ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີກສາມຄົນ ຖືກຈັບ ຍ້ອນສົງໄສວ່າ ກ່ຽວພັນກັບ ການຄາດຕະກໍາ ທະຫານອັງກິດ (ວີດິໂອ)


ລິງໂດຍກົງ

ວີດີໂອ ທະຫານອັງກິດ ຖືກຂ້າຕາຍ ທີ່ກຸງລອນດອນ

ຢູ່ທີ່ອັງກິດນັ້ນ ຕໍາຫລວດໄດ້ຈັບຜູ້ຕ້ອງສົງໄສອີກສາມຄົນ ທີ່ກ່ຽວພັນກັບການຄາດຕະກໍາທະຫານອັງກິດ ຢູ່ນະຄອນ
ຫລວງລອນດອນ ໃນວັນພຸດຜ່ານມານັ້ນ.

ໜ່ວຍຕໍ່ຕ້ານການກໍ່ການຮ້າຍຂອງອົງການສືບສວນອາຊະຍາ
ກໍາຂອງອັງກິດ ຫລື Scotland Yard ອອກຖະແຫລງການ
ສະບັບນຶ່ງທີ່ ເວົ້າວ່າ ຜູ້ຊາຍສາມຄົນ ຢູ່ໃນໄວ 20 ປີປາຍ ໄດ້
ຖືກຈັບໃນວັນເສົາວານນີ້, ຊຶ່ງສອງຄົນໃນນັ້ນ ແມ່ນຖືກຈັບຢູ່
ບ້ານເຮືອນ ຂອງເຂົາເຈົ້າ ຢູ່ເຂດຕາເວັນອອກສຽງໃຕ້ຂອງ
ລອນດອນ ແລະອີກຄົນນຶ່ງ ຖືກຈັບຢູ່ ຕາມຖະໜົນສາຍນຶ່ງໃນ
ລອນດອນ.

ພວກເຈົ້າໜ້າທີ່ໄດ້ໃຊ້ປືນ stunt ທີ່ເຮັດໃຫ້ຜູ້ຖືກຍິງເໜັງຄິງບໍ່ໄດ້ນັ້ນຍິງໃນການຈັບກຸມ
ສອງຄັ້ງ ແຕ່ກໍບໍ່ມີໃຜໄດ້ຮັບບາດເຈັບເຖິງຂັ້ນຕ້ອງນອນໂຮງໝໍ.

ທັງສາມຄົນໄດ້ຖືກຈັບໃນຖານຖືກສົງໄສວ່າຮ່ວມກັນວາງແຜນຈະທໍາການຄາດຕະກໍາ.

ທ້າວ Lee Rigby ທີ່ເປັນທະຫານອັງກິດຮັບໃຊ້ຢູ່ໃນອັຟການິສຖານ
ທ້າວ Lee Rigby ທີ່ເປັນທະຫານອັງກິດຮັບໃຊ້ຢູ່ໃນອັຟການິສຖານ

ທ້າວ Lee Rigby ທີ່ເຄີຍໄປທໍາໜ້າທີ່ຮັບໃຊ້ຢູ່ໃນອັຟການິສ
ຖານ ໄດ້ຖືກສັງຫານ ໃນຕອນກາງເວັນແສກໆ ໃນວັນພຸດ
ຜ່ານມານີ້ ຢູ່ໃກ້ກັບຄ້າຍທະຫານປືນໃຫຍ່ຂອງລາດຊະອາ
ນາຈັກອັງກິດຢູ່ຄຸ້ມ Woolwich ໃນເຂດຕາເວັນອອກສຽງ
ໃຕ້ຂອງນະຄອນຫລວງ ລອນດອນ. ພາບໃນວີດິໂອ ທີ່ຄົນ
ຜູ້ນຶ່ງທີ່ເຫັນເຫດການ ຖ່າຍເອົາໄວ້ນັ້ນ ສະແດງໃຫ້ເຫັນຜູ້
ຕ້ອງສົງໄສເປັນຄາດຕະກໍາຄົນນຶ່ງ ໃນຈໍານວນສອງຄົນ
ແກວ່ງມີດໄປມາ ແລະ ຮ້ອງອອກມາເປັນພາສາອາຣັບວ່າ
“ພະເຈົ້າຜູ້ຍິ່ງໃຫຍ່”.

ໃນວັນເສົາວານນີ້ ຫລາຍພັນຄົນໄດ້ພາກັນລົງສູ່ຖະໜົນຫົນທາງ ເດີນຂະບວນໃນເມືອງ
Newcastle ທາງພາກເໜືອຂອງອັງກິດ ເພື່ອປະທ້ວງການຄາດຕະກໍາ ທ້າວ Rigby
ແລະຮຽກຮ້ອງໃຫ້ລັດຖະບານ ດໍາເນີນຄວາມພະຍາຍາມເພີ້ມຫລາຍຂຶ້ນ ເພື່ອຄອຍຕິດ
ຕາມເບິ່ງພວກຫົວຮຸນແຮງ ແລະຫົວຮຸນແຮງຈັດ ຢູ່ໃນປະເທດດັ່ງກ່າວ.

ຜູ້ຕ້ອງສົງໄສສອງຄົນທີ່ໄດ້ເອົາມີດແທງນັ້ນ ໄດ້ຖືກຕໍາຫລວດຍິງ ແລະກໍຖືກຈັບກຸມໃນ
ເວລາບໍ່ພໍເທົ່າໃດຫລັງຈາກການສັງຫານ. ທ້າວ Micheal Adebolajo ແລະ ທ້າວ Micheal Adebowale ຍັງຢູ່ພາຍໃຕ້ການເຝົ້າຍາມຂອງເຈົ້າໜ້າທີ່ ໃນຂະນະທີ່ ນອນ
ຢູ່ໃນໂຮງໝໍແຫ່ງນຶ່ງ.
XS
SM
MD
LG