ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຈາກການສືບສວນ ເຫດລະເບີດແຕກ ຕຳຫຼວດອັງກິດ ໄດ້ຈັບກຸມ ຊາຍ 3 ຄົນ


ພວກເຈົ້າໜ້າທີ່ຕຳຫຼວດ ຢືນຍາມຢູ່ໃກ້ໆ ສະຖານີລົດໄຟໃຕ້ດິນ Victoria ໃນເມືອງ Manchester, ປະເທດອັງກິດ, ວັນທີ 24 ພຶດສະພາ 2017.
ພວກເຈົ້າໜ້າທີ່ຕຳຫຼວດ ຢືນຍາມຢູ່ໃກ້ໆ ສະຖານີລົດໄຟໃຕ້ດິນ Victoria ໃນເມືອງ Manchester, ປະເທດອັງກິດ, ວັນທີ 24 ພຶດສະພາ 2017.

ຕຳຫຼວດອັງກິດ ກ່າວວ່າ ຈາກການສືບສວນສອບສວນ ພວກເຂົາເຈົ້າ ໄດ້ຈັບກຸມ
3 ຄົນຕື່ມອີກ ທີ່ມີສ່ວນກ່ຽວຂ້ອງກັບ ການໂຈມຕີດ້ວຍລະເບີດທີ່ຮ້າຍແຮງ ຫຼັງຈາກ
ການສະແດງຄອນເສີດ ໃນເມືອງ Manchester ເມື່ອວັນຈັນມື້ກ່ອນນີ້.

ຜູ້ຍິງຄົນນຶ່ງ ໄຕ້ທຽນ ຢູ່ສະຖານທີ່ເກີດລະເບີດ ຫຼັງຈາກທີ່ໄດ້ໄວ້ອາໄລແກ່ພວກຜູ້ເຄາະຮ້າຍ ຢູ່ທີ່ຈະຕຸລັດ Albert, ເມືອງ Manchester, ປະເທດອັງກິດ, ວັນທີ 23 ພຶດສະພາ 2017.
ຜູ້ຍິງຄົນນຶ່ງ ໄຕ້ທຽນ ຢູ່ສະຖານທີ່ເກີດລະເບີດ ຫຼັງຈາກທີ່ໄດ້ໄວ້ອາໄລແກ່ພວກຜູ້ເຄາະຮ້າຍ ຢູ່ທີ່ຈະຕຸລັດ Albert, ເມືອງ Manchester, ປະເທດອັງກິດ, ວັນທີ 23 ພຶດສະພາ 2017.

ຖະແຫລງການທີ່​ອອກ​ໃນວັນພຸດມື້ນີ້ ຈາກກົມຕຳຫຼວດໃຫຍ່ຂອງ Manchester
ໄດ້ກ່າວ​ແຕ່​ພຽງວ່າ ການຈັບກຸມ​ໄດ້​ມີ​ຂຶ້ນຫຼັງຈາກຕຳຫຼວດໄດ້ປະຕິບັດຕາມໝາຍ
ຈັບ ຢູ່ໃນພາກໃຕ້ຂອງເມືອງ Manchester. ບໍ່ມີຂໍ້ມູນກ່ຽວກັບວ່າ ພວກຜູ້ຊາຍ
3 ຄົນ ຫຼືບຸກຄົນທີ 4 ໄດ້ຖືກຈັບກຸມໃນວັນອັງຄານວານນີ້ ຜູ້ທີ່ຖືກລະບຸໂຕພຽງແຕ່
ອາຍຸ 23 ປີ ເທົ່ານັ້ນ ອາດມີສ່ວນພົວພັນ ໃນການໂຈມຕີ ຢ່າງໃດ.

ລັດຖະມົນຕີ ກະຊວງພາຍໃນ ຂອງອັງກິດ ທ່ານນາງ Amber Rudd ໄດ້ກ່າວໃນ
ວັນພຸດມື້ນີ້ ວ່າ ມືລະເບີດສະຫລະຊີບ ຜູ້ທີ່ຖືກລະບຸໂຕວ່າແມ່ນ ທ້າວ Salman
Abedi ອາຍຸ 22 ປີ ເປັນທີ່ “ຮູ້ຈັກດີ” ໂດຍກົມສືບລັບຂອງອັງກິດ ກ່ອນໜ້າ​ເກີດ
ເຫດລະເບີດ.

ທ່ານນາງ Rudd ຍັງໄດ້ບອກ ອົງການຂ່າວ BBC ວ່າ “ມັນປາກົດວ່າ ເປັນໄປໄດ້
ສູງ ແລະ ອາດເປັນໄປໄດ້ວ່າ ລາວບໍ່ໄດ້ເຮັດເຊັ່ນນີ້ ຕາມລຳພັງ.”

ພວກນັກສືບສວນ ໄດ້ທຳງານ ນັບຕັ້ງແຕ່ ການໂຈມຕີ ໃນວັນຈັນ ໄດ້ເກີດຂຶ້ນ ເພື່ອ
ກຳນົດວ່າ ມືລະເບີດດັ່ງກ່າວ ແມ່ນເປັນສ່ວນນຶ່ງ ຂອງກຸ່ມທີ່ຂະຫຍາຍວົງກວ້າງ
ອອກໄປຕື່ມ.

ທ່ານ Mark Rowley ຜູ້ທີ່ເປັນຫົວໜ້າໜ່ວຍຕໍ່ຕ້ານການກໍ່ການຮ້າຍແຫ່ງຊາດ
ໄດ້ອະທິບາຍ ເຖິງການສືບສວນ ຮອດຕອນແລງວັນອັງຄານ ວ່າ “ກຳລັງກ້າວໜ້າ
ໄປຢ່າງດີ”
ແລະ ກຳລັງຕິດຕາມຂໍ້ມູນທີ່ຊັກຈູງ ຈຳນວນນຶ່ງ.

ແຕ່ທ່ານໄດ້ກ່າວຕໍ່ໄປວ່າ ບັນດາເຈົ້າໜ້າທີ່ ຍັງບໍ່ສາມາດເວົ້າໄດ້ວ່າ ທ້າວ Abedi
ປະຕິບັດການພຽງຄົນດຽວ.

ການ​ໃຫ້ຄຳເຫັນຂອງທ່ານ ໄດ້ມີຂຶ້ນ ຫຼັງຈາກຄະນະກຳມະການ ທີ່ໄດ້ຕັ້ງລະດັບ
ຄວາມລະມັດລະວັງກ່ຽວ​ກັບການກໍ່ການຮ້າຍຂອງປະເທດ​ໄດ້​ເພີ່ມ​ລະດັບ​ດັ່ງກ່າວ
ຂຶ້ນເປັນຂັ້ນຮ້າຍແຮງຫຼືຂັ້ນສູງສຸດ ຊຶ່ງເປັນສັນຍານບອກວ່າ ການໂຈມຕີຕື່ມອີກ
ແມ່ນມີ​ຄວາມເປັນໄປໄດ້ສູງທີ່ສຸດ ແລະ ອາດເກີດຂຶ້ນໃນໃກ້ໆນີ້.

ຕຳຫຼວດຕິດອາວຸດ ກວດກາ ບໍລິເວນອ້ອມຮອບ ເມືອງ ສື່ມວນຊົນ ຂອງອັງກິດ, ທີ່ມີອົງການຂ່າວ BBC ແລະ ຫ້ອງສົ່ງ ຂອງອົງການຂ່າວ ITV, ວັນທີ 23 ພຶດສະພາ 2017.
ຕຳຫຼວດຕິດອາວຸດ ກວດກາ ບໍລິເວນອ້ອມຮອບ ເມືອງ ສື່ມວນຊົນ ຂອງອັງກິດ, ທີ່ມີອົງການຂ່າວ BBC ແລະ ຫ້ອງສົ່ງ ຂອງອົງການຂ່າວ ITV, ວັນທີ 23 ພຶດສະພາ 2017.

ການປ່ຽນລະດັບດັ່ງກ່າວ ແມ່ນເຫັນໄດ້ຢ່າງຊັດ​ແຈ້ງ ໃນການສົ່ງພວກທະຫານ
ອອກປະຈຳການ ເພື່ອຊ່ອຍໃນການຍາມພື້ນທີ່ບາງ​ເຂດ ທີ່ປະກອບມີງານຕ່າງໆ
ທີ່ສຳຄັນ ເຊັ່ນວ່າ ການສະແດງຄອນເສີດ ແລະ ການແຂ່ງຂັນເຕະບານເພື່ອທີ່ຈະ
ຊ່ວຍແບ່ງເບົາເວລາ ຂອງພວກເຈົ້າໜ້າທີ່ຕຳຫຼວດ.

ເຫດລະເບີດ​ໃນຕອນທ້າຍຂອງການສະແດງຄອນເສີດໂດຍດາຣານັກຮ້ອງປ໊ອບ
ຊາວອາເມຣິກັນ ນາງ Ariana Grande ຢູ່ທີ່ ສະໜາມກິລາ Manchester ໄດ້
ສັງຫານ 22 ຄົນ ແລະ ອີກ 59 ຄົນ ໄດ້ຮັບບາດເຈັບ. ຜູ້ໂຈມຕີ ກໍໄດ້ເສຍຊີວິດ
ຢູ່ທີ່ບ່ອນເກີດເຫດ.

ຮູບພາບຕ່າງໆ ຂອງເຫດລະເບີດແຕກ ໃນອັງກິດ

ເຊີນຊົມ ວີດີໂອ ຂອງເຫດການໂຈມຕີ ລະເບີດສະຫຼະຊີບ

Experts: No Proof IS Ordered Manchester Attack
please wait

No media source currently available

0:00 0:02:17 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG