ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ອັງກິດ ກ່າວວ່າ ການລົງໂທດ ຂອງປະເທດຕາເວັນຕົກ ຕໍ່ລັດເຊຍ ແມ່ນໄດ້ຜົນ


ອະ​ດີດ​ລັດຖະມົນຕີ​​ຕ່າງ​ປະ​ເທດ​ ອັງກິດ ທ່ານ Malcolm Rifkind ໃຫ້ສຳພາດຕໍ່ນັກຂ່າວ ໃນເມືອງ Westminster, ນະຄອນຫຼວງ ລອນດອນ ທີ 24 ກຸມພາ 2015
ອະ​ດີດ​ລັດຖະມົນຕີ​​ຕ່າງ​ປະ​ເທດ​ ອັງກິດ ທ່ານ Malcolm Rifkind ໃຫ້ສຳພາດຕໍ່ນັກຂ່າວ ໃນເມືອງ Westminster, ນະຄອນຫຼວງ ລອນດອນ ທີ 24 ກຸມພາ 2015

ອະ​ດີດ​ລັດຖະມົນຕີຕ່າງ​ປະ​ເທດ​ ອັງກິດ ທ່ານ Malcolm Rifkind ​ໄດ້​ກ່າວ​ວ່າ ການ​ທີ່​ລັດ​ເຊຍ​ໄດ້​ຫ້າມບັນດາ​ນັກ​ການ​ເມືອງ​ຢູ​ໂຣບ 89 ຄົນ​ ​ແລະ ຜູ້ນຳ​ທະຫານ ບໍ່​ໃຫ້​ເຂົ້າປະ​ເທດ ​ໄດ້​ສະ​ແດງໃຫ້​ເຫັນວ່າ​ການ​ລົງ​ໂທດ​ຂອງ​ປະ​ເທດ​ຕາ​ເວັນຕົກຕໍ່ ມັອສ​ໂກ ຍ້ອນ​ການຍຶດ​ເອົາ​ແຫຼມ Crimea ​ເຂົ້າ​ເປັນ​ດິນ​ແດນ​ຂອງ​ລັດ​ເຊຍ​ໃນ​ເດືອນມີນາ 2014 ນັ້ນ ​ແມ່ນ​ໄດ້ຜົນ.

ທ່ານ Rifkind ​ໄດ້ກ່າວ​ໃນ​ວິ​ທະ​ຍຸ​ຂອງ ອັງ​ກິດ ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ​ເຈົ້າ​ໜ້າ​ທີ່ ຂອງ​ລັດ​ເຊຍ “ຈະ​ບໍ່ມີ​ປະຕິກິລິຍາ​ຕອບໂຕ້​ໃດໆ​ນອກ​ຈາກ​ວ່າ​ພວກ​ເຂົາ​ຈະ​ຮູ້ສຶກ​ເຈັບແສບຫຼາຍຕໍ່​ສິ່ງ​ທີ່​ເກີດ​ຂຶ້ນ.”

ທ່ານ Rifkind ​ໄດ້​ກ່າວ​ອອກ​ມາມື້​ໜຶ່ງ​ ຫຼັງ​ຈາກ​ສະຫະ​ພາ​ບຢູ​ໂຣບ​ໄດ້​ອອກຖະ​ແຫຼ​ງການທີ່​ກ່າວ​ວ່າ ພວກ​ຕົນ​ໄດ້​ພິຈາລະນາ​ຂໍ້​ຫ້າມ​ໃໝ່, ​ເຊິ່ງ​ໄດ້​ເປີດ​ເຜີຍ​ອອກ​ມາ​ສັບປະດາ​ແລ້ວ​ນີ້​ວ່າ “​ເປັນ​ການ ກຳນົດ​ຂຶ້ນ​ມາ​ເອງ​ໂດຍ​ສິ້ນ​ເຊີ​ງ ​ແລະ ບໍ່​ມີ​ເຫດຜົນ​ເນື່ອງຈາກ​ຂາດການໃຫ້​ຄວາມກະຈ່າງ​ແຈ້ງເພີ່ມ​ເຕີມ.”

ລາຍ​ຊື່​ຂອງ​ລັດ​ເຊຍ ​ລວ​ມມີຜູ້​ບັນຍັດ​ກົດໝາຍຂອງ​ຢູ​ໂຣບຫຼາຍ​ສິບຄົນ ​ແລະ ຜູ້ນຳ​ລັດຖະບານ​ຜູ້​ທີ່​ສະໜັບສະໜູນ​ການ​ລົງ​ໂທ​ດຂອງ​ຢູ​ໂຣບ ​ແລະ ສະຫະລັດ​ ປີກ​າຍນີ້ ​ເຊິ່ງ​ໄດ້​ວາງ​ເປົ້າ​ໝາຍ​ໃສ່​ການ​ລົງ​ໂທດ ​ມັອສ​ໂກ ສຳລັບ​ບົດບາດ​ຂອງ​ພວກ​ເຂົາ​ໃນ​ວິ​ກິດ​ການ​ທີ່​ພວມ​ເປັນ​ໄປ​ຢູ່​ໃນ ຢູ​ເຄຣນ.

ນອກຈາກ​ການ​ຫ້າມການເດີ​ນທາງຂອງ​ ເຈົ້າໜ້າ​ທີ່ຂັ້ນ​ສູງ​ ​ແລະ ບັນ​ດາ ນັກທຸລະກິດຂອງ ລັດ​ເຊຍແລ້ວ, ປະທາ​ນ​າທິບໍດີ ສະຫະລັດ ທ່ານ Barack Obama ​ແລະ ບັນ​ດາ​ຜູ້ນຳຢູ​ໂຣບຍັງໄດ້​ວາງ​ມາດ​ຕະການ​ລົງໂທດ​ໜັກທາງ​ດ້ານ​ເສດຖະກິດ​ ​ຕໍ່​ສະ​ຖາ​ບັນ​ການ​ເງິ​ນທີ່​ໃຫຍ່​ທີ່​ສຸດຂອງ ລັດ​ເຊຍ, Sherbank ​ໃນ​ເດືອນກັນຍາ​ປີ​ກາ​ນີ້​ນຳ.

XS
SM
MD
LG