ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Brianna Hayes - “Through The Eyes Of My Father – A Father Song”


Holly Dunn
Holly Dunn

ທ່ານຜູ້ຟັງທີ່ເຄົາຣົບ ລາຍການສຽງເພງຈາກແດນໄກ ຂອງແລງວັນອາທິດ ທີ່ 17 ມິຖຸນາ ມື້ນີ້ ທ່ານຈະໄດ້ຟັງເພງສາກົນ ເນື່ອງຈາກວ່າ ມື້ນີ້ແມ່ນວັນພໍ່ ເພາະສະນັ້ນ ວັນນະສອນ ຈຶ່ງໄດ້ຈັດ ເພງທີ່ກ່ຽວກັບ ວັນພໍ່ ມາສະເໜີທ່ານ ຈະມີເພງໃດແດ່ນັ້ນ ໂປດເຂົ້າສູ່ລາຍການຂອງເຮົາໄດ້.

ວັນນະສອນ: ສະບາຍດີ ມື້​ນີ້ ວັນນະ​ສອນ​ດີ​ໃຈດີ​ໃຈ ​ແລະ​ຍິ້ນ້ອຍ ຍິ້ມ​ໃຫຍ່ ​ເພາະວ່າ ​
ໄດ້​ມາ​ຈັດພິ​ເສດ​ແລະ​ມີ​ຄວາມ​ໝາຍ ທີ່າະ​ແດງ​ອອກ​ເຖິງ​ຄວາມ​ຮັກ ຄວາມ​ຫວ່ງ​ໃຍ
ຄວາມ​ເອົາ​ໃຈໃສ່ ​ແລະ​ຖະນຸຖະໜອມ ຈາກ​ພໍ່ ທີ່​ມີ​ຕໍ່​ລູກ ​ຄໍ່າຄືນນີ້ຊຶ່ງກົງກັບວັນພໍ່
ແຫ່ງຊາດໃນສະຫະລັດອາເມຣິກາ ວັນນະ​ສອນ​ຂໍ​ຕາງໜ້າ​ໃຫ້​ຄະນະ VOA ຈັດມອບ
ເພງ “Through The Eyes Of My Father – A Father Song ຂອງ
Brianna Hayes

ເພງ: “Through The Eyes Of My Father – A Father Song - Brianna Hayes

ວັນນະສອນ: ຫວັງວ່າເພງທີ່ຫາກໍຈົບລົງໄປນັ້ນ ຄົງເຮັດໃຫ້ ບັນດາພໍ່ທັງຫຼາຍ ຍິ້ມນ້ອຍ
ຍິ້ມໃຫຍ່ ໜ້າຊື່ນຕາບານທີ່ວ່າ ຢ່າງນ້ອຍປີນຶ່ງ ຄັ້ງນຶ່ງ ກໍໄດ້ຈັດສະຫຼອງວັນພໍ່ ສ່ວນວັນແມ່
ນັ້ນກໍຫາຈັດສະຫຼອງໃຫ້ ໃນເດືອນແລ້ວນີ້​ ແຕ່ວັນນະສອນວ່າ ຄວາມຈິງແລ້ວ​ວ່າ ວັນພໍ່
ວັນແມ່ ນັ້ນ ກໍຢູ່ໃນໃຈພວກລູກໆສະເໝີ ແລະຮັບຮູ້ວ່າ ທັງຮັກ ທັງເຄົາຣົບ​ ແລະບູຊາ ເໜືອເກົ້າເໜືອຫົວຢູ່ແລ້ວ ເອົາ ໃສຟັງເພງຂອງ Paul Overstreet ກ່ອນ ເພື່ອມອບ
ໃຫ້ແທນຄວາມຮູ້ສຶກດີໆຢ່າງເຕັມປ່ຽມຕໍ່ບິດາໃນຄວາມຮັກແລະຫວັງດີ ດູແລ ຫ່ວງໃຍ ແລະເອົາໃຈໃສ່ພວກລູກໆສະເໝີແດັ່ງເພງນີ້

ເພງ: “Seeing My Father In Me – Paul Overstreet

ວັນນະສອນ: ຈິງໆແລ້ວ ວັນນະ​ສອນຢາກຈະມີເວລາແບບວ່າ 24 ຊົ່ວໂມງມາເປີດເພງ
ໃຫ້ຟັງ ມາໂອ້ລົມທັກທາຍຊາວລາວດ້ວຍກັນ ບໍ່ວ່າຈະຢູ່ໃສໃນໂລກ ວັນນະສອນ ຂໍຖືຕາງໜ້າໃຫ້ແທນລູກໆໝົດທຸກໆຄົນ ສົ່ງຄວາມສຸກ ສົ່ງຄວາມຮູ້ສຶກທີ່ດີຄວາມຮັກ
ຄວາມກະຕັນຍູກະຕະທີ ມອບແດ່ ບັນດາພໍ່ ທີ່ຄອຍເອົາໃຈໃສ່ດູແລ ລ້ຽງລູກໃຫ້
ເຕີບໃຫຍ່ເປັນທີ່ໜ້າຮັກແລະຊື່ນຊົມຊອງຜູ້ຄົນທີ່ໄດ້ພົບເຫັນ ຂໍວິ້ງວອນພຣະສິລັດຕະ
ນະໄຕ ຈົ່ງປົກປັກຮັກສາ ແລະຄຸ້ມຄອງໃຫ້ບັນດາພໍ່ ຈົ່ງມີອາຍຸໝັ້ນຂັວນຍືນຄຽງຄູ່ກັບ
ພວກລູກທຕະຫຼອດໄປ ຕາບນານເທົ່ານານ ແລະຂໍອໍາລາທ່ານດ້ວຍເພງຂອງ
Holly Dunn
ໃນບົດເພງ “Daddy’s Hands.” ​ພົບ​ກັນ​ໃໝ່​ໃນ​ສັບປະດາ​ໜ້າ

ນອນ​ຫຼັບ​ຝັນ​ຫວານ

ເພງ:Daddy’s Hands” - Holly Dunn

XS
SM
MD
LG