ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບັນດາຜູ້ນຳ ລັດຖະປະຫານ ໃນ Burkina Faso ຮັບເອົາ ຂໍ້ຕົກລົງ ສັນຕິພາບ


ຜູ້ປະທ້ວງຄົນນຶ່ງ ຊີ້ມື ໃນຂະນະທີ່ລາວ ແລະຄົນອຶ່ນໆ ຕໍ່ຕ້ານການເຮັດລັດຖະປະຫານ.
ຜູ້ປະທ້ວງຄົນນຶ່ງ ຊີ້ມື ໃນຂະນະທີ່ລາວ ແລະຄົນອຶ່ນໆ ຕໍ່ຕ້ານການເຮັດລັດຖະປະຫານ.

ປະທານາທິບໍດີຊົ່ວຄາວຂອງ Burkina Faso ທ່ານ Michel
Kafando ກ່າວວ່າ ທ່ານໄດ້ກັບຄືນເຂົ້າໄປກຳອຳນາດແລ້ວ
ນຶ່ງອາທິດພໍດີ ລຸນຫລັງທີ່ໄດ້ຖືກຄຸມຂັງ ໂດຍສະມາຊິກ ຂອງ
ໜ່ວຍອາລັກຂາປະທານາທິບໍດີ ທີ່ເຮັດລັດຖະປະຫານນັ້ນ.

ທ່ານ Kafando ກ່າວຕໍ່ພວກນັກຂ່າວໃນວັນພຸດມື້ນີ້ວ່າ ລັດ
ຖະບານຂອງທ່ານໄດ້ຮັບການຟື້ນຟູຄືນແລ້ວແລະທ່ານເອງ
ກໍໄດ້ກັບຄືນເຂົ້າກຳອຳນາດໃນເວລານີ້.

ໃນຕອນເຊົ້າວັນພຸດມື້ນີ້ ສະມາຊິກຂອງໜ່ວຍ​ອາລັກຂາປະ
ທານາທິບໍດີ ໄດ້ຕົກລົງ ທີ່ຈະກັບຄືນເຂົ້າສູ່ຄ້າຍ ໃນການຕໍ່
ລອງທີ່ມີຂຶ້ນຫລັງຈາກປະທານາທິບໍດີເຊເນການ ໂຕໂກ ເບນິນ ແລະ ໄນຈີເຣຍ ໄດ້ເດີນ ທາງໄປຍັງນະຄອນຫຼວງ Ouagadougou ເພື່ອເຈລະຈາຫາລືກັນ.

ທະຫານລັດຖະບານທີ່ໄດ້ມຸ່ງໜ້າໄປສູ່ນະຄອນຫຼວງ ໃນການຄັດຄ້ານຕໍ່ພວກຜູ້ນຳລັດ
ຖະປະຫານ ໄດ້ຕົກລົງທີ່ຈະຖອຍອອກໄປຢູ່ຫ່າງຈາກນະຄອນຫຼວງປະມານ 50 ຫລັກ
ກິໂລແມັດ.

ຜູ້ນຳ​ລັດຖະປະຫານ ນາຍ​ພົນ Gilbert Diendere ​ໃນ​ວັນ​ອັງຄານ​ວານ​ນີ້ ​ໄດ້​ຂໍ​ຂະ​ມາ
ໂທດ​ຕໍ່ປະ​ເທດ​ຊາດ​ແລະ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາທີ່​ຈະ​ມອບ​ອຳນາດ​ຄືນເວລາ​ມີ​ການ​ຮ້ອງ​
ຂໍ​ຈາກ​ບັນດາ​ຜູ້ນຳ ທີ່ປະຊຸມ​ກັນຢູ່​ນະຄອນ Ouagadougou​. ​ກ່ອນໜ້ານັ້ນ ທ່ານ​ໄດ້​
ກ່າວ​ຕໍ່ວີ​ໂອ​ເອວ່າທ່ານ​ຕ້ອງການ​ຫຼືກ​ລ່ຽງການ​ນອງ​ເລືອດ.

​ໃນ​ຂະນະ​ດຽວ​ກັນ ກະຊວງ​ຕ່າງປະ​ເທດ ສະ​ຫະລັດ ​ໄດ້​ແນະນຳໃຫ້ປະຊາຊົນ ອາເມຣິກັນ
ຢູ່່​ໃນBurkina Faso ພາກັນ​ໜີ​ອອກ​ຈາກ ປະ​ເທດອາ​ຟຣິກາຕາ​ເວັນ​ຕົກດັ່ງກ່າວ ໂດຍ​ໃຫ້
ເຫດຜົນກ່ຽວກັບ​ສະພາບ​ການ​ດ້ານ​ຄວາມ​ປອດ​ໄພ​ທີ່ບໍ່​ແນ່ນອນ. ນອກ​ນັ້ນ​ຍັງ​ໄດ້​ເຕືອນ
ບໍ່​ໃຫ້ປະຊາຊົນເດີນທາງ​ໄປ​ປະ​ເທດ ທີ່​ບໍ່​ມີ​ທາ​ງອອກສູ່ທະ​ເລດັ່ງກ່າວ.

​ນະຄອນ Ouagadougou ​ໄດ້​ມີຄວາມເຄັ່ງຕຶງ ນັບ​ຕັ້ງ​ແຕ່​ທະຫານ ​ໄດ້​ລຸ​ຫລັ່ງ​ເຂົ້າ​ໄປໃນ​ນະຄອນຫລວງ ​ເພື່ອ​ເຈລະຈາ​ການ​ຈຳນົນ​ຂອງ​ບັນດາ​ຜູ້ນຳ​ລັດຖະປະ ຫານ. ປະຊາຊົນ​ພາກັນ​ຮ້ອງ​ໂຮສະໜັບສະໜູນ​ກາ​ນໄປເຖິງ​ຂອງພວກ​ທະຫານ​ໃນ​ວັນ​ອັງຄານ​ວານ​ນີ້ກ່ອນ
​ເຂົາ​ເຈົ້າ​ໄດ້​ສັ່ງ​ໃຫ້​ກັບ​ຄືນ​ໄປ​ສູ່​ບ້ານ​ເຮືອນ​ເຂົາ​ເຈົ້າ.

Burkina Saso
please wait
Embed

No media source currently available

0:00 0:00:59 0:00

XS
SM
MD
LG