ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການ​ຍິງ​ສັງຫານ ສະມາຊິກ​ສະພາ ​ອັງກິດ ຢຸດການໂຄສະນາ ໃນການລົງປະຊາມະຕິ


British MP's Death Halts Referendum Campaign
please wait

No media source currently available

0:00 0:02:00 0:00

ການ​ຍິງ​ສັງຫານສະມາຊິກ​ສະພາ​ອັງກິດນຶ່ງ​ອາທິດກ່ອນ​ໜ້າ​ອັງກິດປ່ອນ​ບັດ​ໃນການລົງ​ປະຊາ​ມະ​ຕິ ທີ່​ມີ​ການ​ອະພິປາຍກັນ ​ຢ່າງ​ເຜັດ​ຮ້ອນ ກ່ຽວກັບ​ວ່າ ​ຈະ​ຖອນ​ໂຕ​ອອກ​ຈາກ​ສະຫະພາບຢູ​ໂຣບ ທີ່ໄດ້​ສ້າງ​ຄວາມຕື່ນ​ຕົກໃຈ​ໃນ​ທົ່ວ​ປະ​ເທດ ບ່ອນ​ທີ່​ການ​ໃຊ້​ປືນ​ໂຈມ​ຕີ​ ບໍ່ຄ່ອຍ​ມີແລະ​ຄວາມຮຸນ​ແຮງ​ດ້ານ​ການ​ເມືອງ​ທີ່ເກືອ​ບບໍ່​ເຄີຍ​ໄດ້​ຍິນ​ເລີຍ.

ບັນດາ​ຜູ້​ເຫັນ​ເຫດການ​ຈຳ​ນວນ​ນຶ່ງ​ກ່າວ​ວ່າ ຜູ້​ຖືກ​ກ່າວ​ຫາເປັນ​ມືສັງຫານ ​ຮ້ອງ​ອອກມາ​ວ່າ “ອັງກິດ​ກ່ອນ” ​ໃນ​ຂະນະ​ທີ່​ລາ​ວຍິງ ​ເອົາ​ມີດ​ແທງ​ແລະ​ເຕະ ທ່ານ​ນາງ Jo Cox ສະມາຊິກ​ສະພາໃໝ່ຂອງ​ພັກ​ແຮງ​ງານ ທີ່​ມີ​ອາຍຸ 41 ປີ ​ເປັນ​ແມ່ຂອງ​ລູກສອງ​ຄົນ ​ແລະ​ອະດີດ​ພະ ນັກງານ​ໃຫ້​ຄວາມ​ຊ່ວຍ​ເຫຼືອ ​ໄດ້​ເປັນ​ທີ່​ຮູ້ດີ​ ໃນ​ການເປັນຜູ້​ໃຫ້ການ​ສະໜັບສະໜູນ​ແກ່​ອົບ​ພະຍົບຊີ​ເຣຍ ຊຶ່ງທ່າ​ທີ​ໃນ​ການ​ສະໜັບສະໜູນ​ຄົນ​ເຂົ້າ​ເມືອງ ​ແລະ​ເຫັນ​ໄດ້​ແຈ້ງທີ່ສຸດກໍ​ຄື ການ​ຄັດຄ້ານ​ຕໍ່ການ​ຖອນ​ໂຕ​ຂອງ​ອັງກິດ​ອອກ​ຈາກ​ສະຫະພາບ​ຢູ​ໂຣບ.

ທ່ານ​ນາງ​ໄດ້​ເສ​ຍຊີວິດ​ຫລັງ​ຈາກ​ພວກ​ນາຍ​ໝໍປະຖົມ​ພະຍາບານໄດ້​ມາ​ຊ່ວຍ​ທ່ານ​ນາງ ຢູ່​ທີ່​ເຂດ​ເມືອງ West Yorkshire ​ໃນ​ວັນ​ພະຫັດ​ວານ​ນີ້.

ທ່ານນາງ Jo Cox ສະມາຊິກສະພາພັກແຮງງານ ທີເຫັນຢູ່ເມືອງ Westminster ມັນທີ່ 12, ພຶດສະພາ 2015.
ທ່ານນາງ Jo Cox ສະມາຊິກສະພາພັກແຮງງານ ທີເຫັນຢູ່ເມືອງ Westminster ມັນທີ່ 12, ພຶດສະພາ 2015.

ຕຳຫລວດ​ກຳ​ລັງ​ທຳ​ການ​ສືບສວນ ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ໄດ້​ລະມັດ​ລະ​ວັງບໍ່ ​ກ່າວ​ເຖິງ​ການ​ສັງຫານໃນ​ວັນພ​ະຫັດ​ວານ​ນີ້​ວ່າ​ ມີ​ຈຸດປະສົງ​ທາງ​ການ​ເມືອງ.

ຕຳຫລວດ​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຈັບ​ຜູ້​ຕ້ອງສົງ​ໄສ​ຄົນ​ນຶ່ງ ​ແລະ​ຍັງ​ບໍ່​ໄດ້​ລົງ​ຄວາມ ​ເຫັນ​ກ່ຽວ​ກັບສາ​ເຫດຂອງ​ການ​ຍິງ. ​ເຂົາ​ເຈົ້າ​ບໍ່​ໄດ້​ຊອກ​ຫາ​ຄົນຜູ້​ຕ້ອງ​ສົງ​ໄສ​ຄົນ​ອຶ່ນ​ໆໃດ​ອີກ.

ລັດ​ຖະ​ມົນຕີ​ກະຊວງພາຍ​ໃນ​ອັງ​ກິດທ່ານ​ນາງ Theresa May ກ່າ​ວວ່າ ທ່າ​ນ ນາງ​ຈະ​ບໍ່ໃຫ້​ຄວາມ​ເຫັນ​ໃດໆ​ກ່ຽວ​ກັບ​ຄະດີ​ດັ່ງກ່າວ​ຈົນ​ກວ່າ​ຄວາມ​ຈິງ​ທັງ​ໝົດ​ໄດ້​ມີ​ການ​ລົງ​ຄວາມ​ເຫັນ​ກັນ​ແລ້ວ. ທ່າ​ນນາງ​ຮ້ອ​ງການຕັດສິນ​ໃຈ ໂຈະ​ການ​ໂຄສະ ນາ​ຫາ​ສຽງ ​ກ່ຽວ​ກັບ​ການ​ລົງປະ​ຊາ​ມະຕິ​ວ່າ “​ເປັນ​ເລື້ອງ​ທີ່​ເໝາະ​.”

ຄວາມ​ຮຸນ​ແຮງໃນ​ທຳນອງ​ນີ້ ​ທີ່​ພົວພັນ​ກັບ​ນັກ​ການ​ເມືອງ ​ແມ່ນ​ບໍ່​ຄ່ອຍ​ໄດ້​ເຫັນ ກັນ​ຢູ່ໃນ​ອັງກິດ.

ອ່ານຂ່າວນີເພີ້ມເປັນພາສາອັງກິດ

Briton - EU - Assasination
please wait

No media source currently available

0:00 0:01:10 0:00

XS
SM
MD
LG