ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມືປືນຄົນຝຣັ່ງ ທີ່ສົງໄສ ໂຈມຕີ ຫໍພິພິດທະພັນ ຊາວຢີວ ທີ່ Brussels ຖືກຈັບແລ້ວ


ທ່ານ Frederic Van Leeuw ໄອຍະການ ແບລຢ້ຽມ ໂອ້ລົມ
ເລື້ອງ ການຈັບກຸມຜູ້ຕ້ອງສົງໄສ ໃນການສັງຫານຜູ້ຄົນທີ່
ຫໍພິພິດທະພັນ ຊາວຢີວທີ່ແບລຢ້ຽມ ທີ່ ນະຄອນ Brussels, ວັນທີ 1 ມິຖຸນາ, 2014.
ທ່ານ Frederic Van Leeuw ໄອຍະການ ແບລຢ້ຽມ ໂອ້ລົມ ເລື້ອງ ການຈັບກຸມຜູ້ຕ້ອງສົງໄສ ໃນການສັງຫານຜູ້ຄົນທີ່ ຫໍພິພິດທະພັນ ຊາວຢີວທີ່ແບລຢ້ຽມ ທີ່ ນະຄອນ Brussels, ວັນທີ 1 ມິຖຸນາ, 2014.
ບັນດາ​ເຈົ້າ​ໜ້າ​ທີ່​ຝຣັ່ງ ​ແລະ​ແບ​ລຢ້ຽມ ກ່າວ​ວ່າ ຜູ້​ຕ້ອງ​ຫາ​
ຄົນ​ນຶ່ງ​ໄດ້​ຖືກ​ຈັບ​ກຸມ ​ໃນ​ການ​ຍິງ​ໂຈມ​ຕີ​ທີ່​ຫໍພິພິດທະ​ພັນ​
ຊາວ​ຢີວ​ແຫ່ງ​ນຶ່ງ ​ໃນ​ນະຄອນຫຼວງ Brussels ​ເມື່ອ​ສັບປະດາ​
ແລ້ວ​ນີ້ ທີ່​ໄດ້​ເຮັດ​ໃຫ້​ປະຊາຊົນຢ່າງ​ໜ້ອຍ 3 ຄົນ​ເສຍ​ຊີວິດ​
ໄປ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຜູ້​ຕ້ອງ​ຫາ​ທີ່​ສົງ​ໄສ​ວ່າ​ເປັນ​ມື​ປືນ ​ໄວ
29 ປີ​ໄດ້​ຖືກ​ຈັບ​ກຸມ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້​ ທີ່​ຄິວ​ລົດ​ບັສ​ແຫ່ງ​ນຶ່ງ
​ ໃນ​ເມືອງ Marseilles ​ທາງ​ພາກ​ໃຕ້​ຂອງຝຣັ່ງ. ຜູ້​ຕ້ອງ​ສົງ​ໄສ​
ຄົນ​ນີ້ ມີ​ປືນຍາວ Kalashnikov ກະບອກ​ນຶ່ງ​ ແລະ​ປືນ​ສັ້ນ​ອີກ
​ກະ​ບອກ​ນຶ່ງ ຊຶ່ງ​ຄ້າຍຄື​ກັນ​ກັບ​ພວກ​ອາວຸດ ​ທີ່​ໃຊ້​ໃນ​ການ​ໂຈມ​ຕີ​
ເມື່ອ​ອາທິດ​ແລ້ວ​ນີ້.

ຊາຍ​ຄົນ​ນີ້ ຕົ້ນຕໍ​ມາ​ຈາກ​ເມືອງ Roubaix ​ໃນ​ພາກ​ເໜືອ​ຂອງຝຣັ່ງ ​ແລະ​ເຊື່ອ​ວ່າ ຜູ້
ກ່ຽວ​ໄດ້​ເດີນທາງ​ໄປ​ຍັງ​ຊີ​ເຣຍ​ໃນ​ປີ 2013​ເພື່ອ​ເຂົ້າ​ຮ່ວມ​ກັບ​ພວກ​ນັກ​ຕໍ່ສູ້​ອິສລາມທີ່​ນັ້ນ.

ຕຳຫຼວດ​ໄດ້​ອອກ​ວີ​ດີ​ໂອ​ທີ່​ຈະ​ແຈ້ງ​ກ່ຽວກັບການ​ໂຈມ​ຕີ​ນີ້ ​ໂດຍ​ສະ​ແດງ​ໃຫ້​ເຫັນ​ມື​ປືນ
ທີ່​ບໍ່​ໃຫ້​ເຫັນ​ໜ້າ​ຄັກ​ເພາະ​ຜູ້ກ່ຽວເອົາ​ໝວກແກ໋ບປົກ​ໜ້າ​ໄວ້ ​ໄດ້ຍ່າງ​ເຂົ້າ​ໄປ​ໃນ​ຫໍພິ
ພິດທະພັນ​ຊາວ​ຢີວ ​ແລະ​ຈົກ​ປືນ Kalashnikov ອອກ​ຈາກ​ຖົງ ​ແລະ​ເປີດ​ສາກ​ຍິ​ງ
ໃສ່​ຜູ້​ຄົນ.

ມີ​ການ​ສົງ​ໄສ​ຢ່າງ​ແຮງ​ວ່າ ການ​ຕໍ່ຕ້ານ​ຊາວ​ຢີວ​ເປັນ​ເປົ້າ​ໝາຍ​ຢູ່​ເບື້ອງ​ຫຼັງ​ຂອງ​ການ
​ໂຈມ​ຕີໃນຄັ້ງ​ນີ້.
XS
SM
MD
LG