ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາວອັງກິດ ຄອງຄອຍຖ້າ ຢາກເຫັນພະພັກ ອົງຊາຍນ້ອຍ (ວີດີໂອ/ສະໄລດ໌)


ຝູງ​ຊົນານວນ​ຫຼວງ​ຫຼາຍ ​ເຕົ້າ​ໂຮມກັນ​ຢູ່​ທາງ​ນອກ​​ໂຮງພະຍາບານ​ຂອງກຸງ​ລອນ​ດອນຫວັງ​ທີ່​ຈະ​ໄດ້​​ເຫັນ​ເຈົ້າ​ຊາຍ​ນ້ອຍ
ຝູງ​ຊົນານວນ​ຫຼວງ​ຫຼາຍ ​ເຕົ້າ​ໂຮມກັນ​ຢູ່​ທາງ​ນອກ​​ໂຮງພະຍາບານ​ຂອງກຸງ​ລອນ​ດອນຫວັງ​ທີ່​ຈະ​ໄດ້​​ເຫັນ​ເຈົ້າ​ຊາຍ​ນ້ອຍ

ໃນວັນ​ອັງຄານ​ມື້​ນີ້ ຝູງ​ຊົນຜູ້​ທີ່​ປາດ​ຖະໜາ​ດີ ຈໍານວນ​ຫຼວງ​ຫຼາຍ ​
ໄດ້​ໄປ​ເຕົ້າ​ໂຮມກັນ​ຢູ່​ທາງ​ນອກໂຮງພະຍາບານ​ຂອງກຸງ​ລອນ​ດອນ
​ບ່ອນ​ທີ່​ເຈົ້າ​ຍິງ Kate ​ໄດ້​ຊົງ​ປະສູດ​ພະ​ໂອລົດ​ນັ້ນ ​ໂດຍ ຫວັງ​ທີ່​ຈະ
​ໄດ້ເຫັນ​ເຈົ້າ​ຊາຍ​ນ້ອຍ ຜູ້ມີ​ສິດຈະ​ສືບ​ທອດ​ບັນລັງ​ຂອງ​ອັງກິດ ຄົນຫຼ້າສຸດ.

​ຄາດ​ກັນວ່າ ເຈົ້າ​ຊາຍ William ​ແລະພະ​ຊາ​ຍາ ເຈົ້າ​ຍິງ Kate
ຈະຊົງອອກ​ຈາກໂຮງພະຍາ ບານດັ່ງກ່າວ ​ໃນ​ມື້​ນີ້ ຊຶ່ງ​ຈະ​ອໍານວຍ​
ໃຫ້​ປະຊາຊົນ​ໄດ້​ເຫັນ​ໜ້າ​ຫຼືພະ​ພັກຂອງ​ອົງ​ຊາຍ​ນ້ອຍເປັນ​ຄັ້ງ​ທໍາ​ອິດ
ຊຶ່ງຍັງ​ບໍ່​ທັນມີ​ການ​ປະກາດຊື່​ຫຼືພະນາ​ມ ​ໃຫ້ຊາບ​ເທື່ອນັ້ນ.


ປະຊາຊົນ​ອັງກິດ​ພາກັນສະ​ເຫຼີ​ມສະຫຼອງ ​ແບບ​ບໍ່​ໄດ້​ມີ​ການ​ຫ້າງ​ຫາ​ຫຼືກຽມ​ພ້ອມ​ໃດ​ໆ ​ໃນ​ວັນ​ຈັນ​ວານ​ນີ້ ຫຼັງຈາກ​ທີ່​ໄດ້ຊາບ​ຂ່າວ​ການ​ປະສູດ​ຂອງ​ອົງ​ຊາຍ​ນ້ອຍ. ທາງ​ພະລາດ​ຊະ​ວັງ Kensington ກ່າວ​ວ່າ ທັງ​ສອງ​ພະອົງ ພະມານ​ດາແລະ​ພະ​ໂອລົດ​ນ້ອຍນັ້ນ ຊົງແຂງແຮງ​ດີ. ເຈົ້າ​ຊາຍ William ພະ​ບິດາ​ຂອງ​ເຈົ້າ​ຊາຍ​ເກີດ​ໃໝ່ ຊົງກ່າວ​ສັ້ນໆ​ວ່າ “ພວກ​ເຮົາ​ບໍ່​ສາມາດ​ຈະ ມີ​ຄວາມສຸກ​ ​ໄດ້ຫຼາຍ​ໄປ​ກ່ວາ​ນີ້​ອີກ​ແລ້ວ.”

BRITAIN ROYALS CNPK.mov
please wait

No media source currently available

0:00 0:01:30 0:00

ການສະ ​ເຫຼີ​ມສະຫຼອງຍັງດໍາ​ເນີນ​ສືບ​ຕໍ່​ໄປ​ຈົນ​ເຖິງ​ວັນ​ອັງຄານ​ມື້​ນີ້ ຊຶ່ງຈະ​ມີ​ການຍິງ​ປືນຖວາຍກຽດ
ແລະ​ຄໍານັບຕາມພິທີ ດັງ​ກ້ອງ​ໄປທົ່ວ​ກຸງ​ລອນ​ດອນ ​ເພື່ອ​ຕ້ອນຮັບ​ໂອລົດ​ອົງ​ໃໝ່​ນີ້.

ຫຼັງ​ຈາກ​ທີ່ໄດ້ຂ່າວການປະສູດແລ້ວ​ນັ້ນ ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ​
ໄດ້ເອີ່ຍ​ເຖິງ​ເຫດການ​ດັ່ງກ່າວ​ວ່າ​ ເປັນ​ວາລະອັນ​ສໍາຄັນສໍາລັບ​ອັງກິດ ​ແລະ​ວ່າ ​“ປະ​ເທດ​ຊາດນຶ່ງ
​ທີ່ມີ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ແລະພູມ​ໃຈ​ ກໍາລັງສະ​ເຫຼີ​ມສະຫຼອງ​ເຫດການນີ້.”
XS
SM
MD
LG