ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກ Bulgaria ປະກາດ ລາອອກ ຈາກຕໍາແໜ່ງ


ນາຍົກລັດຖະມົນຕີ Bulgaria ທ່ານ Boiko Borisov ກ່າວຢູ່ໃນສະພາແຫ່ງຊາດ ທີ່ນະຄອນຫລວງໂຊເຟຍ ໃນວັນທີ 20 ກຸມພາ 2013.
ນາຍົກລັດຖະມົນຕີ Bulgaria ທ່ານ Boiko Borisov ກ່າວຢູ່ໃນສະພາແຫ່ງຊາດ ທີ່ນະຄອນຫລວງໂຊເຟຍ ໃນວັນທີ 20 ກຸມພາ 2013.
ນາຍົກລັດຖະມົນຕີ Bulgaria ທ່ານ Boiko Borisov ໄດ້
ປະກາດລາອອກຈາກຕໍາແໜ່ງ ລຸນຫລັງທີ່ມີການປະທ້ວງ
ເປັນເວລາຫລາຍມື້ ຕໍ່ຕ້ານລາຄາໄຟ ຟ້າທີ່ແພງຂຶ້ນ.

ທ່ານ Borisov ເວົ້າໃນວັນພຸດມື້ນີ້ວ່າ ທ່ານກໍາລັງມອບອໍາ
ນາດຄືນໃຫ້ແກ່ປະ ຊາຊົນແລະໄດ້ກ່າວເພີ້ມວ່າ ທ່ານຈະ ບໍ່ເຂົ້າຮ່ວມໃນຄະນະລັດຖະບານຊົ່ວຄາວ. ທ່ານບໍ່ໄດ້ແຈ້ງ
ໃຫ້ຊາບວ່າ ການລາອອກຂອງທ່ານຈະມີຜົນກະທົບຕໍ່ວັນ
ເວລາໃນການເລືອກຕັ້ງຫຼືບໍ່ ຊຶ່ງໃນປັດຈຸບັນກໍານົດໃສ່ເດືອນ
ກໍລະກົດ ຈະມາເຖິງນີ້.

ທ່ານ Borisov ພະຍາຍາມຫາທາງຢັບຢັ້ງຄວາມບໍ່ພໍໃຈຂອງ
ຊາວ Bulgaria ຕໍ່ລາຄາພະລັງງານທີ່ແພງຂຶ້ນໃນຕົ້ນອາທິດນີ້ ໂດຍໄດ້ປົດລັດຖະມົນຕີກະຊວງ ການເງິນ ແລະສັນຍາວ່າ ຈະປາບປາມບໍລິສັດໄຟຟ້າ ຂອງຕ່າງປະເທດ. ແຕ່ວ່າ ການເຮັດແນວນັ້ນ ກໍບໍ່ໄດ້ເຮັດໃຫ້ການປະທ້ວງຍຸດຕິລົງ ແຕ່ ຢ່າງໃດ.

ລາຍງານຂ່າວແຈ້ງວ່າ ປະມານ 25 ຄົນ ໄດ້ຖືກຈັບກຸມ ໃນຂະນະທີ່ປະທະກັບຕໍາ ຫລວດ ຢູ່ນະຄອນຫລວງໂຊເຟຍໃນໄລຍະສອງວັນຜ່ານມາ.

Bulgaria ແມ່ນປະເທດສະມາຊິກຂອງສະຫະພາບຢູໂຣບທີ່ທຸກຈົນທີ່ສຸດ.
XS
SM
MD
LG