ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການໂຄສະນາເຜີຍແພ່ວ່າ "ອັງກິດອອກຈາກອີຢູ" ພວມ ຮ້ອນແຮງຂຶ້ນ

 ທ່ານ Boris Johnson ອະດີດ ຜູ້ປົກຄອງ ນະຄອນ London ຖືເຂົ້າຈີ່ກ້ອນນຶ່ງ ເວລາລົງອອກຈາກລົດເມ ໃນລະຫວ່າງ ການລິເລີ້ມ ໂຄສະນາ ການລົງຄະແນນສຽງຣຽກຮ້ອງໃຫ້ຖອນ ອອກຈາກການເປັນສະມາຊິກ ສະຫະພາບຢູໂຣບ ຂອງອັງກິດ, ໃນນະຄອນ Truro, ປະເທດອັງກິດ, ວັນທີ 11 ພຶດສະພາ 2016.

ການໂຄສະນາເພື່ອ ແລະ ຕໍ່ຕ້ານ ການເປັນສະມາຊິກ ສະຫະພາບຢູໂຣບ ຫຼື ອີຢູ ຂອງ ອັງກິດ ໄດ້ທະວີຂຶ້ນ ໃນວັນເສົາວານນີ້ ໂດຍມີ ຫົວໜ້ານຳພາ ຕໍ່ຕ້ານອີຢູ ທ່ານ Boris Johnson ກ່າວວ່າ ໂຄງຮ່າງຂອງກຸ່ມໃນປັດຈຸບັນ ແມ່ນມີທ່າທີຈະລົ້ມແຫລວຢູ່ແລ້ວ ແລະ ນາຍົກລັດຖະມົນຕີ ທ່ານ David Cameron ຜູ້ທີ່ນິຍົມອີຢູ ເຕື່ອນວ່າ ການອອກຈາກ ອີຢູຂອງອັງກິດ ຈະກໍ່ໃຫ້ເກີດພາວະການຖົດຖອຍຂອງເສດຖະກິດ.

ໃນການໃຫ້ສຳພາດ ຕໍ່ໜັງສືພິມ ວັນອາທິດມື້ນີ້ ທ່ານ Johnson ອະດີດ ຜູ້ປົກຄອງ ນະຄອນ London ໄດ້ອ້າງອິງເຖິງ ຄວາມບໍ່ສຳເລັດໃນການຕໍ່ສູ້ດ້ານທະຫານຂອງ Napoleon ແລະ Hitler ເພື່ອຈະລວບລວມ ທະວີບໃຫ້ຢູ່ພາຍໃຕ້ ລັດຖະບານດຽວ ແລະໄດ້ກ່າວຫາ ອີຢູ ວ່າ “ພະຍາຍາມ ຈະເຮັດເຊັ່ນນີ້ ໂດຍວິທີທີ່ແຕກຕ່າງໄປ.”

ຕໍ່ມາທ່ານ ໄດ້ອ້າງອິງເຖິງ “ບັນຫາພາຍໃນ ຊຶ່ງເປັນອັນທີ່ບໍ່ມີການເນັ້ນຢ້ຳ ຄວາມສື່ສັດ ຕໍ່ແນວຄິດນັ້ນ ຂອງຢູໂຣບເລີຍ.”

ນາຍົກລັດຖະມົນຕີ ອັງກິດ ທ່ານ David Cameron ກ່າວຖະແຫລງຕໍ່ບັນດາຜູ້ສະໜັບສະໜູນ ໃນງານໂຄສະນາ ເພື່ອ "ຢູ່ໃນອີຢູ ຈະເຮັດໃຫ້ແຂງແກ່ນຂຶ້ນ" ຢູ່ທີ່ນະຄອນ Witney, ຂອງເຂດ Oxfordshire, ປະເທດອັງກິດ, ວັນທີ 14 ພຶດສະພາ 2016.

ໂດຍມີການສຳຫຼວດລົງຄະແນນສຽງກ່ອນໜ້າ ສະແດງໃຫ້ເຫັນເຖິງ ຝ່າຍທີ່ “ຢູ່ເປັນ ສະມາຊິກ” ແລະ “ອອກຈາກການເປັນສະມາຊິກ” ແມ່ນຢູ່ໃນສະພາບຈາວກັນ ດັ່ງທີ່ ນາຍົກລັດຖະມົນຕີ Cameron ໄດ້ຄາດຄະເນຜົນທີ່ອອກມານັ້ນ ແມ່ນແຕກຕ່າງຈາກ ການໃຫ້ຂໍ້ຄິດເຫັນ ຕໍ່ພວກທີີ່ສະໜັບສະໜູນ ເມື່ອວັນເສົາຜ່ານມາ.

ທ່ານໄດ້ກ່າວວ່າ “ຖ້າພວກເຮົາລົງຄະແນນສຽງ ໃຫ້ອອກໄປ ໃນວັນທີ 23 ເດືອນມິຖຸນາ ພວກເຮົາຈະລົງຄະແນນສຽງ ໃຫ້ແກ່ ຄຸນຄ່າທີ່ສູງຂຶ້ນ ພວກເຮົາຈະລົງຄະແນນສຽງ ໃຫ້ແກ່ ວຽກເຮັດງານທຳໜ້ອຍລົງ ພວກເຮົາຈະລົງຄະແນນສຽງ ໃຫ້ແກ່ການຂະຫຍາຍ ຕົວທີ່ຕ່ຳລົງ ພວກເຮົາຈະລົງຄະແນນສຽງ ໃຫ້ແກ່ ໃນອັນທີ່ເປັນໄປໄດ້ວ່າ ການຖົດ ຖອຍຫລັງ.” ຕໍ່ຈາກນັ້ນ ທ່ານໄດ້ອ້າງອິງເຖິງຂໍ້ມູນຂອງກະຊວງການເງິນ ທີ່ປະເມີນ ວ່າ ການອອກຈາກອີຢູ ຈະເຮັດໃຫ້ຄອບຄົວອັງກິດແຕ່ລະຄອບຄົວ ເສຍເງິນ ຫຼາຍກວ່າ 6,000 ໂດລາ.

ທ່ານໄດ້ກ່າວຕໍ່ໄປວ່າ “ອັນນັ້ນ ແມ່ນເປັນສິ່ງສຸດທ້າຍ ທີ່ເສດຖະກິດຂອງພວກເຮົາ ຕ້ອງການ.”

ພວກຊາວອັງກິດ ແມ່ນຕັດສິນໃຈກັນ ເປັນສອງເຄິ່ງ ໃນບັນຫາຈະບໍ່ຢູ່ ຫຼື ຢູ່ໃນກຸ່ມການ ເມືອງ ແລະເສດຖະກິດ ຂອງ 28 ປະເທດນີ້. ການຢັ່ງຫາງສຽງຄວາມຄິດຂອງມະຫາຊົນ ເມື່ອຫົກຄັ້ງຫຼ້າສຸດ ສະເລ່ຍແລ້ວ ສະແດງໃຫ້ເຫັນວ່າ ພວກຜູ້ລົງຄະແນນສຽງ ແມ່ນແບ່ງ ເປັນ 2 ເຄິ່ງເທົ່າກັນ ດ້ວຍຄະແນນສຽງ 50 ເປີເຊັນ ທີ່ກ່າວວ່າ ພວກເຂົາ ຢາກຈະອອກ ແລະ 50 ເປີເຊັນ ທີ່ກ່າວວ່າ ພວກເຂົາ ຢາກຈະຢູ່ຕໍ່ໄປ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG