ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ William Hague ຢ້ຽມຢາມມຽນມາ


ທ່ານນາງ ອອງຊານ ຊູຈີ ຜູ້ນໍາດ້ານປະຊາທິປະໄຕມຽນມາ (ຊ້າຍ) ຈັບມືກັບ ທ່ານ William Hague ລັດຖະມົນຕີ ກະຊວງການຕ່າງປະເທດອັງກິດ ກ່ອນການພົບປະທີ່ຈັດຂຶ້ນໃນບ້ານພັກຂອງເອກອັກຄະລັດຖະທູດອັງກິດ ທີ່ນະຄອນຢ່າງກຸງໃນວັນທີ 5 ມັງກອນ, 2012.
ທ່ານນາງ ອອງຊານ ຊູຈີ ຜູ້ນໍາດ້ານປະຊາທິປະໄຕມຽນມາ (ຊ້າຍ) ຈັບມືກັບ ທ່ານ William Hague ລັດຖະມົນຕີ ກະຊວງການຕ່າງປະເທດອັງກິດ ກ່ອນການພົບປະທີ່ຈັດຂຶ້ນໃນບ້ານພັກຂອງເອກອັກຄະລັດຖະທູດອັງກິດ ທີ່ນະຄອນຢ່າງກຸງໃນວັນທີ 5 ມັງກອນ, 2012.

ລັດຖະມົນຕີກະຊວງການຕ່າງປະເທດອັງກິດ ທ່ານ William Hague ​ເດີນທາງໄປເຖິງ
ມຽນມາໃນ​ວັນ​ພະຫັດ​ມື້​ນີ້ ເພື່ອຊຸກຍູ້ໃຫ້ພວກຜູ້ນໍາຂອງມຽນມາ ສືບຕໍ່ກ້າວເດີນໄປບົນ
“ເສ້ນທາງຂອງ​ການປະຕິຮູບ”.

ມັນເປັນການຢ້ຽມຢາມມຽນມາ ຄັ້ງທໍາອິດຂອງລັດຖະມົນຕີກະຊວງການຕ່າງປະເທດ
ອັງກິດ ໃນຮອບ 50 ກ່ວາປີ.

ທ່ານ Hague ມີກໍານົດຈະໄປພົບກັບປະທານາທິບໍດີ​ ເທ​ນ ​ເຊນ ແລະບັນດາຜູ້ນໍາລັດ
ຖະບານ ​ໃນເນປີດໍ ເມືອງຫລວງດ້ານ​ການ​ປົກຄອງ​ຂອງ​ມຽນມາ. ທ່ານຍັງຄາດຫວັງວ່າ
ຈະໄດ້ພົບກັບຜູ້ນໍາຝ່າຍຄ້ານ ທີ່ໄດ້ຮັບ ລາງວັນໂນແບລຂະແໜງສັນຕິພາບ ທ່ານນາງ
ອອງຊານ ຊູຈີ ທີ່ນະຄອນຢ່າງກຸງ ໃນວັນສຸກມື້ອື່ນ.

ລັດຖະມົນຕີການຕ່າງປະເທດອັງກິດກ່າວວ່າ ໃນການຢ້ຽມຢາມຄັ້ງ​ນີ້ ທ່ານຈະຊັ່ງຊາ​ເບິ່ງ
ວ່າ ມີຫຍັງອີກແດ່ທີ່ອັງກິດສາມາດເຮັດໄດ້ ເພື່ອສະໜັບສະໜູນການດໍາເນີນຄວາມພະຍາ
ຍາມ ໃນການປະຕິຮູບ ຢູ່ໃນມຽນມາ.

ການຢ້ຽມຢາມມຽນມາຂອງທ່ານ Hague ມີຂຶ້ນລຸນຫລັງການໄປຢ້ຽມ ຢາມໃນເດືອນ
ພະຈິກຜ່ານມາ ຂອງລັດຖະມົນຕີກະຊວງການຕ່າງປະ ເທດສະຫະລັດ ທ່ານນາງ Hillary
Clinton ທີ່ໄດ້ໃຫ້ຄໍາ ໝັ້ນສັນຍາວ່າ ສະຫະລັດຈະໃຫ້ການສະໜັບສະໜຸນແກ່ມຽນມາ
ຫລາຍຂຶ້ນ ຖ້າຫາກວ່າ ມຽນມາປ່ອຍພວກນັກໂທດການເມືອງຫລາຍຂຶ້ນ ແລະນໍາເອົາ
ພວກຊົນເຜົ່າກຸ່ມນ້ອຍ ເຂົ້າມາຮ່ວມໃນຂະບວນການເມືອງ.

ລັດຖະບານໃໝ່ທີ່ຖືກຄວບຄຸມໂດຍພວກທະຫານຂອງມຽນມາ ໄດ້ປະຕິບັດການ​ປະຕິ​ຮູບ
ທາງການເມືອງຫລາຍ​ຢ່າງໃນປີຜ່ານມານີ້. ນອກຈາກການ​ປ່ອຍ​ພວກ​ນັກ​ໂທດ​ການ​ເມືອງ
ຈໍານວນ​ນຶ່ງແລ້ວ ມຽນມາຍັງໄດ້ຜ່ອນຜັນ ຂໍ້ຈໍາກັດທາງດ້ານຂ່າວສານ ແລະກໍໄດ້ເປີດການ
ໂອ້ລົມສົນທະນາກັບພວກຕໍາໜິຕິຕຽນລັດຖະບານ ຮວມທັງທ່ານນາງ ອອງຊານ ຊູຈີ ອີກດ້ວຍ.

XS
SM
MD
LG