ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະມາຊິກສະພາ ອັງກິດ ລາອອກຈາກ ການໂຄສະນາ ສະໜັບສະໜູນ Brexit


ອະດີດປະທານຂອງ ພັກອະນຸລັກນິຍົມ ຂອງ ອັງກິດ ທ່ານນາງ Sayeeda Warsi ກ່າວຫາ ຜູ້ຕໍ່ຕ້ານ EU ວ່າກຽດຊັງ ແລະ ຢ້ານກົວຄົນຕ່າງປະເທດ.
ອະດີດປະທານຂອງ ພັກອະນຸລັກນິຍົມ ຂອງ ອັງກິດ ທ່ານນາງ Sayeeda Warsi ກ່າວຫາ ຜູ້ຕໍ່ຕ້ານ EU ວ່າກຽດຊັງ ແລະ ຢ້ານກົວຄົນຕ່າງປະເທດ.

ອະດີດປະທານຂອງພັກອະນຸລັກນິຍົມ ອັງກິດ ໄດ້ລາອອກຈາກການໂຄສະ ນາຫາສຽງ “Brexit” ເພື່ອອອກຈາກສະຫະພາບ ຢູໂຣບ ຫຼື EU, ຫຼັງຈາກໄດ້ ກ່າວຫາພວກຜູ້ຄັດຄ້ານ EU ກ່ຽວກັບ “ຄວາມກຽດຊັງ ແລະ ຄວາມຢ້ານ ຄົນຕ່າງປະເທດ.”

ຂ່າວ ກ່ຽວກັບ ການລາອອກນີ້ໄດ້ມີຂຶ້ນໃນຕອນເຊົ້າຂອງວັນຈັນມື້ນີ້, ທ່ານ ນາງ Sayeeda Warsi ກ່າວຕໍ່ບັນດານັກຂ່າວວ່າ ລາວໄດ້ “ລາອອກ” ຈາກ ການເຄື່ອນໄຫວ ດັ່ງກ່າວຫຼັງຈາກ ໄດ້ເຫັນປ້າຍປະກາດໂຄສະນາໝູນວຽນ ໄປມາ ກ່ອນການລົງຄະແນນ ສຽງໃນວັນພະຫັດທີ່ຈະມາເຖິງນີ້. ລູກສາວຄົນ ໜຶ່ງຂອງຜູ້ຍົກຍ້າຍຖິ່ນຖານຊາວ ປາກິສ ຖານ,​ ທ່ານນາງ Warsi ແມ່ນແມ່ ຍິງຊາວມຸສລິມຄົນທຳອິດທີ່ມີຕຳແໜ່ງລະດັບລັດຖະມົນ ຕີໃນລັດຖະບານ ອັງກິດ.

ປ້າຍໂຄສະນາດັ່ງກ່າວໄດ້ສະແດງໃຫ້ເຫັນຮູບພາບຂອງຜູ້ຍົກຍ້າຍຖິ່ນຖານ ແລະ ອົບພະ ຍົບລວມກຸ່ມກັນຢູ່ເຂດຊາຍແດນຂອງປະເທດ Slovenia, ພ້ອມກັບຂໍ້ ຄວາມວ່າ “ຈຸດ ແຕກຫັກ ຫຼື Breaking Point.” ຫົວໜ້າ ຕໍ່ຕ້ານ EU ທ່ານ Nigel Farage ໄດ້ເປີດເຜີຍ ຮູບພາບດັ່ງກ່າວໃນສັບປະດາທີ່ຜ່ານມາ.

ປ້າຍໂຄສະນານັ້ນໄດ້ກ່າວປະນາມໄປຢ່າງກວ້າງຂວາງ, ພ້ອມດ້ວຍລັດຖະມົນຕີ ການເງິນ ຫົວອະນຸລັກນິຍົມ ທ່ານ George Osborne ໂດຍປຽບທຽບມັນໃສ່ ກັບ “ວັນນະຄະດີທີ່ ຖືກໃຊ້ໃນຊຸມປີ 1930.”

ທ່ານນາງ Warsi ໄດ້ກ່າວຕໍ່ໜັງສືພິມ The Times ວ່າ “ຂ້າພະເຈົ້າຈະບໍ່ສາ ມາດສະ ໜັບສະໜູນໃນສິ່ງນີ້ຕໍ່ໄປໄດ້ອີກແລ້ວ.”

ການຕັດສິນໃຈຂອງທ່ານນາງ ໄດ້ເກີດຂຶ້ນດ້ວຍການຢັ່ງຫາງສຽງທີ່ສະແດງໃຫ້ ເຫັນວ່າ ພວກຜູ້ລົງຄະແນນສຽງ ອັງກິດ ໄດ້ແຍກອອກຢ່າງເທົ່າທຽມກັນ ລະຫວ່າງ ຜູ້ທີ່ຢາກອອກ ຈາກ EU 28 ປະເທດ ແລະ ຜູ້ທີ່ຍັງຢາກຢູ່ຕໍ່ໄປ.

ການປ່ຽນໃຈຂອງທ່ານນາງກໍຍັງໄດ້ເກີດຂຶ້ນພຽງບໍ່ເທົ່າໃດມື້ ຫຼັງຈາກການລອບ ສັງຫານ ນັກການເມືອງ ອັງກິດ ທ່ານນາງ Jo Cox ເຊິ່ງເປັນການຄາດຕະກຳ ທີ່ສັ່ນສະເທືອນ ອັງ ກິດ ແລະ ດັງກ້ອງໄປທົ່ວທະວີບ ຢູໂຣບ ແລະ ໄກອອກໄປອີກ.

ທ່ານນາງ Cox ເປັນຜູ້ທີ່ເວົ້າຈາເປີດເຜີຍ ສະໜັບສະໜູນ ຜູ້ຍົກຍ້າຍຖິ່ນຖານ ແລະ ອົບ ພະຍົບ, ໄດ້ຖືກຂ້າຕາຍໃນວັນພະຫັດທີ່ຜ່ານມາໂດຍຜູ້ທີ່ເບິ່ງຄືວ່າຈະ ເປັນພວກບ້າ ຕໍ່ ຕ້ານ EU ເຊິ່ງຕໍ່ມາໄດ້ຖືກລະບຸຕົວຢູ່ໃນສານ ພ້ອມກັບຄຳ ເວົ້າທີ່ວ່າ “ຊື່ຂອງຂ້ອຍແມ່ນ ຄວາມຕາຍຕໍ່ພວກທໍລະຍົດ, ຄວາມເສລີພາບ ສຳລັບ ອັງກິດ.”

XS
SM
MD
LG