ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

Quicabot ຫຸ່ນຍົນ ທີ່ລ້ຳຍຸກ ທຳການກວດກາ ການກໍ່ສ້າງຕຶກອາຄານໄດ້ ເປັນຢ່າງດີເລີດ


Robots Perform Super Fast Building Inspections
please wait

No media source currently available

0:00 0:01:12 0:00

ໃນ​ການພັດທະນາສ້າງສາ​ໃນ​ປະຈຸ​ບັນ​ນີ້ ແມ່ນມີ​ຫຸ່ນ​ຍົນ​ທຸກຮູບແບບ ແລະ​ບັດນີ້​ກໍມີ
ອີກແບບນຶ່ງທີ່ໃຊ້ ເພື່ອ​ກວດ​ສອບຕຶກອາຄານທີ່ປຸກສ້າງຂຶ້ນມາ. ພວກ​ນັກວິທະຍາສາດ​
ຢູ່​ສິງກະ​ໂປ ​ໄດ້​ພາກັນປະດິດຄິດສ້າງຫຸ່ນ​ຍົນແນວນຶ່ງຂຶ້ນມາ ​ທີ່​ສາມາດ​ກວດ​ສອບ​ຕຶກ​ອາຄານ ​ໂດຍໃຊ້​ເວລາ​ພຽງເຄິ່ງນຶ່ງ​ທີ່ຄົນ​ເຮັດ ​ທັງ​ສາມາດ​ເຮັດ​ໄດ້​ຢ່າງ​ລະອຽດ​ກວ່າ
ນຳດ້ວຍ. ຫຸ່ນ​ຍົນ​ນີ້​ຮູ້​ກັນ​ວ່າ Quicabot ​ເປັນ​ຫຸ່ນ​ຍົນ ອັນ​ດັບ​ທຳ​ອິດ​ທີ່​ສຳຫຼວດທາງໃນ
ຂອງ​ຕຶກ​ອາຄານ ຊຶ່ງ Deborah Block ມີ​ລາຍ​ລະອຽດ​ຂອງ​ເລື່ອງ​ນີ້ ທີ່ວັນນະ​ສອນ
ຈະ​ນຳເອົາມາສະ​ເໜີ​ທ່ານໃນ​ອັນ​ດັບ​ຕໍ່​ໄປ.

ແທນທີ່​ຈະ​ສວມ​ໃສ່​ສາຍ​ແອວ​ທີ່​ເຕັມ​ໄປ​ດ້ວຍ​ເຄື່ອງມື​ຕ່າງໆ ຫຸ່ນ​ຍົນ QuicaBot

ຈະໃຊ້ແສງ Laser ສ່ອງໃສ່ປະກອບ​ດ້ວຍ​ກ້ອງຖ່າຍຮູບ​ທີ່​ທັນ​ສະ​ໄໝທີ່​ສຸດເພື່ອ
ສຳຫຼວດ​ກວດສອບຄວາມຮຽບຮ້ອຍຂອງການ​ກໍ່ສ້າງ​ຕຶກ​ອາຄານ. ກ້ອງ

ຖ່າຍຮູບອາຍນໍ້າທີ່ໃຊ້ແສງ infafred ນັ້ນ ​ຈະ​ບອກໃຫ້ຮູ້ໄດ້ ເຖິງຄວາມແຕກ​ຕ່າງ
ຂອງອຸນນະພູມ ຖ້າດິນກະ​ເບື້ອງປູພື້ນມີຊ່ອງໂຫວ່​ຢູ່​ຂ້າງ​ໃນ, ​ແລະແສງເລເຊີ້ກໍຈະ
ບອກໃຫ້ຮູ້ ຖ້າຝາເຮືອນຕັ້ງບໍ່ຊື່ທ່ຽງຕົງ​. ຫຸ່ນ​ຍົນ​ທີ່​ວ່າ​ນີ້ ​ຈະເກັບກຳ​ເອົາ​ຂໍ້​ມູນ​ຕ່າງໆ
​ເຂົ້າ​ໄປ​ໄວ້​ໃນ​ລະບົບ​ເກັບກຳ​ມ້ຽນ.

​ແຕ່​ບໍ່ແມ່ນວ່າ QuicaBot ​ ຈະ​ເຮັດ​ໃຫ້ເຈົ້າ​ໜ້າ​ທີ່​ກວດກາກໍ່ສ້າງ​ຕຶກ​ອາຄານ​ໝົດ​ວຽກ
​ເຮັດ​ໃນ​ເວລາ​ອັນ​ໃກ້​ນີ້​ດອກ ຍ້ອນ​ວ່າ​ມັນ​ສາມາດກວດ​ເຫັນໄດ້​ພຽງ​ແຕ່​ຂໍ້​ບົກ​ຜ່ອງຜິດ
ພາດບາງຢ່າງ​ເທົ່າ​ນັ້ນ.

ທ່ານ Erdal Kayacan ຈາກ​ມະຫາວິທະຍາ​ໄລ​ເທັກ​ໂນ​ໂລ​ຕີ Nanyang ທີ່ປະ​ເທດ
​ຈີນ ກ່າວ​ວ່າ “​ໃນ​ວີ​ທີ​ນີ້ ຜູ້ກວດ​ສອບ​ດ້ວຍ​ມື ກໍຈະສາມາດ​ເພັ່ງ​ເລັງໃສ່ແຕ່​ໃນບັນຫາ​
​ທີ່​ລະຫຼັບສັບຊ້ອນຫຼາຍ​ກວ່າ.”

ພວກ​ນັກວິທະຍາສາດ ກ່າວ​ວ່າ ນອກນີ້ ​ໂທລະສັບ Android ກໍ​ແມ່ນມີວຽກແນວອື່ນ
ເຮັດ​ແບບ​ໄດ້​ປຽບ ​ແລະ​ພວກ​ມັນ ກໍບໍ່ສາມາດ​ຊື້​ຈ້າງ​ຈອບ​ອອຍ​ໄດ້ ຄືໃນຊ່ວງຕະລອດ
ເວລາ36 ຊົ່ວ​ໂມງ ທີ່ມັນຍັງມີພະລັງປະຕິບັດ​ງານຢູ່ ກ່ອນຈະໄດ້ເອົາມັນໄປສາກນັ້ນ ​ບໍ່ມີອັນໃດຈະສາມາດເຮັດວຽກແທນມັນໄດ້.

ທ່ານ Kayacan ກ່າວ​ວ່າ “ມາສົມມຸດວ່າ ທ່ານ​ກຳລັງກວດກາ​ຫ້ອງຕ່າງຈຳນວນ​
ພັນຫ້ອງຢູ່ ຫຼັງຈາກເຮັດ​ວຽກມາຕັ້ງແຕ່ 9 ​ໂມງ​ເຊົ້າ ຫາ 5 ​ໂມງ​ແລງ ຫຼັງ​ຈາກ​ເຮັດ
​ວຽກ​ຊໍ້າເກົ່າມາເລື້ອຍໆ ທ່ານ​ກໍຈະສາມາດຖືເອົາອັນໃດອັນນຶ່ງເປັນຕົວຢ່າງໄດ້ ທັງເມື່ອຍກໍເມື່ອຍ​ ແລ້ວທ່ານ​ກໍ​ຈະວ່າ ໂອເຄຫ້ອງ​ນີ້ໄດ້ແລ້ວ ແຕ່ຄວາມຈິງແທ້ໆ ມັນອາດຈະບໍ່ໂອເຄກໍເປັນໄດ້ ​ຍ້ອນທ່ານ ​ບໍ່​ໄດ້ກວດ​ກາມັນ​ຢ່າງ​ລະອຽດ.”

ມີທ່າທາງວ່າ ບາງບໍລິສັດຈະເຊົ່າ QuicaBot ​ໄປໃຊ້ເພື່ອທຳການກວດກາ​ ແທນທີ່
​ຈະຊື້​ເອົາ ​ແລະ​ໂດຍ​ສະ​ເພາະ​ມັນ​ຈະ​ເປັນ​ປະ​ໂຫຍ​ດ​ຫຼາຍ ຢູ່​ໃນປະ​ເທດ​ທີ່​ຂາດ​ແຄນ
​ແຮງງານ​.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

Robots Perform Super Fast Building Inspections
please wait

No media source currently available

0:00 0:01:12 0:00

XS
SM
MD
LG