ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລມຕ ຕ່າງປະເທດອັງກິດ ຢາກໃຫ້ໃຊ້ ມາດຕະການ ທີ່ເຂັ້ມແຂງ ຕໍ່ຊີເຣຍ (ວີ​ດິ​ໂອ)


ທ່ານ William Hague ລັດຖະມົນຕີຕ່າງປະເທດອັງກິດ
ທ່ານ William Hague ລັດຖະມົນຕີຕ່າງປະເທດອັງກິດ
ທ່ານ William Hague ລັດຖະມົນຕີ​ຕ່າງປະ​ເທດ​ອັງກິດ​ເວົ້າ​ວ່າ
ທ່ານ​ເຊື່ອ​ວ່າຄວນຈະມີ​ການ​ຕອບ​ໂຕ້​ທີ່​ເຂັ້ມ​ແຂງເດັດດ່ຽວ​ຕໍ່ການ​
ໃຊ້​ອາວຸດ​ເຄມີ ​ໃນ​ຊີ​ເຣຍ ​ເຖິງ​ແມ່ນ​ສະ ພາແຫ່ງ​ຊາດ​ອັງກິດ​ໄດ້​
ອອກສຽງ​ປະຕິ​ເສດຕໍ່​ການເຂົ້າຮ່ວມປະຕິ​ບັດການ​ທາງ​ທະຫານ​
ຕ້ານ​ລັດຖະບານ​ຂອງທ່ານ Assad ກໍ​ຕາມ.

ທ່ານ Hague ​ເວົ້າໃນ​ວັນ​ອາທິດ​ມື້​ນີ້​ວ່າ ການ​ໃຊ້​ອາວຸດ​ເຄມີ ​ໃນ​ສັດຕະ ວັດ​ທີ 21 ນີ້ ຖື​ວ່າ​ເປັນ​ສິ່ງຊົ່ວ​ຮ້າຍ​ທີ່​ສຸດ ທີ່​ພວກ​ເຮົາ​ຕ້ອງ​ຢືນ​ຢັດ​ຕໍ່ຕ້ານ​ມັນ​ໃຫ້​ໄດ້.

ນັກ​ການ​ທູດ​ສູງ​ສຸດ​ຂອງ​ອັງກິດເວົ້າ​ອີກ​ວ່າ ທ່ານ​ສະໜັບສະໜຸນ
ການ​ໂຈມ​ຕີທາງ​ອາກາດ ພາຍ​ໃຕ້​ການ​ນໍາພາ​ຂອງ​ສະຫະລັດ ທີ່​ຄາດ​ວ່າ​ຈະ​ມີ​ຂຶ້ນນັ້ນເພື່ອ
ຍຸຕິ​ລັດຖະບານ​ຂອງ​ປະທາ​ນາ​ທິບໍດີ Bashar al-Assad ບໍ່​ໃຫ້​ໃຊ້​ແກັສພິດ​ດັ່ງກ່າວ​ອີກ​ຕໍ່​ໄປ.

ທ່ານ Hague ​ເວົ້າວ່າ ​ສິ່ງ​ທີ່​ສະຫະລັດ​ໄດ້​ຊີ້​ແຈງມາ​ນັ້ນ​ ກໍ​ແມ່ນ​ ການ ຕອບ​ໂຕ້​ທີ່ໄດ້​ສັດ ສ່ວນ ມີ​ຂອບ​ເຂດ​ຈໍາກັດ ຕໍ່​ການ​ໃຊ້​ອາວຸດ​ເຄມີ ​ເພື່ອ ພະຍາຍາມ​ຂັດຂວາງ​ການໃຊ້​ອາ ວຸດ​ເຄມີ​.

ລມຕ ຕ່າງປະເທດສະຫະລັດ ຂະນະປຶກສາກັບ ເລຂາ ສັນນິບາດຊາດອາຣັບ
ລມຕ ຕ່າງປະເທດສະຫະລັດ ຂະນະປຶກສາກັບ ເລຂາ ສັນນິບາດຊາດອາຣັບ

ທ່ານ ຈອນ ​ແຄຣີ ລັດຖະມົນຕີຕ່າງປະ​ເທດ​ສະຫະ​ລັດ ທີ່​ໄດ້​ພົບ​ປະ​ກັບ ບັນດາ​ເຈົ້າໜ້າ​ທີ່​ສັນ​ນິບາດ​ຊາ​ດອາຫຣັບໃນ​ວັນ​ອາທິດ​ມື້​ນີ້ ທີ່​ປາຣີ ກ່ອນ​ຈະ​ເດີນທາງ​ຕໍ່​ໄປ​ຍັງ​ລອນ​ດອນ​ ​ເວົ້າ​ວ່າ ການ​ສະໜັບສະໜຸນ​ຈາກ​ນານາ ຊາດ ກໍາລັງ​ເຕີບ​ໃຫຍ່​ຂຶ້ນ​ໄປ​ນັບ​ມື້ ​ເພື່ອ​ນໍາ​ເອົາ​ລັດຖະບານ​ຊີ​ເຣຍ ມາຮັບ ຜິ​ດຊອບຕໍ່​ເຫດການ​ໂຈມ​ຕີ​ດັ່ງກ່າວ ຊຶ່ງ​ທ່ານ ​ແຄ​ຣີ ​ເວົ້າ​ວ່າ:

“ມັນ​ເຕີບ​ໂຕ​ຂຶ້ນ​ເລື້ອຍໆ ບໍ່​ແມ່ນ​ຫຼຸດ​ລົງ ​ໃນ​ແງ່​ຄວາມ​ຮູ້ສຶກ​ໂກດ​ແຄ້ນ​ຂອງ​ໂລກ ​ຕໍ່ສິ່ງທີ່​ໄດ້​ເກີດ​ຂຶ້ນນັ້ນ.”

ທ່ານ ​ແຄ​ຣີ ​ໃຫ້​ຄວາມ​ເຫັນເຊັ່ນນີ້ ​ໃນ​ລະຫວ່າງ​ໃຫ້​ສໍາພາດ​ນັກ​ຂ່າວ​ເມື່ອ​ວັນ​ເສົາ​ວານ​ນີ້ ທີ່​ປາຣີ ກັບ​ລັດຖະມົນຕີ​ຕ່າງປະ​ເທດ​ຝຣັ່ງ ທ່ານ Laurent Fabius.

​ກ່ອນ​ໜ້າ​ ນັ້ນໃນມື້​ດຽວ​ກັນ ທ່ານ ​ແຄຣີ ກໍ​ໄດ້​ພົບ​ປະ​ກັບ​ບັນດາ​ລັດຖະມົນຕີ​ຕ່າງປະ​ເທດ​ຂອງ​ສະຫະພາບ​ຢູ​ໂຣບ ທີ່​ປະ​ເທດ Lithuania ​ໃນຄວາມ ພະຍາຍາມເພື່ອ​ລະດົມ​ເອົາ ການ​ສະໜັບສະໜຸນຕື່ມ​ອີກ ຂະນະທີ່​ສະຫະລັດ​ພິຈາລະນາໃຊ້​ກໍາລັງ​ທະຫານໂຈມ​ຕີ​ຊີ​ເຣຍນັ້ນ.

ຫຼັງຈາກ ​ກອງ​ປະຊຸມ ທ່ານນາງ Catherine Ashton ຫົວໜ້າ​ນະ​ໂຍບາຍຕ່າງປະ​ເທດ​
ຂອງ​ສະຫະພາບ​ຢູ​ໂຣບ ​ໄດ້​ອ່ານ​ຖະ​ແຫຼງການ​ສະບັບ​ນຶ່ງຕາງໜ້າ​ກຸ່ມ ​ຮຽກຮ້ອງ​ໃຫ້​ມີ​ການ​
ຕອບໂຕ້​ທີ່ເຂັ້ມ​ແຂງ ​ແລະ​ແຈ້ງ​ຂາວ ຕໍ່​ການ​ໂຈມ​ຕີ​ໃນ​ຊີ​ເຣຍ ແຕ່ບໍ່ໄດ້​ລະບຸ​ເຖິງ​ການ​ໃຊ້​
ກໍາລັງ​ທະຫານແບບ​ໃດ.

ເບິ່ງວີດີໂອ:
SYRIA
please wait
Embed

No media source currently available

0:00 0:00:47 0:00





.
XS
SM
MD
LG