ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບໍລິສັດ ນ້ຳມັນ ອັງກິດ ຖືກກ່າວຫາ ຄໍຣັບຊັ່ນ ໃນ ໂຊມາເລຍ


British Oil Firm Accused of Corruption in Somalia Exploration Deal
please wait

No media source currently available

0:00 0:02:18 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ບໍລິສັດ​ຂຸດຄົ້ນ​ນ້ຳມັນຂອງ ອັງ​ກິດ ​ໄດ້​ຖືກ​ກ່າວ​ຫາ​ວ່າ​ ຊື້ຈ້າງ​ບັນ ດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ໃນ ​ໂຊ​ມາ​ເລ​ຍ ​ເພື່ອ​ໃຫ້​ໄດ້ຮັບ​ສິດທິ​ໃນ​ການ​ຄົ້ນ​ຫາ​ນ້ຳມັນ ​ແລະ ​ແກ໊ສ ຢູ່​ນອກ​ຊາຍ​ຝັ່ງ​ ຂອງປະ​ເທດ. ຜູ້​ສື່ຂ່າວ Henry Ridgwell ລາຍ​ງານ​ຈາກ​ນະຄອນຫຼວງ
ລອນ​ດອນ, ບໍລິສັດ​ດັ່ງກ່າວ ໄດ້ປະຕິ​ເສດ​ຕໍ່​ການ​ກ່າວ​ຫາຢ່າງ ແຂງຂັນ ​ແລະກ່າວ​ວ່າ​ຂໍ້​ຕົກລົງ​ນີ້ສາມາດເປັນກຳລັງ ລິເລີ້ມ​ໃໝ່​ຕໍ່ເສດຖະກິດ​ທີ່​ຖືກ​ທຳ​ລາຍ​ໂດຍ​ສົງ ຄາມ​ຂອງ ​ໂຊ​ມາ​ເລ​ຍ ​ໄດ້ ເຊິ່ງລາຍ​ລະອຽດ​ ຈະ​ເປັນ​ແນວໃດ​ນັ້ນ ຕໍ່​ໄປກະລຸນາຮັບ​ຟັງ​ຈາກ ພຸດທະ​ສອນ.

ບໍ່​ມີ​ໃຜ​ຮູ້​ວ່າ​ມີ​ນ້ຳມັນ​ຫຼາຍເທົ່າ​ໃດ​ນອນ​ຢູ່​ນອກ​ເຂດ​ຊາຍ​ຝັ່ງ​ຂອງ ​ໂຊ​ມາ​ເລຍ ​ແຕ່​ວ່າ​ບັນດາ​ຜູ້​ຊ່ຽວຊານ​ດ້ານ​ອຸດ​ສາ​ຫະກຳ​ຄາດ​ວ່າ ​ມີ​ຕົວ​ເລກ​ຫຼາຍ​ເຖິງ​ 110 ຕື້ຖັງ.

ບໍ່​ຄື​ບໍ່​ນ້ຳມັນ​ໃຕ້​ດິນພວກ​ນີ້ ​ໃນ​ປະ​ເທດ ​ເຄັນ​ຢາ, ​ນ້ຳມັນ​ສຳຮອງຂອງ ​ໂຊ​ມາ​ເລ​ຍ ສ່ວນໃຫຍ່ ​ແມ່ນ​ຍັງ​ບໍ່​ເຄີຍ​ຖືກ​ດູດ​ຂຶ້ນ​ມາເທື່ອ.

​ໃນ​ປີ 2013 ບໍລິ​ສັດ Soma Oil and Gas ທີ່​ດຳ​ເນີນ​ໂດຍ​ ອັງ​ກິດ ​ໄດ້​ເຊັນ​ສັນຍາ​ຜູກຂາດ​ກັບ​ລັດຖະບານ ​ໂຊ​ມາ​ເລຍ ​ເພື່ອ​ຂຸດ​ຄົ້ນ​ຫາອົງປະກອບ​ທີ່ສຳຄັນຂອງນ້ຳ​ມັນເຊື້ອ​ໄ​ຟ ​ແລະ ​ແກ໊ສ ນັ້ນກໍຄືສານໄຮ​ໂດ​ຣ ຄາຣ໌ບ​ອນ.

ຜູ້ບໍລິຫານ​ລະດັບ​ສູງ​ຂອງ​ບໍລິສັດ Soma ທ່ານ Bob Sheppard ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອວ່າ ​ມັນ​ມີ​ຄວາມ​ເປັນ​ໄປ​ໄດ້​ຢ່າງ​ມະຫາສານ.

ທ່ານ Sheppard ກ່າວ​ວ່າ “ພວກ​ເຮົາ​ຄິດ​ວ່າ​ພວກ​ເຮົາ​ໄດ້​ລິ​ເລີ່ມລະບົບນ້ຳມັນ ປະກອບ​ໄຮໂດ​ຣຄາຣ໌ບ​ອນ ​ໃນ ​ໂຊ​ມາ​ເລຍ. ​ແລະ ມັນ​ກໍ​ຈະ​ເປັນ​ດັ່ງ​ກັບ​ຜົນ​ທີ່​ອອກ​ມາ​ແນວ​ນັ້ນ, ພວກ​ເຮົາ​ຫວັງ​ວ່າ, ດ້ວຍ​ຄວາມ​ມີ​ໂຊກ​ພຽງ​ໜ້ອຍ​ດຽວ ​ແລະ ຄວາມ​ອົດທົນ​ແດ່ ​ແລະ ຄວາມ​ມຸ່ງ​ໝັ້ນ, ວ່າ​ປະ​ເທດ ​ໂຊ​ມາ​ເລຍ ນີ້ ສາມາດ​ປ່ຽນ​ເປັນ​ເຂດຜະລິດ​ນ້ຳມັນທີ່​ສຳ ຄັນ​ໃນ​ ອາ​ຟຣິກາ ຕາ​ເວັນ​ອອກ.”

ທ່ານ Sheppard ກ່າວ​ວ່າ ຂໍ້​ຕົກລົງ​ລວມມີ ​ສິ່ງ​ທີ່​ຮູ້ຈັກ​ກັນ​ວ່າ “​ໂຄງ​ກາ​ນສ້າງ​ສາ​ຄວາມ​ສາມາດ” ແມ່ນແນໃສ່, ​ເພື່ອ​ຈ້າງ​ຄ່າ​ແຮງ​ງານ​ໃຫ້​ບຸກຄະລາ​ກອນ​ທີ່​ສຳຄັນ​ເຊັ່ນ ນັກ​ທໍລະນີ ວິ​ທະ​ຍາ.

​ແຕ່​ວ່າ ບົດ​ລາຍ​ງານ​ລັບ​ຂອງ​ອົງການ ສະຫະ​ປະຊາ​ຊາດ ທີ່​ໄດ້​ຮົ່ວ​ອອກ​ທາງ​ສື່​ມວນ​ຊົນ​ກ່າວ​ວ່າ ບໍລິສັດ Soma ​ໄດ້​ຈ່າຍ​ເງິນ​ຫ້າແສນໂດ​ລາ ​ໃຫ້​ກັບ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຂອງ ​ໂຊ​ມາ​ເລ​ຍ, ລວມທັງ​ລັດຖະມົນຕີ​ກະຊວງ​ນ້ຳມັນ​ເຊື້ອ​ໄຟ​ຂອງ ​ໂຊ​ມາ​ເລຍ.

ທ່ານ Sheppard ກ່າວ​ວ່າ “ພວກ​ເຮົາ​ຄິດ​ວ່າການ​ກ່າວ​ຫາ​ແມ່ນ​ບໍ່​ແມ່ນມູນ​ຄວາມ ຈິງ. ບໍ​ລິ​ສັດ Soma ຕະຫຼອດ​ມາ​ໄດ້​ດຳ​ເນີນ​ການ​ປະຕິບັດ​ງານ​ຂອງ​ຕົນ​ໃນ​ທາງ​ທີ່​ຖືກ​ກົດໝາຍ ​ແລະ ​ແບບມີ​ສິນ​ທຳ.

ຫ້ອງ​ການຄວບຄຸມການ​ສໍ້​ໂກງ​ຮ້າຍ​ແຮງ​ຂອງ ອັງ​ກິດ ​ໄດ້ດຳ​ເນີນ​ການ​ສືບສວນສອບ​ສວນ​ໃນ​ການ​ເຮັດ​ຂໍ້​ຕົກລົງ​ດັ່ງກ່າວ ​ແລະ ລັດຖະບານ​ຂອງ ​ໂຊ​ມາ​ເລຍ ກ່າວ​ວ່າ ຕົນກໍ​ກຳລັງ​ກວດສອບ​ໃນການກ່າວ​ອ້າງນີ້​ເຊັ່ນ​ກັນ.​

​ແຕ່​ກະຊວງ​ນ້ຳມັນ​ເຊື້ອໄຟ ​ຂອງ​ ໂຊມາເລຍ ໄດ້​ຊີ້​ແຈງ​ວ່າ ບໍລິສັດ Soma ​ເປັນ​ພຽງ​ບໍລິສັດ​ດຽວ​ທີ່​ຍອມ​ສ່ຽງໄພ​ໃນ​ການ​ຂຸດ​ຄົ້ນ​ນອກ​ຊາຍ​ຝັ່ງ​ຂອງ ​ໂຊ​ມາ​ເລຍ, ​ເຊິ່ງ​ເປັນ​ປະ​ໜຶ່ງ ​ທີ່​ບໍ່​ມີ​ຄວາ​ມໝັ້ນຄົງ​ທີ່​ສຸດ​ໃນ​ໂລກ.

ປະທານາທິບໍດີ ​ໂຊ​ມາ​ເລຍ ​ໄດ້​ກ່າວ​ໃນ​ສັບປະດາ​ນີ້​ວ່າ ປະ​ເທດຂອງທ່ານ​ກຳລັງ​ພະຍາ ຍາມ​ດຶງ​ດູ​ດ​ເອົາ​ການ​ລົງທຶນມາສູ່​ປະ​ເທດເພີ່ມ​ເຕີມ.

ທ່ານ Hassan Sheik Mohamud ປະທານາທິບໍດີ ​ໂຊ​ມາ​ເລ​ຍ ກ່າວ​ວ່າ “ຕັ້ງແຕ່​ພວກ​ເຮົາ​ໄດ້​ຖືກ​ເລືອກໃຫ້​ເປັນ​ລັດຖະບານ, ​ໂຊ​ມາ​ເລຍ ​ໄດ້ເຮັດ​ວຽກຢ່າງ​ໜັກ​ເພື່ອດຶງດູດ ເອົາ​ການ​ລົງທຶນ​ຕ່າງປະ​ເທດ​ໃນ​ອະນາຄົດ​ອັນ​ໃກ້​ນີ້. ​ເພື່ອ​ເຮັດ​ໃຫ້​ຄວາມ​ຝັນ​ດັ່ງກ່າວ​ນັ້ນ​ກາຍ​ເປັນຈິງ ພວກ​ເຮົາ​ໄດ້​ກະກຽມ​ໂຄງ​ຮ່າງ​ກົດໝາຍ​ ທີ່​ຈະ​ເຮັດ​ໃຫ້​ສິ່ງ​ດັ່ງກ່າວ​ນີ້​ເກີດ​ຂຶ້ນ​ໃນ​ປະ​ເທດ.”

ບໍລິສັດ Soma Oil and Gas ຢາກ​ເປັນ​ໜຶ່ງ​ ໃນ​ຈຳນວນ​ບໍລິສັດຈຸ​ທຳ​ອິດ​ທີ່​ທຳ​ການ​ລົງທຶນ​ໃນ​ປະ​ເທດ ​ໂຊ​ມາ​ເລ​ຍ. ​ແຕ່​ວ່າໄດ້​ເປັນ​ບໍລິສັດ​ທຳ​ອິດ​ທີ່​ປະ​ເຊີນໜ້າ​ກັບ​ການ​ສືບສວນ​ສອບ​ສວນ ​ໃນ​ການ​ກ່າວຫາ​ກ່ຽວ​ກັບ​ການ​ສໍ້​ລາດ​ບັງ​ຫຼວງ.

XS
SM
MD
LG