ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ສາຍ​ການບິນ British Airways ມີການຕິດຂັດ ທາງຄອມພີວເຕີ ຢ່າງໃຫຽ່


ຄົນ​ໂດຍສານອັ່ງອໍຢູ່ນອກອາຄານ 5 ຂອງສະໜາມບິນ Heathrow ໃນນະຄອນຫຼວງລອນດອນ ພາຍຫລັງ
ທີ່ຖ້ຽວບິນຕ່າງໆ ຖືກຍົກເລີກຍ້ອນລະບົບຄອມພິວເຕີ​
ຂອງ​ສາຍ​ການບິນ British Airways ຕິດຂັດໃນວັນທີ 27 ພຶດສະພາ, 2017.
ຄົນ​ໂດຍສານອັ່ງອໍຢູ່ນອກອາຄານ 5 ຂອງສະໜາມບິນ Heathrow ໃນນະຄອນຫຼວງລອນດອນ ພາຍຫລັງ ທີ່ຖ້ຽວບິນຕ່າງໆ ຖືກຍົກເລີກຍ້ອນລະບົບຄອມພິວເຕີ​ ຂອງ​ສາຍ​ການບິນ British Airways ຕິດຂັດໃນວັນທີ 27 ພຶດສະພາ, 2017.

ໃນ​ວັນ​ອາທິດ​ວານ​ນີ້ ທີ່​ສະໜາມບິນ Heathrow ຄົນ​ໂດຍສານ​ຂອງ​ສາຍ​ການບິນ
British Airways ຍັງ​ສືບຕໍ່ປະ​ເຊີ​ນກັບການ​ຫລ້າ​ຊ້າ, ການ​ຍົກ​ເລີກ​ຖ້ຽວບິນ, ​ແລະ​
ຄວາມ​ແອ​ອັດ ໃນ​ຂະນະ​ທີ່ສາຍ​ການບິນ​ດັ່ງກ່າວປະສົບ​ກັບ​ບັນຫາ​ຄອມ​ພີ​ວ​ເຕີ​ຕິດ​ຂັດ.

ສາຍ​ການບິນ​ນີ້​ເວົ້າວ່າ ຖ້ຽວບິນ​ທີ່​ໄປ​ໄລຍະ​ໄກ​ທັງໝົດ ຍັງ​ຈະ​ສືບຕໍ່ດໍາ​ເນີນ​ໄປ​ໄດ້​ຢູ່
​ໃນ​ວັນ​ອາທິດ​ວານ​ນີ້ ຫາກ​ແຕ່​ວ່າ ​ເພື່ອ​ຫລີກ​ລ່ຽງຄວາ​ມແອ​ອັດເກີນ​ໄປເພີ້ມຂຶ້ນ​ອີກ
ຄົນ​ໂດຍສານຈະໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ໄປ​ໃນ​ອາຄານ​ສະໜາມບິນ​ໄດ້ ​ເປັນເວລາ
90 ນາທີ​ ກ່ອນ​ຖ້ຽວບິນ​ຈະ​ເລີ້ມ ​ເທົ່າ​ນັ້ນ.

ທ່ານ executive Alex Cruz ຫົວໜ້າດ້ານ​ບໍລິຫານ​ຂອງ​ສາຍ​ການບິນ ກ່າວ​ວ່າ ຄົນ​ໂດຍ
ສານຍັງ​ຄວນ​ຄາດ​ເອົາ​ໄວ້​ອີກ​ວ່າ ອາດ​ຈະ​ມີການ​ຫລ້າ​ຊ້າ ​ແລະ ການ​ຍົກ​ເລີກ​ຖ້ຽວ
ບິນສໍາລັບ​ຖ້ຽວບິນ​ທີ່​ບິນ​ໄລຍະ​ໃກ້ ​ແລະກ່າວ​ເພີ້ມອີກ​ວ່າ ສາຍ​ກາ​ນບິນ​ຢູ່​ໃນ​ສະພາບ​
ທີ່​ປະຕິບັດ​ງານໄດ້ "​ເກືອບ​ເຕັມສ່ວນ​ແລ້ວ" ​ໃນ​ວັນ​ອາທິດ ວານ​ນີ້.

ທ່ານ Cruz ​ເວົ້າວ່າ "ຂ້າພະ​ເຈົ້າຮູ້​ວ່າ ນີ້​ເປັນ​ໄລຍະ​ເວລາ​ທີ່​ບໍ່ດີ​ຫລາຍ​ ສໍາລັບ​ລູກ​ຄ້າ"
​ແລະ​ກໍ​ໄດ້​ກ່າວ​ຂໍ​ໂທດ​ໃນ​ບົດຖະ​ແຫລ​ງທີ່​ອອກ​ໃນວີ​ດິ​ໂອ ​ແລະ​ເອົາ​ລົງ​ໃສ່​ໃນ​ອິນ​ເຕີ
​ເນັດ​ໄວ້.

ສາຍ​ການບິນ​ຖືກ​ບັງຄັບ​ໃຫ້​ຍົກ​ເລີກ​ຖ້ຽວບິນ​ໃນ​ວັນ​ເສົາ​ຜ່ານ​ມາ ທີ່​ສະໜາມບິນ Heathrow ​ແລະສະໜາມບິນ Gatwick ​ໃນ​ຂະນະ​ທີ່​ພວກ​ນັກ​ຊ່ຽວຊານ​ພະຍາຍ​າມ​ແກ້​ໄຂ​ບັນຫາ​ຕິ​ຂັດ
​ຂອງ​ຄອມ​ພີ​ວ​ເຕີ.

​ສາຍ​ການບິນ British Airways ບໍ່​ໄດ້​ເວົ້າວ່າ ​ສາຍ​ເຫດ​ທີ່​ພາ​ໃຫ້​ຕິດ​ຂັດ​ແມ່ນ​ຫຍັງ ​ແຕ່​
ກໍ​ໄດ້​ລາ​ຍງານ​ວ່າ ບໍ່​ໄດ້​ມີ​ຫລັກ​ຖານ​ໃດໆ ສະ​ແດງ​ໃຫ້​ເຫັນ​ວ່າ ມີ​ການ​ໂຈມ​ຕີ​ທາງອິນ​ເຕີ​
ເນັດ​ແຕ່​ຢ່າງ​ໃດ.

ການ​ຕິດ​ຂັດ​ຂອງ​ເຄື່ອງ​ຄອມ​ພີ​ວ​ເຕີ​ທີ່​ເກີດ​ຂຶ້ນ​ໂດຍ​ສະ​ເພາະ​ໃນ​ວັນພັກ​ທ້າຍ​ອາທິດ ທີ່​ມີ
​ມື້ພັກ​ຕໍ່​ໃສ່​ກັນ​ໃນ​ວັນ​ຈັນ ​ແລະ​ໃນ​ຂະນະ​ທີ່​ເດັກນ້ອຍ​ເລີ້ມພັກ​ກາງ​ເທີ​ມ ​ໄດ້​ເຮັດ​ໃຫ້ຄົນ
​ໂດຍສານ​ທີ່​ ຄ້າງ​ຢູ່​ສະໜາມບິນ ສະ​ແດງ​ຄວາມ​ຫງຸດຫງິດອອກ​ມາ​ທາງ​ອອນ​ລາຍ​ຢູ່​ໃນ​ Twitter.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG