ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານນາງອອງຊານຊູຈີ ຄົບຮອບວັນເກີດ 65 ປີ


ທ່ານນາງອອງຊານຊູຈີ ຜູ້ນຳປະຊາທິປະໄຕໃນມຽນມ້າ ມີອາຍຸໄດ້ 65 ປີພໍດີ ໃນວັນເສົາຜ່ານມານີ້ ແຕ່ກໍຄືກັນກັບວັນເກີດຫລາຍຄັ້ງທີ່ຜ່ານມາ ທ່ານນາງ ໄດ້ສະຫລອງວັນຄ້າຍວັນເກີດ ໃນສະພາບຖືກກັກໃຫ້ຢູ່ແຕ່ໃນບໍລິເວນບ້ານເຮືອນ. ລັດຖະບານທະຫານທີ່ບໍ່ຮັບຮູ້ໄຊຊະນະ ໃນການເລືອກຕັ້ງຂອງພັກຂອງທ່ານນາງ ໃນປີ 1990 ນັ້ນ ໄດ້ສັ່ງກັກບໍລິເວນທ່ານນາງ ຕະຫລອດເວລາສ່ວນໃຫຍ່ຂອງ ໄລຍະ 2 ທົດສະວັດຜ່ານມາ ແລະຫ້າມທ່ານນາງເຂົ້າປະກອບສ່ວນໃນການ ເລືອກຕັ້ງ ທີ່ເປັນບັນຫາໂຕ້ແຍ່ງກັນໃນປີນີ້.

ໄດ້​ມີ​ການຈັດການ​ໂຮ​ມຊຸມນຸນ​ແລະ​ການ​ກ່າວ​ປາ​ໄສ​ຕ່າງໆຢູ່ໃນ​ທົ່ວ​ໂລກ ນັບ​ແຕ່​ກຸງ​ລອນ​ດອນ​ຫາ​ກຸງ​ມາ​ນີລາ​ ​ແລະ​ຫາ​ກຸງ​ວໍ​ຊິງ​ຕັນ​ດີ​ຊີ
ເພື່ອ​ເປັນ​ຂີດ​ໝາຍ​ວັນ​ຄ້າຍວັນ​ເກີດ​ຄົບຮອບ 65 ປີ​ຂອງ​ທ່ານ​ນາງອອງ ຊານ​ຊູ​ຈີ ​ເມື່ອ​ວັນ​ເສົາ​ຜ່ານ​ມາ​ນັ້ນ ​ແຕ່​ຫາກເປັນ​ການສະ​ແດງ​ອອກ
ເຖິງ​ຄວາມ ເປັນເອກະ​ພາບ​ກັນ ​ຫລາຍ​ກວ່າ​ການສະ​ເຫລີ​ມສະຫລອງ​ວັນ​ເກີດ.

ຜູ້ນຳ​ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​ຂອງ​ມຽນມາ ​ໄດ້​ໃຊ້ ເວລາ​ຄົບຮອບວັນ​ເກີດ​ 14 ປີຜ່ານມາຂອງ​ທ່ານ​ນາງ ​ໃນ​ສະພາບ
ທ່ີຖືກ​ກັກ​ບໍລິ​ເວນ ບໍ່​ໃນ​ຮູບ​ໃດ​ກໍ​ຮູບ​ນຶ່ງ ​ໂດຍ​ມີ​ໂອກາດ​ຕິດ​ຕໍ່​ກັບ​ໂລກ​ພາຍ​ນອກ​ໄດ້​ແບບ​ຈຳກັດ.

ໃນ​ເດືອນ​ສິງຫາ​ປີ​ແລ້ວ​ນີ້ ລັ​ດຖະບານມຽນມ້າ​ໄດ້​ຕໍ່​ເວລາໃນການ​ກັກ ບໍລິເວນ​ທ່ານ​ນາງ ​ອອກ​ໄປຕື່ມ​ອີກ 18 ​ເດືອນ ຍ້ອນທ່ານ​ນາງ​ບໍ່​ໄດ້
ແຈ້ງ​ໃຫ້​ເຈົ້າ​ໜ້າ​ທ່ີ​ຊາບວ່າ ​ຜູ້​ຊາ​ຍອະ​ເມຣິກັນ​ຄົນ​ນຶ່ງໄດ້​ລອຍ​ຂ້າມ​ບຶງ​ແຫ່ງ​ນຶ່ງ​ເຂົ້າ​ໄປ​ຫາ​ເຮຶອນຂອງ​ທ່າ​ນນາງ​ ທີ່​ຕັ້ງຢູ່​ແຄມ​ບຶງ​ນັ້ນ ​ໂດຍ​ບໍ່​ໄດ້ຮັບການເຊື້ອ​ເຊີນ​.

ພວກ​ທ່ີ​ຕຳ​ໜິຕິຕຽນ​ລັດຖະບານ​ກ່າວ​ວ່າ ການເຄື່ອນ​ໄຫວ​ດັ່ງກ່າວ​ແມ່ນ ເປັນ​ຂໍ້​ອ້າງ ເພື່ອ​ຢາກ​ກັກ​ໂຕ​ທ່ານ​ນາງໄວ້​ຕໍ່​ໄປ​ ໃຫ້​ກາຍ​ວັນ​ເລືອກ
ຕັ້ງ​ທ່ີ​ເປັນ​ບັນຫາ​ໂຕ້​ແຍ່ງ​ກັນ​ ທ່ີ​ຄາດ​ວ່າ​ຈະ​ມີ​ຂຶ້ນ​ໃນ​ທ້າຍ​ປີ​ນີ້.

ພວກ​ນັກ​ເຄື່ອນ​ໄຫວ​ແລະ​ພວກ​ສະໜັບສະໜຸນ ທີ່​ໄປ​ໂຮມ​ຊຸມນຸມ​ກັນ​ຢູ່ສະມາ​ຄົນນັກຂ່າວ​ທ່ີ​ບາງກອກ​ໃນ​ວັນ​ພະຫັດ​ຜ່ານ​ມາ ​ໄດ້​ພາກັນ
ຮຽກຮ້ອງ​ໃຫ້​ປ່ອຍ​ໂຕ​ທ່ານນາງ​ອອງຊູ​ຈີ ​ແລະ​ໃຫ້​ລັດຖະບານ​ຕົກລົງ​ທຳ​ການ​ໂອ້​ລົມ​ສົນທະນາ​ກັບທ່ານ​ນາງ​ແລະ​ບັນດາ​ກຸ່ມ​ຝ່າຍ​ຄ້ານ.

ທ່ານ Ron Hoffman ​ເອກ​ອັກຄະ​ລັດຖະທູດ​ກາ​ນາ​ດາ​ປະຈຳ​ປະ​ເທດ​ໄທ ກ່າວ​ວ່າ ທ່ານ​ນາງ​ອອງຊານ​ຊູ​ຈີ​ເປັນ​ນຶ່ງ​ໃນຈຳນວນ
ຊາວ​ຕ່າງ​ດ້າວ​ບໍ່ເທົ່າ​ໃດ​ຄົນ​ ທ່ີ​ລັດຖະບານກາ​ນາ​ດາ​ໄດ້ມອບສັນຊາດກິ​ຕິ​ມະ​ສັກ​ໃຫ້​ ສຳລັບຜົນງານ​ຂອງ​ທ່ານ​ນາງ​ ໃນ​ການ​ພະຍາຍາມ
ນຳເອົາລະບອບປະ ຊາທິປະ​ໄຕ​ມາສູ່ມຽນມ້ານັ້ນ ຊຶ່ງ​ທ່ານ Hoffman ກ່າວ​ຊີ້​ແຈງ​ວ່າ:

“ມື້ນີ້ ພວກເຮົາຂໍຢືນຢັນຄືນໃໝ່ອີກເຖິງ​ຄວາມ​ມຸ່ງ​ໝັ້ນຂອງ​ພວກ​ເຮົາໃນ​ ການ​ນຳພາ​ການ​ຕໍ່ສູ້​ຮ່ວມ​ກັນ​ນີ້ ໃຫ້ເດີນໜ້າຕໍ່ໄປ. ລັດຖະບານ
ການາ ດາ ກໍຈະປະຕິບັດ​ພາກສ່ວນຂອງຕົນ ເພື່ອຮັບປະກັນວ່າການກະທຳ ຕ່າງ​ໆຂອງການາດານັ້ນ ແມ່ນເປັນໄປຕາມຄຳເວົ້າຂອງພວກເຮົາ
ເພື່ອ​ເປົ້າໝາຍດັ່ງກ່າ​ວນີ້ ການາດາຈຶ່ງ​ໄດ້ນຳໃຊ້ ​ແລະກໍ​ຈະສືບຕໍ່ນຳ​ໃຊ້ ການລົງໂທດທີ່ໜັກໜ່ວງທີ່ສຸດໃນໂລກ ຕໍ່ລັດຖະບານທະຫານມຽນມາ.”

ສະຫະລັດ​ແລະ​ສະຫະພາບ​ຢູ​ໂຣບ ກໍຮວມຢູ່​ໃນ​ພວກ​ປະ​ເທດ​ຕ່າງໆ ທີ່ໄດ້​ເອົາ​ມາດ​ຕະການ​ຮັດ​ເຄັ່ງ​ລົງ​ໂທດ​ດ້ານ​ເສດຖະກິດ​ຕໍ່​ ມຽນມ້າ ທ່ີ​ບໍ່​ໄດ້
ປັບປຸງ​ລະບອບ​ປະຊາທິປະ​ໄຕ​ແລະ​ສິດທິ​ມະນຸດ​ຂອງ​ຕົນ​ໃຫ້​ດີ​ຂຶ້ນ.

ມີ​ນັກ​ໂທດ​ການ​ເມືອງ​ຈຳນວນ​ຫລາຍ​ກວ່າ 2,100 ຄົນ​ໃນ​ມຽນມ້າ ຊຶ່ງ ຮວມທັງທ່ານ​ນາງ​ອອງຊານ​ຊູ​ຈີ​ນຳ ​ແລະ​ບັນດາກຸ່ມ​ປົກ​ປ້ອງ​ສິດທິ
ມະນຸດ​ຕ່າງ​ກໍ​ໄດ້​ລາຍ​ງານ​ບັນທຶກເອກະສານໄວ້ ກ່ຽວ​ກັບ​ການລະ​ເມີດສິດ ທິ​ມະນຸດ​ຢ່າງ​ກວ້າງຂວາງຂອງ​ພວກທະຫານນັ້ນ.

ທ່ານ George Kent ທ່ີ​ປຶກສາ​ດ້ານ​ການ​ເມືອງ​ປະຈຳ​ສະຖານທູດ ສະຫະລັດ​ທ່ີ​ບາງກອກ ​ໄດ້ອ່ານ​ຄຳ​ຖະ​ແຫລ​ງສະບັບ​ນຶ່ງໃນ​ນາມ
ລັດ ຖະບານ​ສະຫະລັດ​ ຊຶ່ງ​ມີ​ເນື້ອ​ໃນ​ຕອນ​ນຶ່ງວ່າ:

“ຄືກັນກັບ ທ່ານ Nelson Mandela ເວລາທ່ານຍ່າງອອກຈາກຄຸກ ເມື່ອຊາວປີກ່ອນ ແລະບັດນີ້ປະເທດອາຟຣິກາໃຕ້ທີ່ຈະເຣີນຮຸ່ງເຮືອງກໍ​ກຳລັງເປັນເຈົ້າພາບຈັດງານແຂ່ງຂັນບານເຕະໂລກໄດ້ຢ່າງສຳເລັດຜົນ ນັ້ນ ທ່ານນາງອອງຊານ ຊູຈີ ກໍອາດສາມາດເປັນພາຄີທີ່ຍິ່ງໃຫຍ່ທີ່ສຸດ
ຄົນນຶ່ງກໍ​ໄດ້ ສຳລັບລັດຖະບານຊຸດນີ້ ເພື່ອຄຸ້ມ​ຄອງການປ່ຽນແປງຢ່າງ ສຳເລັດຜົນ ໄປສູ່ອະນາຄົດທີ່ດີຂຶ້ນ ໂດຍປາສະຈາກການດ່າ​ວ່າ ຫລື ແກ້ແຄ້ນກັນ.”

ຄຳຖະ​ແຫລ​ງນັ້ນ​ຍັງ​ກ່າວ​ຕື່ມ​ວ່າ ສະຫະລັດ​ແມ່ນເປັນ​ເອກະ​ພາບກັບ​ປະຊາຊົນ​ມຽນມ້າ​ ເພື່ອ​ໃຫ້​ກຽດ​ແກ່​ການ​ຕໍ່ສູ້​ເພື່ອ​ປະຊາທິປະ​ໄຕແບບ
ບໍ່ ຮຸນ​ແຮງ​ຂອງ​ທ່ານ​ນາງ​ອອງຊານ​ຊູ​ຈີ​ ​ແລະວ່າ​ມັນເປັນ​ເລື້ອງ​ທີ່​ໜ້າ​ສະ​ລົດ​ໃຈ ​ທ່ີ​ລັດຖະບານ​ທະຫານ​ມຽນມ້າມ​ອງເຫັນທ່ານນາງ​ວ່າ ເປັນ
ອຸປະ ສັກ​ກີດຂວາງ ​ແທນ​ທ່ີ​ຈະ​ເປັນ​ກະ​ແຈ​ສຳຄັນ​ນຳ​ໄປ​ສູ່ສັນຕິພາບ ​ແລະ​ຄວາມ​ວັດທະນາ​ຖາວອນຂອງ​ປະ​ເທດ​ນັ້ນ.

ເຊື່ອ​ກັນ​ວ່າ ທ່ານ​ນາງ​ອອງຊານ​ຊູ​ຈີ​ເປັນ​ນຶ່ງ​ໃນ​ບັນດາ​ບຸກຄົນ​ທ່ີ​ສຳຄັນ​ບໍ່​ເທົ່າ​ໃດ​ຄົນ​ໃນ​ມຽນມ້າ ທ່ີ​ໄດ້​ຮັບ​ການ​ເຄົາລົບ​ນັບຖື​ຈາກ​ພວກ​ສົ່ງ​ເສີມ
ລະ ບອບ​ປະຊາທິປະ​ໄຕ ​ແລະ​ຊົນ​ເຜົ່າ​ກຸ່ມ​ນ້ອຍ​ຕ່າງໆ​ ທ່ີ​ຄັດຄ້ານ​ຕໍ່​ລັດຖະ ບານ​ທະຫານ​ມຽນມ້າ​.

ທ່ານນາງ Zipporah Sein ​ເລຂາທິການ​ໃຫຍ່​ຂອງ​ສະຫະພັນ​ຊາດ​ ກະຫລ່ຽງ ຊຶ່ງ​ເປັນ​ສາຂາ​ການ​ເມືອງ​ຂອງ​ກຸ່ມ​ນຶ່ງ​ໃນບັນດາ​ກຸ່ມ​ຊົນ​ເຜົ່າ​ກະ​ຫລ່ຽງທີ່ໃຫຍ່​ທ່ີ​ສຸດ ​ທ່ີ​ຕໍ່ສູ້​ກັບ​ທະຫານ​ຂອງ​ມຽນມ້າ​ນັ້ນ ຊຶ່ງ​ທ່ານ ນາງ Sein ກ່າວ​ດັ່ງ​ນີ້:

“ປະຊາ​ຊົນຊາວ​ມຽນມາ​ນັ້ນ​ ​ແມ່ນຍັງ​ຈະ​ຕົກ​ຢູ່ໃນອັນຕະລາຍ ຢູ່​ຕໍ່​ໄປ ຈົນ​ກວ່າວ່າ ການ​ສ້າງ​ຄວາມ​ຖືກຕ້ອງ​ປອງ​ດອງ​ຊາດ​ ແລະການ​ພົວພັນ​ໂອ້ລົມ​ກັນ​ຢ່າງ​ຈິງ​ໃຈ ຈະເລີ່​ມຂຶ້ນ. ຖ້າຫາກພວກ​ຜູ້ນຳທະຫານ​ຍັງສືບ​ຕໍ່ ຢືນ​ຢັດ​ປະຕິ​ເສດຢູ່​ຕໍ່​ໄປ ພວກ​ເຮົາ​ກໍ​ຈະ​ຮຽກຮ້ອງໃຫ້ທາງ​ປະຊາຄົມ ນາໆຊາດ ​ປະນາມການ​ເລືອກ​ຕັ້ງ​ທີ່​ຈະ​ມີ​ຂຶ້ນ​ນັ້ນ ແລະ​ບໍ່​ໃຫ້​ຮັບ​ຮູ້​ຜົນ​ຂອງ​ການ​ເລືອກ​ຕັ້ງ​.”

ລັດຖະບານ​ມຽນມ້າ​ກ່າວ​ວ່າ ການ​ເລືອກ​ຕັ້ງ​ສະພາທ່ີ​ຍັງ​ບໍ່​ທັນໄດ້​ກຳນົດ​ວັນ​ເລືອກ​ຕັ້ງ​ນັ້ນ ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ແຜນ​ທີ່​ຫົນທາງ​ໄປ​ສູ່​ລະບອບ ປະຊາທິປະ​ໄຕ. ​ແຕ່​ພວກ​ທ່ີ​ຕຳ​ໜິຕິຕຽນກ່າວ​ວ່າການເລືອກຕັ້ງ​ທ່ີ​ຈະ​ຈັດ​ຂຶ້ນ​ນັ້ນ ​ແມ່ນ​ມີ​ຈຸດປະສົງ​ເພື່ອ​ເຮັດ​ໃຫ້ການ​ປົກຄອງ​ຂອງ​ພວກທະຫານ
ມີ​ຄວາມ​ຖືກຕ້ອງ​ຊອບ​ທຳ​ຕາມ​ກົດໝາຍເທົ່າ​ນັ້ນ​.

ກົດໝາຍ​ລັດຖະທຳ​ມະນູນ​ທ່ີ​ຝ່າຍທະຫານ​ຮ່າງ​ຂຶ້ນ​ນັ້ນ ຮັບປະກັນໃຫ້ ພວກທະຫານ​ມີ​ບ່ອນ​ນັ່ງ​ ໃນ​ຈຳນວນ 1 ສ່ວນ 4 ຂອງ​ຈຳນວນ​ບ່ອນ​ນັ່ງ
ທັງ​ໝົດ​ໃນ​ສະພາ​ແຫ່ງ​ຊາດ​ ເຖິງແມ່ນ​ການ​ເລືອກ​ຕັ້ງ​ຍັງ​ບໍ່​ທັນ​ມີ​ຂຶ້ນ​ ກໍ​ຕາມ.

ພວກ​ຜູ້ນຳ​ທະຫານຫລາຍ​ຄົນ​ໄດ້​ພາກັນ​ລາ​ອອກ​ຈາກ​ກອງທັບ​ ​ເພື່ອ​ເຂົ້າ​ແຂ່ງຂັນ​ເອົາ​ບ່ອນ​ນັ່ງ​ທ່ີ​ຍັງ​ເຫລືອ​ນັ້ນ ​ໃນ​ຖານະ​ເປັນ​ພົນລະ​ເຮືອນ ​ແຕ່ ມີການ​ເຊື່ອ​ກັນ​ຢ່າງ​ກວ້າງຂວາງ​ວ່າ​ ພວກ​ບຸກຄົນ​ເຫລົ່າ​ນີ້​ຍັງມີ​ຄວາມ​ຈົ່ງ​ຮັກ​ພັກດີ​ຕໍ່ຝ່າຍທະຫານນັ້ນ​ຢູ່.

ໃນ​ເດືອນ​ພຶດສະພາ​ຜ່ານ​ມາ​ນີ້ ລັດຖະບານ​ໄດ້​ຍຸບ​ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​ຂອງ​ມຽນມ້າ​ ພາຍ​ໃຕ້​ການ​ນຳພາ​ຂອງ​ທ່ານ​ນາງອອງຊານ​ຊູ​ຈີນັ້ນ ຍ້ອນບໍ່​ຍອມ​ຂັບ​ໄລ່​ທ່ານ​ນາງ​ແລະພວກ​ນັກ​ໂທດ​ການ​ເມືອງ​ອື່ນໆ​ອອກ​ຈາກ​ພັກ​ ແລະ​ຍ້ອນ​ບໍ່​ຍອມເຂົ້າ​ຮ່ວມ​ໃນ​ການ
ເລືອກ​ຕັ້ງ​.

ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​ ໄດ້​ຊະນະ​ການ​ເລືອກ​ຕັ້ງ​ຄັ້ງປີ 1990 ແຕ່​ຝ່າຍ​ທະຫານ​ບໍ່​ຍອມຮັບ​ຮູ້ຜົນ​ຂອງ​ການ​ເລືອກ​ຕັ້ງ​ນັ້ນ.

XS
SM
MD
LG