ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄູບາເຖົ້າ ອົງນຶ່ງ ຖືກຄົນຮ້າຍຟັນ ຈົນຕາຍ ຢູ່ບັງກລາແດັສ


ແຜນທີ່ບັງກລາແດັສ.
ແຜນທີ່ບັງກລາແດັສ.

​ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຄູ​ບາ​ເຖົ້າ​ອົງ​ນຶ່ງ​ໄດ້​ຖືກ​ຟັນ​ຈົນ​ຕາຍ ຢູ່ໃນ​ເຂດ​ທີ່​ສອກຫລີກ​ຫ່າງ ​ໄກ​ແຫ່ງ​ນຶ່ງຂອງບັງກລາ​ແດັສ.

ສົບ​ຂອງຄູບາ Mong Shwe U Chak ອາຍຸ 75 ປີ ​ໄດ້ຖືກ​ພົບ​ເຫັນ​ໃນວັນ​ເສົາ​ມື້​ນີ້ ​ຢູ່​ທີ່​ວັດ​ ນ​ບ້ານສອກຫລີກ​ຫ່າ​ງ​ໄກ​ແຫ່ງ​ນຶ່ງ 350 ກິ​ໂລແມັດ ຫ່າງ​ຈາກ​ນະຄອນຫລວງ Dhaka ​ໄປທາງພາກ​ຕາ​ເວັນ​ອອກສຽງ​ໃຕ້​.

ຕຳຫລວດ​ກ່າວ​ວ່າ ​ເຂົາ​ເຈົ້າ​ບໍ່​ຊາບ​ເຖິງສາ​ເຫດຂອງ​ການ​ຂ້າຄູບາ​ອົງ​ນີ້ ຊຶ່ງ​ຢູ່​ຄົນ​ດຽວ​ໃນ ​ວັດ​ດັ່ງກ່າວ.

ໜັງສືພິມ Daily Star ຂອງບັງ​ກລາ​ແດັສ ລາຍ​ງານ​ວ່າ “ຄວາມ​ຢ້ານ​ກົວ​ໄດ້​ແຜ່​ຂະຫຍາຍ​ ໄປ​ທົ່ວ​ຂົງ​ເຂດຕ່າງໆ” ຫລັງ​ຈາກ​ໄດ້​ມີ​ຂ່າວ ​ກ່ຽວ​ກັບການ​ຂ້າຄູບາ​ອົງ​ນີ້.

ລູກ​ຊາຍ​ຂອງ​ຄູບາ​ກ່າວ​ຕໍ່​ໜັງສືພິມ Star ວ່າ ພໍ່​ຂອງ​ລາວ “ບໍ່ໄດ້​ເປັນ​ສັດຕູ​ກັບ​ຄົນໃດ​ຄົນ ​ນຶ່ງ​ຢູ່​ໃນ​ຂົງ​ເຂດດັ່ງກ່າວ.”

ທ່ານ Jyotirmoy Barua ທະນາຍຄວາມດ້ານ​ສິດທິ​ມະນຸດ​ ກ່າວ​ຕໍ່​ອົງການ​ຂ່າວ​ຝຣັ່ງ AFP ວ່າ ຄູບາ U Chak ​ໄດ້​ຮັບ​ການ​ຂົ່ມຂູ່ວ່າ​ ຈະ​ມີ​ການ​ເອົາ​ຊີວິດໂດຍ​ກຸ່ມ​ທີ່ບໍ່​ບອກ​ຊື່ “​ ແຕ່​ວ່າ​ບໍ່​ມີ​ຜູ້​ໃດ​ຖື​ວ່າ​ເປັນ​ເລື້ອງຈິງ​ຈັງ."

ການຂ້າ​ຄູບາ U Chak ​ແມ່ນ​ການ​ສັງຫານ​ທີ່​ໂຫດ​ຫ້ຽມ​ເທື່ອ​ຫລ້າ​ສຸດ​ທີ່​ມີ​ມາ​ເປັນລຳດັບຕໍ່ ​ພວກ​ຮັກຫອມ​ເສລີພາບ ບັນດາ​ນັກວິຊາການ ​ນັກ​ຂຽນຂ່າວ​ລົງອິນ​ເຕີ​ແນັດ ຊາວ​ຕ່າງປະ ​ເທດ ​ແລະ​ຜູ້​ນັບຖື​ສາສະໜາ​ຊົນ​ກຸ່ມນ້ອຍ​ຢູ່​ໃນ​ບັງ​ກລາ​ແດັສ ທີ່​ໄດ້​ສ້າງ​ຄວາມ​ຢ້ານ​ກົວຢ່າງ​ໃຫຍ່ຢູ່​ໃນ​ທົ່ວ​ປະ​ເທດ ​ແລະ​ພາ​ໃຫ້​ເກີດມີຄຳ​ຖາມ​ໃນ​ຄວາມ​ເປັນ​ຫ່ວງກ່ຽວ​ກັບ​ວ່າ ປະ​ເທດ​ມຸສລິ​ມທີ່​ມີ​ແນວທາງ​ປານ​ກາງ ທີ່​ເຄີຍມີປະ​ເພີ​ນີບໍ່​ຝັກ​ໄຝ່ທາງ​ສາສະໜາ​ນັ້ນ ໄດ້​ຮັບການ​ ຂົ່ມຂູ່​ຈາກ​ພວກອິສລາມຫົວ​ຮຸນ​ແຮງຈັດຫລື​ບໍ່.

ບັນດາ​ເຄືອ​ຂ່າຍ​ຂອງ​ກຸ່ມລັດ​ອິສລາມ ​ແລະກຸ່ມ al-Qaida ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດ ຊອບໃນ​ການ​ໂຈມ​ຕີ​ເກືອບ​ທັງ​ໝົດ ​ແຕ່​ລັດຖະບານ​ກ່າວ​ວ່າ ບັນດາ​ກຸ່ມ​ເຫລົ່າ​ນີ້ບໍ່​ໄດ້​ຢູ່​ໃນ​ ປະ​ເທດ​ ແລະ​ຊີ້ໃສ່ກຸ່ມ​ຫົວ​ຮຸນ​ແຮງທີ່​ເກີດ​ຂຶ້ນ​ພາຍໃນ​ປະ​ເທດ.

ອ່ານຂ່່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG