ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ນັກຮ້ອງເພງ ຣັອກ ຄົນດັງຂອງ ອັງກິດ David Bowie ເສຍຊີວິດ ອາຍຸ 69 ປີ


ດາລານັກຮ້ອງ ຄົນອັງກິດ David Bowie ຮ້ອງໃສ່ ໄມໂຄຣໂຟນ ໃນຂະນະທີ່ລາວ ສະແດງຢູ່ເທິງເວທີ
ຄອນເສີດໃນນະຄອນຫຼວງ ວຽນນາ, ປະເທດ ອອສເຕຣຍ.
4 ກຸມພາ, 1996.
ດາລານັກຮ້ອງ ຄົນອັງກິດ David Bowie ຮ້ອງໃສ່ ໄມໂຄຣໂຟນ ໃນຂະນະທີ່ລາວ ສະແດງຢູ່ເທິງເວທີ ຄອນເສີດໃນນະຄອນຫຼວງ ວຽນນາ, ປະເທດ ອອສເຕຣຍ. 4 ກຸມພາ, 1996.

ນັກດົນຕີເພງຣັອກຊື່ສຽງໂດ່ງດັງຂອງ ອັງກິດDavid Bowie ໄດ້ ເສຍຊີວິດແລ້ວ.

ໃນວັນສຸກທີ່ຜ່ານມາ, ນັກດົນຕີທີ່ມີຊື່ສຽງຄົນດັ່ງກ່າວມີອາຍຸຄົບ ຮອບ 69 ປີ ແລະ ກໍໄດ້ເປີດຕົວເພງ ອາລບຳ ຊຸດທີ 25 ຂອງລາວ ຊື່ວ່າ Blackstar.

Facebook ແລະ Twitter ຂອງລາວກ່າວວ່າ ລາວໄດ້ລ່ວງລັບໄປ ຢ່າງສະຫງົບ ໃນວັນອາທິດວານນີ້ “ໂອບອ້ອມໂດຍຄອບຄົວຂອງ ລາວ ພາຍຫຼັງໄດ້ຕໍ່ສູ້ກັບ ໂຣກມະເຮັງມາເປັນເວລາ 18 ເດືອນ."

ນັກຮ້ອງ David Bowie ເດີນທາງເຂົ້າຮ່ວມງານມອບລາງວັນ CFDA Fashion ນາງ Iman ພັນລະຍາຂອງລາວໃນນະຄອນ ນິວຢອກ. 7 ກໍລະກົດ, 2010.
ນັກຮ້ອງ David Bowie ເດີນທາງເຂົ້າຮ່ວມງານມອບລາງວັນ CFDA Fashion ນາງ Iman ພັນລະຍາຂອງລາວໃນນະຄອນ ນິວຢອກ. 7 ກໍລະກົດ, 2010.

ທ່ານ Bowie ເປັນທີ່ຮູ້ຈັກກັນຍ້ອນການແຕ່ງຕົວແບບແມ່ຍິງ ແລະ ການທີ່ລາວ ໄດ້ປະຕິເສດ ທີ່ຈະເປັນຜູ້ຈຳແນກໃນແຕ່ລະຮູບແບບຂອງດົນຕີ, ໂດຍການທົດ ລອງຫຼິ້ນກັບເພງປະເພດ Glam Rock, Hard Rock, ເພງເຕັ້ນ, ເພງປັອບ, ເພງປະເພດ Soul ແລະ ເພງຣັອກ ປະ ເພດ punk.

ທ່ານໄດ້ຖືກໃຫ້ກຽດສະແດງດົນຕີທີ່ຫໍ Carnegie ໃນເດືອນມີນາທີ່ຜ່ານມາ ແລະ ໄດ້ເປັນຜູ້ ປະພັນບົດລະຄອນເພງເລື່ອງ “Lazarus” ອີກດ້ວຍ.

ພັນລະຍາຂອງທ່ານ Bowie ແມ່ນນາງແບບຊື່ວ່າ Iman ແລະ ມີລູກດ້ວຍກັນ 2 ຄົນ.

David Bowie Obit
please wait
Embed

No media source currently available

0:00 0:00:59 0:00

XS
SM
MD
LG