ່ານນີ້. ຂ້ອຍ​ຄິດວ່າ ທ່ານ​ນາງ​ເປັນ​ຄົນ​ພິລາດ​ອາດ​ຫານ​ຫລາຍ ​ແລະ​ທ່ານ​ນາງ​ໄດ້ໃຊ້​ຊີວິດ ​ແບບ​ທີ່ພິ​ເສດ​ໄປ​ຈາກ​ຄົນ​ອື່ນໆ​ທີ່​ສຸດ.”

ຢ່າງ​ໃດ​ກໍ​ດີ ເຖິງ​ແມ່ນໄດ້​ມີ​ຮ່ອງຮອຍທີ່​ຊັດເຈນຕ່າງໆຂອງ​ການ​ປະຕິ​ຮູບກໍ​ຕາມ ​ແຕ່​ທ່ານ U Nyan Win ຜູ້​ຈັດການ​ຝ່າຍ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ​ຂອງ​ພັກ NLD ກໍ​ຍັງມີ​ຄວາມ​ວິຕົກ​ກ່ຽວ​ກັບ​ຄວາມ​ຍຸຕິ​ທໍາ​ຂອງການປ່ອນ​ບັດ​ນັ້ນ​ຢູ່ ຊຶ່ງ​ທ່ານ​ກ່າວ​ວ່າ:

“ປັດຈຸບັນ​ນີ້ ພວກ​ເຮົາ​ປະ​ເຊີນ​ກັບ​ຄວາມ​ລໍາບາກ​ຫລາຍ​ສິ່ງ​ຫລາຍ​ປະການຢູ່ ​
ໂດຍ​ສະ​ເພາະ​ກັບ​ຄວາມ​ບໍ່​ເປັນ​ລະ​ບຽບ ບໍ່​ຖືກ​ບໍ່​ຕ້ອງຂອງ​ບັນຊີ​ຜູ້​ມີ​ສິດ​ປ່ອນ​ບັດ ​
ແລະ​ໂດຍ​ສະ​ເພາະ​ຢູ່​ໃນ​ເມືອງ Kawhmu ຂອງ​ທ່ານ​ນາງ​ອອງຊານ ຊູ​ຈີ ນັ້ນ​
ຄື​ມີ​ລາ​ຍຊື່​ຜູ້​ມີ​ສິດ​ປ່ອນ​ບັດ​ທີ່​ອາຍຸ​ບໍ່​ຮອດ​ ບາງ​ຄົນ​ຍັງ​ເດັກນ້ອຍ​ຢູ່​ເລີຍ ມີ​ອາຍຸ​
ພຽງ 10 ຫລື 11 ປີປະມານ​ນັ້ນ.”

ພວກ​ກໍາກັບ​ນໍາການ​ເລືອກ​ຕັ້ງ​ຂອງ​ພັກ NLD ກ່າວ​ວ່າ ພວກ​ເຂົາ​ເຈົ້າຫວັງ​ວ່າ ຊື່​ສຽງ​ແລະ
ພະລັງ​ອໍານາດ​ດາລາຂອງ​ທ່ານ​ນາງ ​ອອງ ຊານ ຊູ​ຈີ ​ແລະ​ ​ການຕິດຕາມ​ເບິ່ງຢ່າງໃກ້​ຊິດ​
ຂອງ​ນາໆຊາດນັ້ນ ຈະ​ຊ່ວຍ​ຄໍ້າປະກັນ​ໃຫ້​ມີ ການ​ເລືອກ​ຕັ້ງ​ທີ່​ຂາວສະ​ອາດໄດ້.

ເບິ່ງລາຍງານວີດີໂອພາສາອັງກິດ:

XS
SM
MD
LG