ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊີວະປະວັດຫຍໍ້ຂອງ ທ່ານນາງ ອອງຊານ ຊູຈີ


ທ່ານ​ນາງ​ ອອງຊານ​ ຊູ​ຈີ​ ຜູ້ນຳພັກ NLD ໄດ້ຖືຕ້ອນຮັບຈາກປວງຊົນອັນແໜ້ນໜາ ທີ່ເຕົ້າໂຮມກັນ ເພື່ອສະແດງຄວາມຍິນດີນຳທ່ານນາງ ພາຍຫລັງທີ່ທານນາງ ໄດ້ຖືກປ່ອນຕົວໃຫ້ເປັນອິດສະຈາກການກັກບໍລິເວນ ໃນຄັ້ງສຸດທ້າຍ.
ທ່ານ​ນາງ​ ອອງຊານ​ ຊູ​ຈີ​ ຜູ້ນຳພັກ NLD ໄດ້ຖືຕ້ອນຮັບຈາກປວງຊົນອັນແໜ້ນໜາ ທີ່ເຕົ້າໂຮມກັນ ເພື່ອສະແດງຄວາມຍິນດີນຳທ່ານນາງ ພາຍຫລັງທີ່ທານນາງ ໄດ້ຖືກປ່ອນຕົວໃຫ້ເປັນອິດສະຈາກການກັກບໍລິເວນ ໃນຄັ້ງສຸດທ້າຍ.

ຜູ້ນໍາປະຊາທິປະໄຕໃນມຽນມາ ທ່ານນາງ ອອງຊານ ຊູຈີ ໄດ້ຖືກປ່ອຍຕົວອອກຈາກ ການຖືກກັກໃຫ້ຢູ່ແຕ່ໃນບໍລິເວນບ້ານຂອງທ່ານນາງຄັ້ງຫລ້າສຸດ ໃນອາທິດແລ້ວນີ້. ໃນ ລາຍງານມາຈາກບາງກອກສະບັບນີ້ ຜູ້ສື່ຂ່າວ ວີໂອເອ ໄດ້ພິຈາລະນາເບິ່ງຊີວະປະວັດ ຫຍໍ້ຂອງສະຕີຜູ້ທີ່ໄດ້ເສຍສະລະຢ່າງຫລວງຫລາຍ ໃນການປະຕິບັດຕາມ ຄວາມຕັ້ງໃຈ ອັນແນ່ວແນ່ຂອງຕົນ ເພື່ອຈະໃຫ້ໄດ້ເຫັນປະຊາທິປະໄຕ ກັບຄືນມາສູ່ປະເທດຊາດ.

ທ່ານ​ນາງ​ ອອງຊານ​ ຊູ​ຈີ​ ​ເປັນ​ລູກ​ສາວ​ຂອງ​ທ່ານ ອອງ
ຊານ ຜູ້ນໍາພາ​ເອກະລາດ​ມາສູ່​ມຽນມາ ທີ່​ໄດ້​ຖືກ​ລອບ​ສັງ
ຫານ​ ໃນ​ຕອນ​ທີ່ທ່ານ​ນາງຍັງ​ເປັນ​ເດັກນ້ອຍຢູ່.

ແຕ່​ວ່າ​ທ່ານ​ນາງ​ໄດ້​ໄປ​ດຳລົງ​ຊິວິດ​ຢູ່ຕ່າງປະ​ເທດ​ເກືອບ​ຕະ
ຫລອດ​ຊີວິດ​ຂອງ​ທ່ານ​ນາງ ​ແລະ​ເຖິງ​ແມ່ນ​ວ່າ ພໍ່ຂອງ​ທ່ານ
ນາງໄດ້​ປະມູນ​ເຊື້ອ​ໄວ້​ໃຫ້​ແລ້ວກໍ​ຕາມ ​ແຕ່ທ່ານ​ນາງ​ບໍ່​ໄດ້​ໄປ
ກ່ຽວຂ້ອງ​ກັບການ​ເມືອງ​ໃນ​ມຽນມາ ຈົນຮອດ ປີ 1988
ຕອນ​ທີ່ການ​ປະ​ທ້ວງ​ເພື່ອ ປະຊາທິປະ​ໄຕ ຫລາຍໆ​ບັ້ນ​ຕິດ​ຕໍ່
ກັນ​ໄດ້ແຜ່​ລາມ​ໄປທົ່ວທັງ​ມຽນມາ ຫລືທີ່​ເອີ້ນ​ກັນ​ວ່າ ພະມ້າ
ໃນ​ເວລາ​ນັ້ນ.

ຜູ້ນຳອາຍຸ 65 ປີ​ຂອງພັກ National League for
Democracy Party ຫລື ພັກສັນນິບາດແຫ່ງຊາດ
ເພື່ອປະຊາທິປະໄຕ ທ່ານນີ້ ​ໄດ້​ນຳພາພັກ​ຂອງທ່ານ​ ​
ໄປ​ສູ່​ໄຊຊະນະ​ໃນ​ການເລືອກ​ຕັ້ງປີ 1990.

ຊີວະປະວັດຫຍໍ້ຂອງ ທ່ານນາງ ອອງຊານ ຊູຈີ
ຊີວະປະວັດຫຍໍ້ຂອງ ທ່ານນາງ ອອງຊານ ຊູຈີ

ແຕ່​ວ່າຝ່າຍ​ທະຫານ ຊຶ່ງ​ໄດ້​ປົກຄອງ​ມຽນມາ
ມາ​ເປັນ​ເວລາ 5 ທົດ​ສະ​ວັດນັ້ນ ​ບໍ່​ໄດ້​ເອົາ​ຫົວ
ຊາ​ຕໍ່​ຜົນ​ການ​ເລືອກ​ຕັ້ງ ແລະໄດ້​ກັກຂັງທ່ານ​
ນາງ​ໄວ້​ເປັນເວລາ​ສ່ວນ​ໃຫຍ່​ຂອງ 20 ປີ ​ທີ່
ຜ່ານ​ມາ.

ທ່ານທິຕິນັນ ພົງ​ສຸດທິຣັກ ຊຶ່ງ​ເປັນ​ຜູ້​ອຳ
ນວຍການ​ສະ​ຖາ​ບັນສຶກສາ​ຄວາມໝັ້ນຄົງ ​
ແລະນາໆ​ຊາດ ຫລື the Institute of
Security and International Studies
ທີ່​ມະຫາວິທະຍາ​ໄລຈຸລາ​ລົງ​ກອນຂອງ​ໄທ ກ່າວ​ກ່ຽວກັບ ບັນຫານີ້ວ່າ:

ທ່ານທິຕິນັນ ພົງ​ສຸດທິ ຣັກ ​ຜູ້​ອຳ​ນວຍການ​ ສະຖາ​ບັນສຶກສາ​ຄວາມ ໝັ້ນຄົງ​ແລະນາໆ​ຊາດ, ​ ມະຫາວິທະຍາ​ໄລຈຸລາ​ ລົງ​ກອນ ຂອງໄທ.
ທ່ານທິຕິນັນ ພົງ​ສຸດທິ ຣັກ ​ຜູ້​ອຳ​ນວຍການ​ ສະຖາ​ບັນສຶກສາ​ຄວາມ ໝັ້ນຄົງ​ແລະນາໆ​ຊາດ, ​ ມະຫາວິທະຍາ​ໄລຈຸລາ​ ລົງ​ກອນ ຂອງໄທ.

“ທ່ານນາງ ອອງຊານ ຊູຈີ ເປັນສັນຍາ​ລັກ​ທີ່​ຜູ້​ຄົນ​
ເຄົາລົບ​ນັບຖື​ແລະ​ຊື່ນ​ຊົມ. ທ່ານ​ນາງ ໄດ້ຮັບລາງວັນ
ໂນແບລຂະແໜງສັນຕິພາບ. ທ່ານນາງ ໄດ້ຮັບຄວາມ
ເຈັບປວດມາ ຢ່າງແສນສາຫັດ. ພັກສັນນິບາດແຫ່ງ
ຊາດ ເພື່ອປະຊາທິປະໄຕ ຫລື NLD ໄດ້ຊະນະການ
ເລືອກຕັ້ງຄັ້ງຫລ້າສຸດ ຄືເມື່ອປີ 1990. ສະ​ນັ້ນ ກໍ​
ໝາຍ​ຄວາມ​ວ່າ​ພວກ​ເຂົາ​ເຈົ້າ ​ໄດ້ຖືກໂກງ​ໄຊຊະນະ
ມາເປັນ
ເວລາ 20 ປີແລ້ວ ຊຶ່ງນີ້ແມ່ນຖືວ່າເປັນການ​ຍຶດ​ເອົາ​ອໍານາດໂດຍ​ພະລະການຢ່າງ​ເປັນລະບົບມາ
ເປັນເວລາສອງທົດສະວັດ ຫລື ຊາວກວ່າປີຜ່ານມາ.”

ທ່ານ​ນາງ​ອອງຊານ​ ຊູ​ຈີ​ ​ໄດ້ຮັບ​ລາງວັນໂນ​ແບ​ລຂະ​ແໜງ
ສັນຕິພາບ ​ໃນ​ປີ 1991 ສຳລັບ​ຄວາມ​ພະຍາຍາມ​ຂອງ​ ທ່ານ​ນາງ ​ທີ່​ຈະນຳ​ເອົາ​ປະຊາທິ​ປະໄຕ​ມາສູ່​ມຽນມາ.

ທ່ານ​ນາງ​ ໄດ້​ຖືກປ່ອຍ​ຕົວ​ ຈາກ​ການ​ຖືກກັກ​ບໍລິ​ເວນ​ໃຫ້ຢູ່​ແຕ່ໃນເຂດ ບ້ານ​ເຮືອ​ນ​ຂອງ​ທ່ານ​ນາງ ​ໃນປີ 2002 ​ແລະຝຸງ​ຄົນ​ພາກັນເຕົ້າໂຮມ ກັນຢ່າງ​ໜາ​ແໜ້ນ ຢູ່​ໃນທົ່ວ​ປະ​ເທດ ​ເພື່ອ​ຟັງ​ຄຳ​ປາ​ໃສ​ຂອງ​ທ່ານ​ນາງ.

ພວກປະທ້ວງພາກັນເດີນ ຂະບວນໃນເດືອນພຶດສະ ພາ 2008 ເພື່ອຮຽກ ຮ້ອງໃຫ້ປ່ອຍຕົວທ່ານ ນາງ ອອງຊານ ຊູຈີ
ພວກປະທ້ວງພາກັນເດີນ ຂະບວນໃນເດືອນພຶດສະ ພາ 2008 ເພື່ອຮຽກ ຮ້ອງໃຫ້ປ່ອຍຕົວທ່ານ ນາງ ອອງຊານ ຊູຈີ

ແຕ່​ວ່າ ປີ​ນຶ່ງ​ຕໍ່ມາ ​ລັດຖະບານ​ໄດ້​ກັກ​ຂັງທ່ານ​ນາງ​ໄວ້​ອີກ ພາຍຫລັງ​ທີ່​ ​ພວກສະໜັບສະ ໜູນລັດຖະບານ​ທະຫານກຸ່ມ​ນຶ່ງ ໄດ້​ໂຈມ​ຕີ​ຂະ​ບວນລົດຂອງ​ທ່ານ​ນາງ.

ຝ່າຍລັດຖະບານໄດ້ອ້າງ​ວ່າ ການກັກ​ບໍລິ​ເວນທ່ານນາງ ອອງຊານ​ ຊູ​ຈີ​ ນັ້ນ ກໍ​ແມ່ນເພື່ອ ປ້ອງ​ກັນຄວາມ​ປອດ​ໄພໃຫ້ທ່ານ​ນາງ​ເອງ​. ​ແຕ່​ວ່າຕໍ່ມາ ​ພວກ​ເຂົາ​ກໍໄດ້​ຍືດ​ເວລາໃນການ​ກັກ​ຂັງ​ທ່ານ​ນາງ​ອອກ​ໄປ ຫລັງ​ຈາກ​ໄດ້​ດຳ​ເນີນ​ຄະດີ​ທ່ານ​ນາງ​ແລະຕັດສິນ​ວ່າ ທ່ານ​ນາງ​ໄດ້ລະ​ເມີດ​ເງື່ອນ​ໄຂ ການ​ກັກ​ບໍລິ​ເວນ ລຸນ​ຫລັງ​ທີ່​ມີ​ຊາຍ​ຊາວ​ອາ​ເມຣິກັນ​ຜູ້​ນຶ່ງ ​ລອຍ​ຂ້າມ ໜອງເຂົ້າໄປ​ພັກ​ຢູ່​ໃນ​ເຮືອນຂອງທ່ານ​ນາງ.

ທ່ານ ທິຕິນັນ ກ່າວ​ວ່າ ພວກ​ນາຍ​ພົນ​ທີ່​ປົກຄອງ​ປະ​ເທດ​ທັງຫລາຍ ​ໄດ້​ພາກັນ​ເຮັດທຸກ​ສິ່ງ​ທຸກ​ຢ່າງ​ ຕາ​ມອຳນາດ​ທີ່​ພວກ​ເຂົາມີ ​ເພື່ອຮາວີ​ກັ່ນ​ແກ້ງ, ຂົ່ມຂູ່, ບັງຄັບ ​ແລະ ຈຳກັດຮັດ​ແຄບ ທ່ານ​ນາງ​ ອອງຊານ​ ຊູ​ຈີ.

ພວກສະໜັບສະໜູນທ່ານນາງ ​ເປັນ​ພັນໆຄົນ ທີ່ເອີ້ນທ່ານ​ນາງ​ສັ້ນໆ ​ແຕ່​ພຽງວ່າ “ທ່ານສຸ ພາບ​ສັດຕຣີ” ນັ້ນ ​ກໍໄດ້​ຖືກ​ຈຳ​ຄຸກໃນ​ຂໍ້​ຫາ​ຕໍ່ຕ້ານ ແລະ​ຄັດ​ຄ້ານລັດຖະບານ​ທະຫານ​.

ທ່ານ ທິຕິນັນ​ກ່າວ​ອີກ​ວ່າ ແຕ່​ເຖິງ​ປານ​ນັ້ນກໍ​ຕາມ ​ແລະ ​ເຖິງ​ວ່າ​ທ່ານ​ນາງຈະ​ໄດ້​ຖືກ​ຕັດ ຂາດ​ຈາກ​ໂລກ​ພາຍ​ນອກ​ ​ເປັນ​ສ່ວນຫລາຍ ເປັນ ເວລາ​ຫລາຍໆປີ​ ກໍ​ຕາມ ​ແຕ່ທ່ານ​ນາງ​ ອອງຊານ​ ຊູ​ຈີ ກໍ​ຍັງ​ຄົງ​ເປັນ​ສັນຍາ​ລັກ​ທີ່​ມີພະລັງ​ແຮງ​ກ້າ​ ສໍາລັບ​ພວກ​ທີ່ສະໜັບສະໜູນ ປະຊາທິປະ​ໄຕ​ໃນ​ມຽນມາ ຊຶ່ງທ່ານ​ກ່າວ​ດັ່ງນີ້:

“ແນ່ນອນວ່າ ທ່ານນາງອອງຊານ ​ແມ່ນເປັນສັນຍາລັກ ​ແລະເປັນ​ໂຕ​ແທນ​ຂອງ​ຫລາຍໆ ຄວາມຫວັງແລະຄວາມໃຝ່ຝັນຂອງຊາວມຽນມາ ແລະທ່ານນາງກໍ​ໄດ້​ຮັບ​ຖານະ​ດັ່ງກ່າວ​ນີ້ ໃນຕະຫລອດໄລຍະຊາວປີ ຜ່ານມາພາຍ ຜ່ານຄວາມເຈັບຊໍ້າ ທຸກທໍລະມານຂອງທ່ານ ນາງ ຜ່ານອຸດົມການປະຊາທິປະໄຕຂອງ​ທ່ານ​ນາງ ຜ່ານ​ການ​ຕໍ່ສູ້ຂອງທ່ານນາງ ແລະ ຜ່ານການສະແດງອອກ​ເຖິງ​ຄວາມ​ຕັ້ງ​ໃຈ​ຢ່າງ​ເດັດດ່ຽວ​ຂອງ​ທ່ານ​ນາງ​ເອງ ​ເຖິງ​ແມ່ນ​ມັນ​ຈະ​ສ້າງ​ຄວາມ​ເສຍ​ຫາຍໃຫ້​ແກ່ຄອບຄົວ ແລະສຸຂະພາບຂອງທ່ານນາງ ແລະຄວາມ​ເສຍ​ຫາຍ ອີກຫລາຍໆຢ່າງກໍ​ຕາມ.”

ເຄື່ອງໝາຍມະຫາວິທະຍາໄລ Oxford ຂອງອັງກິດ
ເຄື່ອງໝາຍມະຫາວິທະຍາໄລ Oxford ຂອງອັງກິດ

ທ່ານ​ນາງ​ ອອງຊານ​ ຊູ​ຈີ ຮຽນຈົບ​ຈາກ​ມະຫາວິທະຍາ​ໄລ Oxford ​ທີ່​ປະ​ເທດ​ອັງກິດ ​ແລະ​ໄດ້ແຕ່ງງານ​ກັບ​ນັກ​ວິຊາ​ການດ້ານ​ການ​ສຶກສາ ຊາວ​ອັງກິດ ທ່ານ Michael Aris. ທັງ​ສອງ​ມີ​ລູກ​ຊາຍນໍາ​ກັນ 2 ຄົນ.

ເວລາ​ສາມີ​ຂອງ​ທ່ານ​ນາງ​ຢູ່​ທີ່​ອັງກິດ ລົ້ມປ່ວຍ​ຍ້ອນ​ພະຍາດ​ມະ​ເຮັງ ທ່ານ​ນາງ​ຕັດສິນ​ໃຈບໍ່​ໄປ​ຢ້ຽມສາມີ ຍ້ອນ​ຢ້ານ​ວ່າ ທ່ານ​ນາງ​ຈະ​ບໍ່ໄດ້ ຮັບອະນຸຍາດ​ໃຫ້ກັບຄືນໄປມຽນມາໄດ້
ອີກ. ​ແລະພວກທະຫານຈະ​ບໍ່ໃຫ້ ວິຊາ​ແກ່​ສາມີ​ຂອງ​ທ່ານ​
ນາງ​ເຂົ້າ​ໄປຢ້ຽມຢາມ​ທ່ານ​ນາງເລີຍ.

ໃນ​ທີ່​ສຸດທ່ານ Michael Aris ກໍ​ໄດ້​ເສຍ​ຊີວິດ​ໄປໃນ​ປີ 1999 ​ໂດຍ​ບໍ່​ໄດ້ເຫັນໜ້າ​ພັນ​ລະ​ຍາຂອງ​ທ່ານ​ ເປັນ​ເວລາ​ຕັ້ງຫລາຍ​ປີ.

XS
SM
MD
LG