ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Burma-Amnesty


ປະທານາທິບໍດີ ສະຫະ​ລັດ ອາ​ເມຣິກາ ທ່ານ​ບ່າຣັກ ​ໂອ​ບ່າ​ມ່າ ກ່າວ​ວ່າ ການ​ຕັດ​ສີນ​ໃຈ​ຂອງ ພະມ້າ ທີ​ໄດ້ປົດ​ປ່ອຍ​ບັນ​ດາ​ນັກ​ໂທດ​ການ​ເມືອງ​ຫລາຍ​ໆຮ້ອຍ​ຄົນ​ນັ້ນ ແມ່ນ​ບາດ​ກ້າວອັນ​ສໍາ​ຄັນ​ ໄປ​ສູ່​ການ​ປະຕິ​ຮູ​ບ​ໃຫ້​ມີ ປະຊາທິປະ​ໄຕ.

ທ່ານບ່ານ​ຂີ່​ມູນ ຫົວໜ້າ​ໃຫ່ຍຂອງ​ອົງການ​ສະຫະ​ປະຊາ​ຊາດ ກ່າວ​ໄນ​ວັນ​ສຸກ​ນີ້​ວ່າ ການ​ປ່ອຍ​ນັກ​ໂທດ​ແມ່ນ​ບາດກ້າວ​ອັນສໍາຄັນ​ທີ​ສຸດ ທີ​ຕົກ​ມາ​ເຖິງ​ປັດ​ຈຸ​ບັນ​ນີ້, ​ເພາະວ່າ ມັນ​ຮ່ວມ​ຢູ່ນໍາ​ນັກ​ການ​ເມືອງ​ຜູ່ສໍາຄັນ​ຫລາຍ​ທ່ານ ທີ​ຈະສາມາດຊ່ວຍ​ໃນ​ການປັບ​ປູ​ງ ​ແກ້​ໄຂບັນຫາ​ຂອງ​ຊາດ.

ລັດຖະບານ​ພະມ້າ ​ແລະ ບັນດາ​ນັກ​ເຄື່ອນ​ໄຫ​ວ ​ເພື່ອ​ປະ​ຊາ​ທິປະ​ໄຕ ກ່າວວ່າ ​ໃນ​ວັນ​ສຸກ ບັນດານັກ​ໂທດ​ການ​ເມືອງຈໍາ​ນວນ 651 ຄົນ​ໄດ້​ຍ່າງ​ອອກ​ມາຢ່າງ​ເສຣີ ​ຊຶ່ງເປັນພາກສ່ວນ​ນຶ່ງ​ ຂອງ​ການ​ນິລະ​ໂທດ​ກໍາ ທີ​ທ່ານ​ນາງ ຮິນ​ລາ​ລີ ຄລິນ​ຕັນ ​ໄດ້​ຮຽກຮ້ອງ​ໄວ້ຢ່າ​ງຈະ​ແຈ້ງ ​ໃນເວລາ ມີທ່ານໄດ້​ມາຢ້ຽມຢາມ ພະ​ມ້າ ຫວ່າງ​ເດືອນ​ແລ້ວ​ນີ້.

ໃນ​ການ​ຕອບ​ໂຕ້ ທ່ານ​ນາງ ຄລີ​ນຕັນ ​ໄດ້​ປະກາດ​ວ່າ ສະຫະຣັດ ຈະ​ເລີ້ມການ​ດໍາ​ເນີນ​ແລກ​ປ່ຽນ​ນັກ​ການ​ທູດ ກັບ​ພະມ້າ.

ການ​ປົດ​ປ່ອຍ​ນັກ​ໂທດ​ໄດ້​ເປັນ​ທີ​ພໍໃຈ ຕໍ່​ສະຫະຣັດ ທີ​ມີ​ການ​ພົວພັນ​ທາງ​ດ້ານ​ການ​ທູດ​ກັບ ປະ​ເທດເອ​ເຊ​ຍ​ເຂດ​ໄຕ້

ແຕ່​ວ່າ ທ່ານ​ໂອ​ບ່າ​ມ່າ ​ແລະ ທ່ານ​ນາງ ຄລີ​ນຕັນ ​ໄດ້​ກ່າວ​ແຕ່​ລະ​ຄັ້ງ​ວ່າ ຍັງ​ຈະ​ມີໜ້າ​ວຽກ​ຢ່າງ​ຫລວງຫລາຍ ທີ​ຈະ​ຕ້ອງ​ໄດ້​ປະຕິບັດ​ໃນ ພະ​ມ້າ. ລັດຖະບານ ​ໂອ​ບ່າມ່າ ​ໄດ້​ຊັກ​ຊວນໃຫ້​ລັດ​ບານພ​ະມ້າ ​ຈົ່ງ​ມີ​ການ​ເບີກທາງການ​ເລືອກ​ຕັ້ງ​ຢ່າງ​ເສຣີ ​ແລະ ທ່ຽງ​ທໍາ ​ໃນ​ປີ​ນີ້ ​ພ້ອ​ມທັງ​ປົດ​ປ່ອຍ​ບັນ​ດາ​ນັກ​ໂທດ​ການ​ເມືອງ​ທີ​ຍັງ​ຕົກ​ຄ້າງ​ຢູ່​ ​ໂດຍ​ບໍ່​ມີ​ເງື່ອນ​ໄຂ​ໄດໆທັງ​ໝົດ.

ຜູ່​ນໍາ​ໃໝ່​ຂອງ​ທະຫານ​ພະ​ມ້າ ທີ​ໜູນ​ຫລັງ​ຈາກ​ລັດ​ທະ​ບານ ​ໄດ້ຮຽກຮ້ອງ​ຫາ​ປະ​ເທດຕາວັນ​ຕົກ ​ແລະ​ເມື່ອ​ມໍໆ​ມາ​ນີ້ ​ທ່ານ​ນາງ ຄລີ​ນຕັນ ລັດ​ທະ​ມົນ​ຕີ​ກະ​ຊ່ວງ​ການ​ຕ່າງປະ​ເທດ ສະຫະລັດ ​ແລະ ທ່ານວິນ​ລ່ຽ​ມ ​ເຮ​ກ ​ລັດ​ທະ​ມົນ​ຕີ ກະ​ຊ່ວງ​ການ​ຕ່າງປະ​ເທດ ອັງກິດ ທັງ​ສອງ​ທ່ານໄດ້​ເປັນ​ເຈົ້າພາບ​ຕ້ອນຮັບ.

ທ່ານ ​ເຮ​ກ ​ກ່າວ​ໃນ​ວັນ​ສຸກ​ນີ້​ວ່າ ທ່ານ​ມີ​ຄວາ​ມຍິນ​ດີ ​ໃນ​ການ​ປ່ອຍ​ຕົວ​ບັນດາ​ນັກ​ໂທດ ​ແລະ ​ໄດ້​ຮຽກ​ຮ້ອງໃຫ້​ ລັດ​ບານພະ​ມ້າ ຈົ່ງສະ​ແດງ​ບົດບາດເພີ້​ມຕໍ່​ໄປ​ອີກ ໃນ​ການຕັດ​ສີນ​ໃຈອັນແທ້​ຈິງ​ ​ເພື່ອໃຫ້​ມີ​ການສ້າງ​ຕັ້ງ​.

ແຫ​ລ່ງຂ່າວ ລັດ​ທະ​ບານ​ພະ​ມ້າ ກ່າວ​ວ່າ ບັນດາ​ນັກ​ໂທດ​ທີ​ຖືກ​ປ່ອຍ​ຕົວ​ນັ້ນ ​ໄດ້​ຖືກ​ສັ່ງ​ຈາກ ປະທານາທິບໍດີ ​ເຮັນ​ເຊັນ ​ເພື່ອໃຫ້​ເຂົາ​ເຈົ້າ​ໄດ້ ຮັບ​ນິລະ​ໂທດ​ກໍາ ແລະ ຈະ​ໄດ້​ຮ່ວມ​ໃນ​ການປົວ​ແປງ​ການ​ສ້າງ​ຕັ້ງ​ຂອງ​ຊາດ.

XS
SM
MD
LG