ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມຽນມາ ສະເຫຼີມສະຫຼອງ ຄົບຮອບວັນເອກະລາດ ທ່າມກາງການຕໍາໜິ ຕິຕຽນ ໂຄງການຜ່ອນຜັນໂທດ


ແມ່ໂອບກອດລູກຊາຍ ຫລັງຈາກຖືກປ່ອຍຕົວ ພາຍໃຕ້ໂຄງການ ຜ່ອນຜັນໂທດຂອງມຽນມາ ເມື່ອໝໍ່ໆມານີ້
ແມ່ໂອບກອດລູກຊາຍ ຫລັງຈາກຖືກປ່ອຍຕົວ ພາຍໃຕ້ໂຄງການ ຜ່ອນຜັນໂທດຂອງມຽນມາ ເມື່ອໝໍ່ໆມານີ້

ໃນ​ວັນ​ພຸດ​ມື້​ນີ້ ມຽນມາ​ກໍາລັງ​ທໍາ​ພິທີ​ສະ​ເຫຼີມສະຫຼອງ ​ເພື່ອ​ເປັນຂີດ​ໝາຍ​ຄົບຮອບ 64 ປີ
ທີ່​ໄດ້​ຮັບ​ເອກະລາດ​ຈາກອັງກິດ​ ທ່າມກາງ​ການ​ຕໍາ​ໜິຕິ​ຕຽນ​ວ່າ​ໂຄງການ​ການ​ຜ່ອນຜັນ
ໂທດຂອງ​ລັດຖະບານ​ເມື່ອ​ໝໍ່ໆ​ມາ​ນີ້ຍັງ​ບໍ່​ພຽງພໍ​ສໍາລັບ​ພວກ​ນັກ​ໂທດ​ການ​ເມືອງ.

ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງເພື່ອລະນຶກ​ເຖິງ​ວັນ​ທີ່​ໄດ້​ຮັບເອກະລາດ​ນັ້ນ ປະທານາທິບໍດີ
ເທ​ນ ​ເຊ​ນ ​ໄດ້​ກ່າວ​ຍ້ອງຍໍ​ສັນລະ​ເສີນ​ບົດ​ບາດ​ຂອງ​ກອງ ທັບ ທີ່​ໄດ້​ພາຫ​ໃຫ້ມີການ​ປະຕິ
ຮູບ​ປະຊາທິປະ​ໄຕ​ເມື່ອ​ໝໍ່ໆ​ນີ້ ​ໂດຍ​ກ່າວ​ວ່າ ມຽນມາກໍາລັງ​ກ້າວ​ເດີນ​ໄປ​ສູ່​ປະ​ເທດ​ທີ່​ເປັນ​
ປະຊາທິປະ​ໄຕ ທີ່​ມີ​ຄວາມ​ຍຸຕິທໍາ ​ແລະ​ອິດສະຫຼະພາບ​ນັ້ນ.

ທ່ານ ​ເທ​ນ ​ເຊ​ນ ​ເນັ້ນ​ຍໍ້າວ່າ ກອງທັບ ຍັງ​ຄົງ​ເປັນ​ຫລັກ​ໝັ້ນ​ທີ່​ສໍາຄັນຂອງ​ປະ​ເທດຊາດ
ຢູ່​ຕໍ່​ໄປ.

ໃນ​ຂະນະ​ດຽວ​ກັນ ທ່ານ​ນາງ Victoria Nuland ​ໂຄສົກ​ກະຊວງ​ຕ່າງປະ​ເທດສະຫະລັດ
ໄດ້​ຮຽກຮ້ອງ​ໃຫ້​ມຽນມາ ​ຈົ່ງ​ປ່ອຍ​ຕົວ​ພວກ​ນັກ​ໂທດ​ການ​ເມືອງທີ່​ຍັງ​ເຫລືອ​ນັ້ນທັງ​ໝົດ.

ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ ເນື່ອງ​ໃນ​ໂອກາດວັນ​ຄົບຮອບການໄດ້​ຮັບ​ເອກະລາດນັ້ນ
ໂຄສົກ ນູ​ແລນ ກ່າວ​ວ່າ ​ໂຄງການ​ຜ່ອນຜັນໂທດ​ຂອງປະ ທານາທິບໍດີ​ເທ​ນ ​ເຊ​ນ ເມື່ອ
ໝໍ່ໆ​ມາ​ນີ້​ແມ່ນ​ບໍ່​ໄດ້​ບັນລຸຕາມ​ຄາດໝາຍ​ຂອງ​ວໍ​ຊິງ​ຕັນ​ເລີຍ ຊຶ່ງ​ທ່ານ​ນາງ​ໂຄສົກ​ກ່າວ​ອີກ
ວ່າ ວໍ​ຊິງ​ຕັນຍັງ​ຄົງ​ມີ​ຄວາມ​ໝັ້ນ​ໝາຍ ​ເພື່ອ​ປັບປຸງ​ຄວາມ​ສໍາພັນ​ກັບ​ມຽນມາ​ຢູ່​ຕໍ່​ໄປ ​ແຕ່​
ຄວາມ​ສໍາພັນ​ແບບ​ປົກກະຕິ​ກັນ​ນັ້ນຍັງຈະ​ມີ​ຄວາມ​ຍຸ່ງຍາກ​ຫລາຍ ​ເວັ້ນ​ເສຍ​ແຕ່​ວ່າ​ລັດຖະ
ບານ​ໄດ້​ປ່ອຍ​ຕົວພວກ​ນັກ​ໂທດ​ການ​ເມືອງ​ຈໍານວນ 1,000 ຄົນ​ທີ່​ຍັງ​ຢູ່​ໃນ​ຄວາມ​ຄວບ​ຄຸມ
ຂອງ​ຕົນ​ນັ້ນ​ເສຍ​ກ່ອນ.

ເມື່ອ​ວັນ​ອັງຄານ​ວານ​ນີ້ ມຽນມາ ​ເລິ່ມປ່ອຍ​ພວກ​ນັກ​ໂທດ​ຫລາຍຮ້ອຍ​ຄົນ ອັນ​ເປັນ​ພາກ
ສ່ວນ​ຂອງ​ໂຄງການ​ດັ່ງກ່າວ ​ແຕ່​ພວກ​ນັກ​ເຄຶ່ອນ​ໄຫວ​ດ້ານ​ສິດທິ​ມະນຸດ​ແມ່ນ​ຜິດ​ຫວັງ
ຫລາຍ ທີ່​ປາກົດ​ເຫັນ​ມີ​ພວກ​ນັກ​ໂທດ​ຈິດສໍານຶກ ພຽງ​ບໍ່​ເທົ່າ​ໃດ​ຄົນ​ຢູ່ໃນ​ຈໍານວນ​ພວກ​ທີ່
ຖືກ​ປ່ອຍນັ້ນ.

XS
SM
MD
LG