ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມຽນມ້າລະນຶກເຖິງການລຸກຮືຂຶ້ນ ຂອງມະຫາຊົນ


ພວກນັກເຄື່ອນໄຫວແລະນັກການເມືອງ ທໍາພິທີທາງສາສະໜາ ເພື່ອເປັນຂີດໝາຍ ຄົບຮອບການລຸກຮືຂຶ້ນຂອງປະຊາຊົນຕໍ່ຕ້ານລັດຖະບານ
ພວກນັກເຄື່ອນໄຫວແລະນັກການເມືອງ ທໍາພິທີທາງສາສະໜາ ເພື່ອເປັນຂີດໝາຍ ຄົບຮອບການລຸກຮືຂຶ້ນຂອງປະຊາຊົນຕໍ່ຕ້ານລັດຖະບານ

ພວກນັກເຄື່ອນໄຫວແລະພວກນັກການເມືອງທີ່​ນິຍົມປະຊາ
ທິປະໄຕໃນ​ມຽນມາ ​ໄດ້ພາກັນທໍາພິທີທາງສາສະໜາທີ່​ ເຄັ່ງຂຶມ​ໃນວັນອາທິດມື້ນີ້ ເພື່ອເປັນຂີດໝາຍຄົບຮອບການ ລຸກຮືຂຶ້ນຂອງ​ປະຊາຊົນ ໃນປີ 1988 ທີ່​ໄດ້ຖືກກອງທັບ ມຽນມາທັບ​ມ້າງຢ່າງໂຫດຮ້າຍທາລຸນນັ້ນ.


ປະຊາຊົນຫລາຍກວ່ານຶ່ງລ້ານຄົນ​ໄດ້ພາກັນລົງ​ສູ່ຖະໜົນ ຫົນທາງ ​ເດີນຂະ​ບວນ​ໃນວັນທີ 8 ເດືອນສິງຫາຂອງປີ 1988 ນັ້ນ ເພື່ອປະທ້ວງລັດຖະບານ ທີ່ໜຸນຫລັງໂດຍ ຝ່າຍທະຫານ ທີ່ນາຍພົນເນວິນເປັນຫົວໜ້າໃນເວລານັ້ນ ທີ່ໄດ້ກຳຈັດທໍາລາຍເງິນອອມສິນ ຂອງຫລາຍໆຄົນ ​ໄປ​ຢ່າງ​ສິ້ນ​ເຊີງ ຍ້ອນການລົບ​ລ້າງ ​ແລະ​ປ່ຽນເງິນຕາຂອງປະເທດ ຢ່າງກະທັນຫັນ.


ປະເມີນວ່າມີຊາວມຽນມາ 3,000 ຄົນ ຖືກຂ້າຕາຍ ກ່ອນການປະທ້ວງຫລາຍໆບັ້ນໄດ້ ຖືກທັບ​ມ້າງ​ປາບ​ປາມໃນເດືອນກັນຍາຕໍ່ມາ. ທ່ານ ນາງ ອອງຊານ ຊູຈີ ຜູ້ນໍາປະຊາທິ ປະໄຕຂອງມຽນມາ ທີ່ຖືກກັກບໍລິເວນຢູ່ໃນປັດຈຸບັນນີ້ ໄດ້ກາຍເປັນຜູ້ມີຊື່ສຽງຂອງການ ລຸກຮືຂຶ້ນໃນເວລານັ້ນ.


ພິທີທາງສາສະໜາ​ໃນ​ມື້​ນີ້ ​ໄດ້ຈັດຂື້ນໃນເຂດຊານເມືອງກໍ້າ​ຕາ​ເວັນອອກຂອງ​ນະຄອນ
ຢ່າງກຸ້ງ ​ໂດຍ​ມີຜູ້ເຂົ້າຮ່ວມຈໍານວນ​ຫລວງຫລາຍ ອັນ​ໂຮມ​ທັງພວກນັກການເມືອງ ແລະ
ພວກນັກເຄຶ່ອນໄຫວເພື່ອປະຊາທິປະໄຕ ຕະຫລອດ​ທັງພະສົງຫລາຍອົງ ທີ່ໄດ້ຖືກປ່ອຍ
ໂຕອອກຈາກຄຸກ ເມື່ອໝໍ່ໆມານີ້ນໍາ.

XS
SM
MD
LG