ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນາຍົກອັງກິດ ຈະໄປຢ້ຽມຢາມ ມຽນມາ


ທ່ານ David Cameron ນາຍົກລັດຖະມົນຕີອັງກິດ ທີ່ຈະເດີນທາງໄປ ຢ້ຽມຢາມມຽນມາ
ທ່ານ David Cameron ນາຍົກລັດຖະມົນຕີອັງກິດ ທີ່ຈະເດີນທາງໄປ ຢ້ຽມຢາມມຽນມາ

ທ່ານ David Cameron ນາຍົກລັດ​ຖະມົນຕີ​ອັງກິດ​ກ່າວ​ວ່າ ​ໃນ​ບໍ່​ຊ້າ​ນີ້ປະ​ເທດ​ຂອງ​ທ່ານ
ຈະ​ຜ່ອນຜັນ​ການ​ລົງ​ໂທດ​ຕ່າງໆ​ຕໍ່​ມຽນມາ ​ໃນ​ຂະນະທີ່​ທ່ານ​ຕຽມການ​ໄປ​ຢ້ຽມຢາມ​ຄັ້ງ
ປະວັດ​ສາດຕໍ່ປະ​ເທດ​ດັ່ງກ່າວ​ທີ່​ເປັນ​ປະ​ເທດ​ໂດດດ່ຽວ​ໃນ​ຄັ້ງ​ນຶ່ງ​ນັ້ນ.

ທ່ານນາຍົກ Cameron ບອກ​ອົງການ​ຂ່າວ​ບີ​ບີ​ຊີ​ເມື່ອ​ວັນ​ພະຫັດ​ມື້​ນີ້​ວ່າ ອັງກິດ​ຈະ​ຕອບ
ສະໜອງແບບ​ດຽວ​ກັນ​ໂດຍໄວຖ້າ​ຫາກ​ມຽນມາ​ສືບຕໍ່​ສ້າງ​ຄວາມກ້າວ​ໜ້າ​ໃນ​ການ​ຫັນ​ປ່ຽນ
ໄປ​ສູ່​ປະຊາທິປະ​ໄຕ ​ແຕ່ທ່ານ​ກໍ​ກ່າວ​ອີກ​ວ່າ ທ່ານ​ຕ້ອງການ​ເຫັນ​ການ​ປ່ຽນ​ແປງ​ຕົວ​ຈິງ​
ກ່ອນ​ຈະ​ຕັດສິນ​ໃຈ​ໃດໆ.

ໃນ​ວັນ​ສຸກ​ມື້​ອື່ນ​ນີ້ ນາຍົກລັດຖະມົນຕີອັງກິດ ຈະ​ເປັນ​ຜູ້​ນໍາ​ປະ​ເທດ​ຕາ​ເວັນ​ຕົກ​ທີ່​ສໍາຄັນ
ຄົນ​ທໍາ​ອິດ​ທີ່​ເດີນ​ທາງ​ໄປ​ຢ້ຽມຢາມ​ມຽນມາ ນັບ​ຕັ້ງ​ແຕ່​ມຽນມາຍຸຕິ​ການ​ປົກຄອງ​ປະ​ເທດ​
ໂດຍ​ພວກທະຫານ​ ທີ່ມີມາ​ໄດ້ຫ້າ​ສິບ​ປີ​ແລ້ວນັ້ນ.

ທ່ານ ນາຍົກ Cameron ມີ​ກໍານົດ​ຈະ​ພົບ​ປະ​ກັບ​ທ່ານ​ນາງ​ອອງຊານ ຊູ​ຈີ ຜູ້​ນໍາ​ປະຊາ
ທິປະ​ໄຕ ທີ່​ພັກ​ການ​ເມືອງ​ຂອງ​ທ່ານ​ນາງໄດ້​ຮັບ​ໄຊຊະນະ​ຢ່າງ​ຖ້ວມ​ລົ້ນ ​ໃນການ​ເລືອກ​
ຕັ້ງຄັ້ງ​ພິ​ເສດ​ ເອົາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ເມື່ອ​ຕົ້ນ​ເດືອນ​ນີ້.

ການ​ຢ້ຽມຢາມ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ ເປັນ​ເວລາ​ຫ້າ​ວັນ​ຂອງ​ທ່ານ​ນາຍົກ
Cameron ຄັ້ງ​ນີ້ ຍັງ​ໂຮມ​ທັງການ​ຢ້ຽມຢາມ​ອິນ​ໂດ​ເນ​ເຊຍ ​ແລະ​ມາ​ເລ​ເຊຍ​ນໍາດ້ວຍ.

XS
SM
MD
LG