ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອັງກິດ ຮ່ວມມືກັບ ບໍລິສັດເທັກໂນໂລຈີ ຕໍ່ສູ້ ລັດທິກໍ່ການຮ້າຍ


ທ່ານນາງ Amber Rudd, ລັດຖະມົນຕີກະຊວງພາຍໃນຂອງ ອັງກິດ, ເດີນທາງຮອດກອງປະຊຸມຄະນະລັດຖະມົນຕີຢູ່ຖະ
ໜົນ Downing Street ທີ 10, ນະຄອນຫຼວງ ລອນດອນ. 29 ພຶດສະພາ, 2017.
ທ່ານນາງ Amber Rudd, ລັດຖະມົນຕີກະຊວງພາຍໃນຂອງ ອັງກິດ, ເດີນທາງຮອດກອງປະຊຸມຄະນະລັດຖະມົນຕີຢູ່ຖະ ໜົນ Downing Street ທີ 10, ນະຄອນຫຼວງ ລອນດອນ. 29 ພຶດສະພາ, 2017.

ລັດຖະມົນຕີກະຊວງພາຍໃນຂອງ ອັງກິດ ກ່າວວ່າ ບໍລິສັດອິນເຕີແນັດຫຼາຍບໍລິສັດ ກຳ ລັງເລີ່ມໃຫ້ການຊ່ວຍເຫຼືອເພີ່ມເຕີມ ໃນການຕໍ່ສູ້ກັບລັດທິກໍ່ການຮ້າຍ, ຫຼັງຈາກການ ໂຈມຕີທີ່ໄດ້ເກີດຂຶ້ນເມື່ອບໍ່ດົນມານີ້ໃນເມືອງ Manchester.

ທ່ານນາງ Amber Rudd ໄດ້ກ່າວໃນການສຳພາດກັບໂທລະພາບ ອັງກິດ ແຫ່ງໜຶ່ງໃນ ວັນອາທິດມື້ນີ້ວ່າ ອັງກິດ “ກຳລັງດຳເນີນການໄປໄດ້ດີ” ໃນການເຮັດວຽກກັບບັນດາ ບໍລິສັດເທັກໂນໂລຈີ ເພື່ອໃຫ້ໄດ້ຮັບການເຂົ້າເຖິງລະຫັດຂໍ້ຄວາມຂອງພວກກໍ່ການຮ້າຍ ທີ່ຕ້ອງສົງໄສ.

ທ່ານນາງໄດ້ກ່າວເພີ່ມເຕີມວ່າ, ແນວໃດກໍຕາມ, “ຂົງເຂດທີ່ຂ້າພະເຈົ້າເປັນຫ່ວງຫຼາຍ
ທີ່ສຸດແມ່ນບັນດາບໍລິສັດອິນເຕີແນັດ ຜູ້ທີ່ໄດ້ສືບຕໍ່ເຜີຍແຜ່ການປະກາດທີ່ສະແດງ
ເຖິງຄວາມຄຽດຊັງ, ຂໍ້ຄວາມທີ່ມີຄວາມຄຽດຊັງ ທີ່ໄດ້ປະກອບສ່ວນເຂົ້າໃນການເຮັດ
ໃຫ້ປະຊາຊົນກໍ່ຄວາມຮຸນແຮງໃນປະເທດນີ້.”

ໃນເມືອງ Manchester ວັນເສົາວານນີ້, ອັງກິດ ໄດ້ຫຼຸດລະດັບໄພຂົ່ມຂູ່ການກໍ່ການ
ຮ້າຍລົງຈາກ “ຂັ້ນວິກິດ” ເປັນ “ຂັ້ນຮຸນແຮງ.”

ແນວໃດກໍຕາມ, ການຮັກສາຄວາມປອດໄພພິເສດ, ໄດ້ສົ່ງໄປປະຕິບັດການຢູ່ສະໜາມ
ກິລາ Cricket Old Trafford, ຕັ້ງຢູ່ເຂດນອກຂອງເມືອງ Manchester, ສຳລັບການ
ຈັດງານຄອນເສີດໂດຍບັນດານັກດົນຕີໃນເມືອງ Manchester ຊື່ວ່າ The
Courteneers, The Charlatans, ວົງ Blossoms ແລະ ວົງ Cabbage.

ພວກແຟນເພງທີ່ເຂົ້າຮ່ວມໃນການສະແດງ ໄດ້ຖືກຂໍໃຫ້ເດີນທາງໄປຮອດໄວ ແລະ ບໍ່ໃຫ້
ນຳເອົາກະເປົາເປ້ໄປນຳ. ບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພທີ່ໃສ່ໝວກແກັບ ແລະ ເສືອກັກເລືອງແສງໄດ້ປະຈຳການຢູ່ຖະໜົນໄລຍະລະຫວ່າງ 50 ແມັດໄປຫາສະຖານທີ່
ການສະແດງ.

ໃນການກ່າວຄຳເຫັນກ່ອນການສະແດງຂອງວົງ Courteneers ນັ້ນ, ນັກຮ້ອງນຳ ທ້າວ
Liam Fray ໄດ້ກ່າວ ກ່ຽວກັບ ເມືອງ Manchester ວ່າ “ຖ້າເຈົ້າຄິດວ່າເຈົ້າສາມາດ ເອົາຊະນະພວກເຮົາໄດ້, ແມ່ນເຈົ້າບໍ່ຮູ້ວ່າພວກເຮົາແມ່ນໃຜ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG