ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

1 ຄົນເສຍຊີວິດ ຍ້ອນລະເບີດແຕກ ທີ່ມຽນມາ (ສະໄລດ໌)


ຕໍາຫລວດມຽນມາ ກົ້ມລົງເບິ່ງລະເບີດລູກນຶ່ງ ທີ່ພົບເຫັນຢູ່ໃນຖົງ ໃນນະຄອນຢາງກຸ້ງ ເມື່ອວັນທີ 15 ຕຸລາ 2013.
ຕໍາຫລວດມຽນມາ ກົ້ມລົງເບິ່ງລະເບີດລູກນຶ່ງ ທີ່ພົບເຫັນຢູ່ໃນຖົງ ໃນນະຄອນຢາງກຸ້ງ ເມື່ອວັນທີ 15 ຕຸລາ 2013.
ຕຳຫລວດ​ ກ່າວ​ວ່າ ມີ​ຄົນ​ນຶ່ງ​ເສຍ​ຊີວິດ​ ເວລາ​ລະ​ເບີດ 2 ລູກ​
ແຕກ​ຂຶ້ນໃນ​ລັດ Shan ທີ່​ເປັນ​ເຂດ​ວຸ້ນວາຍ​ໃນ​ພາກ​ຕາ​ເວັນ
​ອອກ​ ​ອັນ​ເປັນ​ການວາງ​ລະ​ເບີດ​ລາຍ​ນ້ອຍໆຄັ້ງ​ຫຼ້າ​ສຸດໃນ​ປະ
​ເທດ​ໃນ​ພາກເອ​ເຊຍຕາ​ເວັນ​ອອກສຽງ​ໃຕ້​ແຫ່ງ​ນີ້.

ຕຳຫຼວດ​ກ່າວ​ວ່າ ພວກ​ເຂົາ​ເຈົ້າຍັງ​ກຳລັງ​ທຳ​ການ​ສືບສວນ​
ກ່ຽວ​ກັບ​ເຫດ​ລະ​ເບີດດັ່ງກ່າວ ​ທີ່​ເກີດຂຶ້ນ​ໃນ​ເຊົ້າ​ວັນ​ພະຫັດ
​ມື້​ນີ້ ​ໃນ​ເມືອງ Namkham ​ໃນ​ລັດ Shan ຊຶ່ງ​ຢູ່​ບໍ່​ໄກ​ຈາກ​
​ຊາຍ​ແດນ​ຂອງ​ມຽນມາ​ຕິດ​ກັບ​ຈີນ. ລັດ Shan ​ເປັນ​ຖິ່ນຂອງ
​ພວກ​ກະບົດ​ຊົນ​ກຸ່ມ​ນ້ອຍ ທີ່​ໄດ້​ທຳ​ການ​ຕໍ່ສູ້​ກັບ​ພວກ​ທະຫານ
ມຽນມາ​ ມາ​ເປັນ​ເວລາ​ດົນ​ນານ.

​ໄດ້​ມີການວາງລະ​ເບີດ​ ​ແລະ​ການ​ພະຍາຍາ​ມວາງ​ລະ​ເບີດຄັ້ງ​ເລັກໆ​ນ້ອຍໆຕິດ​ຕໍ່​ກັນ​ມາ​ຫຼາຍ​ຄັ້ງ ໂດຍ​ທີ່​ອະທິບາຍ​ບໍ່​ໄດ້​ເກີດ​ຂຶ້ນ​ໃນ​ທົ່ວ​ມຽນມາ​ໃນ​ສັບປະດາ​ຜ່ານ​ມາ​ນີ້. ການ
ວາງ​ລະ​ເບີດ​ທີ່ເປັນ​ຂ່າວ​ຫຼາຍ​ທີ່​ສຸດ ກໍ​ແມ່ນ​ການ​ໂຈມ​ຕີ​ທີ່​ໂຮງ​ແຮມ​ທີ່​ມີ​ຊື່​ສຽງ​ແຫ່ງ​ນຶ່ງ​ໃນນະຄອນຢ່າງ​ກຸ້ງ ທີ່​ໄດ້​ເຮັດໃຫ້​ແມ່​ຍິງອາ​ເມຣິກັນ​ຄົນ​ນຶ່ງ​ ໄດ້​ຮັບ​ບາດ​ເຈັບ​.

​ໃນ​ວັນ​ພະຫັດ​ມື້​ນີ້ ສະຖານທູດ​ສະຫະລັດ​ທີ່​ມຽນມາ​ໄດ້​ປະນາມ​ການ​ໂຈມ​ຕີ​ຕ່າງໆ ​ໂດຍ​ກ່າວ​ວ່າ ການ​ໂຈມ​ຕີ​ເຊັ່ນ​ນີ້ ບໍ່ເກີດ​ຂຶ້ນ​ໃນ​ສັງຄົມ​ທີ່​ສີວິ​ໄລ ​ແລະ​ສະ​ແດງ​ຄວາມ​ໝັ້ນ​ໃຈວ່າ
​ພວກ​ເຈົ້າ​ໜ້າ​ທີ່​ມຽນມາຈະ​ສາມາດ​ຮັບ​ມື​ກັບ​ ການເຄື່ອນ​ໄຫວ​ແບບ​ກໍ່​ການ​ຮ້າຍ​ເຊັ່ນ​ນີ້​ໄດ້.

ຕຳຫຼວດ​ໄດ້​ຈັບ​ກຸມ​ຜູ້​ຊາຍ 3 ຄົນ ທີ່​ມີ​ສ່ວນ​ພົວພັນ​ກັບ​ການວາງ​ລະ​ເບີດ​ຕ່າງໆ​ເຫຼົ່າ​ນີ້ ຊຶ່ງມາ​ຮອດ​ປັດຈຸບັນ ​ໄດ້​ສັງຫານຜູ້​ຄົນ​ໄປ​ແລ້ວ 3 ຄົນ.

XS
SM
MD
LG