ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວເບີກີນາ ຟາໂຊ ພວມລົງຄະແນນສຽງເລືອກເອົາ ປະທານາທິບໍດີ ແລະ ບັນດາສະມາຊິກສະພາ ຄົນໃໝ່


ຊາຍຜູ້ມີສິດອອກສຽງ ກຳລັງປ່ອນບັດ ເລືອກເອົາ
ປະທານາທິບໍດີ ແລະ ສະມາຊິກສະພາ ຢູ່ໜ່ວຍ
ເລືອກຕັ້ງ ໃນລະຫວ່າງ ການເລືອກຕັ້ງ ໃນນະຄອນຫຼວງ
ອົວກາດູກູ ຂອງເບີກີນາ ຟາໂຊ, ວັນທີ 29 ພະຈິກ 2015.
ຊາຍຜູ້ມີສິດອອກສຽງ ກຳລັງປ່ອນບັດ ເລືອກເອົາ ປະທານາທິບໍດີ ແລະ ສະມາຊິກສະພາ ຢູ່ໜ່ວຍ ເລືອກຕັ້ງ ໃນລະຫວ່າງ ການເລືອກຕັ້ງ ໃນນະຄອນຫຼວງ ອົວກາດູກູ ຂອງເບີກີນາ ຟາໂຊ, ວັນທີ 29 ພະຈິກ 2015.

ບັນດາຜູ້ມີສິດປ່ອນບັດ ຢູ່ໃນປະເທດ ເບີກີນາ ຟາໂຊ ກຳລັງ
ພາກັນ ເລືອກເອົາປະທານາທິບໍດີ ຄົນໃໝ່ ແລະ ບັນດາສະມາ
ຊິກສະພາ ໃນວັນອາທິດມື້ນີ້ ໃນອັນທີ່ເອີ້ນວ່າ ການເລືອກຕັ້ງ
ທີ່ເປີດກວ້າງ ເປັນປະຫວັດການຂອງປະເທດ.

ຜູ້ມີສິດປ່ອນບັດ ຈຳນວນ 5 ລ້ານຄົນ ໄດ້ລົງທະບຽນ ຜູ້ທີ່ຈະ
ສາມາດເລືອກເອົາປະທານາທິບໍດີ ຈາກຜູ້ລົງສະໝັກ ເປັນປະ
ທານາທິບໍດີ ທັງໝົດ 14 ທ່ານ ແລະ ບັນດານັກວິເຄາະ ໄດ້ກ່າວ
ກ່ອນໜ້າ ການເລືອກຕັ້ງວ່າ ບໍ່ມີພາບຂອງຄວາມຈະແຈ້ງເລີຍ
ວ່າ ຜູ້ໃດຈະໄດ້ຮັບໄຊຊະນະ. ຖ້າບໍ່ມີຜູ້ໃດໄດ້ຮັບຄະແນນສຽງ
ຫຼາຍກວ່າ 50 ເປີເຊັນ ກໍແມ່ນວ່າ ຮອບທີສອງຈະໄດ້ຖືກຈັດຂຶ້ນ.

ອະດີດປະທານາທິບໍດີ ທ່ານ Blaise Compaore ນຳພາເບີກີນາ ຟາໂຊ ມາໄດ້ 27 ປີ
ແລ້ວ ກ່ອນໜ້າ ເມື່ອປີກາຍນີ້ ຕົນໄດ້ພະຍາຍາມ ທີ່ຈະກຳຈັດອອກ ຂໍ້ກຳນົດໄວ້ ໃນລັດ
ຖະທຳມະນູນ ແລະ ຈະເຮັດໃຫ້ຕົນ ສາມາດດຳລົງຕຳແໜ່ງໄດ້ ອີກຮອບໜຶ່ງ. ການເຄື່ອນ
ໄຫວອັນນັ້ນ ໄດ້ກໍ່ໃຫ້ເກີດມີການປະທ້ວງຂຶ້ນ ທີ່ກົດດັນໃຫ້ທ່ານລາອອກຈາກຕຳແໜ່ງ.

ປ້າຍໂຄສະນາ ຫາສຽງ ຂອງຜູ້ລົງສະໝັກ ທ່ານ Zephirin Diabré ແມ່ນໄດ້ຖືກວາງສະແດງ ໃຫ້ເຫັນຕາມຖະໜົນສາຍຕ່າງໆ ຂອງນະຄອນຫລວງອົວກາດູກູ ຂອງເບີກີນາ ຟາໂຊ.
ປ້າຍໂຄສະນາ ຫາສຽງ ຂອງຜູ້ລົງສະໝັກ ທ່ານ Zephirin Diabré ແມ່ນໄດ້ຖືກວາງສະແດງ ໃຫ້ເຫັນຕາມຖະໜົນສາຍຕ່າງໆ ຂອງນະຄອນຫລວງອົວກາດູກູ ຂອງເບີກີນາ ຟາໂຊ.

ລັດຖະບານຮັກສາການຊົ່ວຄາວ ໄດ້ປ່ຽນແທນລັດຖະບານທ່ານ Compaore ແລະ ການ
ເລືອກຕັ້ງແມ່ນກຳນົດຈະຕ້ອງໄດ້ຈັດຂຶ້ນ ໃນເດືອນຕຸລາຜ່ານມາ ແຕ່ ທະຫານໄດ້ກໍ່ລັດຖະ
ປະຫານ ໃນເວລາສັ້ນໆ ທີ່ລົ້ມແຫລວ ຈຶ່ງໄດ້ກົດດັນໃຫ້ການເລືອກຕັ້ງ ເລື່ອນອອກໄປ.

ຄາດກັນວ່າ ຜົນຂອງການເລືອກຕັ້ງຂັ້ນທຳອິດ ຈະອອກມາພາຍໃນຕອນແລງວັນຈັນ ມື້ອື່ນນີ້.

Burkina Faso Elections
please wait

No media source currently available

0:00 0:00:49 0:00

XS
SM
MD
LG