ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກອງປະຊຸມ ຊ່ວຍເຫຼືອລີເບຍ ໄດ້ຮັບການຕອບສະໜອງ ຢ່າງກວ້າງຂວາງ


Libya Seeks Military Support, US Backs Dialogue
please wait

No media source currently available

0:00 0:01:49 0:00

ຊົມວິດີໂອ ກ່ຽວກັບຂ່າວນີ້.

ລັດ​ຖະບານ ລີ​ເບຍ ທີ່​ຮັບ​ຮູ້​ໂດຍ​ສາກົນ ກຳລັງ​ຮຽກຮ້ອງ​ໃຫ້​ບັນດາປະ​ເທດ ອາຣັບ ​ເປີດ​ ການ​ໂຈມ​ຕີ​ທາງ​ອາກາດ​ຕໍ່​ພວກ​ຫົວ​ຮຸນ​ແຮງ​ທີ່​ເປັນເຄືອຂ່າຍຂອງລັດ​ອິສລາມ ທີ່​ໄດ້​ທຳ​ການ​ຕັດ​ຫົວ ​ແລະ ການ​ຂ້າ​ຢ່າງ​ທໍ​ລະມານ ​ແລະ ເຂົ້າ​ຄວບ​ຄຸມ​ເມືອງ Sirte ທີ່ຕັ້ງຢູ່ແຄມຝັ່ງ​ທະ​ເລເມດີເຕີເຣນຽນ.

ຫຼັງ​ຈາ​ກການ​ປະ​ຊຸມ​ສຸກ​ເສີນ​ໃນ​ນະຄອນຫຼວງ Cairo ປະ​ເທດ ອີ​ຈິບ ​ໃນ​ວັນ​ອັງຄານ​ທີ່​ຜ່ານ​ມາ, ອົງ​ການ​ສັນນິບາດ​ ອາ​ຣັບ​ ​ໄດ້​ສະ​ແດງ​ການ​ສະໜັບສະໜູນ ຕໍ່​ການ​ຮຽກຮ້ອງ​ໃຫ້ມີການ ປະຕິບັດ​ການ​ທາງ​ທະຫານ ຂອງ ລີ​ເບຍ ​ແລະ ຕ້ອງການ​ໃຫ້​ຈັດ​ຕັ້ງ​ກຳລັງ​ທະຫານ ຮ່ວມ ອາຣັບ, ​ແຕ່​ບໍ​ໄດ້​ໃຫ້ລາຍລະອຽດທີ່ສະ​ເພາະ​ເຈາະ​ຈົງໃດໆ.

​ໃນ​ວັນ​ພຸດ​ວານ​ນີ້, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ ລີ​ເບ​ຍ ທ່ານ Mohammed al-Dairi ​ໄດ້​ກ່າວ​ວ່າ ອົງການ​ສັນນິບາດ ອາຣັບ ​ໄດ້ເຫັນ​ດີທີ່​ຈະ​ປະ​ຊຸມ​ໃນ​ວັນ​ທີ 27 ສິງຫາ​ນີ້​ ເພື່ອ​ປຶກສາ​ຫາລື​ການ​ຈັດ​ຕັ້ງ​ ​ກອງ​ກຳລັງທະຫານດັ່ງກ່າວ.

ສະຫະລັດ ​ໄດ້​ກ່າວ​ປະນາ​ມຄວາມ​ໂຫດຮ້າຍ ​ຕໍ່ກະທຳ​ໂດຍ​ພວກ​ຫົວ​ຮຸນ​ແຮງ​ທີ່​ເປັນເຄື່ອ ຂ່າຍ​ກັບ ລັດ​ອິສລາມ ​ໃນ ລີ​ເບ​ຍ, ​ແຕ່​ສືບ​ຕໍ່​ສະໜັບ ສະໜູ​ນ ການເຈລະຈາ​ດ້ານ​ການ​ເມືອງ​ ພາຍໃຕ້ການນຳພາ ຂອງ​ອົງການ ສະຫະ​ປະຊາ​ຊາດ. ການ​ເຈລະຈານີ້ ແມ່ນແນໃສ່ເພື່ອ​ການ​ລວມຕົວໃນລີ​ເບຍ, ​ເຊິ່ງ​ໄດ້ແຕກແຍກກັນ​ລະຫວ່າງ ສະພາ​ທີ່​ໄດ້​ຖືກ​ເລືອກ​ຕັ້ງມາ ​ແລະ ລັດຖະບານ​ທີ່​ຄວບ​ຄຸມ​ພາກ​ຕາ​ເວັນ​ອອກຂອງ ປະເທດ ​ແລະ ລັດຖະບານ​ທີ່ໜູນ​ຫຼັງ​ໂດຍ​ພວກ​ຫົວ​ຮຸນ​ແຮງ ອິສລາມ ຕັ້ງ​ຢູ່​ໃນ ນະຄອນຫຼວງ Tripoli.

​ໃນ​ວັນ​ອາທິດ​ທີ່​ຜ່ານ​ມາ ກະຊວງ​ການ​ຕ່າງປະ​ເທດສະຫະລັດ ໄດ້​ເປີດ ເຜີຍຖະ​ແຫຼ​ງການ​ຮ່ວມ​ສະບັບນຶ່ງກ່ຽວ​ກັບ ລີ​ເບຍ ລະຫວ່າງສະຫະລັດ, ຝຣັ່ງ, ​ເຢຍຣະ​ມັນ, ອິິຕາ​ລີ, ສະ​ເປ​ນ ​ແລະ ອັງກິດ.

ບັນດາປະເທດເຫຼົ່ານີ້ ​ໄດ້​ກ່າວ​ປະນາມ “ພຶດຕິກຳປ່າ​ເຖື່ອນ​ຂອງພວກ​ຫົວ​ຮຸນ​ແຮງ” ​ແລະ ​ໄດ້​ສັນລະເສີນ ​ການ​ເຈລະຈາຂອງສະຫະປະຊາຊາດ.

​ໃນ​ຖະ​ແຫຼ​ງການ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ຂໍ​ກ່າວ​ຢ້ຳວ່າ ຈະບໍ່​ມີ​ການ​ແກ້ ໄຂ​ທາງ​ການ​ທະຫານ ຕໍ່​ບັນຫາຄວາມ​ຂັດ​ແຍ້​ງ​ ດ້ານ​ການ​ເມືອງ​ໃນ ລີ​ເບ​ຍ.”

XS
SM
MD
LG