ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກເຄື່ອນໄຫວ ແຮງງານ ອັງກິດ ຖືກຟ້ອງຂຶ້ນສານ ໃນຖານ ທຳລາຍຊື່ສຽງ ຢູ່ໄທ (ວີດີໂອ)


ນັກເຄື່ອນໄຫວແຮງງານ ທ່ານ Andy Hall ກ່າວຕໍ່ບັນດານັກຂ່າວ
ເວລາໄປເຖິງສານ ທີ່ບາງກອກ
ນັກເຄື່ອນໄຫວແຮງງານ ທ່ານ Andy Hall ກ່າວຕໍ່ບັນດານັກຂ່າວ ເວລາໄປເຖິງສານ ທີ່ບາງກອກ

ການ​ດຳ​ເນີນ​ຄະດີ​ທຳລາຍ​ຊື່ສຽງໄດ້​ເລີ້ມຂື້ນ​ໃນ​ວັນ​ອັງຄານມື້​ນີ້
ຕໍ່​ນັກ​ເຄື່ອນ​ໄຫວ​ອັງກິດ ຜູ້​ຂຽນລາຍງານທີ່​ກ່າວຫາວ່າມີການ
ລ່ວງລະເມີດທາງດ້ານແຮງງານຢ່າງ ແຜ່ກວ້າງ ​ໃນບໍລິສັດ​ໝາ​ກ
​ໄມ້​ໃຫຍ່​ທີ່​ສຸດ​ແຫ່​ງນຶ່ງ​ຂອງ​ປະ​ເທດ​ໄທ.

ທ່ານ Andy Hall ຜູ້​ຮ່ວມ​ຂຽນ​ລາຍ​ງານ ກ່າວ​ວ່າ ພວກ​ແຮງງານ
ຕ່າງດ້າວໄດ້ ​ຖື​ກ​ບັງຄັບໃຊ້ແຮ​ງງານ ມີການໃຊ້ແຮງງານ​ເດັກ
ນ້ອຍ​ ​ໃຫ້ເງິນ​ເດືອນ​ຕໍ່າ ​ແລະ​ເຮັດ​ວຽກ​ຫລາຍ​ຊົ່ວ​ໂມງດົນກວ່າປົກ
ກະຕິ ຢູ່ທີ່​ໂຮງ​ງານແຫ່ງນຶ່ງ ທີ່ເປັນຂອງບໍ ລິສັດ Natural Fruit.

ທ່ານ Hall ຕໍ່​ມາ​ໄດ້​ໃຫ້ການ​ສຳພາດ ອະພິ​ບາຍ​ການກ່າວຫາໃນ
ການລ່ວງລະເມີດ ຕໍ່ໂທລະພາບ Al-Jareera ທີ່​ໄດ້​ກາຍ​ມາ​ເປັນ​ພື້ນຖານ ໃນການຟ້ອງ​ຮ້ອງທາງອາຍາ ທີ່ບໍລິສັດ Natural Fruit ໄດ້ຍື່ນຟ້ອງຜູ້ກ່ຽວນັ້ນ.

​ໃນ​ຂະນະ​ທີ່​ທ່ານ​ຍ່າງເຂົ້າໄປໃນສານ​ທີ່ບາງ​ກອກ ​ໃນ​ວັນ​ອັງຄານ​ມື້​ນີ້ ທ່ານ Hall ​ໄດ້
​ກ່າວ​ຕໍ່​ບັນດາ​ນັກ​ຂ່າວວ່າ ຄະດີ​ນີ້ ​ໝາຍຄວາມວ່າ​ເພື່ີອປິດ​ປາກທ່ານ ​ແລະ​ຫັນຄວາມ
ສົນໃຈໄປຈາກ ສະພາບ​ເຮັດວຽກອອກແຮງງານທີ່ບໍ່ໄດ້ມາດຕະຖານ.

​ນອກຈາກ ​ການຟ້ອງຮ້ອງ​ທໍາລາຍ​ຊື່​ສຽງແລ້ວ ທ່ານ Hall ຍັງປະ​ເຊີນ​ໜ້າ​ກັບ​ການ​ກ່າວ​
ຫາ​ໃນຄວາມ​ຜິດຢ່າງອຶ່ນອີກ ທີ່​ອາ​ດຈະ​ເຮັດໃຫ້​ທ່ານ​ຕິດ​ຄຸກ​ເຖິງ​ເຈັດ​ປີ. ບໍລິສັດ
Natural Fruit ຍັງຢາກໄດ້ຄ່າ​ເສຍ​ຫາຍ 10 ລ້ານ​ໂດ​ລາ ​ໃນ​ການ​ຟ້ອງຮ້ອງທາງແພ່ງ
ນັ້ນ.

ບໍລິສັດ Natural Fruit ທີ່​ໄດ້​ປະຕິ​ເສດ​ຄຊ້ການ​ກ່າວ​ຫາ​ວ່າ​ລ່ວງລະເມີດດ້ານ ແຮງງານ
ນັ້ນ ​ເປັນບໍລິສັດທີ່ສຳຄັນບໍລິສັດນຶ່ງໃນການຜະລິດໝາກ​ນັດ​ ໃຫ້ແກ່ ບັນດາ​ປະ​ເທດ​ຕາ​
ເວັນ​ຕົກ. ​ເຈົ້າ​ຂອງ​ບໍລິສັດ ​ເປັນ​ອ້າຍ​ຂອງ​ເລຂາ​ທິ​ການ​ໃຫຍ່ ໄປ​ຂອງພັກປະຊາທິປັດທີ່
ນິຍົມກະສັດ.

ທ່ານ Phil Robertson ຈາກກຸ່ມປົກປ້ອງ​ສິດທິ​ມະນຸດ Human Rights Watch ​ໄດ້​ຕຳໜິຕິຕຽນການດຳເນີນຄະດີຕໍ່ທ່ານ Hall ​ໂດຍ​ກ່າວ​ວ່າ​ມັນ​ອາດ​ຈະມີຜົນກະທົບໃນ
ທາງທີ່ບໍ່ດີ ​ຕໍ່ຜູ້ທີ່​ຢາກ​ຂຽນລາຍງານ​ກ່ຽວ​ກັບການ​ລະເມີດ ສິດທິ​ໃນດ້ານແຮງ​ງານ ຢູ່​
ໃນ​ປະ​ເທດ​ໄທ.

THAILAND BRITISH ACTIVIST VOSOT
please wait

No media source currently available

0:00 0:01:43 0:00

XS
SM
MD
LG