ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ອັງກິດ ກ່າວວ່າ ຕົນອາດຈະເພີ້ມ ການໂຈມຕີ ທາງອາກາດ ໃນຊີເຣຍ


ລັດຖະມົນຕີປ້ອງກັນປະເທດ ອັງກິດ ທ່ານ Michael Fallon.
ລັດຖະມົນຕີປ້ອງກັນປະເທດ ອັງກິດ ທ່ານ Michael Fallon.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ອັງກິດ ກ່າ​ວ​ໃນ​ວັນ​ອັງຄານ​ມື້​ນີ້​
ວ່າ ກອງທັບ​ຈະ​ພິຈາລະນາ​ກ່ຽວກັບເພີ້​ມການໂຈມ​ຕີ​ທາງ​ອາ
ກາດ​ຕໍ່ພວກ​ຫົວ​ຮຸນ​ແຮງ​ໃນ​ຊີ​ເຣຍ ຖ້າ​ຫາກ​ວ່າມັນໝາຍ​ເຖິງ
ເປັນການ​ຢຸດ​ຢັ້ງການ​ກໍ່​ການ​ຮ້າຍ​ຕ້ານ​ຜົນ​ປະໂຫຍ​ດ ຂອງ
​ອັງ​ກິດທີ່ມີທ່າທາງວ່າຈະເກີດຂຶ້ນ.

ທ່ານ Michael Fallon ​ໃຫ້ຄວາມເຫັນດັ່ງກ່າວ ຕໍ່ວິທະຍຸ
BBC ນຶ່ງ​ມື້​ຫລັງ​ຈາກນາຍົກລັດຖະມົນຕີ David Cameron
​ເປີດ​ເຜີຍ​ວ່າ ກອງທັບ​ອາກາດ ຂອງລາຊະອານາຈັກອັງ​ກິດ
​ໄດ້​ສັງຫານ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ​ສາມ​ຄົນ ຮວມທັງ
ຄົນ​ອັງ​ກິດ​ສອງ​ຄົນ ​ໃນການໂຈມຕີໂດຍເຮືອບິນບໍ່ມີຄົນຂັບ
ເມື່ອ​ວັນ​ທີ 21 ​ສິງຫາຜ່ານມາ.

ການ​ໂຈມ​ຕີ​ນີ້ ແມ່ນເປັນ​ເທຶຶ່ອທຳ​ອິດ ທີ່ໃຊ້ເຮືອບິນບໍ່ມີຄົນຂັບໂດຍກອງທັບ​ອັງ ກິດ ​ແລະ
ທ່ານ Fallon ກ່າວໃນ​ວັນ​ອັງຄານ​ມື້ນີ້ວ່າ ອັງກິດ ​ຈະ​ບໍ່​ລັ່ງ​ເລ​ໃຈ​ທີ່ຈະ​ດຳເນີນການຕື່ມ​ອີກ
ເພື່ອ​ລົບ​ກວນ​ແຜນ​ຂອງ​ພວກ​ກໍ່​ການ​ຮ້າຍ.

ທ່ານ Cameron ຮ້ອງການ​ໂຈມ​ຕີ ​ໂດຍເຮືອບິນ​ບໍ່​ມີ​ຄົນ​ຂັບວ່າ “​ເປັນ​ການ​ປ້ອງ​ກັນ​ໂຕ” ​
ແລະ​ກ່າວ​ອີກ​ວ່າ ​ໄດ້ມີ “ຫລັກ​ຖານ​ຢ່າງ​ແຈ້ງ​ຂາວ​ທີ່​ບັນດາ​ສ່ວນບຸກຄົນ ໄດ້ມີຄຳຖາມກ່ຽວ

ກັບ​ການວາງແຜນ ແລະສັ່ງການໂຈມ​ຕີ​ດ້ວຍອາວຸດຕໍ່​ອັງ​ກິດ.”

ທ່ານ​ໄດ້​ກ່າວ​ຕໍ່​ສະພາ​ວ່າ ທ້າວ Reyard Khan ຊຶ່ງເປັນຄົນ​ອັງ​ກິດ ​ແລະ​ພວກ​ຫົວ​ຮຸນ​ແຮງ​
ອີກ​ສອງ​ຄົນ ​ໄດ້​ຖືກ​ສັງຫານ​ໃນ​ຂະນະ​ທີ​ເດີນທາງ​ຢູ່​ໃນ​ລົດ ໃກ້​ກັບເມືອງ​ Raqqa ຊຶ່ງເປັນ
ຫລວງຂອງກຸ່ມລັດອິສລາມ.

​ໃນ​ຂະນະ​ທີ່ ອັງກິດ ​ເຂົ້າຮ່ວມ​ການໂຈ​ມຕີ​ຕ້ານກຸ່ມລັດ​ອິສລາມ ຢູ່ໃນ​ອີຣັກ ​ແລະ​ໃຊ້​ເຮືອບິນ
​ບໍ່​ມີ​ຄົນ​ຂັບ​ເພື່ອ​ສອດແນມ​ໃນ​ຊີ​ເຣຍ ແຕ່ກອງທັບ​ອາກາດ ລາຊະອາ ນາຈັກ​ອັງກິດ ຍັງ​ບໍ່​
ເຄີຍທຳການໂຈມຕີກຸ່ມ​ລັດ​ອິສລາມ​ຢູ່ໃນ​ຊີ​ເຣຍ ມາຈົນ​ຮອດ ການ​ໂຈມ​ຕີ​ໃນ​ເດືອນ​ສິງຫາ
ນີ້.

​ເປັນ​ທີ່​ຄາດ​ກັນວ່າ ມີຊາວອັງກິດ 500 ຫາ 600 ຄົນ​ທີ່ ​ໄດ້​ເດີນທາງ​ໄປ​ສູ້​ລົບຮ່ວມກັບກຸ່ມ
ລັດ​ອິສລາມ ຄຽງບ່າ​ຄຽງ​ໄລ່ກັບຊາວຕ່າງປະ​ເທດອຶ່ນໆຫຼາຍພັນຄົນທີ່​ກຸ່ມ​ຫົວຮຸນແຮງດັ່ງ
ກ່າວ ຮ້ອງ​ກັນ​ວ່າ “ລັດ​ອິສລາມ” ຢູ່ໃນ​ທົ່ວ​ເຂດຕ່າງໆ ໃນ​ອີຣັກ ​ແລະ ຊີ​ເຣຍ.

ຝຣັ່ງ ກໍໄດ້​ເຂົ້າ​ຮ່ວມການ​ໂຈມ​ຕີທາງ​ອາກາດ ຂອງແນວໂຮມຕ້ານ​ພວກ​ຫົວ​ຮຸນ​ແຮງ​ໃນ​
ອີຣັກ ແລະເວລາ​ນີ້ ​ໄດ້​ຂະຫຍາຍ​ການ​ປະຕິບັດ​ງານ​ຮວມທັງ​ຊີ​ເຣຍນຳດ້ວຍ. ປະທານ​າ
ທິບໍດີ Francois Hollande ກ່າວ​ວ່າ ການບິນ​ສັງ​ເກດ​ການ ຂອງຝຣັ່ງ ສາມາດ​ເລີ້ມ​ຂຶ້ນ
​ໄດ້​ໃນ​ວັນອັງ​ຄານມື້​ນີ້ ກ່ອນ​ໜ້າ​ການ​ປະ​ຕິ​ບັດ​ງານ​ໂຈມ​ຕີ​ຢູ່​ທີ່​ນັ້ນ.

XS
SM
MD
LG