ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ Buhari ເຕັມໃຈທີ່ ຈະເຈລະຈາ ກັບພວກ ໂບໂກ ຮາຣາມ ເພື່ອປ່ອຍເດັກຍິງ Chibok


ນັກລົນນະລົງ Bring Back Our Girls ເຕົ້າໂຮມກັນໃນພິທີໄຕ້ທຽນໃນເມືອງ Abuja ເປັນຂີດໝາຍຄົບຮອບ 500th ວັນຕັ້ງແຕ່ກັນລັກພາຕົວຂອງເດັກຍິງໃນເມືອງ Chibok , ປະເທດ ໄນຈີເຣຍ.
ນັກລົນນະລົງ Bring Back Our Girls ເຕົ້າໂຮມກັນໃນພິທີໄຕ້ທຽນໃນເມືອງ Abuja ເປັນຂີດໝາຍຄົບຮອບ 500th ວັນຕັ້ງແຕ່ກັນລັກພາຕົວຂອງເດັກຍິງໃນເມືອງ Chibok , ປະເທດ ໄນຈີເຣຍ.

ປະທານາທິບໍດີ ໄນຈີເຣຍ ທ່ານ Muhammadu Buhari ໄດ້ກ່າວ ຕໍ່ບັນດາ ນັກຂ່າວວ່າ ທ່ານມິີຄວາມເຕັມໃຈທີ່ຈະເຈລະຈາກັບພວກ ລັກພາໂຕກຸ່ມເດັກຍິງ ທີ່ເອີ້ນວ່າ “Chibok girls,” ຜູ້ທີ່ຖືກລັກພາ ໂຕໜີຈາກຫໍພັກໂຮງຮຽນຂອງພວກ ເຂົາເຈົ້າໃນປີ 2014.

ໃນການ “ສົນທະນາ” ​ກັບ​ພວກ​ນັກ​ຂ່າວເທື່ອ​ທຳ​ອິດ​ນັບແຕ່ທ່ານໄດ້ ເຂົ້າດຳລົງ ຕຳແໜ່ງ ໃນເດືອນພຶດສະພາເປັນຕົ້ນມາ ທ່ານ Buhari ໄດ້ຕອບຄຳຖາມຫຼາກ ຫຼາຍໃນວັນພຸດວານນີ້ ລວມທັງກ່ຽວກັບກຸ່ມ ຂອງເດັກ ຍິງປະມານ 200 ຄົນທີ່ຖືກ ລັກພາຕົວ​ໄປໂດຍສະມາຊິກ ຂອງກຸ່ມຫົວຮຸນແຮງ Boko Haram ຈາກເມືອງ Chibok ຢູ່ທາງ ພາກຕາເວັນອອກສຽງເໜືອຂອງປະເທດ ໃນປີທີ່ຜ່ານມາ.

ທ່ານ Buhari ໄດ້ກ່າວວ່າ ຖ້າ “ຜູ້ນຳທີ່ໜ້າເຊື່ອຖື” ຂອງພວກໂບໂກ ຮາຣາມ ສາມາດຖືກພົບ ເຫັນໄດ້, ແລະ ບ່ອນຢູ່ຂອງບັນດາເດັກຍິງສາ ມາດກຳນົດໄດ້, ລັດຖະບານຂອງທ່ານແມ່ນໄດ້ ກຽມພ້ອມທີ່ຈະເຈລະ ຈາໂດຍບໍ່ມີເງື່ອນໄຂລ່ວງ ໜ້າ​ເພື່ອ​ໃຫ້​ມີ​ການ​ປ່ອຍພວກເດັກຍິງ​ເຫຼົ່ານີ້.

ຄວາມພະຍາຍາມເພື່ອເຈລະຈາໃນຄັ້ງທີ່ຜ່ານມາ ແມ່ນໄດ້ຖືກຂັດຂວາງ ເມື່ອ ພວກເຂົາເຈົ້າ ໄດ້ພົບວ່າບັນດາເຈົ້າໜ້າທີ່ລັດຖະບານ ໄດ້ເຈລະຈາກັບຜິດຄົນ.

ໃນເມື່ອນັກໂທດຫຼາຍຮ້ອຍຄົນຂອງພວກ ໂບໂກ ຮາຣາມ ໄດ້ຖືກປ່ອຍຕົວໃນ​ໄລຍະສອງສາມ ເດືອນທີ່ຜ່ານມາ, ແຕ່ບໍ່ມີເດັກຍິງ Chibok ຄົນໃດ ໄດ້ຖືກພົບ​ເຫັນໃນຈຳນວນພວກທີ່ຖືກ ປ່ອຍດັ່ງກ່າວ.

ມີຄວາມຢ້ານກົວວ່າ ພວກເດັກຍິງຈະຖືກໃຊ້ໃຫ້ເປັນທາດທາງເພດ ຫຼື ມືລະເບີດ ສະຫຼະຊີບ, ໃນຂະນະທີ່ມີການໂຈມຕີ​ ໃນ​ທຳນອງ​ນີ້ເພີ່ມ​ຂຶ້ນ ໂດຍພວກແມ່ຍິງທີ່​ຍັງໜຸ່ມໃນ ໄນຈີເຣຍ.

ປະທານາທິບໍດີ Buhari ໄດ້ກ່າວໃນສັບປະດາທີ່ຜ່ານມາວ່າ ລັດຖະ ບານຂອງ ທ່ານໄດ້ຮັບໄຊ ຊະນະ “ທາງດ້ານເທັກນິກ” ໃນສົງຄາມຕໍ່ ຕ້ານພວກ ໂບໂກ ຮາຣາມ ແລະ ໄດ້ບັນລຸຜົນໃນຄຳ ສັນຍາການຕໍ່ສູ້ເພື່ອເອົາຊະນະ ກຸ່ມດັ່ງກ່າວ ໃນຕອນທ້າຍຂອງປີ. ແຕ່ໃນວັນຈັນທີ່ຜ່ານມາ, ຜູ້ຕ້ອງສົງໄສ​ເປັນສະມາຊິກ ຂອງ ພວກ ໂບໂກ ຮາຣາມ ໄດ້ຂ້າປະຊາຊົນຢ່າງໜ້ອຍ 50 ຄົນ ​ໃນການ​ໂຈມ​ຕີ​ດ້ວຍ ລະເບີດສະຫຼະຊີບຫຼາຍຄັ້ງ, ການແກວ່ງລູກລະເບີດ​, ແລະ ການຍິງປືນ ໃສ່ທັງໃນ ແລະ ອ້ອມ​ແອ້ມເມືອງ Maiduguri.

Nigeria Chibok Girls
please wait
Embed

No media source currently available

0:00 0:00:46 0:00

XS
SM
MD
LG