ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລມຕ ​ຕ່າງປະ​ເທດ​ອັງກິດ ຮຽກຮ້ອງ​ໃຫ້ ເອົາ “ມາດຕະ​ການ​ເດັດຂາດ” ​​ຕໍ່​ອີ​ໂບລາ


ແຜນທີ່ ສະແດງໃຫ້ເຫັນ ເຖິງຈຳນວນກໍລະນີ ຜູ້ຕິດເຊື້ອພະຍາດອີໂບລາ ແລະ ຜູ້ເສຍຊີວິດຕ່າງໆ.
ແຜນທີ່ ສະແດງໃຫ້ເຫັນ ເຖິງຈຳນວນກໍລະນີ ຜູ້ຕິດເຊື້ອພະຍາດອີໂບລາ ແລະ ຜູ້ເສຍຊີວິດຕ່າງໆ.

ລັດຖະມົນຕີ​ຕ່າງປະ​ເທດ​ອັງກິດ ທ່ານ Philip Hammond ຮຽກ
ຮ້ອງ​ໃຫ້ເອົາ “ມາດຕະ​ການ​ເດັດຂາດ” ​ ເພື່ອ​ຕໍ່ສູ້​ກັບການ
ລະບາດ ​ຂອງພະ ຍາດ​ອີ​ໂບລາ ທີ່​ໄດ້​ເອົາ​ຊີວິດ ຫຼາຍກວ່າ 3,300
ຄົນ​ໄປ​ແລ້ວ ຢູ່​ໃນ​ອາ​ຟຣິກາ​ຕາ​ເວັນ​ຕົກ.

ທ່ານ​ໄດ້ກ່າວ ຕໍ່ກອງປະຊຸມ​ ໃນ​ວັນ​ພະຫັດ​ມື້​ນີ້ ທີ່​ນະຄອນຫລວງ
London ວ່າ ມາດຕະການດັ່ງກ່າວຈະ​ສາມາດ​ຊ່ວຍ​ຊີວິດ​ໄດ້ຫຼາຍ​ແສນ​ຄົນ ​ແລະ ປ້ອງກັນ ບໍ່ໃຫ້​ວິ​ກິດ​ການ​ນີ້ ບໍ່​ສາມາດ​ຄວບ​ຄຸມ​ໄດ້ນັ້ນ.​

ອັງກິດ ​ແລະ ຊີ​ແອຣາ ​ເລ​ອອນ ຮ່ວມ​ກັນ​ຈັດກອງປະຊຸມດັ່ງກ່າວຂຶ້ນ ເພື່ອເນັ້ນ​ໃຫ້​ເຫັນ​
ເຖິງຂອບເຂດຂອງ​ການລະບາດ ​ແລະ ​ເພື່ອ​ຂໍ​ການ​ສະໜັບສະໜຸນ ຈາກ​ນາໆ​ຊາດ
ກ່ອນໜ້າ ກອງ​ປະຊຸມ​ບັນດາ ປະເທດ​ຜູ້​ບໍລິຈາກແລະອົງການຕ່າງໆ ທີ່​ໄດ້​ວາງ​ແຜນ​
ກຳນົດໄວ້ ໃນ​ທ້າຍ​ເດືອນ​ນີ້​.

ອົງການ​ອານາ​ໄມ​ໂລກ ກ່າວ​ວ່າ ​ເຊື້ອ​ໄວຣັສອີ​ໂບລາ ​ໄດ້​ຕິດ​ແປດ ຫຼາຍກວ່າ 7,100 ຄົນ​ແລ້ວ ​ໂດຍ​ກໍລະນີເກືອບທັງ​ໝົດ​ນັ້ນ​ແມ່ນ​ຢູ່​ໃນ​ປະ​ເທດຊີ​ແອຣາ ​ເລ​ອອນ ກີ​ນີ ​ແລະ ​ໄລ​ບີ​ເຣຍ.

ປະທານາທິບໍດີຊີ​ແອຣາ ​ເລ​ອອນ ທ່ານ Ernest Bai Koroma ມີ​ແຜນ​ທີ່​ຈະ​ເຂົ້າຮ່ວມ​ກອງ​ປະຊຸມ ​ຂອງ​ວັນ​ພະຫັດ​ມື້​ນີ້ ​ແຕ່​ຕ້ອງ​ໄດ້​ຍົກ​ເລີກ ​ເພາະວ່າ ມີ​ບັນຫາທາງ​ດ້ານເທັກນິກ ກ່ຽວ​ກັບ​ເຮືອບິນ​ຂອງ​ທ່ານ.

Ebola Spread Fuels More Fear Among Americans, Africans
please wait

No media source currently available

0:00 0:02:59 0:00

British Foreign Secretary Philip Hammond is calling for "decisive action" to fight the Ebola outbreak that has killed more than 3,300 people in West Africa.

He told a conference Thursday in London that such action could save hundreds of thousands of lives and prevent the crisis from getting further out of control.

Britain and Sierra Leone arranged the event to spotlight the scale of the outbreak and ask for international support ahead of a donor conference planned for later this monthD

The World Health Organization says the Ebola virus has infected more than 7,100 people with almost all of the cases in Sierra Leone, Guinea and Liberia.

Sierra Leone's President Ernest Bai Koroma was due to attend Thursday's conference, but had to cancel because of technical problems with his plane.

XS
SM
MD
LG