ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມຽນມາສັ່ງຍົກຍ້າຍ ຄົນປ່ວຍໂຣກເອດສ໌ ຈາກບ່ອນປິ່ນປົວພະຍາດ


ທ່ານນາງອອງຊານຊູຈີອອກຈາກສໍານັກງານໃຫຍ່ຂອງພັກຂອງທ່ານນາງ
ທີ່ນະຄອນຢັ້ງກຸ້ງ ວັນທີ22 ພະຈິກ 2010
ທ່ານນາງອອງຊານຊູຈີອອກຈາກສໍານັກງານໃຫຍ່ຂອງພັກຂອງທ່ານນາງ ທີ່ນະຄອນຢັ້ງກຸ້ງ ວັນທີ22 ພະຈິກ 2010

ບັນດາ​ເຈົ້າ​ໜ້າ​ທີ່​ມຽນມ້າ​ໄດ້​ອອກ​ຄໍາ​ສັ່ງ​ໃຫ້​ພວກ​ຄົນ​ເຈັບ​ທີ່
ເປັນ​ໂຣກ AIDS ​ແລະ​ພະນັກງານປະມານ 80 ຄົນ ອອກ
ໄປຈາກ​ເຮືອນ​ຮັກສາ​ຄົນ​ເຈັບ​ເຫລົ່າ​ນີ້​ໃນ​ນະຄອນ​ຢ້າງ​ກຸ້ງ
ຫລັງ​ຈາກ​ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້​ນໍາ​ປະຊາທິປະ​ໄຕ​ໃນ
ມຽນມາ​ ​ໄດ້ໄປ​ຢ້ຽມຢາມ​ສະຖານ​ທີ່​ແຫ່ງ​ນັ້ນ.

ເຫດຜົນ​ທີ່​ທາງ​ການ​ໃຫ້​ມາກ່ຽວກັບ​ການໄລ່​ໜີ​ດັ່ງກ່າວນີ້​ ກໍ
ແມ່ນ​ວ່າ ​ເຮືອນ​ໄມ້​ຫລັງ​ນີ້ ​ຊຶ່ງ​ເປັນ​ບ່ອນ​ພັກ​ອາ​ໄສທີ່​ດໍາ​ເນີນ​
ການ​ໂດຍ​ທ່ານ Phyu Phyu Tin ຊຶ່ງ​ເປັນ​ສະມາຊິກ​ພັກ
ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​ຂອງ​ທ່ານ​ນາງ​ອອງ
ຊານ​ຊູ​ຈີ​ນັ້ນ ລະເມີດ​ກົດໝາຍ​ຂອງ​ມຽນມາ. ຄໍາ​ສັ່ງ​ໃຫ້ຍ້າຍ​
ອອກ​ນີ້ ມີ​ຂຶ້ນ​ໃນ​ເວລາ 1 ມື້​ ຫລັງ​ຈາກ​ທ່ານ​ນາງ​ອອງຊານ​
ຊູ​ຈີ​ ໄປ​ຢ້ຽມຢາມ​ຄລີ​ນິກ​ແຫ່ງ​ນີ້ ​ແລະໄດ້​ຮຽກຮ້ອງ​ຂໍ​ການ​
ຊ່ອຍເຫລືອ​ທາງ​ດ້ານ​ການ​ແພດ​ຕື່ມ​ອີກ​ ​ໃຫ້​ແກ່ພວກ​ຄົນ
ເຈັບ​ທີ່​ຮັບ​ການຮັກສາ​ພະຍາບານ​ໃນ​ສະຖານ​ທີ່​ແຫ່ງ​ນີ້ ຊຶ່ງ​ ມີຮວມທັງ​ພວກ​ເດັກນ້ອຍ​ນໍາ.

ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້​ທີ່​ໄດ້​ຮັບ​ລາງວັນ​ໂນ​ແບ​ລຂະ​ແໜງ​ສັນຕິພາບ ​ໄດ້​ໄປ​ຢ້ຽມຢາມ
ຄລິ​ນິກ​ແຫ່ງ​ນີ້ ​ໃນ​ເວລາ 4 ມື້​ຫລັງ​ຈາກ​ທ່ານ​ນາງ​ຖືກ​ປ່ອຍ​ໂຕ​ເປັນ​ອິດ​ສະລະ​ຈາກ​ການ​ຖືກ
ກັກ​ໂຕ​ຢູ່​ໃນ​ບ້ານ​ເຮືອນ​ມາ​ເປັນ​ເວລາ 7 ປີ ແລະທ່ານ​ນາງ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ທີ່​ຈະທໍາ​
“ການ​ປະຕິວັດຢ່າງສັນ​ຕິ” ​ໃນ​ຂະນະ​ດຽວ​ກັນ ກໍ​ຊອກ​ຫາ​ທາງ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັບ
ພວກ​ນາຍ​ພົນທະຫານ​ທີ່​ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ​ນີ້.

XS
SM
MD
LG