ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລມຕ ຕ່າງປະເທດ ສະມາຄົມອາຊ່ຽນ ປະຊຸມກັນ ຢູ່ບຣູໄນ (ວີດິໂອ)


ຄະນະລັດຖະມົນຕີຕ່າງປະເທດ ຂອງສະມາຄົມອາຊ່ຽນ ທີ່ກອງປະຊຸມ ກ່ຽວກັບເສດຖະກິດແລະການເມືອງ ທີ່ປະເທດ Brunei, ວັນທີ 30 ມິຖຸນາ 2013.
ຄະນະລັດຖະມົນຕີຕ່າງປະເທດ ຂອງສະມາຄົມອາຊ່ຽນ ທີ່ກອງປະຊຸມ ກ່ຽວກັບເສດຖະກິດແລະການເມືອງ ທີ່ປະເທດ Brunei, ວັນທີ 30 ມິຖຸນາ 2013.
ບັນດາ​ລັດຖະມົນຕີ​ຕ່າງປະ​ເທດ​ຈາກກຸ່ມ​ປະ​ເທດ​ເອ​ເຊຍ​ຕາ
​ເວັນ​ອອກສຽງ​ໃຕ້ ຫຼື​ສະມາຄົມ​ອາ​ຊ່ຽນ ​ໄດ້​ເລີ່​ມຕົ້ນ​ກອງ​ປະ
ຊຸມ​ສາມ​ວັນ​ທີ່​ປະ​ເທດ​ບຣູ​ໄນ ​ໃນ​ວັນ​ອາທິດ​ມື້​ນີ້ ທີ່​ແນ​ເປົ້າ
ໝາ​ຍ​ໃສ່​ ເພື່ອສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ຄວາມ​ສໍາພັນ​ທາງ
​ເສດຖະກິດ​ແລະ​ການເມືອງລະຫວ່າງ​ກັນ.

ສະມາຄົມ​ອາ​ຊ່ຽນ ​ທີ່​ມີ​ສະມາ​ຊິກ​ສິບ​ປະ​ເທດ ຫວັງ​ວ່າ​ຈະບັນລຸ
ຂໍ້​ຕົກລົງ​ກັນ​ ກ່ຽວ​ກັບກົດ​ປະພຶດ​ປະຕິບັດ ທີ່​ມີ​ອໍານາດຜູກ​ມັດ
​ທາງກົດໝາຍ​ ສໍາລັບ​ກິດຈະການເດີນ​ເຮືອ​ໃນ​ຂົງເຂດທີ່​ມີ​ຂໍ້ຂັດ
ແຍ້​ງກັນ ຂອງທະ​ເລ​ຈີນ​ໃຕ້ ທີ່​ຈີນ​ກໍ​ໄດ້​ອ້າງ​ເອົາກໍາມະສິດ​ນໍານັ້ນ.

​ເຫດການ​ຄວາມ​ຮຸນ​ແຮງ​ໃນ​ຊີ​ເຣຍ ​ແລະຂ່າວ​ນອງ​ນັນເລຶ່ອງ​ການ​ສອດ​ແນມ​ຂອງ​ສະຫະ
ລັດ ທີ່​ພົວພັນ​ກັບ​ພະນັກງານ​ສັນຍາ​ຈ້າງ​ອົງການ​ສືບ​ລັບ​ອາ​ເມຣິກັນ ທ້າວ Edward
Snowden ​ທີ່​ກໍາລັງຫຼົບໜີ​ການ​ຈັບ​ກຸມ​ຢູ່​ໃນ​ຂະນະ​ນີ້ ຊຶ່ງ​ຜູ້ກ່ຽວ​ໄດ້​ເປີ​ດ​ເຜີຍ​ຄວາມ​ລັບ​
ກ່ຽວ​ກັບ​ໂຄງການ​ສອດ​ແນມຕ່າງໆຂອງ​ສະຫະລັດນັ້ນ ກໍ​ຄາດ​ວ່າ ຈະ​ເປັນ​ຫົວຂໍ້ນຶ່ງ​ຂອງ​ການ​ປຶກສາ​ຫາລື​ເຊັ່ນກັນ.

ຄາດ​ວ່າ​ທ່ານ ຈອນ​ ​ແຄ​ຣີ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ກໍຈະ​ເຂົ້າຮ່ວມ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້​ນໍາ.

ເບິ່ງວີດີໂອ:

ກອງປະຊຸມອາຊ່ຽນ ທີ່ Brunei
please wait

No media source currently available

0:00 0:00:49 0:00

Foreign Ministers from the Association of South-east Asian Nations (ASEAN) began three days of meetings in Brunei Sunday, aimed at strengthening their economic and political ties.

The ten-member ASEAN hopes to reach a legally binding Code of Conduct for maritime activity in the disputed areas of the South China Sea which is also claimed by China.

The violence in Syria and the spy flap involving a fugitive American spy agency contractor, Edward Snowden, who allegedly leaked U.S. spy secrets also are expected to generate discussion.

U.S. Secretary of State John Kerry is expected at the meeting.
XS
SM
MD
LG