ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄົນຮ້າຍ ສັງຫານ ທະຫານ ຄົນນຶ່ງ ທີ່ກຸງ ລອນດອນ (ວີດິໂອ/ສະໄລດ໌)


Soldier Killed in London Street By 'Britons Of African Origin'
please wait

No media source currently available

0:00 0:02:12 0:00
ລິງໂດຍກົງ

ເບິ່ງວີດິໂອ ຄົນຮ້າຍຂັບລົດຕໍາທະຫານອັງກິດຄົນນຶ່ງ ແລ້ວລົງມາ ເອົາມີດຟັນແທງຜູ້ກ່ຽວ ຈົນຕາຍ ໃນເວລາກາງເວັນແສກໆ ຢູ່ນະຄອນຫລວງລອນດອນ ເພື່ອແກ້ແຄ້ນໃຫ້ຊາວມຸສລິມ, ວັນທີ 22 ພຶດສະພາ 2013.

ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ເຂົ້າປະຊຸມ​ໃນ​ວັນ​ພະຫັດ​ມື້​ນີ້ ​ກັບ​ບັນດາທີ່​ປຶກສາ​ຜູ້​ອະ​ວຸໂສຂອງ​ທ່ານ ນຶ່ງ​ມື້​ຫຼັງ​ຈາກທີ່​ມີ​ທະຫານ​ຄົນ​ນຶ່ງ​ຖືກ​ຄົນ​ຮ້າຍສອງ​ຄົນ​ໂຈມ​ຕີ​ ດ້ວຍການ
ໃຊ້​ມີດ​ຟັນ​ແທງ​ຈົນ​ຕາຍ ​ໃນເວລາກາງ​ເວັນ​ແສກໆ ​ຢູ່​ແຄມ​ຖະໜົນ
ໃກ້ໆ​ກັບ​ຄ້າຍ​ທະຫານແຫ່ງ​ນຶ່ງ ​ໃນ​ເຂດໃຕ້ຂອງ​ນະ​ຄອນ​ຫລວງ​ລອນ​ດອນ.

ລາຍ​ງານ​ຂ່າວ​ສື່​ມວນ​ຊົນ​ກ່າວ​ວ່າ ​ເຊື່ອ​ກັນ​ວ່າ ຜູ້​ຕ້ອງ​ສົງ​ໄສ​ເປັນຄົນ​ຮ້າຍນັ້ນ ​ເປັນຄົນ ສັນຊາດ​ອັງກິດ ​ເຊື້ອສາຍ​ອາ​ຟຣິກາ ​ແຕ່​ທາງ​ການ​ບໍ່​ໄດ້​ຢືນຢັນ ​ຊື່​ສຽງ​ຫລື​ວ່າເຊື້ອ​ຊາດ​ຂອງ​ພວກ​ກ່ຽວ.

ທ່ານ Cameron ​ເອີ້ນ​ການ​ສັງ​ຫານ​ໂຫດ​ດັ່ງກ່າວນີ້​ວ່າ ​“ໂຫດ​ຫ້ຽມ ໜ້າ​ສະ​ຢົດ​ສະ​ຢອງ” ​ແລະ​ວ່າ ມີ​ຫລາຍໆ​ຮ່ອງຮອຍ​ທີ່​ຊີ້​ບອກ​ວ່າ ມັນ​ເປັນ​ການ​ກະທໍາ​ຂອງ​ການກໍ່​ການ​ຮ້າຍ. ທ່ານ​ໄດ້
ຕັດ​ການ​ເດີນທາງ​ຢ້ຽມຢາມປະ​ເທດຝຣັ່ງ ໃຫ້​ສັ້ນ​ລົງ ເພື່ອ​ກັບ​ມາ​ເປັນ​ປະທານ​ກອງ​ປະຊຸມ​ສຸກ​ເສີນ ຂອງ​ເຈົ້າ​ໜ້າ​ທີ່​ຮັບຜິດຊອບຄວາມ​ໝັ້ນຄົງ​ແຫ່ງ​ຊາດ​.


ໜ່ວຍ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ ຂອງອົງການ​ສືບສວນ​ອາ​ຊະ​ຍາ​ກໍາ​ຂອງ​ອັງ​ກິດ ຫລື
Scotland Yard ກໍາລັງ​ນໍາພາ​ການ​ສືບ​ສວນສອບ​ສວນ​ ໃນ​ເລື່ອງ​ນີ້.

ຕໍາຫຼວດ​ໄດ້​ຍິງພວກ​ຕ້ອງ​ສົງ​ໄສ ຈົນ​ບາດ​ເຈັບ. ​ເວລາ​ນີ້ ພວກ​ກ່ຽວກໍາລັງ​ຮັກສາ​ຢູ່​ ໂຮງພະ
ຍາບານ ​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ຕໍາຫລວດ.

ຊາວນະຄອນ​ລອນ​ດອນ ທ້າວ Ahmed Jama-London ​ໄດ້​ເອົາ​ດອກ​ໄມ້​ໄປວາງ​ໄວ້​ຢູ້ໃກ້ໆບ່ອນ​ເກີດ​ ທີ່​ຈັດ​ເປັນ​ບ່ອນໄວ້​ອາ​ໄລ​ຊົ່ວຄາວ ​ແກ່​ຜູ້​ທີ່ໄດ້ຮັບ​ເຄາະ ​ແລະ​ກ່າວ​ວ່າ:
“ຂ້ອຍ​ຜ່ານ​ເສັ້ນທາງ​ນີ້​ເປັນ​ປະ​ຈໍາ ​ແລະຂ້ອຍ​ກໍອາ​ໄສ​ຢູ່​ທີ່​ນີ້ ຂ້ອຍ​ຈຶ່ງ​ຮູ້ສຶກ​ວ່າ​ມັນ​ສົ່ງ​ຜົນ​ກະທົບ​ຕໍ່​ຂ້ອຍ ແຕ່ຂ້ອຍ​ກໍ​ບໍ່​ຮູ້​ຈະເຮັດຢ່າງ​ໃດ​ດີ ແລະ​ຂ້ອຍ​ຄິດ​ວ່າ ການເອົາ​ດອກ​ໄມ້​ໄວ້ ​ອາ​ໄລນີ້ ​ແມ່ນ​ສິ່ງ​ເລັກນ້ອຍທີ່​ສຸດ ທີ່​ຂ້ອຍ​ສາມາດ​ເຮັດ​ໄດ້.”

ລັດຖະມົນຕີ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນຂອງ​ອັງກິດ ທ່ານ​ນາງ Theresa May ກ່າວ​ວ່າ:
“ການ​ໂຈມ​ຕີ​ຄັ້ງ​ນີ້​ຄື​ການ​ໂຈມ​ຕີ​ຕໍ່ທຸກໆ​ຄົນ​ໃນ​ອັງກິດ ​ແລະ​ຈະ​ຖືກ​ປະນາມໂດຍ
ທຸກໆ​ປະຊາ​ຄົມ. ຄວາມ​ເປັນ​ຫ່ວງ​ອາທອນ​ແລະ​ຫວິ້ງ​ວອນພາ​ວັນນາ​ຂອງ​ພວກ​ເຮົາ
ແມ່ນ​ຢູ່​ກັບ​ຜູ້ທີ່​ເຄາະ​ຮ້າຍ​ແລະ​ຄອບຄົວ​ຂອງ​ລາວ. ພວກ​ເຮົາເຄີຍໄດ້​ເຫັນເຫດກໍ່​
ການ​ຮ້າຍ​ຕາມຖະໜົນ​ຫົນທາງ​ໃນ​ອັງກິດນັ້ນ​ມາ​ກ່ອນ​ແລ້ວ ​ແລະ​ຍາມ​ໃດ ພວກ​ເຮົາ​
ກໍ​ໄດ້​ຢືນຢັດ​ຕໍ່ຕ້ານ​ກັບ​ມັນ ຢ່າງ​ໜັກແໜ້ນ​. ການ​ກະທໍາ​ທີ່​ຊົ່ວ​ຮ້າຍແບບ​ນີ້​ ຈະ​ຕ້ອງ
ໄດ້​ຮັບ​ໂທດທັນ.”


ໂທລະ​ພາບ​ຂອງ​ອັງກິດ​ໄດ້​ແຜ່​ພາບ ​ຊາຍ​ຄົນ​ນຶ່ງ​ທີ່ມືຖື​ມີດແລະ​ພ້າ ທີ່ເປີະ​ເປື້ອນດ້ວຍ​ເລືອດ
​ແລະເວົ້າ​ວ່າ “ພວກ​ເຈົ້າ​ທັງຫຼາຍ​ ຈະ​ບໍ່​ມີ​ຄວາມ​ປອດ​ໄພ​ດອກ.” ຜູ້ກ່ຽວ​ຍັງ​ເວົ້າ​ອອກ​ມາ​
ອີກ​ວ່າ “ຕາ​ຕໍ່​ຕາ ​ແຂ້ວ​ຕໍ່​ແຂ້ວ.”

BRITAIN ATTACK
please wait
Embed

No media source currently available

0:00 0:01:32 0:00
XS
SM
MD
LG