ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Clinton ຮຽກຮ້ອງ ໃຫ້ມຽນມາ ຫຼຸດຜ່ອນ ຄວາມເຄັ່ງຕຶງ (ວີດີໂອ)


ທ່ານນາງ ອອງຊານ ຊູຈີ ຜູ້ນຳພັກຝ່າຍຄ້ານມຽນມາ (ຂວາ) ພົບປະກັບ ອະດີດປະທານາທິບໍດີ Bill Clinton ທີ່ເເຮືອນ ຂອງທ່ານນາງ ໃນນະຄອນຢ່າງກຸ້ງ (14 ພະຈິກ 2013)
ທ່ານນາງ ອອງຊານ ຊູຈີ ຜູ້ນຳພັກຝ່າຍຄ້ານມຽນມາ (ຂວາ) ພົບປະກັບ ອະດີດປະທານາທິບໍດີ Bill Clinton ທີ່ເເຮືອນ ຂອງທ່ານນາງ ໃນນະຄອນຢ່າງກຸ້ງ (14 ພະຈິກ 2013)
ໃນລະຫວ່າງການເດີນທາງ ໄປຢ້ຽມຢາມມຽນມາ ແບບບໍ່ມີການ ປະກາດໃຫ້ຊາບລ່ວງໜ້າໃນວັນພະຫັດວານນີ້ອະດີດປະທານາ
ທິບໍດີສະຫະລັດ ທ່ານ Bill Clinton ໄດ້ຮຽກຮ້ອງໃຫ້ພວກຜູ້ນຳ
ຂອງມຽນມາຫລຸດຜ່ອນຄວາມເຄັ່ງຕຶງລະຫວ່າງຊົນຊາດຊົນເຜົ່າ
ແລະທ້າງດ້ານສາສະໜາ ທີ່ໄດ້ສ້າງຄວາມແຕກແຍກໃຫ້ແກ່ປະ
ເທດດັ່ງກ່າວ ທີ່ພວມຢູ່ໃນລະຫວ່າງການຫັນປ່ຽນ ຈາກການປົກ
ຄອງຂອງພວກທະຫານ ມາໄດ້ສອງປີແລ້ວນັ້ນ.

ໃນຄຳປາໄສທີ່ນະຄອນຢ່າງກຸ້ງນັ້ນອະດີດປະທານາທິບໍດີ Clin-
ton ກ່າວວ່າ ເຖິງແມ່ນມຽນມາໄດ້ເດີນໜ້າ ໄປໃນຫຼາຍໆດ້ານກໍ
ຈິງ ແຕ່ກໍຍັງມີອີກຫຼາຍສິ່ງຫຼາຍຢ່າງ ທີ່ຕ້ອງໄດ້ກະທຳ.

ທ່ານ Clinton ກ່າວວ່າ ທົ່ວໂລກ ໄດ້ໃຫ້ການສະໜັບສະໜຸນແກ່ມຽນມາ ນັບແຕ່ປະເທດ ດັ່ງກ່າວໄດ້ສິ້ນສຸດການປົກຄອງຂອງພວກທະຫານທີ່ມີມາເປັນເວລາເຄິ່ງສັດຕະວັດ ໃນປີ
2011.

ທ່ານເວົ້າວ່າ “ໂລກທັງໂລກ ໄດ້ພາກັນເຊຍໃຫ້ ທຸກໆຂ່າວດີທີ່ໄດ້ຮັບ ແລະຮູ້ສຶກອິດເມື່ອຍ ເວລາເຂົາເຈົ້າໄດ້ຍິນຂ່າວ ຄວາມຮຸນແຮງທາງສາສະໜາ.”

ນີ້ແມ່ນການເດີນທາງໄປຢ້ຽມຢາມມຽນມາເທື່ອທຳອິດຂອງອະດີດປະທານາທິບໍດີ Clinton.

ໃນປີ 2011 ພັນລະຍາຂອງທ່ານ Clinton ຄືທ່ານນາງ Hillary Clinton ໄດ້ເດີນທາງໄປ ຢ້ຽມຢາມມຽນມາຄັ້ງປະຫວັດສາດ ໃນລະຫວ່າງທີ່ທ່ານນາງ ຍັງເປັນລັດຖະມົນຕີການຕ່າງ ປະເທດຢູ່ນັ້ນ.

Clinton
please wait
Embed

No media source currently available

0:00 0:00:26 0:00
XS
SM
MD
LG