ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ບໍລິຫານ ອົງການສື່ມວນຊົນ ຂອງທ່ານ Murdoch ຢູ່ອັງກິດ ລາອອກ


ນາງ Rebekah Brooks ຫົວໜ້າບໍລິຫານງານອົງການຂ່າວລະຫວ່າງປະເທດ News International
ນາງ Rebekah Brooks ຫົວໜ້າບໍລິຫານງານອົງການຂ່າວລະຫວ່າງປະເທດ News International

ນັກບໍລິຫານອັງກິດທີ່ສຳຄັນຄົນນຶ່ງ ຂອງມະຫາອານາຈັກສື່ມວນຊົນໂລກຂອງທ່ານ Rupert
Murdoch ໄດ້ລາອອກ ທ່າມກາງພາຍຸໄຟທີ່ພວມລຸກໄໝ້ກ່ຽວກັບຂ່າວນອງນັນ ໃນການລັກ ຟັງໂທລະສັບແລະຊື້ຈ້າງຕຳຫຼວດທີ່ເປັນເຫດພາໃຫ້ມີການສືບສວນຢູ່ທັງສອງຟາກຝັ່ງຂອງມະ ຫາສະມຸດອັດລັນຕິກນັ້ນ.

ນາງ Rebekah Brooks ລາອອກໃນວັນສຸກມື້ນີ້ ຈາກການເປັນຫົວໜ້າບໍລິຫານງານຂອງ
ອົງການຂ່າວລະຫວ່າງປະເທດຫຼື News International ຊຶ່ງເປັນສາຂາຂອງອົງການຂ່າວ
ຂອງທ່ານ Murdoch ຢູ່ໃນປະເທດອັງກິດ. ນາງ Brooks ແມ່ນອະດີດບັນນາທິການຂອງ
News of the World ຊຶ່ງເປັນໜັງສືພິມທີ່ພວມຕົກເປັນສູນກາງຂອງຂ່າວນອງນັນ. ທ່ານ
Murdoch ໄດ້ອັດກິດຈະການໜັງສືພິມດັ່ງກ່າວຢ່າງກະທັນຫັນ ໃນສັບປະດາແລ້ວ ຫຼັງຈາກ
ມີການເປີດເຜີຍວ່າ ໜັງສືພິມນີ້ໄດ້ຮັບສຽງທີ່ຝາກຂໍ້ຄວາມໄວ້ ແລະຂໍ້ຄວາມທີ່ສົ່ງຫາກັນທາງ
ໂທລະສັບແບບຜິດກົດໝາຍຂອງປະຊາຊົນທຳມາດາສາມັນຮວມທັງໄວລຸ້ນທີ່ຖືກຂ້າຕາຍແລະ ຄອບຄົວຂອງພວກທະຫານທີ່ເສຍຊີວິດ.

ໃນຖະແຫຼງຂ່າວສະບັບນຶ່ງທີ່ນຳອອກເຜີຍແຜ່ໃນວັນສຸກມື້ນີ້ນາງ Brooks ເວົ້າວ່າຄວາມປະ
ສົງຂອງນາງທີ່ຈະສືບຕໍ່ຮັບໜ້າທີ່ແມ່ນໄດ້ຮັບຄວາມສົນໃຈຈາກການດຳເນີນຄວາມພະຍາຍາມ
ແບບຊື່ກົງ ຂອງທາງບໍລິສັດ ທີ່ຈະແກ້ໄຂບັນຫາຕ່າງໆ ໃນອະດີດຜ່ານມາ. ທ່ານ Tom
Mockridge ຊຶ່ງເປັນຫົວໜ້າອົງການຂ່າວໂທລະພາບສະກາຍອີຕາລີນັ້ນ ຈະເຂົ້າຮັບໜ້າທີ່
ແທນນາງ.

ນາງ Brooks ໄດ້ຕົກລົງທີ່ຈະໄປໃຫ້ການຕໍ່ສະພາແຫ່ງຊາດອັງກິດໃນອາທິດໜ້າ ກ່ຽວກັບ
ຂ່າວນອງນັນໃນການລັກຟັງໂທລະສັບແລະຊື້ຈ້າງຈອບອອຍຕຳຫຼວດທີ່ຍັງໄດ້ບັງຄັບໃຫ້ທ່ານ
Murdoch ຕ້ອງໄດ້ປະຖິ້ມການປະມູນ 12 ພັນລ້ານໂດລາ ເພື່ອເຂົ້າຄວບຄຸມອົງການອອກ
ອາກາດໂທລະພາບດາວທຽມສະກາຍຂອງອັງກິດ ທ່ານ Murdoch ແລະລູກຊາຍຂອງທ່ານ
ຄືທ່ານ James ຊຶ່ເປັນຫົວໜ້າບໍລິຫານງານຂອງອົງການຂ່າວນາໆຊາດນັ້ນຍັງຈະໄດ້ໄປໃຫ້
ການຕໍ່ສະພາແຫ່ງຊາດອັງກິດໃນອາທິດໜ້າ ຫຼັງຈາກໄດ້ປະຕິເສດໃນຂັ້ນຕົ້ນ.

ຢູ່ທີ່ສະຫະລັດອົງການສັນຕິບານກາງ FBI ກໍໄດ້ເລີ່ມທຳການສືບສວນເບິ່ງວ່າ ພວກພະນັກ
ງານຂອງອົງການຂ່າວດັ່ງກ່າວນີ້ ໄດ້ລັກຟັງໂທລະສັບຂອງພວກເຄາະຮ້າຍຈາກການໂຈມຕີ
ຂອງພວກກໍ່ການຮ້າຍໃນວັນທີ 11 ກັນຍາປີ 2001 ແລະຄອບຄົວຂອງພວກເຂົາເຈົ້າຫຼືໄດ້ ພະຍາຍາມຊື້ຈ້າງຈອບອອຍເຈົ້າໜ້າທີ່ຕຳຫຼວດເພື່ອໃຫ້ໄດ້ມາຊຶ່ງຂໍ້ມູນເຫຼົ່ານີ້ຫຼືບໍ່.

XS
SM
MD
LG