ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກເຄື່ອນໄຫວ ເດີນຂະບວນ ປະທ້ວງ ຕໍ່ຕ້ານ ຜູ້ຍົກຍ້າຍ ຖິ່ນຖານ ທີ່ນະຄອນຫຼວງ Brussels


ໃນຂະນະທີ່ຕຳຫຼວດປາບຈະລາຈົນ Belgium ເຄື່ອນທີ່ເປັນຂະ ບວນພ້ອມກັບຄົນສີດນ້ຳ, ຝູງຄົນຢືນຢູ່ຂັ້ນໄດຂອງຕະຫຼາດຮຸ້ນໃນ ນະຄອນຫຼວງ Brussels ກໍໄດ້ພາກັນຮ້ອງເຊຍຂຶ້ນ. ນັກເຄື່ອນ ໄຫວປີກຂວາ ເຊິ່ງປະຊາຊົນທ້ອງຖິ່ນບາງຄົນເອີ້ນວ່າ ເປັນຜູ້ສະ ໜັບສະໜູນລັດທິຟາຊິສນັ້ນ ໄດ້ໄປຮອດສະຖານທີ່ໄວ້ອາໄລທີ່ ມິດງຽບ ສຳລັບຜູ້ທີ່ໄດ້ຖືກຂ້າຕາຍ ໃນການໂຈມຕີກໍ່ການຮ້າຍໃນ ສັບປະດາທີຜ່ານມາ, ໄດ້ພາກັນຮ້ອງຄຳຂວັນ ຕໍ່ຕ້ານຜູ້ຍົກຍ້າຍ ຖິ່ນ ຖານ ແລະ ສະແດງທ່າການຄຳນັບທະຫານ ນາຊີ.

ນາງ Monique Starck ແມ່ບ້ານຊາວ Belgium, ຜູ້ທີ່ໄດ້ຮີບໜີ ອອກຈາກສະຖານທີ່ ໃນຂະນະທີ່ການໂຮມຊຸມນຸມຢູ່ທີ່ຈະຕຸລັດ ໄດ້ເລີ່ມທ່າທີ່ເບິ່ງຄືວ່າຈະເກີດການຈະລາຈົນ ກ່າວວ່າ “ທຸກໆເທື່ອເມື່ອມີບາງຢ່າງເປັນໄປ ໃນແງ່ດີ, ພວກເຂົາຈະມາເພື່ອເຮັດໃຫ້ມັນ ເປັນຕາຢ້ານ.”

ລະເບີດທີ່ແຕກໃນວັນອັງຄານທີ່ຜ່ານມາໄດ້ເຮັດໃຫ້ຄົນເສຍຊີວິດຢ່າງໜ້ອຍ 31 ຄົນ, ລວມທັງ ຄົນ ອາເມຣິກັນ 4 ຄົນ. ໃນວັນອາທິດວານນີ້, ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາ ມາ ໄດ້ສະແດງຄວາມເສົ້າສະຫຼົດໃຈຂອງທ່ານ ທາງໂທລະສັບ ຕໍ່ພໍ່ແມ່ຂອງທ້າວ Justin ແລະ ນາງ Stephanie Schults, ຄູ່ຮັກໜຸ່ມຄູ່ໜຶ່ງທີ່ເສຍຊີວິດໃນການໂຈມຕີຄັ້ງນັ້ນ. ຕໍ່ມາໃນວັນ ດຽວກັນ, ກະຊວງການຕ່າງປະເທດ ສະຫະລັດ ໄດ້ຢືນຢັນການຕາຍ, ແຕ່ບໍ່ໄດ້ລະບຸ ຊື່ຂອງຄົນ ອາເມຣິກາ ເພີ່ມເຕີມອີກ 2 ຄົນທີ່ໄດ້ເສຍຊີວິດໃນການໂຈມຕີດັ່ງກ່າວ.

ນັບຕັ້ງແຕ່ນັ້ນມາ ເຫດລະເບີດແຕກໄດ້ເຮັດໃຫ້ມີຄົນບາດເຈັບເກືອບ 300 ຄົນ, ຜູ້ທີ່ມີຄວາມ ໂສກເສົ້າຕໍ່ການສູນເສຍຄັ້ງນີ້ໄດ້ໄປເຕົ້າໂຮມກັນທີ່ຈະຕຸລັດ Brussels ເພື່ອສະແດງຄວາມ ສາມັກຄີກັບຜູ້ທີ່ໄດ້ຮັບເຄາະຮ້າຍນັ້ນ.

ຫຼັງຈາກພວກສະໜັບສະໜູນປີກຂວາໄດ້ບຸກເຂົ້າໄປໃນຈະຕຸລັດນັ້ນແລ້ວ, ຄວາມຮຸນແຮງ ກໍແມ່ນເກີດຈາກການແກວ່ງກະຕຸກນ້ຳ ແລະ ຊັດກຳປັ້ນໃສ່ກັນ, ມີການຈູດແສງໄຟ ແລະ ຕຳຫຼວດ, ທະຫານ ແລະ ກຳລັງຮັກສາຄວາມປອດໄພອື່ນໆ ໄດ້ເຂົ້າໄປປິດລ້ອມພວກຜູ້ ທີ່ກໍ່ຄວາມຮຸນແຮງດັ່ງກ່າວ. ໂດຍສ່ວນໃຫຍ່ແລ້ວ, ກຸ່ມເຫຼົ່ານັ້ນ ໄດ້ເອີ້ນຕົນເອງວ່າ ກຸ່ມຕໍ່ ຕ້ານລັດທິກໍ່ການຮ້າຍຢ່າງບໍ່ເປັນທາງການ, ແລະ ປະຊາຊົນຜູ້ທີ່ໄດ້ຢູ່ໃນຈະຕຸລັດ ເພື່ອໄວ້ ອາໄລນັ້ນ ໄດ້ກີດກັ້ນຄວາມຮຸນແຮງຈົນເກີດການປະທະປາກສຽງກັນຢ່າງຮຸນແຮງ.

ລົດສີດນ້ຳໃນທີ່ສຸດກໍໄດ້ເຮັດໃຫ້ກຸ່ມດັ່ງກ່າວແຈກກະຈາຍກັນອອກໄປ ຫຼັງຈາກພວກເຂົາ ໄດ້ຖືກຜັກດັນກັບໄປສະຖານີລົດໄຟ, ເຮັດໃຫ້ຖັງຂີ້ເຫຍື້ອລົ້ມກະຈາຍ ແລະ ຂວດແກ້ວກໍ ແຕກໄປທົ່ວຫົນທາງ.

“ການເດີນຂະບວນຕໍ່ຕ້ານການກໍ່ການຮ້າຍ” ມີແຜນວ່າຈະເກີດຂຶ້ນຕື່ມໃນວັນອາທິດ ວານນີ້ ແຕ່ໄດ້ຖືກຍົກເລີກຍ້ອນ ອຳນາດການປົກຄອງໄດ້ກ່າວວ່າ ການເຕົ້າໂຮມກັນຈະເຮັດໃຫ້ແຫຼ່ງ ຂໍ້ມູນຫຼັກຖານ ເສຍຫາຍໄປຈາກກາສືບສວນສອບສວນໃນການໂຈມຕີຫຼາຍຄັ້ງຂອງວັນອັງ ຄານທີ່ຜ່ານມາ. ແຕ່ວ່າປະຊາຊົນຫຼາຍຮ້ອຍຄົນກໍຍັງເຕົ້າໂຮມກັນຢູ່ໃນຈະຕຸລັດກາງຕົວ ເມືອງ. ແມ່ນກະທັ້ງກ່ອນທີ່ພວກນັກເຄື່ອນໄຫວໄດ້ເດີນທາງມາຮອດ, ປະຊາຊົນໃນທ້ອງຖິ່ນ ໄດ້ຮູ້ວ່າ ການມີໜ້າຢູ່ຂອງທະຫານ ແລະ ຕຳຫຼວດ ໃນພື້ນທີ່ດັ່ງກ່າວແມ່ນ ໜາແໜ້ນກວ່າ ຖ້າທຽບໃສ່ສອງສາມມື້ທີ່ຜ່ານມາ.

As Brussels Terror Probe Continues, Protests Take Right-Wing Turn
please wait

No media source currently available

0:00 0:00:35 0:00

Heather Murdock Reports from Brussels
please wait

No media source currently available

0:00 0:00:32 0:00
XS
SM
MD
LG