ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພະທິເບດ ອີກສອງອົງ ມໍລະນະພາບ ຍ້ອນເຜົາຕົນເອງ


ແຜນທີ່ສະແດງຈຸດທີ່ຈູດເຜົາຕົນເອງຂອງຊາວທິເບດ ເທົ່າເຖິງວັນທີ 1 ເດືອນເມສາ 2013 ນີ້
ແຜນທີ່ສະແດງຈຸດທີ່ຈູດເຜົາຕົນເອງຂອງຊາວທິເບດ ເທົ່າເຖິງວັນທີ 1 ເດືອນເມສາ 2013 ນີ້
ມີ​ລາຍ​ງານ​ວ່າ ພະ​ຊາວ​ທິ​ເບ​ດອີກສອງ​ອົງໄດ້​ເຖິງ​ແກ່​ມໍລະນະ​ພາບໃນ​ເຂດ​ພາກຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ ຫຼັງຈາກ​ໄດ້​ຈູດ​ເຜົາ​ຕົນ​ເອງທີ່​ວັດ​ແຫ່ງ​ນຶ່ງ​ເພື່ອ​ປະ​ທ້ວງ​ນະ​ໂຍບາຍ ການ​ປົກຄອງ​ຂອງ​ຈີນ​ໃນ​ທິ​ເບ​ດ.

​ແຫຼ່ງຂ່າວ​ພ້ອມ​ກັບ​ພວກ​ທີ່​ຕິດ​ຕໍ່​ໄປ​ຫາ​ຢູ່ໃນ​ຂົງ​ເຂດ​ດັ່ງກ່າວ ​ບອກ​ວີ​ໂອ​ເອວ່າ ຜູ້ປະ​ທ້ວງ​ ອາຍຸ 20 ​ແລະ 23 ປີ ​ເປັນ​ພະສົງປະ​ຈໍາ​ຢູ່​ວັດ Kirti ບ່ອນ​ທີ່​ເຄີຍ​ເກີດ​ເຫດ​ປະ​ທ້ວງ​ເປັນ​ປະ​ຈໍາ​ນັ້ນ ​ໄດ້​ໃຊ້​ຊີວິດ​ໂດຍ​ສ່ວນ​ໃຫຍ່​ຂອງ​ພວກ​ເພິ່ນອາ​ໄສ​ຢູ່​ໃນ​ວັດ​ດັ່ງກ່າວ​ນີ້ ຊຶ່ງ​ເປັນ​ທີ່​ພັກຂອງ​ຊາວ​ພຸດ ​ຈໍາ ນວນຫຼາຍ ກວ່າ 700 ຄົນ.

ພະສົງ ​ແລະ​ແມ່​ຊີຫຼາຍກວ່າ 100 ອົງ ​ແລະ​ພວກ​ສະໜັບສະໜຸນ ໄດ້​ທໍາ​ການ​ຈູດ​ເຜົາ​ຕົນ​ເອງ​ໃນ​ທິ​ເບ​ດ​ແລະ​ໃນ​ຂົງ​ເຂດ​ທີ່​ມີ​ຊາວ​ທິ​ເບ​ດອາ​ໄສ​ຢູ່ ນັບ​ຕັ້ງ​ແຕ່​ເດືອນ​ກຸມພາ​ປີ 2009 ​ເປັນ​ຕົ້ນ​ມາ ​ເວລາ​ເຈົ້າໜ້າ​ທີ່​ຈີນ​ໄດ້​ເລີ່​ມການ ກວດ​ລ້າງຄືນ​ໃໝ່ ​ຕໍ່​ພວກ​ປະ​ທ້ວງ​ຕໍ່ຕ້ານ​ກົດ​ການ​ປົກຄອງຂອງ​ຈີນ​ນັ້ນ.

ວັດ Kirti ​ເປັນ​ບ່ອນ​ທີ່​ຖືກ​ທາງ​ການ​ຈີນ​ຍາມ​ຄຸ້ມ​ກັນ​ມາ​ຕັ້ງ​ແຕ່​ຕົ້ນ​ປີ 2011 ​ເວລາ​ປັກ​ກິ່ງ​ໂຕ້​ຕອບ​ ການ​ຈູດ​ເຜົາ​ຕົນ​ເອງ​ທໍານອງ​ດຽວ​ກັນ ​ໂດຍ​ໄດ້​ຈັບ ກຸມພະ​ສົງຫຼາຍກວ່າ 300 ອົງ​ຈາກ​ວັດ​ດັ່ງກ່າວ.

​ໃນ​ເບື້ອງ​ຕົ້ນ​ນັ້ນ ປັກ​ກິ່ງ​ປະຕິ​ເສດວ່າ ​ບໍ່​ມີ​ສ່ວນ​ພົວພັນ​ໃດໆ​ກັບ​ການ​ຫາຍ ຕົວ​ໄປ​ຂອງ​ພະ​ຈໍານວນ​ດັ່ງກ່າວ ​ແຕ່​ຕໍ່​ມາ​ກໍ​ຮັບ​ຮູ້​ວ່າ​ພະສົງ​ເຫຼົ່ານັ້ນ​ຖືກ​ສົ່ງ​ໄປ​ຮັບການ​ສຳ​ມະ​ນາ​ດ້ານ​ກົດໝາຍ ຢູ່​ສະຖານ​ທີ່ ທີ່​ບໍ່​ມີ​ການ​ເປີດ​ເຜີຍ​ໃຫ້ ຊາບ​ຈຳນວນ​ນຶ່ງ.
XS
SM
MD
LG