ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການສ້າງ ບຸກຄະລາກອນ ດ້ານວິທະຍາສາດ ຄອມພິວເຕີ້ ສຳລັບແມ່ຍິງ ໃນອະນາຄົດ


Building a Pipeline of Tomorrow's Female Tech Talent
please wait

No media source currently available

0:00 0:02:59 0:00

ວິທະຍາສາດດ້ານຄອມພິວເຕີ ແມ່ນລວມຢູ່ໃນອຸດສາຫະກຳ ທີ່ກຳລັງຂະຫຍາຍຕົວໄວ ທີ່ສຸດ ຢູ່ໃນສະຫະລັດ. ມີການກະປະມານກັນວ່າ ວຽກງານຫຼາຍກວ່າ 4 ລ້ານ ໜ້າວຽກ ຈະໄຂຂຶ້ນ ໃນທົດສະວັດໜ້ານີ້. ແຕ່ເບິ່ງຄືວ່າ ພວກແມ່ຍິງ ຈະເຂົ້າຮັບວຽກງານດັ່ງກ່າວ ພຽງພາກສ່ວນໜ້ອຍໆສ່ວນນຶ່ງເທົ່ານັ້ນ. ນັກຂ່າວຂອງວີໂອເອ June Soh ມີລາຍລະ ອຽດຕື່ມ ກ່ຽວກັບ ຄວາມພະຍາຍາມ ໂດຍສະເພາະ ທີ່ໄດ້ອອກແບບມາ ເພື່ອເຮັດໃຫ້ ການແຕກໂຕນກັນລະຫວ່າງເພດນີ້ ຫຍັບໃກ້ເຂົ້າກັນ. Carol Pearson ຈະເປັນຜູ້ ບັນລະຍາຍ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ນາງ Nidhi Allani ນັກຮຽນມັດທະຍົມສົມບູນທີ່ກຳລັງກ້າວຂຶ້ນ ປີທີ 4 ຢູ່ໃນວໍຊິງຕັນ ໄດ້ສ້າງເວັບໄຊຂຶ້ນມາ ທີ່ເອີ້ນວ່າ PoliTeens ກັບເພື່ອນຮ່ວມທີມນ້ອຍໆຂອງນາງ.

ນາງ Allani ເວົ້າວ່າ “ບັນຫາທີ່ພວກເຮົາຢາກແກ້ໄຂ ແມ່ນເລື່ອງການມີຜູ້ເປັນຕົວ ແທນໜ້ອຍຫຼາຍຂອງພວກໄວລຸ້ນ ໃນດ້ານການເມືອງ. ສະນັ້ນ ພວກເຮົາຈຶ່ງໄດ້ຕັດ ສິນໃຈ ສ້າງເວັບໄຊອັນໜຶ່ງຂຶ້ນມາ ເພື່ອເປັນບ່ອນພົບປະຫາລືກັນ ເຊິ່ງສະໜອງເວທີ ໃຫ້ແກ່ພວກໄວລຸ້ນທີ່ຢາກອອກຄວາມຄິດຄວາມເຫັນຂອງພວກເຂົາເຈົ້າ ກ່ຽວກັບ ເລື່ອງບັນຫາການເມືອງ ທີ່ພວມມີຢູ່ ໃນປະເທດຂອງພວກເຮົາ.”

ເວັບໄຊອີກອັນໜຶ່ງ ຈາກນັກຮຽນທີ່ກຳລັງຂຶ້ນຊັ້ນ ມັດທະຍົມປີທີ 3 ນາງ Phoebe Suh ແລະທີມຂອງນາງເອີ້ນວ່າ reboot.

ນາງ Suh ເວົ້າວ່າ “ເວັບໄຊ reboot ເປັນແບບທຳອິດອັນໜຶ່ງອັນດຽວ ທີ່ເປັນຖານ ຂໍ້ມູນ ຂອງແຫລ່ງຕ່າງໆ ທີ່ໃຫ້ການຊ່ອຍເຫຼືອ ໃນທ້ອງຖິ່ນ ອັນເປັນລະບົບອອນລາຍນ໌ ທີ່ສົມບູນແບບ.”

ພວກນັກສຶກສາເຫຼົ່ານີ້ ພາກັນເຂົ້າຮ່ວມໃນສູນການສຶກສາພັກຮ້ອນ ທີ່ຈັດຂຶ້ນໃນທົ່ວ ປະເທດ ເຊິ່ງສະໜອງໂດຍໂຄງການ ພວກແມ່ຍິງຜູ້ຂຽນໂປແກຣມ ຫຼື Girls Who Code. ອົງການທີ່ບໍ່ຫວັງຜົນກຳໄລນີ້ ມີຫ້ອງການຕັ້ງຢູ່ໃນນະຄອນ New York ໄດ້ ຮ່ວມມືກັບ ບໍລິສັດເທັກໂນໂລຈີຕ່າງໆ ສ້າງໂຄງການອັນນີ້ຂຶ້ນມາ ທີ່ໄດ້ອອກແບບຂື້ນ ເພື່ອໃຫ້ພວກແມ່ຍິງໜຸ່ມນ້ອຍ ມີສ່ວນຮ່ວມ ໃນວິທະຍາສາດດ້ານຄອມພິວເຕີ້. BSA/ The Software Alliance ເປັນໜຶ່ງໃນບັນດາບໍລິສັດ ທີ່ຮ່ວມງານນຳ ຢູ່ໃນພື້ນທີ່ເຂດ ວໍຊິງຕັນ.

ທ່ານນາງ Tina Furuki ຈາກບໍລິສັດ BSA/The Software Alliance ເວົ້າວ່າ “ມັນ ຈະມີຄວາມຕ້ອງການສູງຢ່າງແນ່ນອນ ສຳລັບວຽກງານ ວິທະຍາສາດດ້ານຄອມພິວ ເຕີ້. ໃນຄວາມເປັນຈິງແລ້ວ ພວກເຂົາເຈົ້າ ຄາດໝາຍວ່າ ພາຍໃນປີ 2024 ຈະມີ ວຽກງານ ກ່ຽວກັບວິທະຍາສາດດ້ານຄອມພິວເຕີ້ 4 ລ້ານ 4 ແສນ ໜ້າວຽກ ທີ່ຈະຫາ ໄດ້ຢູ່ໃນ ສະຫະລັດ. ແລະ ຄາດກັນວ່າ ຫຼາຍກວ່າ 1 ລ້ານຕຳແໜ່ງຈະເປົ່າຫວ່າງ. ສະນັ້ນແລ້ວ ພວກເຮົາຈຶ່ງຫວັງວ່າ ດ້ວຍໂຄງການ Girls Who Code ພວກເຮົາຈະ ສາມາດຊ່ອຍ ໃນການເຮັດໃຫ້ຕຳແໜ່ງເຫຼົ່ານັ້ນ ມີຜູ້ປະຈຳການ ແລະ ເຮັດໃຫ້ການ ແຕກໂຕນກັນ ລະຫວ່າງເພດ ໃນດ້ານຄອມພິວເຕີ້ ຫຍັບໃກ້ເຂົ້າຫາກັນ.”

ພວກນັກຮຽນມັດທະຍົມ ທີ່ເປັນຜູ້ຍິງ ຫຼາຍກວ່າ 10,000 ຄົນ ໄດ້ສວຍໂອກາດອັນດີນີ້ ເຂົ້າຮ່ວມໃນສູນການສຶກສາຕ່າງໆ ແລະ ໂຄງການຫຼັງການຮຽນ ນັບຕັ້ງແຕ່ປີ 2012 ເປັນຕົ້ນມາ. ໂຄງການພັກຮ້ອນ ໄລຍະ 7 ສັບປະດາ ທີ່ບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆ ມີຂຶ້ນ ສຳລັບພວກນັກຮຽນ ຜູ້ທີ່ບໍ່ມີປະສົບປະການດ້ານການຂຽນໂປແກຣມ.

ນາງ Allani ເວົ້າວ່າ “ແທ້ຈິງແລ້ວ ຂ້ອຍ ໄດ້ຮຽນຮູ້ເຖິງ ໂປແກຣມ ຫຼາຍພາສາ ທີ່ແຕກ ຕ່າງກັນ ໃນລະດູຮ້ອນນີ້. ພວກເຮົາສາມາດສ້າງເກມຄອມພິວເຕີ້ ຫຼາຍໆຢ່າງທີ່ແຕກ ຕ່າງກັນ ແລະ ອັນນັ້ນ ຂ້ອຍຮູ້ສຶກວ່າ ຄັກຫຼາຍ ເພາະວ່າມັນເຫັນຜົນໄດ້ ໃນທັນທີ ທັນໃດ. ຄັນເຈົ້າໄດ້ສ້າງມັນແລ້ວ ເຈົ້າໄດ້ເຫັນຜົນຂອງມັນ ແລະ ອັນນັ້ນ ມັນເຮັດໃຫ້ ພາກພູມໃຈຫຼາຍ.”

ໂຄງການດັ່ງກ່າວ ຍັງໄດ້ສະໜອງ ພວກຮັກຮຽນ ດ້ວຍປະສົບປະການຕ່າງໆ ຢູ່ພາຍນອກ ເຊັ່ນວ່າ ການໄປທ່ຽວທັດສະນະສຶກສາ ຢູ່ອົງການອາວະກາດແຫ່ງຊາດ ຂອງສະຫະລັດ ຫຼື NASA ແລະ ບໍລິສັດ ເທັກໂນໂລຈີຕ່າງໆ.

ທ່ານນາງ Furuki ກ່າວວ່າ “ພວກເຂົາເຈົ້າ ຈະສາມາດໄດ້ພົບກັບ ພວກຜູ້ບໍລິຫານ ທີ່ ເປັນແມ່ຍິງບາງຄົນ ປະຈຳການຢູ່ໃນຕຳແໜ່ງຂັ້ນຊີ້ນຳ ແທ້ໆ ເຊິ່ງເປັນບ່ອນທີ່ພວກ ເຂົາສາມາດເຫັນເຖິງ ຜົນຂອງຄວາມສຳເລັດ ທີ່ພວກເພິ່ນໄດ້ຮັບ ໃນບົດບາດເຫຼົ່ານັ້ນ ແລະ ມັນຈະສະໜອງແບບຢ່າງທີ່ດີ ໃຫ້ແກ່ພວກນັກຮຽນທັງຫຼາຍ.”

ປະສົບປະການດັ່ງກ່າວ ໄດ້ເປີດເສັ້ນທາງຂອງອາຊີບໃໝ່ໆ ສຳລັບພວກນັກຮຽນບາງຄົນ.

ນາງ Annie Gomez ນັກຮຽນອີກຄົນໜຶ່ງ ເວົ້າວ່າ “ແທ້ຈິງແລ້ວ ຂ້ອຍ ບໍ່ມັກເວົ້າວ່າ ຂ້ອຍ ຈະຮຽນໃນສາຍເທັກໂນໂລຈີ ເລີຍ. ແຕ່ຈິດໃຈຂອງຂ້ອຍໄດ້ປ່ຽນໄປໃນທາງທີ່ດີ ຄືວ່າ ຂ້ອຍໄດ້ພົບວ່າ ຂ້ອຍມີຄວາມມັກໃນດ້ານພວກຫຸ່ນຍົນ ແລະ ການຂຽນໂປແກຣມ ໃນພາສາ C++. ແລະ ຂ້ອຍ ຮູ້ສຶກວ່າ ມີແຕ່ແນວຄິດທີ່ດີໆ ຫຼາຍສິ່ງຫຼາຍຢ່າງ.”

ສ່ວນນາງ Allani ກໍເວົ້າວ່າ “ຂ້ອຍຮູ້ສຶກມ່ວນຫຼາຍໃນຊີວິດ. ຂ້ອຍໄດ້ມີຄວາມໝັ້ນໃຈ ຫຼາຍຂຶ້ນແທ້ໆ ໃນຖານະເປັນຄົນຜູ້ໜຶ່ງ ແລະ ໃນທັກຊະຂອງຂ້ອຍ ແລະ ໃນດ້ານ ວິທະຍາສາດຄອມພິວເຕີ້ ໂດຍສະເພາະ.”

ບັນດາຜູ້ຈັດແຈງໂຄງການ ຫວັງວ່າ ພວກນັກຮຽນທີ່ເຂົ້າຮ່ວມໃນໂຄງການນີ້ ຈະນຳເອົາ ອັນທີ່ ພວກເຂົາເຈົ້າໄດ້ຮຽນຮູ້ ຕິດຕາມໄປນຳພວກເຂົາເຈົ້າ ໃນມະຫາວິທະຍາໄລ ແລະ ຕໍ່ໄປເລື້ອຍໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG